ຂ່າວ

1 3 4 5 6 7 45

ກອງປະຊຸມ ຄະນະຊີ້ນໍາໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ

ກອງປະຊຸມ ຄະນະຊີ້ນໍາໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ

ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຊຶ່ງຈັດຕັ້ງປະຕິບັດ ໂດຍກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ໄດ້ຮັບທຶນສະໜັບສະໜູນໂດຍອົງການ ຮ່ວມມືສາກົນປະເທດຢີ່ປຸ່ນ JICA. ຈຸດປະສົງຂອງໂຄງການ ເພື່ອສະໜັບສະໜູນການກະກຽມແຜນແມ່ບົດ (MP) ເພື່ອສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານ (ຂັ້ນຕອນການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດ) ເພື່ອຕອບສະ   ໜອງກັບຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ປະກອບສວ່ນ ເຂົ້າໃນການຊຸກຍູ້ກະສິກໍາການຄ້າ ແລະ ກະສິກໍາແບບຫັນໃສ່ຕະຫຼາດ. Continue reading

ພິທີ ປິດຝຶກອົບຮົມ ນະໂຍບາຍດ້ານກະສິກໍາ ແລະ ພັດທະນາຊົນນະບົດ

ພິທີ ປິດຝຶກອົບຮົມ ນະໂຍບາຍດ້ານກະສິກໍາ ແລະ ພັດທະນາຊົນນະບົດ

        ການຝຶກອົບຮົມ ໃນຫົວຂໍ້: ນະໂຍບາຍກະສິກໍາ ແລະ ພັດທະນາຊົນນະບົດ ຂອງໂຄງການພັດທະນາຊົນ ນະບົດ ເຂດພາກເໜືອ ແລະ ພາກກາງ ຂອງ ສປປ ລາວ, ກົມພັດທະນາຊົນນະບົດ, ໄດ້ເລີ່ມເປີດຝຶກອົບຮົມ ມາຕັ້ງແຕ່ວັນທີ 10 ທັນວາ 2023. ຊຶ່ງມີນັກສໍາມະນາກອນທີ່ມາຈາກ ບ້ານເປົ້າໝາຍຂອງໂຄງການ ໃນ 3 ແຂວງ ຄື: ແຂວງຊຽງຂວາງ, ບໍລິ ຄໍາໄຊ ແລະ ແຂວງວຽງຈັນ, ການຝຶກອົບຮົມໃນຄັ້ງນີ້ ປະກອບມີ 7 ບົດຮຽ ຄື: ບົດຮຽນທີ 1 ນະໂຍບາຍສາມສ້າງ; ບົດຮຽນທີ 2 ການປະເມີນຜົນ ແລະ ຄຸ້ມຄອງໂຄງການ; ບົດຮຽນທີ 3: ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ຂະແໜງກະສິກໍາ; ບົດຮຽນທີ 4 ການຄຸ້ມຄອງພື້ນຖານໂຄງລ່າງ; ບົດຮຽນທີ 5 ຄວາມຮູ້ພື້ນຖານຂອງເຊມວນອຸນດົງ ສ.ເກົາຫຼີ; ບົດຮຽນທີ 6 ຄວາມເປັນຜູ້ນໍາຂອງຊຸມຊົນ ແລະ ບົດຮຍນທີ 7 ຍຸດທະສາດພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ. Continue reading

Local level consultations with civil society confirm interest on the SAMIS2 project

Local level consultations with civil society confirm interest on the SAMIS2 project

Vientiane, Lao PDR – November 14, 2023 – The Department of Meteorology and Hydrology of the Ministry of Natural Resources and Environment, with support from the Food and Agriculture Organization of the United Nations (FAO) has organized local-level consultations with civil society organizations working in the agriculture and rural sector to gather their input on the development of a new climate resilience project for Laos. The project, known as Scaling-up Local and National Level Decision Making for Climate Resilience in the Agricultural Sector of Lao PDR (SAMIS-2), will be financed by the Green Climate Fund (GCF).

The consultations, which were held in Luang Prabang and Savannakhet, brought together representatives from 24 civil society organizations representing different sectors, including agriculture, environment, education, health, labor, gender, social protection, and community development. Participants discussed the potential of the SAMIS-2 project to enhance climate resilience in the Lao PDR agricultural sector and provided recommendations for its implementation.

“The SAMIS-2 project has the potential to make a significant contribution to the modernization of the meteorological sector, improve information for farmers, and help achieve the targets of the 9th National Socio-Economic Development Plan (NSEDP),” said Mr. Viengxay Manivong, Deputy Director General at the Department of Meteorology and Hydrology

Mr. Chanthalath Pongmala, Assistant FAO Representative – Programme in Lao PDR, highlighted the importance of collaboration and knowledge and information sharing in the implementation of the SAMIS-2 project. “The scope of the consultations was to maximize discussion and collaboration for the successful implementation of the project,” he said.

Civil society organizations participating in the consultations stressed the need for stronger partnerships, tailored information, and capacity building to enable them to effectively utilize weather data for agricultural planning and decision-making. They also suggested that the SAMIS-2 project should focus on promoting climate-smart agriculture practices and building the resilience of vulnerable communities.

FAO is committed to working with the Lao PDR government, civil society organizations, and other stakeholders to ensure the successful implementation of the SAMIS-2 project and contribute to the achievement of the country’s climate resilience goals.

**-**

Information about SAMIS are available here: http://www.fao.org/in-action/samis

LaCSA is available at: https://www.lacsa.net/ and in the apple and google store

LRMIS is available at: https://lrims-dalam.net/ and in the google store

 

[English below] ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ FAO ຮ່ວມມືຊຸກຍູ້ການຫັນປ່ຽນການລ້ຽງສັດເປັນສິນຄ້າແບບຍືນຍົງໃນ ສປປ ລາວ/MAF and FAO Join Forces to Drive Sustainable Livestock Transformation in Lao PDR

ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ FAO ຮ່ວມມືຊຸກຍູ້ການຫັນປ່ຽນການລ້ຽງສັດເປັນສິນຄ້າແບບຍືນຍົງໃນ ສປປ ລາວ

MAF and FAO Join Forces to Drive Sustainable Livestock Transformation in Lao PDR

ນະຄອນຫຼວງວຽງຈັນ, ສປປ ລາວ, 7 ພະຈິກ 2023. ກົມລ້ຽງສັດ ແລະ ການປະມົງ (ກລປ), ພາຍໃຕ້ ກະຊວງກະສິກຳ ແລະ ປ່າໄມ້ (ກປ), ໂດຍໄດ້ຮັບການສະໜັບສະໜູນຈາກອົງການອາຫານ ແລະ ການກະເສດ (FAO) ແຫ່ງ ສະຫະປະຊາຊາດ, ໄດ້ຈັດກອງປະຊຸມລະດັບຊາດເພື່ອປຶກສາຫາລືກ່ຽວກັບການລົງທຶນໃນການຫັນປ່ຽນການລ້ຽງສັດເປັນສິນຄ້າແບບຍືນຍົງໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃນລະຫວ່າງ ວັນທີ 6 ຫາ 7 ພະຈິກ 2023 ທີ່ຜ່ານມາ. Continue reading

ກອງປະຊຸມສະຫຼຸບການຮ່ວມມືໃນການຄົ້ນຄວ້າທົດລອງພັດທະນາ ການປູກມອນ-ລ້ຽງມ້ອນ ໃນໄລຍະ 01 ປີ

ກອງປະຊຸມສະຫຼຸບການຮ່ວມມືໃນການຄົ້ນຄວ້າທົດລອງພັດທະນາ ການປູກມອນ-ລ້ຽງມ້ອນ ໃນໄລຍະ 01 ປີ

ໂຄງການພັດທະນາການປູກມອນ-ລ້ຽງມ້ອນ ແມ່ນມີການຮ່ວມມືກັນລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ຄື ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ບໍລິສັດ EK Farm and Farm mulberry ຂອງ ສ.ເກົາຫລີ. ຊື່ງເປັນການຈັບມືຮ່ວມກັນ ໃນການຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການຄົ້ນຄວ້າ ແລະ ພັດທະນາ ການປູກມອນ ແລະ ລ້ຽງມ້ອນ, ໂດຍການສຶກສາລ້ຽງມ້ອນ ເພື່ອຈະນຳເອົາຜົນສຳເລັດ ແລະ ແນວພັນທີ່ເໝາະສົມກຽມລົງສູ່ຊາວກະສິກອນ ກຸ່ມຜູ້ຜະລິດໃນອານາຄົດ. ໂຄງການດັ່ງກ່າວນີ້ໄດ້ເລີ່ມຈັດຕັ້ງປະຕິບັດມາ ນັບແຕ່ເດືອນ ກໍລະກົດ 2022 ຫາ ເດືອນກໍລະກົດ 2023. Continue reading

ການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ/POST-HARVEST PROCESSING TRAINTNG PROGRAM: Q PROCESSING LEVEL 2, ARABICA

ການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ

POST-HARVEST PROCESSING TRAINTNG PROGRAM: Q PROCESSING LEVEL 2, ARABICA

ໃນວັນທີ 2 ຕຸລາ 2023, ທີ່ສູນຄົ້ນຄວ້າພືດກະສິກໍາພາກໃຕ້ (ຫຼັກ 35) ເມືອງປາກຊ່ອງ, ແຂວງຈໍາປາສັກ, ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ (CLEAN Project) ຮ່ວມມືກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ໄດ້ເປີດການຝຶກອົບຮົມປຸງແຕ່ຫຼັງການເກັບກ່ຽວ: ການປຸງແຕ່ງ Q ລະດັບ 2 ສໍາລັບກາເຟອາຣາບິກາ ຂຶ້ນ, ໃຫ້ກຽດເຂົ້າຮ່ວມໃນພິທີເປີດຝຶກອົບຮົມໃນຄັ້ງໂດຍ ທ່ານ ຄໍາເຜີຍ ພຸດໂທ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ທ່ານ ອາເລັກ ດາຮານ ຫົວໜ້າໂຄງການສ້າງຄວາມເຊື່ອມໂຍງເຄືອຂ່າຍກະສິກໍາ ຫຼື ໂຄງການ ຄຣີນ ປະຈໍາລາວ, ທ່ານ ແສງຈັນ ຄໍາມຸນທາ ຮອງປະ ທານສະມາຄໄມກາເຟລາວ, ທ່ານ ຄໍາສອນ ສີຊາຍຸດ ຕ່າງໜ້າສະມາຄົມຄົນຮັກກາເຟ, ທ່ານ ອິນປັນ ແຫວນສົມເພັດ ຮອງຫົວໜ້າສູນຄົ້ນຄວ້າພືດກະສິກໍາພາກໃຕ້ ຫຼັກ 35 ເມືອງປາກຊ່ອງ ແຂວງຈໍາປາສັກ, ຊຶ່ງມີວິທະຍາກອນທີ່ມາຈາກປະເທດອິນໂດເນເຊຍ ທ່ານ ລີໂອ ເພີບາ ໄວລຽດຈາຈາ, ທ່ານ ນ. ປານລະວີ ດາລາດັງ ຜູ້ຊ່ວຍຄູຝຶກ ແລະ ນັກສໍາມະນາກອນທີ່ມາຈາກພະແນກ ກປ ແຂວງຈໍາປາສັກ, ສາລະວັນ ແລະ ແຂວງເຊກອງ, ຫ້ອງການ ກປ ເມືອງປາກຊ່ອງ, ທ່າແຕງ ແລະ ເມືອງເລົ່າງາມ, ສູນຄົ້ນຄວ້າພືດກະສິກໍາພາກໃຕ້, ຜູ້ປະກອບການກາເຟ, ສະມາຄົມກາເຟລາວ ແລະ ສະມາຄົມຜູ້ຮັກກາເຟລາວ ເຂົ້າຮ່ວມທັງໝົດ 54 ທ່ານ, ຍິງ 12 ທ່ານ. Continue reading

ກອງປະຊຸມ ການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ (The Global Conference on Sustainable Livestock Transformation)

ກອງປະຊຸມ ການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ

(The Global Conference on Sustainable Livestock Transformation)

 

   

ໃນລະຫວ່າງ ວັນທີ 25-27 ກັນຍາ 2023 ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມການຫັນປ່ຽນການລ້ຽງສັດ ສູ່ຄວາມຍືນຍົງ (The Global Conference on Sustainable Livestock Transformation) ທີ່ນະຄອນກຸງໂຣມ, ປະເທດອີຕາລີ. Continue reading

ຝຶກອົບຮົມການນໍາໃຊ້ ແລະ ການບໍາລຸງຮັກສາເຄື່ອງກົນຈັກກະສິກໍາ

ໂຄງການປັບປຸງກົນຈັກກະສິກໍາ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສາທາລະນະລັດເກົາຫຼີ, ໃນມຸນຄ່າ 3 ລ້ານ 7 ແສນ ໂດລາສະຫະ ລັດ, ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນປີ 2020-2024 ຢູ່ສູນພັດທະນາກະສິກໍາໜອງແຫ້ວ, ນະຄອນຫຼວງວຽງຈັນ ແລະ ສູນພັດທະນາກະສິກໍາປາກແຈ້ງ, ແຂວງວຽງຈັນ. ໂຄງການດັ່ງກ່າວນີ້ເພື່ອຍົກ ແລະ ປັບປຸງຜົນຜະລິດແນວພັນເຂົ້າລຸ້ນ 3, ໂດຍການນໍາໃຊ້ກົນຈັກເຂົ້າມາຊ່ວຍໃນການການຜະລິດກະສິກໍາ ເພື່ອເປັນການຫຼຸດຜ່ອນແຮງງານຄົນ, ປັບປຸງຊົນລະປະທານ ເພື່ອຕອບສະໜອງໃຫ້ແກ່ການຜະລິດແນວພັນເຂົ້າ ແລະ ຍົກສູງຜົນຜະລິດເຂົ້າໃຫ້ສູງຂຶ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ ແລະ ອົງການຈັດຕັ້ງຊາວກະສິກອນໃຫ້ດີຂຶ້ນ. Continue reading

ຝຶກອົບຮົມຄູຝຶກອາສາສະໝັກໝໍດິນ ພາຍໃຕ້ໂຄງການຊ່ວຍເຫຼືອທາງດ້ານວິຊາການປັບປຸງດິນ ແລະ ການບໍລິຫານຈັດການນໍ້າໃຫ້ມີຄວາມຍືນຍົງ

ວິຊາການດິນຂັ້ນບ້ານ ຫຼື ໝໍດິນ ໝາຍເຖິງຜູ້ທີ່ສະໝັກໃຈເຄື່ອນໄຫວ ແລະ ຮັບໃຊ້ໃນວຽກກະສິກໍາຂອງບ້ານເປັນຜູ້ທີ່ໄດ້ຜ່ານການເຫັນດີ ຖືກຄັດເລືອກຈາກຄະນະພັກບ້ານ ຫຼື ການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ໄດ້ຮັບການຝຶກອົບຮົມ ຕາມຫຼັກສູດເຕັກນິກວິຊາການດິນຂັ້ນພື້ນຖານ (ພາກທິດສະດີ ແລະ ປະຕິບັດຕົວຈິງ) ຈາກວິຊາການຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ຈາກພາກສ່ວນທີ່ກ່ຽວຂ້ອງ ຫຼື ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ປະຈໍາແຂວງ ຫຼື ເມືອງ. Continue reading

ຫນັງສື​ແຈ້ງ​ເຊີນ​ປະມູນ”ໂຄງການກໍ່ສ້າງສ້ອມແປງ ແລະ​ ຕໍ່ເຕີມອາຄານໃຫ້ສູນພັດທະນາ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍ​ຊົ​້ວ”

ສູນພັດທະນາ​ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຂໍເຊີນບັນດາບໍລິສັດທີ່ສົນໃຈ ແລະມີຄຸນນະວຸດທິເຫມາະສົມເຂົ້າຍື່ນຊອງປະມູນສໍາລັບການກໍ່ສ້າງໂຄງການກໍ່ສ້າງສ້ອມແປງ ແລະ​ ຕໍ່ເຕີມອາຄານໃຫ້ສູນພັດທະນາ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍ​ຊົ​້ວ​ ກຳນົດໄລຍະກໍ່ສ້າງ 10 ເດືອນ.

ບໍລິສັດໃດທີ່ຕ້ອງການຊື້ເອກະສານປະມູນຕ້ອງຍື່ນຫນັງສືຫາຫ້ອງການບໍລິຫານ ແລະ​ ແຜນການສູນພັດທະນາ​ ແລະ​ ບໍລິການດ້ານການກະເສດຫ້ວຍ-ຊອນຫ້ວຍຊົ້ວໃນໂມງລັດຖະການ​ ເລີ່ມແຕ່​ວັນທີ​ 12​ ກໍລະກົດ​ 2023​ ເປັນຕົ້ນໄປ ເຊິ່ງຊອງປະມູນຕ້ອງສົ່ງ ໃນເວລາ​ ຫລື​ ກ່ອນເວລາ 14:00​ ໂມງ​ ຂອງວັນທີ​ 16​ ສິງຫາ​ 2023​ ທີ່ຫ້ອງການບໍລິຫານ ແລະ​ ແຜນການ​ ສູນພັດທະນາ​ແລະບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ບ້ານ​ນາຍາງ, ເມືອງ​ນາຊາຍທອງ, ນະຄອນຫລວງວຽງຈັນ.​

#ເບີໂທຕິດຕໍ່:020​ 22337849 (ທ່ານ​ ຄໍາປັນ ສິດທິວົງ)

#ລາຍລະອຽດເພີ່ມຕື່ມອ່ານໄດ້ໃນເອກະສານດ້ານລຸ່ມນີ້:

ຫນັງສືເຊີນແຈ້ງປະມູນ

1 3 4 5 6 7 45
ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ