ຂ່າວ
ພິທີປູກຕົ້ນໄມ້ຢູ່ບ້ານ ໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ເພື່ອເປັນການປຸກດົມທາງດ້ານຈິດໃຈຢ່າງຟົດຟື້ນ ໃຫ້ຖັນແຖວພະນັກງານ ລັດຖະກອນຕະຫຼອດຮອດພໍ່-ແມ່ປະຊາຊົນເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງວຽກງານປູກຕົ້ນໄມ້ເພື່ອຟື້ນຟູປ່າ ລວມທັງການຄຸ້ມຄອງ ແລະປົກປັກຮັັກສາປ່າໄມ້ ໃຫ້ມີການຂະຫຍາຍຕົວຍືນຍົງ. ໃນທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບພະແນກກະສິກໍາ ແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ຢູ່ບ້ານ ໄຊສົມບູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ ມີບັນດາ ຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ຈາກກະຊວງກະສິກໍາ ແລະປ່າໄມ້,ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ, ພໍ່ແມ່ປະຊາຊົນ, ຄູອາຈານ ແລະນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງຟົດຟື້ນ. Continue reading
ພີທີມອບ-ຮັບໂຄງການກໍ່ສ້າງຊົນລະປະທານ ນ້ຳຊອຍ 1 ແລະ ນ້ຳຊອຍ 2.
ໃນອາທິດທີ່ຜ່ານມານີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງພະບາງ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຊົນລະປະທານນ້ຳຊອຍ 1 ແລະ ນ້ຳຊອຍ 2 ບ້ານນາແວ່ນ ເມືອງ ວຽງຄຳ ແຂວງ ຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ບົວຄົງ ນາມະວົງ ຮອງເຈົ້າແຂວງ ແຂວງ ຫຼວງພະບາງ ພ້ອມນີ້ມີບັນພະແນກກະສິກຳ ແລະ ປ່າໄມ້ 3 ແຂວງ: ແຂວງຜົ້ງສາລີ, ຫົວພັນ ແລະ ແຂວງ ຫຼວງພະບາງ ມີບັນດາເຈົ້າເມືອງ ຮອງເຈົ້າເມືອງ ພະແນກການອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ກອງປະຊຸມ ກ່ຽວກັບນະໂຍບາຍນະໂຍບາຍການຄໍ້າປະກັນສະບຽງອາຫານ ແລະ ງານວາງສະແດງສິນຄ້າ ຂອງບັນດາປະເທດ GMS
ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງ ທະນາຄານພັດທະນາອາຊີ (ADB) ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິ ກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ກ່ຽວກັບ ນະໂຍບາຍ ໃນການຄໍ້າປະກັນສະບຽງອາຫານ-ການເຂົ້າເຖິງຕະຫຼາດ, ກອງປະຊຸມຄວາມປອດໄພດ້ານອາຫານໂລກ ແລະ ງານວາງສະແດງສິນຄ້າກະສິກຳ THAIFEX-World, ຊຶ່ງໄດ້ຈັດຂື້ນໃນລະຫວ່າງວັນທີ 31 ພຶດສະພາ ຫາວັນທີ 1 ມີຖຸນາ 2017, ຢູ່ທີ່ບາງກອກ, ປະເທດໄທ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ແລກ ປ່ຽນບົດຮຽນ ທາງດ້ານນະໂຍບາຍ ກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຕອບສະໜອງ ດ້ານສະບຽງອາຫານ ຢູ່ໃນບັນດາປະເທດຂອງ GMS (ສປປ ລາວ, ໄທ, ສສ. ຫວຽດ ນາມ, ກຳປູເຈຍ, ມຽນມ້າ ແລະ ສປ ຈີນ)
Continue reading
ທ່ານຮອງລັດຖະມົນຕີກະຊວງ ກປ ລົງເຄື່ອນໄຫວຊຸກຍູ້ການຜະລິດກະສິກຳ ທີ່ແຂວງ ອຸດົມໄຊ
ເພື່ອຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ໂດຍສະເພາະສູນບໍລິການເຕັກນິກກະສິກຳ ເພື່ອຜະລິດແນວພັນພືດ ແລະ ສັດ ສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ແລະ ຜະລິດຫຼາຍໃຫ້ກາຍເປັນສິນຄ້າ. ໃນວັນທີ 3-4 ພຶດສະພາ 2017 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມສູນບໍລິການເຕັກນິກ ແລະ ຂະຫຍາຍພັນກະສິກຳ-ປ່າໄມ້ ນ້ຳຫີນ ສູນດັ່ງກ່າວໄດ້ມີຫຼາຍກິດຈະກຳເຊັ່ນ: ການລ້ຽງໝູ, ລ້ຽງໄກ່, ປູກໝາກເຄືອນ້ຳມັນ ນອກຈາກນີ້ຍັງມີການປູກຜັກໃນເຮືອນຮົ່ມ ແລະ ນອກເຮືອນຮົ່ມ ຊະນິດພືດທີ່ປູກແມ່ນຂຶ້ນກັບລະດູການ ແລະ ຄວາມຕ້ອງການຂອງຕະຫຼາດ ເດືອນໜຶ່ງສາມາດຂາຍພືດຜັກໄດ້ 10 ລ້ານກວ່າກີ. ຫຼັງຈາກນັ້ນ, ກໍ່ໄປເບິ່ງພື້ນທີ່ເຂດຜະລິດກະສິກຳພິ Continue reading
ເປີດການນຳໃຊ້ຂົວອູ່ຖາວອນ ບ້ານມົກຈົກ, ກຸ່ມພູຫຼວງ, ເມືອງ ນາແລ, ແຂວງ ຫຼວງນ້ຳທາ
ໂຄງການກໍ່ສ້າງຂົວອູ່ຖາວອນ ຢູ່ບ້ານ ມົກຈົກ ກຸ່ມພູຫຼວງ, ເມືອງ ນາແລ, ແຂວງ ຫຼວງນ້ຳທາ ເປັນໂຄງການໜຶ່ງທີ່ນອນໃນແຜນງານຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ກ່ຽວກັບການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາ ຊົນບັນດາເຜົ່າ ທີ່ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ. ໂຄງການດັ່ງກ່າວເລີ່ມກໍ່ສ້າງປີ 2013 ຮອດຕົ້ນປີ 2017 ນີ້ ໄດ້ສຳເລັດການກໍ່ສ້າງ ໃນມູນຄ່າ 675 ລ້ານກີບ ໂດຍໃຊ້ທຶນສົມທົບຈາກລັດຖະບານລາວ; ທະນາຄານໂລກ; ອົງການເພື່ອການພັດທະນາ ແລະການຮ່ວມມືປະເທດສະວິດເຊີແລນ ແລະ ອົງການເຮວວິດຕັນ ເຊິ່ງແມ່ນບໍລິສັດ ແກ້ວມະນີກໍ່ສ້າງຂົວທາງເຄຫາ ແລະ ຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ ດ້ານເຕັກນິກໄດ້ອອກແບບເປັນຂົວອູ່ຖາວອນ ໂດຍນຳໃຊ້ບົດຮຽນຈາກປະເທດເນປານ ສາຍກາບເຄືອບດ້ວຍສານກາວາໄນ, ອາຍຸການນຳໃຊ້ Continue reading
ພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍຜົນງານ 10 ປີ (2006-2015) ຂອງຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ
ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໄດ້ຈັດພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍຜົນງານ 10 ປີ (2006-2015) ໃຫ້ແກ່ກົມກອງ ແລະ ພະນັກງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນໄລຍະ 10 ປີທີ່ຜ່ານມາ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ມີນາ 2017 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ ລາວ-ຢີ່ປຸ່ນ (ITCT). ເປັນກຽດເຂົ້າຮ່ວມຂອງທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ພະນັກງານລັດຖະກອນ ແລະ ສະມາຊິກພັກ ຄະນະພັດທະນາຊົນນະບົດ, ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງ ແລະ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປລາວ, ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມທັງໝົດ 118 ທ່ານ, ຍິງ 27 ທ່ານ.
ກະຊວງກະສິກໍາ ແລະ ປ່າໄມ້ ປະຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 62 ປີ
ໃນອາທິດທີ່ຜ່ານມາທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດພິທີປະຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 62 ປີ 22 ມີນາ 1955 ຫາ 22 ມີນາ 2017. ໃຫ້ກຽດປະຖະກະຖາໂດຍ ສະຫາຍ ສີສຸກ ພິລາວົງ ພະນັກງານອາວຸໂສບໍານານອະດີດຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກມີ ຮອງເລຂາຄະນະພັກກະຊວງກະສິກໍາ ແລະ ປ່າໄມ້, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫ້ອງການ, ສະມາຊິກພັກຈາກບັນດາກົມອອ້ມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມ 163 ສະຫາຍ ຍິງ 37 ສະຫາຍ. ຈຸດປະສົງເພື່ອສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານລັດຖະກອນໃນທົ່ວອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ມີຄວາມຮັບຮູ້ເຂົ້າໃຈ ແລະ ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອການຊີ້ນໍາໆພາຂອງພັກປະຊາຊົນປະຕິວັດລາວ
ເອກອັກຄະລັດຖະທູດສະວີເດັນ ເຂົ້າຢ້ຽມຂໍ່ານັບທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້
ໃນຕອນບ່າຍຂອງວັນທີ 23 ມີນາ 2017 ທີ່ຜ່ານມານີ້ ທີ່ຫ້ອງຮັບແຂກຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ທ່ານ ສະເຕັບຟານ ເຮີສະຕຣອມ ເອກອັກຄະລັດຖະທູດສະວີເດັນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຈຸດປະສົງການເຂົ້າມາຢ້ຽມຂໍ່ານັບໃນຄັ້ງນີ້ເພື່ອປຶກສາຫາລືກ່ຽວກັບການຈັດກອງປະຊຸມສຳມະນາ ການພັດທະນາປ່າໄມ້ແບບຍືນຍົງ ລາວ-ສະວີເດັນ. ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການເຂົ້າຢ້ຽມພົບປະຂອງ ທ່ານ ສະເຕັບຟານ ເຮີສະຕຣອມ ພ້ອມດ້ວຍຄະນະ ພ້ອມທັງໄດ້ລາຍງານກ່ຽວກັບຄວາມສຳຄັນຂອງປ່າໄມ້ກັບການຮັກສາສິ່ງແວດລ້ອມ ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເຊິ່ງແມ່ນເປົ້າໝາຍ
ກອງປະຊຸມ ພົບປະລະຫວ່າງຕາງໜ້າຊາວກະສິກອນ ແລະ ຜູ້ປະກອບການກ່ຽວກັບການຜະລິດກະສິກຳເປັນສີນຄ້າ.
ໃນວັນທີ່ 17 ມັງກອນ 2017 ນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ສະຫວັນນະເຂດໄດ້ຈັດກອງປະຊຸມພົບປະລະຫວ່າງຂະແໜງການທີ່ກ້ຽວຂ້ອງ ກັບຕ່າງໜ້າຊາວກະສິກອນ ແລະ ຜູ້ປະກອບການກ່ຽວກັບການຜະລິດກະສິກຳເປັນສີນຄ້າ ຂື້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ ເຈົ້າແຂວງ ແຂວງສະຫວັນນະເຂດ, ທ່ານ ປີນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມນີ້ຍັງມີ ທ່ານ ຮອງລັດຖະມົນຕີ, ຮອງຜູ້ອຳນວຍການທະນາຄານ, ພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ ແລະນັກທຸລະກີດຜູ້ປະກອບການ, ຊາວກະສິກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນທີ່ປະຊຸມ ທ່ານ ໄພເລີດ ພົນບູລົມ ຫົວໜ້າພະແນກແຜນການ ແລະການລົງທືນແຂວງ ໄດ້ລາຍງານສະພາບການລົງທືນພາຍໃນແຂວງ ປະຈຸບັນທົ່ວແຂວງໄດ້ມີບັນດານັກທຸລະກິດທັງພາຍໃນ ແລະຕ່າງປະເທດທີ່ມາລົງທືນໃນຂະແໜງກະສິກຳ ແລະ ປ່າໄມ້ມີທັງໝົດ 133 ບໍລິສັດ ຊື່ງມີມູນຄ້າ 930 ກວ່າລ້ານ ໂດລາສະຫາລັດ, ໃນນີ້ມີ ລາວ, ຫວຽດນາມ, ຈີນ, ໄທ, ອີນເດຍ ແລະສະວີເດນ.
ກອງປະຊຸມສໍາມະນາບັນຫາ ແລະ ກາລະໂອກາດຢາງພາລາລາວ
ໃນວັນທີ 26 ທັນວາ 2016 ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບ ກຸ່ມບໍລິສັດ ພັດທະນາກະສິກໍາ ຢູນນານ ຈໍາກັດ (ສປຈີນ) ໄດ້ຈັດກອງປະຊຸມສໍາມະນາບັນຫາ ແລະ ກາລະໂອກາດຢາງພາລາລາວ ຂື້ນທີ່ສູນຝຶກອົບຮົມການຮ່ວມມືສາກົນ (ITCT) ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ວິໄລວັນ ພົມເຂ ປະທານຄະນະຂົນຂວາຍສ້າງຕັ້ງສາມະຄົມຢາງພາລາ ຢູ່ ສປປລາວ, ທ່ານ ຊື ຊົງຮົວ ອໍານວຍການໃຫຍ່ກຸ່ມບໍລິສັດ ພັດທະນາກະສິກໍາ ຢູນນານ ຈໍາກັດ. ມີທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ເອກຄະລັດຖະທູດ ສປຈີນ ປະຈໍາລາວ, ພ້ອມນີ້, ມີບັນດາເຈົ້າແຂວງ-ຮອງເຈົ້າແຂວງ, ຫົວໜ້າກົມ, ຫົວໜ້າຫ້ອງການ,ຫົວໜ້າພະແນກກສິກໍາ ແລະປ່າໄມ້ແຂວງ, ຄະນະທີມງາມວິຊາການ ແລະພ້ອມດ້ວຍນັກວິທະຍາກອນ ຈາກແຂວງຢູນນານ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.