ຄຳໂອ້ລົມ ຂອງທ່ານ ປອ ເພັດ ພົມພີພັກ ໃນກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ໃນວັນທີ 6 ກຸມພາ 2023

ຄຳໂອ້ລົມ ຂອງທ່ານ ປອ ເພັດ ພົມພີພັກ ໃນກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ໃນວັນທີ 6 ກຸມພາ 2023

ໃນກອງປະຊຸມ ສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ຄັ້ງວັນທີ 6 ກຸມພາ 2023, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ດັ່ງນີ້:

 

  1. ໃຫ້ຮີບຮ້ອນປັບປຸງຄືນ ຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ຂອງ ສປປ ລາວ ເພືີ່ອເປັນພື້ນຖານໃນການກໍານົດທິດທາງ ໃນການພັດທະນາຂະແໜງປ່າໄມ້ ຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງເປັນບ່ອນອີງໃຫ້ຂະແໜງການອືີ່ນ ແລະ ອົງການປົກຄອງທ້ອງຖິີ່ນທີີ່ກ່ຽວຂ້ອງ ນໍາໄປຜັນຂະ ຫຍາຍໃຫ້ແທດເໝາະກັບຂະແໜງການ ແລະ ທ້ອງຖິ່ນຂອງຕົນ, ປັບປຸງແຜນແມ່ບົດ ການປູກໄມ້ ແລະ ເຄືີ່ອງປ່າຂອງດົງແຫ່ງຊາດ ໂດຍສຸມໃສ່ພັດທະນາຖານຂໍ້ມູນ ແລະ ສ້າງແຜນທີີ່ ເຂດປ່າເສືີ່ອມໂຊມ ແລະ ປອກໂຫຼ້ນ ຢູ່ໃນ ແລະ ນອກ ຂອງ 3 ປະເພດປ່າ ແຕ່ລະໄລຍະ;
  2. ໃຫ້ຄົົ້ນຄວ້າ ສ້າງ ແລະ ປັບປຸງ ນິຕິກໍາຕ່າງໆ ລຸ່ມກົດໝາຍ ເພືີ່ອເປັນບ່ອນອີງ ແລະ ສະໜັບສະໜຸນ ວຽກງານແຕ່ລະດ້ານໃຫ້ລະອຽດ, ຄົບຖ້ວນ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງໃນການພັດທະນາຂອງປະເທດເຮົາ ພ້ອມທັງໃຫ້ແບ່ງຂັ້ນຄຸ້ມຄອງ ແບ່ງຄວາມຮັບຜິດຊອບ ລະຫວ່າງ ສູນກາງ ແລະ ທ້ອງຖິີ່ນ ແຕ່ລະຂັ້ນ, ມອບໝາຍໜ້າທີີ່ໃຫ້ແຕ່ລະບຸກຄົນໃຫ້ລະອຽດຈະແຈ້ງ ມີການກວດກາ ຕິດຕາມ ຊຸກຍູ້ ເພືີ່ອປັບປຸງໃຫ້ສອດຄ່ອງກັບສະພາບການຕົວຈິງ, ຮັບປະກັນໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ມີຄຸນນະພາບ;
  3. ໃຫ້ສືບຕໍ່ປັບປຸງ ກົງຈັກການຈັດຕັ້ງຂອງຂະແໜງປ່າໄມ້ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິີ່ນ ໃຫ້ຄົບຖ້ວນ ຖືກຕ້ອງ ແລະ ສອດຄ່ອງກັບສະພາບເງືີ່ອນໄຂຂອງແຕ່ລະທ້ອງຖິີ່ນ, ປັບປຸງແບບແຜນວິທີເຮັດວຽກ, ປະຕິບັດໜ້າທີີ່ວິຊາສະເພາະຕາມແຜນງານຂອງຕົນ ໃຫ້ມີຜົນສໍາເລັດ, ເປັນເສນາທິການອັນແທ້ຈິງ ໃຫ້ແກ່ການນໍາທຸກຂັ້ນ ໃນການຄຸ້ມຄອງ, ປັກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ພ້ອມທັງໃຫ້ຫັນເອົາພະນັກງານປ່າໄມ້ລົງໄປຢູ່ເຂດປ່າສະຫງວນ ແລະ ປ່າຜະລິດ ເພືີ່ອເຮັດວຽກຕາມພາລະບົດບາດທີີ່ໄດ້ກໍານົດ ແລະ ຫັນເອົາພະນັກງານກວດກາປ່າໄມ້ ລົງໄປປະຈໍາຢູ່ແຕ່ລະເຂດຂອງປ່າໄມ້;
  4. ສືບຕໍ່ກໍານົດເຂດປ່າປ້ອງກັນ ລະດັບຊາດ, ແຂວງ, ເມືອງ ແລະ ບ້ານ ໃຫ້ໄດ້ 8,2 ລ້ານເຮັກຕາ ເພືີ່ອສະເໜີລັດຖະບານ ແລະ ອົງການປົກຄອງທ້ອງຖິີ່ນ ຮັບຮອງ, ສ້າງແຜນຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ແບບຍືນຍົງ ເຊິີ່ງມາຮອດປັດຈຸບັນນີ້ ລັດຖະບານກໍ່ໄດ້ຮອງຮັບເອົາແລ້ວ 5 ເຂດ ໃນເນື້ອທີີ່ 715.000 ເຮັກຕາ;
  5. ສືບຕໍ່ຕິດປ້າຍ ແລະ ປັກຫຼັກໝາຍຂອບເຂດປ່າໄມ້ ໂດຍສະເພາະຈຸດທີີ່ຫຼໍ່ແຫຼມ ເພືີ່ອໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮັບຮູ້ ແລະ ຊ່ວຍປ້ອງກັນການບຸກລຸກ ທໍາລາຍປ່າໄມ້ ແລະ ທີີ່ດິນປ່າໄມ້;
  6. ສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມກັບ ພາກສ່ວນທີີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກໍານົດຂອບເຂດການນໍາໃຊ້ທີີ່ດິນ ຂອງ 3 ປະເພດປ່າໃນທົົ່ວປະເທດ ເພືີ່ອເພີີ່ມທະວີວຽກງານຄຸ້ມຄອງ ແລະ ພັດ ທະນາທີີ່ດິນໃນໄລຍະໃໝ່ ຕາມມະຕິ 026/ຄບສພ;
  7. ສືບຕໍ່ຍູ້ແຮງ ວຽກງານສົົ່ງເສີມການປູກໄມ້ ແລະ ເຄືີ່ອງປ່າຂອງດົງ ເປັນສິນຄ້າ ແລະ ສະໜອງວັດຖຸດິບ ໃຫ້ໂຮງງານອຸດສາຫະກໍາປຸງແຕ່ງ ຕາມທິດຫັນເປັນອຸດສາຫະກໍາ, ນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ທີີ່ທັນສະໄໝ ແນໃສ່ຮັບປະກັນການປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ຮັບໃຊ້ພາຍໃນ ແລະ ສົົ່ງອອກ ໂດຍສຸມໃສ່ ທົບທວນ ແລະ ປັບປຸງ ນະໂຍບາຍ, ນິຕິກໍາ ແລະ ກົນໄກ ການອະນຸມັດ ການລົງທຶນດໍາເນີນທຸລະກິດປູກໄມ້ ແລະ ເຄືີ່ອງປ່າຂອງດົງ, ສົົ່ງເສີມທຸລະກິດປູກໄມ້ຮູບແບບການລົງທຶນ ລະຫວ່າງ ລັດ-ເອກະຊົນ-ປະຊາຊົນ, ຮູບແບບສະຫະກອນ ແລະ ຮູບແບບການລົງທຶນອຶີ່ນໆທີີ່ມີປະສິດທິຜົນ;

– ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ຕ້ອງເປັນເຈົົ້າການໃນການຊຸກຍູ້ສະໜັບສະໜູນ ແລະ ແກ້ໄຂບັນຫາທີີ່ຍັງເປັນສິີ່ງອຸດຕັນ ໃນຂະບວນການ ແລະ ຂັ້ນຕອນການສົົ່ງເສີມການປູກໄມ້ເປັນສິນຄ້າ ຂອງຜູ້ປະກອບການ ນັບແຕ່ຂອດການສໍາຫຼວດ ຈົນຮອດ ການກະກຽມປູກໄມ້ ແລະ ບົວລະບັດຮັກສາ ແນໃສ່ ສາມາດສະໜອງວັດຖຸດິບ ໃຫ້ແກ່ການປຸງແຕ່ງພາຍໃນໃຫ້ພຽງພໍ ເພືີ່ອຫຼຸດຜ່ອນການນໍາເຂົົ້າວັດຖຸດິບໄມ້;

  1. ເພີີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດ ກົດໝາຍ ແລະ ລະບຽບການ ກ່ຽວກັບ ປ່າໄມ້ ແລະ ທີີ່ດິນປ່າໄມ້, ໂດຍສະເພາະການປະຕິບັດມາດຕະການຕໍ່ຜູ້ລະເມີດຕໍ່ກົດໝາຍ ແລະ ຄໍາສັ່ງ ສະບັບເລກທີ 15/ນຍ ແນໃສ່ເຮັດໃຫ້ສະພາບການບຸກລຸກປ່າໄມ້, ການລັກລອບຕັດໄມ້, ການເຄືີ່ອນຍ້າຍໄມ້, ສົົ່ງອອກໄມ້, ຊື້ຂາຍ ໄມ້, ສັດນໍໍ້າ-ສັດປ່າ, ເຄືີ່ອງປ່າຂອງດົງ ແລະ ຜະລິດຕະພັນໄມ້ ທີີ່ບໍ່ຖືກກົດໝາຍ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ຢຸດຕິຢ່າງເດັດຂາດ;
  2. ໃຫ້ກໍານົດ ມາດຕະການຕ້ານ ແລະ ສະກັດກັ້ນ ການບຸກລຸກ ແລະ ທໍາລາຍປ່າໄມ້ ເຊັ່ນ:

– ຄົົ້ນຄວ້າໃຫ້ລະອຽດ ແລະ ກໍານົດມາດຕະການ ການເພີີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີີ່ດິນປ່າໄມ້ ແລ້ວໃຫ້ສະເໜີລັດຖະບານ ອອກເປັນຄໍາສັ່ງສະເພາະ (ລັກສະ ນະຄືກັບຄໍາສັ່ງ ເລກທີ 15/ນຍ);

      

– ເອົາໃຈໃສ່ວຽກງານຈັດສັນທີີ່ດິນໃຫ້ປະຊາຊົນ ຄຸ້ມຄອງ ແລະ ນໍາໃຊ້ ເຂົົ້າໃນການຜະລິດກະສິກໍາ ເປັນສິນຄ້າ ກໍ່ຄືການປັບປຸງຊີວິດການເປັນຢູ່ ຕິດພັນກັບການເຮັດໜ້າທີີ່ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ ເຊັ່ນ: ການປູກພືດກະສິກໍາ, ລ້ຽງສັດ, ປູກຕົົ້ນໄມ້, ເຄືີ່ອງປ່າຂອງດົງ ແລະ ຫັດຖະກໍາ ໃຫ້ປະຊາຊົນບັນດາເຜົົ່າ ທີີ່ອາໄສຢູ່ໃນເຂດປ່າໄມ້ ຕິດພັນກັບການຢຸດຕິບັນຫາການເຄືີ່ອນຍ້າຍແບບຊະຊາຍຂອງພົນ ລະເມືອງ ເຂົົ້າໄປຕັ້ງຖິີ່ນຖານຢູ່ໃນເຂດທີີ່ດິນປ່າໄມ້ ເພືີ່ອເປົົ້າໝາຍຢຸດຕິການຖາງປ່າເຮັດໄຮ່ ແບບເລືີ່ອນລອຍ ຕາມທີີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການຈັດສັນ ພູມລໍາເນົາ ແລະ ອາຊີບ ສະບັບເລກທີ 45/ສພຊ, ລົງວັນທີ 15 ມິຖຸນາ 2019 ແລະ ແຜນແມ່ບົດຈັດສັນທີີ່ດິນແຫ່ງຊາດ;

  1. ຈັດສັນແຫຼ່ງວັດຖຸດິບ ໃຫ້ສອດຄ່ອງກັບຕ່ອງໂສ້ການຜະລິດ, ສົົ່ງເສີມການປຸງແຕ່ງໄມ້ປູກ, ຢາງພາ ລາ ແລະ ເຄືີ່ອງປ່າຂອງດົງ ເພືີ່ອສ້າງຜະລິດຕະພັນ ສໍາເລັດຮູບ ຫຼາຍຮູບແບບ ເພືີ່ອສົົ່ງອອກ ໃຫ້ໄດ້ເພີີ່ມຂຶ້ນເລື້ອຍໆ, ພ້ອມທັງ ໃຫ້ຮີບຮ້ອນສືບຕໍ່ກວດກາຄືນໂຮງງານອຸດສາຫະກໍາປຸງແຕ່ງໄມ້ ເພືີ່ອດັດສົມໂຮງງານໃຫ້ເຂັ້ມ ແຂງ ແລະ ສົມດຸນກັບການສະໜອງວັດຖຸດິບດ້ານໄມ້;
  2. ເພີີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດ ກົດໝາຍ ແລະ ສົນທິສັນຍາສາກົນ ທີີ່ ສປປ ລາວ ເປັນພາຄີ ແລະ ດໍາເນີນມາດຕະການຕໍ່ຜູ້ກະທໍາຜິດ ໃຫ້ໄປຕາມຂັ້ນຕອນ ຂອງຂະບວນການຍຸຕິທໍາ ແນໃສ່ ປ້ອງກັນ ແລະ ສະກັດກັ້ນ ການບຸກລຸກ ແລະ ທໍາລາຍ ຊັບພະຍາກອນປ່າໄມ້;
  3. ປັບປຸງ ລະບົບການຕິດຕາມ ກວດກາ ການບຸກລຸກ ແລະ ທໍາລາຍຊັບພະຍາກອນປ່າໄມ້ ໃຫ້ມີປະ ສິດທິພາບ; ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ, ອົງການສືບສວນ-ສອບສວນ ຂອງເຈົົ້າໜ້າທີີ່ກ່ຽວ ຂ້ອງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນ ພ້ອມທັງປັບປຸງ ລະບົບການປະສານງານ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍ ສັດນໍໍ້າ, ສັດປ່າ ເເລະ ປ່າໄມ້ ໃນພາກພື້ນ ແລະ ສາກົນ ເພືີ່ອສະກັດກັ້ນ ແລະ ຕ້ານ ອາຊະຍາກໍາໄມ້, ສັດນໍໍ້າສັດປ່າ ແລະ ພືດປ່າ ພາຍໃນ ແລະ ຂ້າມຊາດ ແລະ ປະຕິບັດມາດຕະການ ຕໍ່ຜູ້ລະເມີດ ກົດໝາຍ ຕາມຂະບວນການຍຸຕິທໍາ;
  4. ສືບຕໍ່ກໍ່ສ້າງພະນັກງານ, ບຸກຄະລາກອນ, ວິຊາການສະເພາະດ້ານ ໃຫ້ມີຈັນຍາບັນຕໍ່ວິຊາຊີບຂອງຕົນຊຸກຍູ້ສົົ່ງເສີມ, ພັດທະນາ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຍົກລະດັບວິຊາສະເພາະ, ຄົົ້ນຄວ້າ ວິທະຍາ ສາດ ເພືີ່ອພັດທະນາຕົນເອງ ພັດທະນາອົງກອນ ໃຫ້ສູງຂຶ້ນ.
ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ