ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງ ສາລະວັນ ໄດ້ສໍາເລັດການຈັດຕັ້ງປະຕິບັດ 10 ໂຄງການຍ່ອຍ ແລະ ມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້

ໃນກາງເດືອນມີນາ ປີ 2022 ທີ່ຜ່ານມາ,  ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງ ສາລະວັນ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້, ພະແນກ ແຜນການ ແລະ ການລົງທຶນ, ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກໂຍທາທິການ ແລະ ຂົນສົ່ງ, ຕະຫຼອດຮອດການນຳເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ລົງກວດກາ ແລະ ປະເມີນການກໍ່ສ້າງ 10 ໂຄງການຍ່ອຍ ພ້ອມທັງມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ.

    

ການ​ຈັດ​ຕັ້ງ​ໂຄງ​ການ​ຍ່ອຍ​ເຫຼົ່າ​ນັ້ນ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທຶນ​ສົມ​ທົບ ຈາກ​ລັດ​ຖະ​ບານ​ລາວ ໃນ​ມູນ​ຄ່າ​ທັງ​ໝົດ 2 ຕື້ກວ່າ​ກີບ, ຊຶ່ງ​ໂຄງ​ການ​ດັ່ງ​ກ່າວ​ໄດ້​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່ 02 ເມືອງ ຂອງ​ແຂວງ ສາ​ລະ​ວັນ ຄື: ເມືອງ ຕຸ້ມ​ລານ ແລະ ເມືອງ​ຕະ​ໂອ້ຍ.

  • ສຳ​ລັບ​ເມືອງ​ ຕຸ້ມ​ລານ ປະ​ກອບ​ມີ 03 ໂຄງ​ການ​ຄື:
  1. ໂຄງການປັບປຸງເສັ້ນທາງບ້ານ ສະໂນ, ກຸ່ມກົກມ່ວງ, ມີຄວາມຍາວ 3 ກິໂລແມັດກວ່າ;
  2. ໂຄງການສະໜອງອຸປະກອນຕົບແຕ່ງໂຮງຮຽນ ຈຳນວນ 70 ຊຸດ ຢູ່ບ້ານ ນາກະຕາວ, ກຸ່ມຕຸ້ມລານ
  3. ໂຄງການກໍ່ສ້າງນ້ຳບາດານໃຊ້ແສງຕາເວັນ ຈຳນວນ 4 ບໍ່ ຢູ່ 4 ຄຸ້ມ ຂອງບ້ານ ໂພນງາມ, ກຸ່ມກະແຫລງ ລວມມູນຄ່າທັງໝົດ 691.545.000 ກີບ;
  • ສຳ​ລັບເມືອງ ຕະໂອ້ຍ ປະ​ກອບ​ມີ 07 ໂຄງ​ການ ຄື:
  1. ໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ, ບ້ານ ສ້ອຍຕາມ, ກຸ່ມຕະປືນ;
  2. ໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ, ບ້ານ ລະຫາບທົ່ງ, ກຸ່ມໂຈະ;
  3. ໂຄງການກໍ່ສ້າງຊົນລະປະທານບ້ານ ປະເຕັມ, ກຸ່ມດູບ;
  4. ໂຄງການກໍ່ສ້າງຊົນລະປະທານບ້ານ ດຶກດົງ, ກຸ່ມປະໂສມ ລວມມູນຄ່າທັງໝົດ 980.430.000 ກີບ;
  • ສຳ​ລັບເມືອງ ສະໝ້ວຍ ປະກອບມີ 03 ໂຄງ​ການ ຄື:
  1. ໂຄງການກໍ່ສ້າງຊົນລະປະທານບ້ານ ອາສົກໃຫຍ່, ກຸ່ມ 3;
  2. ໂຄງການສ້ອມແປງໂຮງຣຽນປະຖົມ 3 ຫ້ອງ, ບ້ານ ພີນເບ, ກຸ່ມ 2;
  3. ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ, ບ້ານ ຕາລໍໃຕ້, ກຸ່ມ 4 ລວມມູນຄ່າທັງໝົດ 665.910.000 ກີບ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ