ຝຶກອົບຮົມ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃຫ້ຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງ ບໍ່ແກ້ວ, ຫຼວງນ້ຳທາ ແລະ ແຂວງ ອຸດົມໄຊ

ຝຶກ​ອົບ​ຮົມ ກ່ຽວ​ກັບ​ວຽກ​ງານ ຕ້ານ ແລະ ສະ​ກັດ​ກັ້ນ ການ​ຄ້າ​-ຂາຍ​ສັດ​ປ່າ ທີ່​ຜິດ​ກົດ​ໝາຍ ໃຫ້​ຄະ​ນະ​ປະ​ສານ​ງານ​ເຄືອ​ຂ່າຍ​ບັງ​ຄັບ​ໃຊ້​ກົດ​ໝາຍ ວ່າ​ດ້ວຍ​ສັດ​ນ້ຳ ແລະ ສັດ​ປ່າ ແລະ ກົດ​ໝາຍ​ວ່າ​ດ້ວຍ​ປ່າ​ໄມ້ ຂັ້ນ​ແຂວງ

(P-WEN) ແຂວງ ບໍ່​ແກ້ວ, ຫຼວງ​ນ້ຳ​ທາ ແລະ ແຂວງ ອຸ​ດົມ​ໄຊ

 

ໃນລະຫວ່າງວັນທີ 13 ຫາ 18 ມິຖຸນາ 2022. ກົມກວດກາປ່າໄມ້, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້ຈັດຝຶກອົບຮົມ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດ ໝາຍ ໃຫ້ແກ່ຄະນະປະສານ ງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດ ໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ຂຶ້ນ, ທີ່ຫ້ອງປະຊຸມໂຮງແຮມເດິ ແກຣນລີເວີຊາຍ II (The Grand Riverside II Hotel), ເມືອງ ວັງວຽງ, ແຂວງ ວຽງຈັນ. ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້, ມີຜູ້ເຂົ້າຮ່ວມຝຶກອົບຮົມ ທີ່​ມາຈາກຄະ ນະປະສານງານ ເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍ ປ່າໄມ້ ຂັ້ນແຂວງ (P-WEN) ຄື: ແຂວງ ບໍ່ແກ້ວ, ຫຼວງນ້ໍາທາ ແລະ ແຂວງ ອຸດົມໄຊ, ຕາງໜ້າຈາກກອງກວດກາປ່າໄມ້, ຂະແໜງປ່າໄມ້ ແລະ ກອງຄຸ້ມຄອງປ່າສະຫງວນ, ພະແນກຕໍາຫຼວດສິ່ງແວດລ້ອມ, ກອງກວດ ກາພາສີ, ອົງການໄອຍະການປະຊາຊົນ, ອົງການກວດກາລັດຂັ້ນແຂວງ ແລະ ຄູຝຶກຈາກອົງ ການ WWF-Laos  ແລະ ອົງການ Traffic, ເຂົ້າຮ່ວມທັງໝົດ 90 ທ່ານ, ຍິງ 11 ທ່ານ.

   

ຈຸດປະສົງຂອງການຝຶກອົບຮົມໃນ​ຄັ້ງ​ນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ແລກປ່ຽນ ບົດຮຽນ ໃຫ້ແກ່ບັນດາພາກສ່ວນ ທີ່ຢູ່ໃນຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍ ສັດນ້ໍາ ແລະ ສັດປ່າ ແລະ ກົດ ໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ກ່ຽວກັບວຽກງານ ການຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໂດຍເນັ້ນໃສ່ການການນໍາສະເໜີ ກ່ຽວກັບ ບັນຊີປະເພດສັດປ່າຫວງຫ້າມທີ່ໃກ້ຈະສູນພັນ ທີ່ນອນຢູ່ໃນສົນທິສັນຍາສາກົນ ວ່າດ້ວຍ ການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES), ການສື່ສານ, ການລັກລອບເຄື່ອນຍ້າຍສັດປ່າ, ການວາງແຜນ ແລະ ເຕັກນິກວິທີການກວດຄົ້ນພາຫະນະ ແລະ ເຄ ຫະສະຖານ, ການຄຸ້ມຄອງສະຖານທີ່ເກີດເຫດ, ການເກັບກໍາຂໍ້ມູນ ແລະ ການດໍາເນີນຄະດີສັດປ່າ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ