ຂ່າວ
ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບຄະນະຜູ້ແທນຢີ່ປຸ່ນ
ໃນຕ້ອນເຊົ້າຂອງວັນທີ 17 ກັນຍາ ຜ່ານມາ, ຢູ່ສູນພັດທະນາການປະມົງ (ນໍ້າຊ່ວງ), ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ຈາກປະເທດຍີ່ປຸ່ນ ທີ່ມາຢ້ຽມຢາມ ການກໍ່ສ້າງຕຶກອາຄານ ຂອງໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະພັດທະນາການປະມົງ ຢູ່ ສປປ ລາວ. ນໍາໂດຍທ່ານ ອີວາວ ໂຮຣິ (IWAO HORII) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງປະເທດຍີ່ປຸນ. ພ້ອມນີ້, ມີບັນດາຜູ້ແທນ ທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ພິທີມອບ-ຮັບ ໜ້າທີ່ປະທານສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນໍ້າເທີນ 2
ອົງການຄຸ້ມຄອງ ແລະປົກປັກຮັກສາແຫຼ່ງນໍ້ານໍ້າເທີນ 2 (ອຄປ.ທ 2) ເປັນອົງການສະເພາະໜຶ່ງຂອງລັດຖະບານມີພາລະບົດບາດ, ສິດ ແລະໜ້າທີ່ ໃນການຄຸ້ມຄອງ, ພັດທະນາ ແລະປົກປັກຮັກສາປ່າສະຫງວນແຫ່ງຊາດນາກາຍນໍ້າເທີນ ແລະ ເຂດແຫຼ່ງນໍ້ານໍ້າເທີນ 2. ອົງການໄດ້ກຳນົດແຜນຍຸດທະສາດ, ເປົ້າໝາຍ ແລະຈຸດປະສົງເພື່ອປົກປັກຮັກສາ ແລະຟື້ນຟູເນື້ອທີ່ປ່າໄມ້ ເພື່ອຮັບປະກັນໃຫ້ມີປະລິມານນໍ້າທີ່ພຽງພໍ ໄຫຼເຂົ້າອ່າງເກັບນໍ້າຂອງໂຄງການນໍ້າເທີນ 2 ໂດຍໃຫ້ມີການຕົກຕະກອນໃນລະດັບຕໍ່າ; ເພື່ອອະນຸລັກຄວາມຫຼາກຫຼາຍດ້ານຊີວະນາໆພັນຄຽງຄູ່ກັບການພັດທະນາ ໃຫ້ເປັນອຸທິຍານແຫ່ງຊາດທີ່ອຸດົມຮັ່ງມີດ້ານວັດທະນະທຳກັບການທ່ອງທ່ຽວທຳມະຊາດ ແລະການສຶກສາຄົ້ນຄວ້າດ້ານວິທະຍາສາດ; ເພື່ອຊຸກຍູ້ການພັດທະນາ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະວັດທະນະທຳຂອງຊົນເຜົ່າຕ່າງໆຈຳນວນ 7.000 ກວ່າຄົນທີ່ອາໃສຢູ່ໃນເຂດແຫຼ່ງນໍ້າ ແລະ 30.000 ກວ່າຄົນຢູ່ເຂດອ້ອມຂ້າງ. ເປັນການສ້າງຄວາມສາມາດໃຫ້ແກ່ພະນັກງານ, ອົງການ ແລະຄູ່ຮ່ວມງານ ເພື່ອພັດທະນາໂຄງສ້າງການຈັດຕັ້ງຂອງອົງການ ແລະຂອງເມືອງ, ບ້ານໃຫ້ເຂັ້ມແຂງ, ຄຸ້ມຄອງການນຳໃຊ້ທຶນ, ງົບປະມານໃຫ້ມີປະສິດທິຜົນສູງ. Continue reading
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳຊຸກຍູ້ການຜະລິດກະສິກຳ
ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການຜະລິດກະສິກຳ ໃຫ້ມີການຂະຫຍາຍຕົວຜະລິດຫຼາຍກາຍເປັນຄ້າເທື່ອລະກ້າວ ໃນລະຫວ່າງວັນທີ 5-8 ກັັນຍາ 2017 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ຊຸກຍູ້ການຜະລິດກະສິກຳ ຢູ່ເມືອງ ວຽທອງ ແລະ ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ ຊຶ່ງມີທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ, ທ່ານ ວັນວິໄລ ແດນພູຫຼວງ ເຈົ້າເມືອງໆຄຳເກີດ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ບໍລິຄຳໄຊ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ວຽງທອງ ແລະ ເມືອງຄຳເກີດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. Continue reading
ກອງປະຊຸມວຽກງານການຈັດສັນຍົກຍ້າຍປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າເທີນ 1
ເພື່ອເຮັດໃຫ້ປະຊາຊົນທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້ານໍ້າເທີນ 1 ໄດ້ມີບ່ອນຢູ່ອາໃສ ແລະ ມີອາຊີບທີ່ໝັ້ນຄົງ, ໃນວັນທີ 5 ກັນຍາ 2017 ນີ້ ທີ່ຫ້ອງວ່າການປົກຄອງເມືອງ ວຽງທອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານການຈັດສັນຍົກຍ້າຍປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງເຂື່ອນໄຟຟ້ານໍ້າເທີນ 1 ຂຶ້ນ. ພາຍໃຕ້ການເປັນປະທານຂອງ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໂດຍມີ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ ແລະ ພາກສວ່ນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 23 ທ່ານ. Continue reading
ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ຢ້ຽມຢາມພົບປະສະຫະພັນແມ່ຍິງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ວຽງຈັນ
ບົນພື້ນຖານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານ 3 ສ້າງ. ໃນວັນທີ 9 ກັນຍາ ນີ້ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ນໍາໂດຍ ທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ປະທານຮາກຖານ, ຕ່າງໜ້າແຕ່ລະໜ່ວຍຮາກຖານອ້ອມຂ້າງກະຊວງ ຈໍານວນ 20 ກວ່າທ່ານ ໄດ້ເຄື່ອນໄຫວຢ້ຽມຢາມພົບປະກັບສະຫະພັນແມ່ຍິງພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ວຽງຈັນ. Continue reading
ທ່ານ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຕິດຕາມ ແລະ ຊຸກຍູ້ການຜະລິດກະສິກຳ 4 ແຂວງພາກໃຕ້
ໃນລະຫວ່າງວັນທີ 5- 13 ສິງຫາ 2017 ນີ້ ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ການຜະລິດກະສິກໍາຢູ່ 4 ແຂວງພາກໃຕ້ຄື ແຂວງສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ, ນຳໂດຍທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ 20 ກວ່າທ່ານເຂົ້າຮ່ວມ. Continue reading
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງພື້ນທີ່ຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ
ເພື່ອເປັນການຊຸກຍູ້ສົ່ງເສີມປະຊາຊົນໃຫ້ມີອາຊີບທີ່ໝັ້ນຄົງ, ມີເຂົ້າກຸ້ມກິນຕະຫຼອດປີ ແລະ ມີລາຍຮັບເຂົ້າຄອບຄົວເພີ່ມຂຶ້ນ ສາມາດແກ້ໄຂຊີວິດການເປັນຢູ່ ແລະ ຫຼຸດພົ້ນອອກຈາກຄອບຄົວທຸກຍາກ. ໃນລະຫວ່າງວັນທີ 9-10 ສິງຫາ 2017 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜລິດຢູ່ ບ້ານ ຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. Continue reading
ກອງປະຊຸມທາບທາມຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນ
ເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າ ມີເນື້ອໃນສົມບູນຄົບຖ້ວນ ສອດຄ່ອງກັບສະພາບຄວາມເປັນຈິງ, ສອດຄ່ອງກັບຫຼັກການພື້ນຖານໃນການສ້າງນິຕິກຳ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້. ໃນລະຫວ່າງວັນທີ 7-8 ສິງຫາ 2017 ນີ້ ທີ່ຫ້ອງການປົກຄອງແຂວງຈຳປາສັກ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການປົກຄອງແຂວງຈຳປາສັກ ເປີດກອງປະຊຸມທາບທາມຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍ ການຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ແກ່ປະຊາຊົນບັນດາເຜົ່າ ສຳລັບ 6 ແຂວງ (ແຂວງ ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື) ໂດຍການເປັນປະທານຮ່ວມຂອງທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີຂະແໜງການທີ່ກ່ຽວ ຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມທັງໝົດ 100 ທ່ານ, ຍິງ 9 ທ່ານ. Continue reading
ສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ເຄື່ອນໄຫວແລກປ່ຽນບົດຮຽນ ກັບສະຫະພັນແມ່ຍິງພະແນກກະສິກຳ ແລະ ປ່າໄມ້ແຂວງ ອັດຕະປຶ
ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ (20 ກໍລະກົດ 1955 – 20 ກໍລະ ກົດ 2017) ໃຫ້ເປັນຂະບວນຟົດຟື້ນ. ໃນລະຫວ່າງວັນທີ 20-23 ກໍລະກົດ 2017 ທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວແລກປ່ຽນບົດຮຽນ ກັບສະຫະພັນແມ່ຍິງພະແນກກະສິກຳ ແລະ ປ່າໄມ້ ແຂວງ ອັດຕະປື ໃຫ້ການຕ້ອນຮັບໂດຍທ່ານ ນ. ວິໄລພອນ ວໍລະພິມ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ອັດຕະປື. Continue reading
ລັດຖະມົນຕີກະຊວງກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ຕ້ອນຮັບຄະນະຜູ້ແທນຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຣາຊະອານາຈັກ ໄທ.
ໃນຕອນບ່າຍຂອງວັນທີ່ 19 ກໍລະກົດ ທີ່ຜ່ານມາ ທີ່ຫ້ອງປະຊຸມ ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຄະນະ ຜູ້ແທນ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຣາຊະອານາຈັກໄທ ນຳໂດຍ ທ່ານ ພົນເອກ ສຸລະສັກ ການຈະນລັດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມພົບປະ ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ. Continue reading