ບົດຂ່າວອຸຕຸກະເສດປະຈຳອາທິດທີ່ 20-26 ທັນວາ 2021
ຜົນການພະຍາກອນສາມເດືອນຂ້າງໜ້າ (12/2021 ຫາ 2/2022) ຈາກລະບົບອຸຕຸກະເສດແຫ່ງ ສປປ ລາວ ໄດ້ຊີ້ໃຫ້ເຫັນວ່າ: ບັນດາແຂວງດ້ານຕາເວັນຕົກສຽງເໜືອ ແລະ ບາງແຂວງພາກກາງ (ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ) ມີສະພາບອຸນຫະພູມສູງກວ່າ ເມື່ອທຽບໃສ່ເກນປົກກະຕິ ແລະ 2 ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ແມ່ນມີຜົນຄາດຄະເນອຸນຫະພູມຕ່ຳກ່ວາເມື່ອທຽບໃສ່ເກນປົກກະຕິ, ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະຕິ. ຜົນການຄາດຄະເນ່ຂອງ ນ້ຳຝົນແມ່ນຊີ້ໃຫ້ເຫັນວ່າ 3 ແຂວງພາກໃຕ້ ເຊັ່ນ: ແຂວງ ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ມີຜົນຄາດ ຄະເນນ້ຳຝົນຫຼາຍກວ່າ ເມື່ອທຽບໃສ່ເກນປົກກະຕິ, ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະຕິ.
ຈາກຜົນການຊີ້ວັດຈາກດັດສະນີຄວາມສ່ຽງອຸຕຸກະເສດ ໃນເດືອນທັນວາ 2021 ຊີ້ໃຫ້ເຫັນວ່າ: ແຂວງ ເຊກອງ ແມ່ນມີຄວາມສ່ຽງລະດັບປານກາງ ແນະນຳໃຫ້ປະຊາຊົນເອົາໃຈໃສ່ເຝົ້າລະວັງ ການລະບາດຂອງພະຍາດສັດ, ສ່ວນພະຍາດພືດແມ່ນບໍ່ມີຄວາມສ່ຽງ, ສຳລັບຄວາມສ່ຽງຝົນຕົກໜັກ ຄື: ແຂວງ ຜົ້ງສາລີ ແລະ ແຂວງ ຫົວພັນ ຄາດຄະເນມີຄວາມສ່ຽງລະດັບປານກາງ ດັ່ງໃຫ້ປະຊາຊົນມີສະຕິເຝົ້າລະວັງຄວາມສ່ຽງຕໍ່ພືດແລະສັດ.
ຈາກຜົນການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແນະນຳວ່າ ໃນໄລຍະຕົ້ນອາທິດວັນທີ່ 20 ຫາ 22 ທັນວາ 2021 ມວນອາກາດໜາວເຢັນຈາກປະເທດຈີນມີກຳລັງແຮງແພ່ລົງມາປົກຄຸມຢູ່ທຸກພາກຂອງ ປະເທດລາວ ສົມທົບກັບລົມມໍລະສຸມຕາເວັນອອກສຽງເໜືອພັດມາປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 2 ຫາ 4 ອົງສາ ພ້ອມມີໜອກປົກຫຸ້ມໃນຕອນກາງຄືນ ແລະ ຕອນເຊົ້າ ຢູ່ທົ່ວທຸກພາກ ຂອງລາວ. ໂດຍສະເພາະແມ່ນເຂດພູດອຍ ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ພູພຽງບໍລະເວນ ຈະມີອາກາດໜາວເຢັນ ຫາ ໜາວຫຼາຍ.
ບົດພະຍາກອນອຸຕຸກເສດປະຈຳອາທິດທີ 52 ຂອງເມືອງ ປາກຊ່ອງ, ແຂວງ ຈຳປາສັກ ໄລຍະ 20-26 ທັນ ວາ 2021 ແມ່ນໃຫ້ປະຊາຊົນເອົາໃຈໄສ່ຕິດຕາມ ແລະ ນຳໃຊ້ມາດຕະການອັນເໜາະສົມ ກ່ຽວກັບສະພາບອາ ກາດໜາວ ເຢັນແກ່ສວນກາເຟ ພ້ອມດຽວກັນນັ້ນ ກໍ່ໃຫ້ເຝົ້າລະວັງ ແລະ ນຳໃຊ້ມາດຕະການອັນເໜາະສົມ ສຳລັບ ມອດເຈາະໜາກກາເຟ ທີ່ພະຍາກອນຄວາມສ່ຽງໃນລະດັບສູງ. ສ່ວນແຂວງ ຜົ້ງສາລີ ແມ່ນບໍ່ມີຄວາມສ່ຽງ ນອກຈາກຝົນຕົກໜັກ.
ຂໍ້ມູນເພີ້ມເຕີມ:
ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).
ທີ່ຢູ່ເວັບໄຊ້ຫຼັກຊາ:
www.lacsa.net
ລະບົບເອບປຼີເກເຊີນແອນດຼອຍ: https://play.google.com/store/apps/details?id=com.fao.lacsa_app
ລະບົບເອບປຼີເກເຊີນ ແອບໂປ້:
https://apps.apple.com/sg/app/lacsa/id1573693442
ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່:
https://www.facebook.com/samisdmh.