ກອງປະຊຸມ ກະສິກຳ ແລະ ປ່າໄມ້ ທົ່ວປະເທດວັນທີ 16 ກັນຍາ 2014

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2014 ທີ່ສະໂມສອນໃຫຍ່ຂອງສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ແຫ່ງຊາດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຕີລາຄາການຜະລິດລະດູຝົນປີນີ້ ແລະ ກະກຽມໃສ່ການຜະລິດລະດູແລ້ງ 2015 ຂຶ້ນ, ໂດຍການເປັນປະທານຂອງທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ບັນດາຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທີ່ມາຈາກທົ່ວປະເທດເຂົ້າຮ່ວມ ທັງໜົດ 180 ທ່ານ.

ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກ່າວໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ເປັນການປຶກສາຫາລືທີ່ມີລັກສະນະວິຊາການ ແລະ ມີຄວາມສຳຄັນທີ່ຈະ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນທີ່ໄດ້ວາງໄວ້ບົນຈິດໃຈ 4 ບຸກທະລຸໃນການຜະລິດລະດູ ຝົນ ປີ 2014 ແລະ ເປັນການກະກຽມໃສ່ການຜະລິດລະດູແລ້ງ 2015 ທີ່ຈະໄດ້ດຳເນີນເປັນເວລາ 2 ວັນ (16-17 ກ�ຍຕົວຂອງຂະແໜງກະສິກຳ ແລະ ປ່າໄມ້ ສົກປີນີ້ ຢູ່ໃນລະດັບ 2,9%, ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນໄດ້ 24,4%.
ໃນນີ້ ສາມາດປູກເຂົ້າໄດ້ໃນເນື້ອທີ່ ທັງໝົດ 991.800 ເຮັກຕາ, ຄາດຄະເນຜົນຜະລິດ ປະມານ 4,0 ລ້ານໂຕນ, ຖືວ່າສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້, ດ້ວຍສະມັດຖະພາບ 4,03 ໂຕນຕໍ່ ເຮັກຕາ, ສ່ວນການຜະລິດພືດສະບຽງຕ່າງໆແມ່ນມີການຂະຫຍາຍຕົວຢ່າງເປັນຂະບວນຟົດຟື້ນ ຖ້າທຽບໃສ່ປີຜ່ານມາ ແລະ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນເປັນຕົ້ນແມ່ນການປູກສາລີຫວານ ໃນນີ້ ພົ້ນເດັ່ນກວ່າໝູ່ແມ່ນຂະບວນການຜະລິດໝາກໂມ, ໝາກເຜັດ ເພື່ອຂາຍໄປຈີນ ຢູ່ເຂດພາກເໜືອ ນອກຈາກນັ້ນ ດ້ານການລ້ຽງສັດເປັນສິນຄ້າກໍມີການຂະຫຍາຍຕົວດີ ຊຶ່ງສະແດງໃຫ້ເຫັນໃນຕົວເລກການຜະລິດຊີ້ນ ແລະ ປາລະຫວ່າງ 5-6% ຕໍ່ປີ, ໃນນີ້ ການຜະລິດໝູ ແລະ ປາກະຊັງແມ່ນເພີ່ມຂຶ້ນຢ່າງຈະແຈ້ງ ເຊັ່ນໝູ ມີ 775 ຟາມ, ສ່ວນປາກະຊັງ ມີ 5.600 ກະຊັງ ສາມາດຕອບສະໜອງປາໄດ້ 28.000 ໂຕນຕໍ່ປີ ຫຼື 76 ໂຕນັນຍາ 2014), ຊຶ່ງຜູ້ເຂົ້າຮ່ວມໃນກອງປະຊຸມ ຍັງຈະໄດ້ປະກອບຄຳຄິດເຫັນ ຢ່າງກົງໄປກົງມາເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ຂໍ້ຄົງຄ້າງ ເພື່ອເຮັດແນວໃດໃຫ້ເປັນບົດຮຽນຖອດຖອນໃຫ້ແກ່ການຜະລິດລະດູແລ້ງສົກປີໜ້ານີ້ ບັນລຸຜົນສຳເລັດ.
ທ່ານ ໄຊປະເດດ ຈຸນລະມະນີ ຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ລາຍງານວ່າ: ການຜະລິດລະດູຝົນໃນປີນີ້ ເຖິງແມ່ນວ່າສະພາບດິນຟ້າອາກາດ ຈະມີການປ່ຽນແປງກໍຕາມ ແຕ່ຂະແໜງກະສິກຳ ແລະ ປ່າໄມ້ ກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດຢ່າງຕັ້ງໜ້າ ແລະ ສາມາດຍາດໄດ້ໝາກຜົນສຳຄັນຕົ້ນຕໍແມ່ນບັນລຸຄາດໝາຍໃຫຍ່ ໂດຍ ສະເພາະການຂະຫຍາ��ໍ່ມື້,
ໃນສົກປີ 2014-2015 ກະຊວງກະ ສິກຳ ແລະ ປ່າໄມ້ ຍັງຈະເອົາໃຈໃສ່ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວໃນລະດັບ 3% ກວມປະມານ 23,7% ຂອງໂຄງປະກອບເສດຖະກິດແຫ່ງຊາດ, ໃນນັ້ນ ສູ້ຊົນຜະລິດເຂົ້າເປືອກໃຫ້ໄດ້ 4,2%, ຊີ້ນ-ປາ 53 ກິໂລຕໍ່ຄົນຕໍ່ປີ, ກຳນົດເຂດຟື້ນ ຟູນອກເຂດປ່າຜະລິດໃຫ້ໄດ້ 60.000 ເຮັກຕາ, ໃນເຂດປ່າຜະລິດ 120.000 ເຮັກຕາ ແລະ ປູກໄມ້ໃຫ້ໄດ້ 30.000 ເຮັກຕາ, ສູ້ຊົນສະໜອງນ້ຳຮັບໃຊ້ການຜະລິດລະດູແລ້ງ 185.000 ເຮັກຕາ, ໃນນີ້ ນາແຊງ 135.000 ເຮັກຕາ ແລະ ຮັບໃຊ້ການປູກພືດ 50.000 ເຮັກຕາ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ