ປະກາດ​ແຕ່ງຕັ້ງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ ​​ແລະ ປ່າ​ໄມ້ຄົນໃໝ່

ພິທີປະກາດແຕ່ງຕັ້ງທ່ານ ດຣ ບຸນຂວາງ ຄຳບຸນເຮືອງ ແລະ ທ່ານ ທອງພັດ ວົງມະນີເປັນລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ຄົນໃໝ່ ແລະ ໃຫ້ທ່ານ ດຣ ຕີ ພົມມະ​ສັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ອອກຮັບນະໂຍບາຍບຳນານ, ພ້ອມແຕ່ງຕັ້ງທ່ານ ສົມພັນ ຈັນ​ເພັງ​ໄຊ ​ເປັນ​ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ແລະ ທ່ານຊຸ​ຊາດ ​ໄຊ​ຍະ​ກຸມມານ ​ເປັນ​ຫົວໜ້າ​ກົມ​ປ່າ​ໄມ້​ຄົນ​ໃໝ່, ໄດ້ຈັດຂຶ້ນໃນບ່າຍວັນທີ 6 ພະຈິກຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ດຣເພັດ ພົມພິພັກ ແລະ ພະນັກງານຂັ້ນນຳຂອງກະຊວງດັ່ງກ່າວ, ເພື່ອປະຕິບັດຕາມລັດຖະດຳລັດ​ຂອງ​ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ໂອ້ລົມຕໍ່ພິທີວ່າ: ຂໍໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ຄັ້ງນີ້, ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາວຽກງານໃຫ້ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ປະສົບຜົນສຳເລັດຫລາຍກວ່າເກົ່າ.

pakad-810x609

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ