ບົດຂ່າວອຸຕຸກະເສດປະຈໍາອາທິດທີ່ 27 ທັນວາ 2021 ຫາ ວັນທີ 2 ມັງກອນ 2022
ຜົນການພະຍາກອນອາກາດ 03 ເດືອນຂ້າງໜ້າ ( ທັນວາ 2021 ຫາ ກຸມພາ 2022) ຈາກລະບົບອຸຕຸກະເສດແຫ່ງ ສປປ ລາວ ໄດ້ຊີ້ໃຫ້ເຫັນວ່າ: ບັນດາແຂວງດ້ານຕາເວັນຕົກສຽງເໜືອ ແລະ ບາງແຂວງພາກກາງ (ແຂວງ ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ,ໄຊຍະບູລີ, ແຂວງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ) ມີສະພາບອຸນຫະພູມສູງກວ່າ ເມື່ອທຽບໃສ່ເກນປົກກະຕິ. ເຊິ່ງໃນນີ້ 2 ແຂວງ ຄື: ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ແມ່ນມີຜົນຄາດຄະເນອຸນ ຫະພູມຕໍ່າກວ່າ ເມື່ອທຽບໃສ່ເກນປົກກະຕິ ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະຕິ.
ຈາກຜົນຊີ້ວັດດັດສະນີຄວາມສ່ຽງອຸຕຸກະເສດໃນເດືອນ ທັນວາ 2021 ຊີ້ໃຫ້ເຫັນວ່າ: ແຂວງ ເຊກອງ ແມ່ນມີ ຄວາມສ່ຽງລະດັບປານກາງ ແນະນຳໃຫ້ປະຊາຊົນເອົາໃຈໃສ່ເຝົ້າລະວັງການລະບາດ, ສ່ວນພະຍາດພືດແມ່ນບໍ່ມີຄວາມສ່ຽງ, ສໍາລັບຄວາມສ່ຽງຝົນຕົກໜັກແມ່ນຢູ່ ແຂວງ ຜົ້ງສາລີ ຄາດຄະເນມີຄວາມສ່ຽງລະດັບປານກາງ, ດັ່ງນັ້ນ ໃຫ້ປະຊາຊົນມີສະຕິເຝົ້າລະ ວັງຄວາມສ່ຽງຕໍ່ພຶດ ແລະ ສັດ.
ຈາກຜົນການແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແນະນໍາວ່າ: ໃນໄລຍະ ວັນທີ 27 ຫາ 28 ທັນວາ 2021 ມວນອາກາດໜາວເຢັນຈາກປະເທດຈີນ ມີກຳລັງແຮງແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ, ດ້ວຍກໍາລັງ ປານກາງ ຫາ ແຮງ, ພ້ອມດຽວກັນນັນ ລົມມໍລະສຸມຕາເວັນອອກສຽງເໜືອ ພັດມາປົກຄຸມເປັນສ່ວນໃຫ່ຍ ເຊິ່ງເຮັດໃຫ້ ອຸນຫະພູມຫຼຸດລົງ 1 ຫາ 2 ອົງສາ, ອາກາດໜາວເຢັນລົງຕື່ມ, ມີໝອກປົກຫຸ້ມໃນຕອນເຊົ້າ ແລະ ອາກາດໜາວເຢັນຢູ່ແຕ່ລະພາກ. ໂດຍສະເພາະຢູ່ ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດໜາວເຢັນ, ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.
ບົດພະຍາກອນອຸຕຸກະເສດ ປະຈໍາອາທິດທີ 1 ຂອງເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ, ຄາດຄະເນໃນໄລຍະວັນທີ 27 ທັນວາ 2021 ຫາ 2 ມັງກອນ 2022: ສຳລັບເຂົ້ານາແຊງ ແມ່ນໃຫ້ປະຊາຊົນເອົາໃຈໃສ່ ຕໍ່ຄວາມສ່ຽງອາກາດ ໜາວເຢັນ, ການຫົດນ້ຳ ແລະ ປົກຄຸມໜານຜັກດ້ວຍເສດພຶດ ຈະຊ່ວຍຫຼູດຄວາມເສຍຫາຍຈາກອາກາດເຢັນໄດ້ ເພີ່ມທະວີຕິດຕາມເຝົ້າລະວັງ ແລະ ນຳໃຊ້ມາດຕະການທີ່ ເໝາະສົມ ສຳລັບເພ້ຍຈັກຈັ່ນສີນ້ຳຕານ ທີ່ມີຄວາມສ່ຽງລະດັບປານກາງ ຫາ ສູງ. ສວ່ນເມືອງອື່ນໆ ແມ່ນສາມາດເຂົ້າໄປເບິ່ງໄດ້ໃນລະບົບລັກຊາ ຕາມທີ່ຢູ່ຂ້າງລຸ່ມນີ້.
ຂໍ້ມູນເພີ້ມເຕີມ:
ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານ ໃນ ສປປ ລາວ (SAMIS).
ທີ່ຢູ່ເວັບໄຊ້ຫຼັກຊາ: www.lacsa.net
ລະບົບເອບປຼີເກເຊີນ ແອນດຼອຍ: https://play.google.com/store/apps/details?id=com.fao.lacsa_app