ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ດ້ານວຽກງານປ່າໄມ້ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ດ້ານວຽກງານປ່າໄມ້ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ

  ໃນວັນທີ 22 ທັນວາ 2023, ທີ່ນະຄອນດາໜັງ, ສສ ຫວຽດນາມ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າ ໃຈ (MOU) ກ່ຽວກັບ ການຮ່ວມມື ດ້ານວຽກງານປ່າໄມ້ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ໃນດ້ານ: (1) ການຄຸ້ມຄອງປ່າໄມ້, ປ້ອງກັນປ່າໄມ້, ກວດກາປ່າໄມ້, ສະກັດກັ້ນ ແລະ ຕ້ານການຂຸດຄົ້ນໄມ້, ຊື້ຂາຍໄມ້, ສັດນ້ຳ ແລະ ສັດປ່າ ທີ່ຜິດກົດໝາຍ ລຽບຕາມຊາຍແດນ ຂອງສອງປະເທດ ປະກອບສ່ວນ ປົກປັກຮັກສາ ແລະ ອະນຸລັກຊີວະນາໆພັນ ແບບຍືນຍົງ; (2) ແລກປ່ຽນຂໍ້ມູນ ທາງດ້ານ ນິຕິກໍາ ແລະ ນະໂຍບາຍ ໃນການຄຸ້ມຄອງປ່າໄມ້ ແລະ ກວດກາປ່າໄມ້, ສັດນ້ຳ ແລະ ສັດປ່າ; (3) ເພີ່ມທະວີການຮ່ວມມື ການປ້ອງກັນ ແລະ ການແກ້ໄຂບັນຫາ ໄຟໄໝ້ລາມປ່າ ແລະ ລະບົບການເຕືອນໄພລ່ວງໜ້າ ຢູ່ລຽບຕາມຊາຍແດນ ລະຫວ່າງປະເທດ. ໃນນັ້ນ, ທາງຝ່າຍ ຫວຽດນາມ ຍິນດີ ຈະສະໜອງຂໍ້ມູນ ພາບຖ່າຍດາວທຽມ ແລະ ການຝຶກອົບຮົມ ໃນວຽກງານປ້ອງກັນໄຟໄໝ້ລາມປ່າ ໃຫ້ແກ່ ສປປ ລາວ; (4) ສ້າງເງື່ອນໄຂ ໃຫ້ບັນດາວິສາຫະກິດ ໄດ້ເປີດກວ້າງການລົງທຶນໃສ່ການຜະລິດ ແລະ ປຸງແຕ່ງ ໃນຂະແໜງ ການປ່າໄມ້ ໃຫ້ຖືກຕ້ອງ ຕາມທີ່ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຂອງສອງປະເທດ; (5) ແລກປ່ຽນ ຂໍ້ມູນ, ວິທີການ ແລະ ສະໜັບສະໜູນ ການເຈລະຈາ ແຜນງານ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ໂດຍສະເພາະ ການສ້າງ ແລະ ຈັດຕັ້ງປະຕິບັດ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ແລະ ການສ້າງດຳລັດ ຈັດຕັ້ງປະຕິບັດ ລະບົບດັ່ງກ່າວ; (6) ເພີ່ມທະວີການຮ່ວມມືປະຕິບັດ ລະບຽບ CITES ແລະ ການແລກປ່ຽນ ຂໍ້ມູນຂ່າວສານ ທາງດ້ານ ນະໂຍບາຍ, ນິຕິກໍາ, ການບັງຄັບໃຊ້ກົດໝາຍ ແລະ ລະບຽບການ CITES, ການສ້າງ-ສະເໜີສ້າງ ເນື້ອໃນໃໝ່ ເພີ່ມຕື່ມ ໃສ່ບັນຊີ CITES, ຊຶ່ງລວມມີ ໄມ້, ເຄື່ອງປ່າຂອງດົງ, ສັດນໍ້າ ແລະ ສັດປ່າ ລະຫວ່າງ ສອງປະເທດ; (7) ເພີ່ມທະວີການຮ່ວມມື ໃນການຈັດຕັ້ງປະຕິບັດ ແຜນງານສາກົນ ເປັນຕົ້ນ ແຜນງານການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ, ແຜນງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ (REDD+) ແລະ ບັນດາໂຄງການ ກ່ຽວກັບ ການອະນຸລັກ ຊີວະນາໆພັນ ຕິດພັນກັບ ການເພີ່ມທະວີການຮັບມື ແລະ ຕອບໂຕ້ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ ໃຫ້ແກ່ປະຊາຊົນ ທີ່ດຳລົງຊີວິດຢູ່ໃນ ແລະ ຕິດແປະກັບປ່າໄມ້; (8) ການຮ່ວມມືທີ່ດີເລີດ ກັບອຸທິຍານຍແຫ່ງຊາດ Phong Nha Ke Bang ເພື່ອສະເໜີ ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກທາງທຳມະຊາດໂລກ ຈາກອົງການ UNESCO; (9) ຮ່ວມມືກັນຕິດຕາມ, ຮັກສາ ແລະ ຟື້ນຟູບັນດາຊີວະນາໆພັນ ທີ່ມີຄວາມສ່ຽງສູນພັນ, ຊອກຄົ້ນ, ນຳມາລ້ຽງ ແລະ ຟື້ນຟູ ແນວພັນເສົາລາ ຢູ່ເຂດສາຍພູຫຼວງຕອນກາງ ຂຶ້ນ.

ຈຸດປະສົງ ເພື່ອເພີ່ມທະວີຮັດແໜ້ນການຮ່ວມມື ທາງດ້ານວິຊາການ ກ່ຽວກັບວຽກງານປ່າໄມ້ ເປັນຕົ້ນແມ່ນ: ການແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານ ພ້ອມທັງເປັນການປະກອບສ່ວນ ການຈັດຕັ້ງປະຕິບັດສົນທິສັນຍາລະດັບພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານການປ່ຽນແປງດິນຟ້າອາກາດ, ແຜນງານການຈັດຕັ້ງປະກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າຂາຍໄມ້ ແລະ ຜະລິດຕະພັນໄມ້ (FLEGT), ການຄ້າຂາຍພືດ ແລະ ພັນສັດປ່າ ທີ່ໃກ້ຈະສູນພັນ (CITES) ແລະ ອື່ນໆ ທີ່ກ່ຽວຂ້ອງກັບຂົງເຂດປ່າໄມ້.

ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຕາງໜ້າ ສປປ ລາວ ກໍ່ຄື ກະຊວງກະສິກໍາ ແລະ ປ່າໄມ້ ລົງນາມໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້; ຕາງໜ້າ ສສ ຫວຽດນາມ ກໍ່ຄື ກະຊວງ ກະສິກໍາ ແລະ ພັດທະນາຊົນນະບົດ ລົງນາມໂດຍ ທ່ານ Nguyen Quoc Tri ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ພັດທະນາຊົນນະບົດ. ຊຶ່ງມີ ທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມດ້ວຍວິຊາການ ຂອງສອງຝ່າຍ  ແລະ ບັນດາຫົວໜ້າກອງປ້ອງກັນປ່າໄມ້ 10 ແຂວງ ຂອງ ສສ ຫວຽດນາມ ເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ດ້ວຍ.

News by: MAF Media Team

#### 📸📹🎥📽️ 📼📷#####

ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ

#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608

#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg

Official Website :www.maf.gov.la

#ໂທລະພາບແຫ່ງຊາດລາວຊ່ອງ1 ແລະ ຊ່ອງ 3

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ ພາກຄໍ່າ ເວລາ 17:45-18:15 ໂມງ;

– ວັນສຸກ ພາກເຊົ້າ ເວລາ 10:25-10:55 ໂມງ;

– ວັນອາທິດ ພາກເຊົ້າ ເວລາ 09:15-09:45 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນອາທິດ ພາກເຊົ້າ ເວລາ 06:30-07:00 ໂມງ,ພາກແລງ ເວລາ 13:10-13:40 ໂມງ ແລະ

ພາກເດິກ ເວລາ 21:25-21:55 ໂມງ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ