ພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍຜົນງານ 10 ປີ (2006-2015) ຂອງຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

IMG_9392 IMG_9417

ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໄດ້ຈັດພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍຜົນງານ 10 ປີ (2006-2015) ໃຫ້ແກ່ກົມກອງ ແລະ ພະນັກງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນໄລຍະ 10 ປີທີ່ຜ່ານມາ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ມີນາ 2017 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ ລາວ-ຢີ່ປຸ່ນ (ITCT). ເປັນກຽດເຂົ້າຮ່ວມຂອງທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ພະນັກງານລັດຖະກອນ ແລະ ສະມາຊິກພັກ ຄະນະພັດທະນາຊົນນະບົດ, ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງ ແລະ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປລາວ, ໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມທັງໝົດ 118 ທ່ານ, ຍິງ 27 ທ່ານ.

IMG_9513

ການປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃນຄັ້ງນີ້ມີທັງໝົດ 152 ຕົວແບບດີເດັ່ນ, ມີ 4 ກົມກອງດີເດັ່ນ ແລະ ພະນັກງານລັດຖະກອນດີເດັ່ນ  143 ທ່ານ; ກົມກອງດີເດັ່ນໄດ້ຮັບຫຼຽນໄຊແຮງງານຊັ້ນ I ມີ 4 ກົມກອງ, ພະນັກງານລັດຖະກອນດີເດັ່ນໄດ້ຮັບຫຼຽນໄຊແຮງງານຊັ້ນ I ມີ 9 ທ່ານ; ຫຼຽນໄຊແຮງງານຊັ້ນ II ມີ 18 ທ່ານ, ຍິງ 1 ທ່ານ; ຫຼຽນໄຊແຮງງານຊັ້ນ III ມີ 24 ທ່ານ, ຍິງ 5 ທ່ານ; ຫຼຽນກາແຮງງານ ມີ 27 ທ່ານ, ຍິງ 4 ທ່ານ; ໃບຍ້ອງລັດຖະບານ ມີ 36 ທ່ານ, ຍິງ 11 ທ່ານ; ໃບຍ້ອງຍໍ ແລະ ໃບຊົມເຊີຍຂອງລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ  34 ທ່ານ, ຍິງ 9 ທ່ານ ແລະ ໃນໂອກາດດຽວກັນນີ້ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ໃຫ້ກຽດຂຶ້ນປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະ ພະນັກງານລັດຖະກອນດີເດັ່ນຕາມລຳດັບ ແລະ ພິທີກໍ່ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.

 

ນະຄອນຫຼວງວຽງຈັນ, ວັນທີ 3 ເມສາ 2017.

ຂຽນໂດຍ: ເຂັມມະໄລ ສົນດາວັນ.

ກວດແກ້: ທ່ານ ເຂັມພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ