ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະທີມງານຈາກທະນາ ຄານພັດທະນາອາຊີ (ADB)

ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະທີມງານຈາກທະນາ ຄານພັດທະນາອາຊີ (ADB)

ໃນວັນທີ 3 ກຸມພາ 2023ທີ່ຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢ້ຽມຂໍ່ານັບ ຂອງຄະນະທີມງານຈາກທະນາ ຄານພັດທະນາອາຊີ (ADB) ເຊິ່ງນຳໂດຍ ທ່ານ ນ. ໂຊໂນມິ ທະນາກະ ອຳນວຍການຫ້ອງການ ADB ປະຈຳ ສປປ ລາວ.

ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອລາຍງານການເຂົ້າພົບອົງການທີ່ເຮັດວຽກກ່ຽວກັບຂະ   ແໜງການດ້ານສັງຄົມ ຂອງລັດຖະບານ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບສະພາບການ ແລະ ສິ່ງທ້າທາຍທີ່ພົບພໍ້ໃນປະຈຸບັນຂະຂະແໜງການດັ່ງກ່າວ; ການລົງຢ້ຽມຢາມພາກສະໜາມ ໃນຂະແໜງການການທີ່ກ່ຽວ ຂ້ອງ ເຊັ່ນ: ຢ້ຽມຢາມວິທະຍາໄລເຕັກນິກວິຊາຊີບ ແລະ ອາຊີວະສຶກສາ ແລະ ບັນດາໂຮງໝໍແຂວງ. ໂດຍສະ ເພາະ ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນຊົນນະບົດ (ລພຊ) ທີ່ ADB ໄດ້ໃຫ້ ການສະໜັບສະໜູນດ້ານງົບປະມານ ເຊິ່ງໂຄງການດັ່ງກ່າວ ເປັນການເຮັດວຽກຮ່ວມກັບຫຼາຍຂະແໜງການ (ໜຶ່ງແຜນງານຫຼາຍຂະແໜງການ). ໃນປີ 2022 ສາມາດຈັດຕັ້ງປະຕິບັດໂຄງການໄດ້ທັງໝົດ 129 ກິດຈະກໍາ (ອົງປະອບທີ 1: ພັດທະນາອົງປະກອບພື້ນຖານ ຂອງລະບົບການປົກປ້ອງທາງສັງຄົມ, ອົງປະກອບທີ 2: ການໂອນເງິນໃຫ້ແມ່ຍິງຖືພາ ແລະ ແມ່ລູກອ່ອນ (ລູກອາຍຸ 2 ປີລົງມາ) ແລະ ອົງປະກອບທີ 3: ການຄຸ້ມຄອງໂຄງການ, ປະສານງານ ແລະ ຕິດຕາມປະເມີນຜົນ). ນອກຈາກນີ້, ໂຄງການມີແຜນຈະຂະຫຍາຍພື້ນທີ່ການຈັດຕັ້ງປະຕິບັດໂຄງການອອກໄປຕື່ມ.

ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍ້ອງຍໍຊົມເຊີຍ ແລະ ກ່າວຂອບໃຈ ທີ່ ADB ໄດ້ໃຫ້ການສະໜັບສະໜູນກະຊວງກະສິກຳ ແລະ ປ່າໄມ້ ແລະ ຂໍໃຫ້ ADB ໃຫ້ການສະ   ໜັບສະໜູນວຽກງານຂອງຂະແໜງການກະສິກຳ ແລະ ປ່າໄມ້ຕໍ່ໄປ ເພື່ອໃຫ້ປະຊາຊົນມີຜົນປະໂຫຍດ, ມີໂພຊະນາການ ແລະ ສ້າງລາຍຮັບໃຫ້ກັບປະຊາຊົນ. ໃນການຂະຫຍາຍພື້ນທີ່ໂຄງການແມ່ນເຫັນດີ ແລະ ພ້ອມໃຫ້ການສະໜັບສະໜູນ ແລະ ຢາກໃຫ້ມີການສຶກສາເກັບກຳຂໍ້ມູນໃຫ້ລະອຽດ ວ່າຄວນຈັດຕັ້ງປະຕບັດຢູ່ແຂວງໃດ ໂດຍອີງໃສ່ດຳລັດ 348/ລບ ເພື່ອໃຫ້ໂຄງການບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ