ຂ່າວ
ທ່ານ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຕ້ອນຮັບແຂກທະຫານຫວຽດນາມ ເຂດ 2
ໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ຮອງຫົວໜ້າ ກອງບັນຊາການທະຫານຫວຽດນາມ ເຂດ 2 ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກກະຊວງກະສິກຳ ແລະປ່າໄມ້.
ຈຸດປະສົງການເຂົ້າຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອສະແດງຄວາມຍິນດີຕໍ່ການຮັບຕໍາແໜ່ງໃໝ່ຂອງທ່ານ ດຣ. ເພັດ ພົມພີພັກລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ແລະເພື່ອພົບປະໂອ້ລົມກ່ຽວກັບໂຄງການກໍ່ສ້າງຊົນລະປະທານ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ ແລະໃນໂອກາດນີ້ ສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 40 ປີ ຂອງ ສປປ ລາວ. ໃນຕອນທ້າຍ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໄດ້ກ່າວຄວາມຊົມເຊີຍ ແລະຂອບໃຈຕໍ່ກັບສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ຮອງຫົວໜ້າ ກອງບັນຊາການທະຫານຫວຽດນາມ ເຂດ 2 ທີ່ເຂົ້າຢ້ຽມຢາມໃນຄັ້ງນີ້, ພ້ອມທັງໃຫ້ສືບຕໍ່ສາຍພົວພັນລະຫວ່າງ 2 ປະເທດອ້າຍນ້ອງ ແລະ ການຮ່ວມມືກັນເວົ້າລວມ, ເວົ້າສະເພາະແມ່ນດ້ານຂະແໜງກະສິກຳ ແລະປ່າໄມ້ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ທ່ານ ລັດຖະມົນຕີຊ່ວຍ ຕ້ອນຮັບແຂກ ບໍລິສັດ ຫູນານຊິນຈຸງອ້າວ ສປຈີນ
ໃນທ້າຍອາທິດທີ່ຜ່ານມາ, ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ລັດຖະມົນຊ່ວຍວ່າການ ກະຊວງກະສິກຳ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງຄະນະຜູແທນ ບໍລິສັດ ຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ສປຈີນ. ນໍາໂດຍທ່ານ ເຜິງ ຈີຫົງ ປະທານບໍລິສັດຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ. Continue reading
ກ້ອນກໍາລັງຂະແຫນງການກະສິກໍາ ແລະ ປ່າໄມ້ ໃນພິທີສະເຫຼີມສະຫຼອງ ວັນຊາດ 2 ທັນວາ 2015 ຄົບຮອບ 40 ປີ
ຂະແໜງກະສິກຳ ແລະ ປ່າໄມ້ ແມ່ນຂະແໜງການໜື່ງທີ່ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ 40 ປີທີ່ຜ່ານມາໄດ້ເຮັດໃຫ້ອັດຕາສ່ວນການຂະຫຍາຍຕົວດ້ານກະສິກຳ ແລະ ປ່າໄມ້ 2,8 ຫາ 3,1% ຕໍ່ປີ ກວມເອົາອັດຕາສ່ວນຂອງ GDP ລວມທົວປະເທດ 24% ບັນລຸຕາມແຜນການ ອັນໄດ້ປະກອບສ່ວນເຂົ້າໃນອັດຕາສ່ວນການຂະຫຍາຍຕົວຂອງ GDP ລວມທົວປະເທດ ເພີ່ມຂື້ນບໍ່ຫຼຸດ 8% ຕໍ່ປີ ອັນພົ້ນເດັ່ນແມ່ນໃນປີ 2015 ນີ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ໄດ້ມອບໃບຢັ້ງຢືນຢ່າງສົມກຽດໃຫ້ແກ້ ສປປ ລາວ ທີ່ໄດ້ບັນລຸຕາມຄາດໝາຍສະຫັດສະຫວັດທີ 01 ໃນການຫຼຸດຜ່ອນການຂາດແຄນດ້ານສະບຽງອາຫານ ແລະ ແກ້ໄຂຄວາມທຸກຍາກຈາກ 42% ໃນປີ 1990 ມາເປັນ 18% ໃນປີ Continue reading
ສະຫະພັນແມ່ຍິງ 2 ກະຊວງແລກປ່ຽນບົດຮຽນ ແລະສ້າງກິດຈະກຳແຂ່ງຂັນກິລາຮ່ວມກັນ
ໃນທ້າຍອາທິດທີ່ຜ່ານມາສະຫະພັນແມ່ຍິງກະຊວງກະສິກໍາ ແລະປ່າໄມ້ ກັບ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ຈັດພິທີແລກປ່ຽນບົດຮຽນ ແລະສ້າງກິດຈະກຳຮ່ວມກັນ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໃຫ້ກຽດເປັນປະທານໂດຍ ທ່ານ ພອ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະພັກກະຊວງ ກະສິກຳ ແລະປ່າໄມ້ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງສະຫະພັນແມ່ຍິງກະຊວງກະສິກໍາ ແລະປ່າໄມ້, ມີບັນດາເອື້ອຍນ້ອງແມ່ຍິງທັງ 2 ກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສະຫຼຸບວຽກງານກະສິກໍາ ແລະປ່າໄມ້ ສົກປີ 2014-2015 ແລະ ສະຫຼຸບຖອດຖອນບົດຮຽນທົດລອງວຽກງານ 3 ສ້າງ
ໃນວັນທີ 4-5 ພະຈິກ 2015 ທີ່ຜ່ານມາ, ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ແຫ່ງຊາດ ໄດ້ເປີດກອງປະຊຸມສະຫຼຸບວຽກງານກະສິກໍາ ແລະປ່າໄມ້ ສົກປີ 2014-2015 ແລະສະຫຼຸບຖອດຖອນບົດຮຽນການເຮັດທົດລອງວຽກງານ 3 ສ້າງ ຂອງຂະແໜງການກະສິກໍາ ແລະປ່າໄມ້ ປີ 2012-2015. ໃຫ້ກຽດເປັນປະທານໂດຍ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້, ມີທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກກະສິກຳ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ພ້ອມດ້ວຍນັກງານວິຊາການເຮັດທົດລອງ 3 ສ້າງເຂົ້າຮ່ວມຢ່າງພ້ອມພຽງ.
ປະກາດແຕ່ງຕັ້ງລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ຄົນໃໝ່
ພິທີປະກາດແຕ່ງຕັ້ງທ່ານ ດຣ ບຸນຂວາງ ຄຳບຸນເຮືອງ ແລະ ທ່ານ ທອງພັດ ວົງມະນີເປັນລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ຄົນໃໝ່ ແລະ ໃຫ້ທ່ານ ດຣ ຕີ ພົມມະສັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ອອກຮັບນະໂຍບາຍບຳນານ, ພ້ອມແຕ່ງຕັ້ງທ່ານ ສົມພັນ ຈັນເພັງໄຊ ເປັນຫົວໜ້າກົມລ້ຽງສັດ ແລະ ການປະມົງ ແລະ ທ່ານຊຸຊາດ ໄຊຍະກຸມມານ ເປັນຫົວໜ້າກົມປ່າໄມ້ຄົນໃໝ່, ໄດ້ຈັດຂຶ້ນໃນບ່າຍວັນທີ 6 ພະຈິກຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ດຣເພັດ ພົມພິພັກ ແລະ ພະນັກງານຂັ້ນນຳຂອງກະຊວງດັ່ງກ່າວ, ເພື່ອປະຕິບັດຕາມລັດຖະດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ກອງປະຊຸມ ກະສິກຳ ແລະ ປ່າໄມ້ ທົ່ວປະເທດວັນທີ 16 ກັນຍາ 2014
ໃນຕອນເຊົ້າຂອງວັນທີ 16 ກັນຍາ 2014 ທີ່ສະໂມສອນໃຫຍ່ຂອງສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ແຫ່ງຊາດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຕີລາຄາການຜະລິດລະດູຝົນປີນີ້ ແລະ ກະກຽມໃສ່ການຜະລິດລະດູແລ້ງ 2015 ຂຶ້ນ, ໂດຍການເປັນປະທານຂອງທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ບັນດາຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທີ່ມາຈາກທົ່ວປະເທດເຂົ້າຮ່ວມ ທັງໜົດ 180 ທ່ານ.
ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກ່າວໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ເປັນການປຶກສາຫາລືທີ່ມີລັກສະນະວິຊາການ ແລະ ມີຄວາມສຳຄັນທີ່ຈະ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນທີ່ໄດ້ວາງໄວ້ບົນຈິດໃຈ 4 ບຸກທະລຸໃນການຜະລິດລະດູ ຝົນ ປີ 2014 ແລະ ເປັນການກະກຽມໃສ່ການຜະລິດລະດູແລ້ງ 2015 ທີ່ຈະໄດ້ດຳເນີນເປັນເວລາ 2 ວັນ (16-17 ກ�ຍຕົວຂອງຂະແໜງກະສິກຳ ແລະ ປ່າໄມ້ ສົກປີນີ້ ຢູ່ໃນລະດັບ 2,9%, ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນໄດ້ 24,4%. Continue reading
ກະຊວງກະສິກຳແລະປ່າໄມ້ ເລີ່ມບາດກ້າວເຂົ້າສູ່ລະບົບຂໍ້ມູນຂ່າວສານເທັກໂນໂລຢີ (ໄອຊີທີ)
ເພື່ອເປັນການປັບປຸງວຽກງານການບໍລິຫານພາກລັດ ແລະ ພັດທະນາການໄຫລວຽນຂອງຂໍ້ມູນຂ່າວສານທາງດ້ານກະສິກຳ ແລະ ປ່າໄມ້ໃຫ້ມີບົດບາດ ກ້າວໃໝ່ ແລະປະສິດທິຜົນຫລາຍຂຶ້ນກວ່າເກົ່າ, ພ້ອມກັນນີ້ກໍ່ເພື່ອເປັນການຫັນໄປສູ່ຄວາມທັນສະໄໝຂອງການຄຸ້ມຄອງ ແລະ ບໍລິ ການເຜີຍແຜ່ຂໍ້ມູນຂ່າວ ສານອອກສູ່ວົງກວ້າງໃຫ້ໄດ້ຫລາຍຂຶ້ນ. ສະນັ້ນ, ໃນຄັ້ງວັນທີ 04 ມີຖຸນາ 2014 ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດໄດ້ເປິດກອງປະຊຸມ ປຶກສາຫາຫລືການພັດທະນາວຽກງານຂໍ້ມູນຂ່າວສານເທັກໂນໂລຍີ ໃນຂົງເຂດວຽກງານກະສິກຳແລະປ່າໄມ້ໃຫ້ກຽດ ເປັນປະທານໂດຍທ່ານ ດຣ ພວງປາຣິ ສັກ ປາວົງວຽງຄຳ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ແລະບັນດາການນຳຂັ້ນກົມ ແລະວິຊາການອ້ອມຂ້າງກະຊວງກະສິກຳ ປ່າໄມ້ເຂົ້າຮ່ວມຫລາຍກວ່າ 40 ທ່ານ
ພິທີເໍັຊັນສັນຍາຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສາທາລະນະລັດ ອິນເດຍ
ເພື່ອເປັນຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງ ກອງປະຊຸມ ກໍາມະທິການຮ່ວມ ກ່ຽວກັບ ການຮ່ວມມື ສອງຝ່າຍລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສາທາລະນະລັດ ອິນເດຍ ຄັ້ງທີ 7 ໃນວັນທີ 9 ກັນຍາ (9) 2013 ທີ່ ນະຄອນຫຼວງວຽງຈັນ, ພິທີເຊັນລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ຂອງ ໂຄງການຊົນລະກະເສດ ແລະ ໂຄງການກໍ່ສ້າງວິທະຍາໄລກະສິກໍາ ພາກໃຕ້ ທີ່ແຂວງຈໍາປາສັກ ລະຫວ່າງ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະບໍລິສັດທີ່ປຶກສາ ເວບໂຄດ ( WAPCOS ) ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ (7) 2014 ທີ່ ກະຊວງ ກະສິກໍາ ແລະປ່າໄມ້, ໂດຍມີ ພະນະທ່ານ ວິໄລວັນ ພົມເຂ, ລັດຖະມົນຕີວ່າການ ກະຊວງ ກະສິກໍາ ແລະ ປ່າໄມ້, ພະນະທ່ານ ດຣ ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກໍາ ແລະປ່າໄມ້ ແລະ ທ່ານ C. Kururaj RAO, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວເຂົ້າຮ່ວມເປັນພິຍານຈຸດປະສົງຂອງ ການເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນທີ່ມີຢູ່ ລະຫວ່າງສອງປະເທດໂດຍການນໍາໃຊ້ ການບໍລິການ ແລະ ປະສົບການດ້ານວິຊາການຂອງບໍລິສັດ ທີ່ປຶກສາ WAPCOS ຈໍາກັດ. ບໍລິສັດ ທີ່ປຶກສາ WAPCOS ຈໍາກັດແມ່ນລັດວິສະຫະກິດທີ່ຂຶ້ນກັບກະຊວງຊັບພະຍາກອນນໍ້າ, ໄດ້ດໍາເນີນການສຶກສາແລະ ເຮັດບົດລາຍງານ ຄວາມເປັນໄປໄດ້ໃນການສ້າງທັງສອງໂຄງການ. ໃນປະຈຸບັນ, ບໍລິສັດດັ່ງກ່າວແມ່ນໃຫ້ການບໍລິການ ໃຫ້ການປຶກສາ ດ້ານການຄຸ້ມຄອງໂຄງການ ສໍາລັບບັນດາເຂື່ອນເກັບນໍ້າ ຢູ່ແຂວງໄຊຍະບູລີ, ສະຫວັນນະເຂດ ແລະ ວຽງຈັນ. Continue reading