ການມອບອຸປະກອນການຜະລິດ ແລະ ການຝຶກອົບໃຫ້ແກ່ຊາວກະສິກອນກຸ່ມຜະລິດຜັກ 4 ບ້ານເປົ້າໝາຍ ຂອງໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ (KRC) ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ການມອບອຸປະກອນການຜະລິດ ແລະ ການຝຶກອົບໃຫ້ແ​ກ່ຊາວກະສິກອນກຸ່ມຜະລິດຜັກ 4 ບ້ານເປົ້າໝາຍ ຂອງໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ (KRCຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ໃນເດືອນ ພຶດສະພາ 2022 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ (KRC)  ຢູ່ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໄດ້ມອບອຸປະກອນການຜະລິດໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ຢູ່ໃນ 4 ກຸ່ມບ້ານເປົ້າໝາຍຂອງໂຄງການ ຄື: ບ້ານ ສິມມະໂນໃຕ້, ຊາຍຟອງ  ເໜືອ, ຫົວຫ້າ ແລະ ບ້ານ ທ່າແຂກ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານມອບໂດຍ ທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ປອ ລີ ອຶງໂຫ ຜູ້ຈັດການໂຄງການ (KRC) ນອກຈາກນັ້ນ, ກໍ່ມີຜູ້ຕາງໜ້າຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫາດຊາຍຟອງ ແລະ ຊາວກະສິກອນກຸ່ມຜະລິດຜັກ ໃນ 4 ກຸ່ມບ້ານເປົ້າໝາຍ ເຂົ້າຮ່ວມທັງໝົດ ຈໍານວນ 156 ທ່ານ, ຍິງ 45 ທ່ານ.

ອຸປະກອນທີ່ມອບໃນຄັ້ງນີ້ປະກອບມີ: ອຸປະກອນທີ່ໃຊ້ສໍາລັບການປັບປຸງດິນ ແລະ ການປ້ອງກັນກໍາຈັດແມງໄມ້ສັດຕູພືດຜັກ ເຊັນ: ອີເອັມ, ກາກນໍ້າຕານ, ຈຸລິນຊີສັງເຄາະແສງ, ເມັດພັນເຂົ້າຝ້າງ, ໂຟມເຫຼືອງ ແລະ ກາວ ລວມມູນຄ່າທັງໝົດ 33.955.000 ກີບ ໃຫ້ແກ່ຊາວກະສິກອນເພື່ອນໍາໄປຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຕຈິງຂອງຕົນເອງ ເພື່ອຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີ ແລະ ສານເຄມີປ້ອງກັນກໍາຈັດແມງໄມ້ສັດຕູພືດຜັກໃຫ້ໜ້ອຍລົງ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ.

ນອກຈາກນັ້ນ, ຍັງໄດ້ຝຶກອົບຮົມທາງດ້ານເຕັກນິກການຜະລິດຝຸ່ນບົ່ມຊີວະພາບ ແລະ ເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດຜັກ ໂດຍຄູຝຶກຈາກສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ, ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຊ່ຽວຊານຈາກປະເທດເກົາຫຼີໃຕ້.

ຈຸດປະສົງຂອງການຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກການຜະລິດທີ່ສາມາດຫຼຸດຕົ້ນທຶນການຜະລິດ ເນື່ອງຈາກວ່າການຜະລິດພືດຜັກຂອງຊາວກະສິກອນ ໃນປັດຈຸບັນມີຕົ້ນທຶນທີ່ຂ້ອນຂ້າງສູງ ໂດຍສະເພາະຕົ້ນທຶນທີ່ມາຈາກການຊື້ຝຸ່ນເຄມີ ແລະ ຢາປ້ອງກັນກໍາຈັດພະ ຍາດແມງໄມ້ສັດຕູພືດ ທີ່ມີລາຄາສູງຂຶ້ນເປັນສອງເທົ່າ, ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ເນັ້ນໃສ່ການປະຕິບັດຕົວຈິງ ແລະ ສາມາດນໍາໄປຜັນຂະຫຍາຍໄດ້  ເຊັ່ນ: ການຜະລິດຝຸ່ນບົ່ມຊີວະພາບ, ການຜະລິດເຊື້ອລາໄມໂຄລິສາ ແລະ ການຜະລິດຈຸລິນຊີສັງເຄາະແສງ ເພື່ອໃຊ້ເຂົ້າໃນການປັບປຸງດິນ, ການຜະລິດນໍ້າສະກັດຊີວະພາບຈາກໄຂ່ແດງ ແລະ ການຜະລິດກັບດັກ ເພື່ອໃຊ້ເຂົ້າໃນການປ້ອງກັນ ແລະ ກໍາຈັດແມງໄມ້ສັດຕູພືດຜັກ ທີ່ສາມາດຊ່ວຍໃຫ້ຊາວກະສິກອນສາມາດຫຼຸດຜ່ອນຕົ້ນທຶນການຜະລິດ ຈາກການນໍາໃຊ້ສານເຄມີ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນໄດ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ