ກອງປະຊຸມວຽກງານກວດກາ ຂະແໜງກະສິກຳ ແລະ ປ່າໄມ້ ທົ່ວປະເທດ.

14720570_1085086848253719_6667320869775269ll433_n

ໃນລະຫວ່າງວັນທີ່ 20-21 ຕຸລາ 2016 ທີ່ຜ່ານມານີ້ ກົມກວດກາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຂື້ນຢູ່ທີ່ ສະໂມສອນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປິນຍາເອກ ລຽນ ທີແກ້ວ ກຳມະການສຸນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳສຸກ ບຸນຍາວົງ ຮອງປະທານອົງການກວດກາລັດຖະບານ, ໂດຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນ, ຫົວໜ້າຫ້ອງກາານກະຊວງ, ຫົວໜ້າ ແລະຮອງກົມ, ຫົວໜ້າພະກະສິກຳ ແລະ ປ່າໄມ້ ແຂວງ 17 ແຂວງ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ, 87 ທ່ານ ຍິງ 13 ທ່ານ.

ໃນທີ່ປະຊຸມ ທ່ານ ສົມພອນ ແກ້ວຫາວົງ ຮອງຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບປະຈຳປີ 2016 ແລະ ສະເໜີທິດທາງແຜນການປີ 2017 ໄດ້ຕິລາຄາການຈັດຕັ້ງປະຕິບັດໜ້າທີ່ວຽກວິຊາສະເພາະ ກ່ຽວກັບວຽກງານກວດກາຂອງຂະແໜງກະສິກຳ ແລະ ປ່າໄມ້ ຊື່ງຍົກໃຫ້ເຫັນດ້ານດີ, ຜົນງານ, ບາງບົດຮຽນທີ່ຖອດຖອນໄດ້, ດ້ານອ່ອນ ແລະ ຂໍຄົງຄ້າງທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂ. ໃນທີ່ປະຊຸມຍັງໄດ້ປືກສາຫາລືບັນຫາຕ່າງໆທີ່ພົວພັນກັບຂະແໜງການຂອງຕົນ.

ແລະ ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄຳສຸກ ບຸນຍະວົງ ຮອງປະທານກວດກາລັດຖະບານ, ຮອງປະທານອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໂອລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໃຫ້ຄະນະພັກ, ຄະນະກວດກາກະຊວງ, ກົມກວດກາ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບ, ເປັນເຈົ້າການໃນການສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ. ສືບຕໍ່ຊີ້ນຳ-ນຳພາໃນການຄົ້ນຄວ້າເຊື່ອມຊືມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ 3 ເພີ່ມປະສິດທິພາບ ແລະ ຄວາມສັກສິດຂອງວຽກງານກວດກາ, ປັບປຸງຮູບການ, ວິທີການ, ກົນໄກໃນການກວດກາໃຫ້ມີປະສິດທິພາບສູງຂື້ນກວ່າເກົ່າ, ສຸມໃສ່ການຕິດຕາມກວດກາເປັນປົກກະຕິ, ສືບຕໍ່ຊີ້ນຳການປັບປຸງກົງຈັກການຈັດຕັ້ງປະຕິບັດ, ພາລະບົດບາດຂອງຄະນະກວດກາແຕ່ລະຂັ້ນ ແຕ່ລະຂະແໜງການຢ່າງເຂັ້ມງວດ ແລະສັກສິດ ຕາມລະບຽບຂອງພັກ ແລະ ກົດໜາຍຂອງລັດວາງອອກໃຫ້ປະກົດຜົນເປັນຈີງ, ກອງປະຊຸມດັ່ງກ່າວ ໄດ້ປິດລົງໃນວັນທີ 21 ຕຸລາ 2016 ດ້ວຍຜົນສຳເລັດຕາມລະດັບຄາດໝາຍ.

ກະຊວງກະສິກຳ ແລະ ປ່າໄມ້

ຫ້ອງການກະຊວງ, ພະແນກຂ່າວສານ ກະສິກຳ ແລະ ປ່າໄມ້

ຂຽນໂດຍ: ທ້າວ ພອນໄຊ ສີສົງຄາມ

ກວດແກໂດຍ: ທ່ານ ເຂັມພອນ ທິພົມມຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ