ການນຳໃຊ້ທີ່ດິນ ໃນຂອບເຂດທົ່ວປະເທດ

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ (ໂຄງການ ຊາມິສ).  ໂດຍການສະໜັບສະໜູນທຶນຈາກ ອົງການສິ່ງແວດລ້ອມໂລກ (GEF). ໄດ້ພັດທະນາ ແລະ ປັບປຸງແບບຟອມສຳລັບເກັບກຳຂໍ້ມູນການນຳໃຊ້ທີ່ດິນ ໃນຂອບເຂດທົ່ວປະເທດ ພ້ອມທັງຄຳອະທິບາຍລາຍລະອຽດຕ່າງໆ ໃນການເກັບກຳຂໍ້ມູນຢ່າງລະອຽດ ເພື່ອສົ່ງແບບຟອມດັ່ງກ່າວໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ສົ່ງຕໍ່ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃນຂອບເຂດທົ່ວປະເທດ ເປັນຜູ້ເກັບກຳຂໍ້ມູນຕາມສະພາບເງື່ອນໄຂຕົວຈິງຂອງຕົນໃສ່ໃນແບບຟອມ ເຊິ່ງວິຊາການຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ອະທິບາຍ ແລະ ແນະນຳເພິ່ມຕື່ມໃນແຕ່ລະແບບສອບຖາມ ໃຫ້ແກ່ພະນັກງານວິຊາການຂັ້ນແຂວງ ແລະ ເມືອງ ກ່ອນດຳເນີນການເກັບກຳຂໍ້ມູນ. ພາຍຫຼັງສຳເລັດໃນການເກັບກຳຂໍ້ມູນແລ້ວ ທີມງານຂັ້ນສູນກາງໄດ້ສັງລວມ ແລະ ກວດກາຄຸນະພາບຂອງຂໍ້ມູນໃນແຕ່ລະແບບຟອມ ເພື່ອຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ ເພື່ອສ້າງເປັນແຜນທີ່ປະເພດການນຳໃຊ້ດິນ ປະກອບດ້ວຍພືດອາຍຸສັ້ນ ແລະ ອາຍຸຍາວ ຫຼາຍກວ່າ 94 ປະເພດ ໂດຍມີບັນດາປັດໄຈຕ່າງໆ ເຊັ່ນ: ຕົ້ນທຶນການຜະລິດ, ການໃຊ້ແຮງງານ, ຂະໜາດ​ຂອງພື້ນທີ່, ຕົ້ນ​ທຶນແຮງງານ, ທິດທາງການຕະຫຼາດ, ຄວາມຮູ້ທາງດ້ານເຕັກນິກ ແລະ ລະດັບການຈັດການ (ສູງ, ປານກາງ ແລະ ຕໍ່າ).

ເຊິ່ງຂໍ້ມູນແຜນທີ່ດັ່ງກ່າວ ສາມາດເຂົ້າເບິ່ງ ແລະ ດາວໂຫຼດເອົາຂໍ້ມູນ ໄດ້ທີ່ເວບໄຊ໌ ລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS). ໃນອານາຄົດແມ່ນສາມາດເຂົ້າເຖິງໄດ້ໂດຍຜ່ານທາງໂມບາຍໂ​ຟນ. ຂໍ້ມູນແຜນທີ່ທີ່ສາ້ງຂຶ້ນນີ້ເປັນຂໍ້ມູນພື້ນຖານ​ ທີ່ມີຄວາມຈຳເປັນ ແລະ ສຳຄັນຫຼາຍ ໃຫ້ແກ່ການວາງແຜນສຳລັບການລົງທຶນປູກພືດແຕ່ລະຊະນິດ ໃນແຕ່ລະພື້ນທີ່ໃນຂອບເຂດທົ່ວປະເທດ.

 

ຂໍ້ມູນເພີ້ມເຕີມ:

ລະບົບການຄຸ້ມຄອງຊັບພະຍາກອນດິນ ແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ໂດຍຜ່ານໂຄງການ ສ້າງຄວາມເຂັ້ມແຂງລະບົບຕິດຕາມຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕເຂົ້າກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານຢູ່ໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ລະບົບການຄຸ້ມຄອງຊັບພະຍາກອນດິນ:  https://lrims-dalam.net/?thematic=aez

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ