ພີທີມອບ-ຮັບໂຄງການກໍ່ສ້າງຊົນລະປະທານ ນ້ຳຊອຍ 1 ແລະ ນ້ຳຊອຍ 2.

11 111111

ໃນອາທິດທີ່ຜ່ານມານີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງພະບາງ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຊົນລະປະທານນ້ຳຊອຍ 1 ແລະ ນ້ຳຊອຍ 2 ບ້ານນາແວ່ນ ເມືອງ ວຽງຄຳ ແຂວງ ຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ບົວຄົງ ນາມະວົງ ຮອງເຈົ້າແຂວງ ແຂວງ ຫຼວງພະບາງ ພ້ອມນີ້ມີບັນພະແນກກະສິກຳ ແລະ ປ່າໄມ້ 3 ແຂວງ: ແຂວງຜົ້ງສາລີ, ຫົວພັນ ແລະ ແຂວງ ຫຼວງພະບາງ ມີບັນດາເຈົ້າເມືອງ ຮອງເຈົ້າເມືອງ ພະແນກການອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

11111

11111

ໃນພີທີ ທ່ານ ແທ້ ຈິດຕະກອນ ຮອງເຈົ້າເມືອງ ເມືອງວຽງຄຳ ກໍ່ໄດ້ກ້າວເປີດພິທີພ້ອມທັງລາຍງານການຈັດຕັ້ງປະຕິບັດໂຄງການໂດຍຫຍໍ້ ຊື່ງໂຄງການກໍ່ສ້າງຊົນລະປະທານດັ່ງກ່າວແມ່ນໄດ້ເລີມກໍ່ສ້າງໃນວັນທີ 25 ກຸມພາ 2017 ຈົນເຖີງປະຈຸບັນແມ່ນໄດ້ສຳເລັດຮ້ອຍສ່ວນຮ້ອຍໂດຍໄດ້ທືນສະໜັບສະໜູນຈາກແຜນງານພັດທະນາເຂດເນີນສູງ NUDP-SARI ລວມມູນຄ້າການກໍ່ສ້າງທັງໝົດ 1 ຕື້ 12 ລ້ານກວ່າກີບ ໂຄງການທີ 1 ສ້ອມແປງ ແລະ ຕໍ່ເຕີມ ຊົນລະປະ ທານນ້ຳຊອຍ 1 ມີຄວາມຍາວຄອງເໝືອງ 150 ເມັດ ສາມາດຫົດເນື້ອທີໄດ້ 19 ກວ່າເຮັກຕາ, ແຮງງານສົມທົບຂອງປະຊາຊົນ 500 ແຮງງານ ຍີງ 220 ແຮງງານ ມີຄອບຄົວທີ່ໄດ້ຮັບຜົນປະໂຫຍດຈຳນວນ 36 ຄອບຄົວ, ໂຄງການທີ 2 ແມ່ນໂຄງການກໍ່ສ້າງຊົນລະປະທານນ້ຳຊອຍ 2 ສ້າງຝາຍນ້ຳລົ້ນ 1 ແຫ່ງມີຄວາມກວ້າງ 32 ເມັດ, ຄອງໝອງເບຕົງເສີມເຫຼັກມີຄວາມຍາວ 250 ເມັດ, ຕັດສັນຄອງດີນມີຄວາມຍາວ 450 ແມັດສາມາດຫົດເໜືອທີ່ໄດ້ທັງໝົດ 15 ກວ່າເຮັດຕາ ມີແຮງງານປະກອບສ່ວນໃນການກໍ່ສ້າງຈຳນວນ 600 ແຮງງານ, ຍີງ​ 255 ແຮງງານ ສາມາດຜະລິດກະສິກຳໄດ້ 2 ລະດູ ທັງເປັນການຊຸກຍູ້ສົ່ງເສີມປະຊາຊົນຜະລິດເພື່ອຄ້ຳປະກັນສະບຽງອາຫານ, ຜະລິດໃຫ້ຫຼາຍກາຍເປັນສີນຄ້າ

ໃນພິທີດັ່ງກ່າວກໍ່ໄດ້ເຊັ່ນມອບ-ຮັບໂຄງການ ໂດຍລັດວິສະຫະກິດກໍ່ສ້າງ-ສ້ອມແປງຊົນລະປະທານເປັນຜູ້ມອບ ຮັບໂດຍ ທ່ານ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເມືອງວຽງຄຳ ຫຼັງຈາກນັ້ນເມືອງກໍ່ເຊັ່ນມອບໃຫ້ບ້ານຄຸ້ມຄອງນ້ຳໃຊ້ຊົນລະປະທານດັ່ງກ່າວໃຫ້ມີຄວາມຍືນຍົງ ແລະເກີດປະໂຫຍດສູງສຸດ. ພ້ອມນີ້ທ່ານຮອງເຈົ້າເມືອງກໍ່ໄດ້ມອບໃບຍ້ອງຍໍຂັ້ນເມືອງໃຫ້ຜູ້ປະສານງານແຜນງານພັດທະນາເຂດເນີນສູງ NUDP-SARI ຂັ້ນສູນກາງ, ຂັ້ນແຂວງ ຈຳນວນທັງໝົດ 5 ທ່ານ

ໃນຕອນທ້າຍພິທີ ທ່ານປະທ່ານ ກໍ່ໄດ້ໂອ້ລົມຕໍ່ອຳນາດການປົກເມືອງ, ອຳນາດການປົກຄອງບ້ານລວມເຖີງພໍ່ແມ່ປະຊາຊົນໃຫ້ທຸກຄົນສຸ່ມໃສ່ການຜະລິດກະສິກຳ, ນຳໃຊ້ນໍ້າຊົນລະປະທານດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ, ໃຫ້ຫັນການຜະລິດແບບມີຈຸດສຸມ, ສ້າງຄວາມເຂັ້ມແຂງໃຫ້ແກ້ຊຸມຊົນ, ຍຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ, ຮັກສາແຫຼ່ງນ້ຳຄຽງຄູ່ກັບການປົກປັກຮັກສາປ່າໄມ້ໃຫ້ຄຽງຄູ່ກັບຄົນເຮົາຕະຫຼອດໄປ.

ຂຽນໂດຍ: ພອນໄຊ ສີສົງຄາມ

ກວດແກ້ໂດຍ:ທ່ານ ເຂັມພອນ ທີພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ