ຝຶກອົບຮົມການເປັນຄູຝຶກ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ໃຫ້ພະນັກງານ ທລຍ ເມືອງ

ໃນລະຫວ່າງວັນທີ 28 ກຸມ​ພາ 2022 ຫາ 04 ມີ​ນາ 2022, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມການເປັນຄູຝຶກ ກ່ຽວກັບການຈັດຕັ້ງປະຕິບັດໂຄງການຍ່ອຍ ການນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງໃຫ້ກັບພະນັກງານ ທລຍ ເມືອງເປົ້າໝາຍຂອງໂຄງການ ທລຍ ໄລຍະເພີ່ມທຶນ, ທີ່ເມືອງ ຂວາ, ແຂວງ ຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ປອ ວົງປະພັນ ມະນີວົງ ຮອງຜູ້ອຳນວຍການ ທລຍ, ຊຶ່ງນັກສໍາມະນາກອນຈາກຫ້ອງການ ທລຍ 12 ເມືອງ ໃນ 4 ແຂວງ ຄື: ແຂວງ ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ແຂວງ ອຸດົມໄຊ; ສ່ວນຄູຝຶກແມ່ນມາຈາກ ທລຍ ສູນກາງ,  ໂຮງຮຽນວິຊາຊີບຂອງ 4 ແຂວງດັ່ງກ່າວ ແລະ ພະນັກງານ ທລຍ ຈາກແຂວງ ຫລວງພະບາງ, ຫລວງນໍ້າທາ ແລະ ແຂວງ ສາລະວັນ ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 9 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານ ທລຍ ທີ່ຮັບຜິດຊອບຈັດຕັ້ງປະຕິບັດໂຄງການຍ່ອຍ ໄດ້ຮັບຮູ້ ແລະ ເປັນເອກະພາບກັນໃນການຈັດກອງປະຊຸມ ແລະ ຝຶກອົບຮົມໃຫ້ແກ່ທີມງານບ້ານ ກ່ອນການຈັດຕັ້ງປະຕິບັດໂຄງການ ທີ່ນຳໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ໃນການຝຶກອົບຮົມ​ໃຄັ້ງ​ນີ້ ນັກ​ສຳ​ມະ​ນາ​ກອນ​ຈະ​ໄດ້​ຝຶກ​ກ່ຽວ​ກັບ: ການຮັບຮອງແບບໂຄງການຍ່ອຍ;

  • ການຮັບຮອງທີມງານຈັດຕັ້ງປະຕິບັດຂັ້ນບ້ານ (ທີມງານກໍ່ສ້າງ, ທີມງານການເງິນ, ແລະ ທີມງານຈັດຊື້);
  • ການຄັດເລືອກນາຍຊ່າງຊຸມຊົນ ແລະ ຂັ້ນຕອນການຝຶກອົບຮົມ;
  • ການຄັດເລືອກກຳມະກອນ;
  • ການຄັດເລືອກວິຊາການຕິດຕາມພາກສະໝາມ;
  • ການຝືກອົບຮົມໃຫ້ທີມງານບ້ານ ກ່ຽວກັບການຕິດຕາມການກໍ່ສ້າງ;
  • ການຝຶກອົບຮົມໃຫ້ທີມງານບ້ານ ກ່ຽວກັບການຄຸ້ມຄອງທາງດ້ານເງິນ;
  • ການຝຶກອົບຮົມໃຫ້ທີມງານບ້ານ ກ່ຽວກັບການຈັດຊື້ວັດສະດຸເຄື່ອງກໍ່ສ້າງ.

ພາຍຫຼັງທີ່ນັກສໍາມະນາກອນ ໄດ້ຝຶກອົບຮົມພາກທິດສະດີແລ້ວ ກໍ່ໄດ້ມີການລົງພາກປະຕິບັດຕົວຈິງ ຢູ່ບ້ານ ນໍ້າມ່າໃຕ້, ເມືອງ ຂວາ, ແຂວງຜົ້ງສາລີ ເຊິ່ງເຫັນໄດ້ວ່າ: ຜູ້ເຂົ້າຮ່ວມທຸກຄົນສາມາດເຂົ້າໃຈ ແລະ ຖອດຖອນເອົາບົດຮຽນຕົວຈິງ ທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ເພື່ອໄປຖ່າຍທອດໃຫ້ທີມງານບ້ານ ໃຫ້ສາມາດຈັດຕັ້ງປະຕິບັດໂຄງການຍ່ອຍ ໄດ້ດ້ວຍເຂົາເຈົ້າເອງ ໃຫ້ສຳເລັດຕາມຄາດໝາຍ ແລະ ກຳນົດເວລາ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ