ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບຄະນະຜູ້ແທນຢີ່ປຸ່ນ

IMG_7720  IMG_7723

               ໃນຕ້ອນເຊົ້າຂອງວັນທີ 17 ກັນຍາ ຜ່ານມາ, ຢູ່ສູນພັດທະນາການປະມົງ (ນໍ້າຊ່ວງ), ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ຈາກປະເທດຍີ່ປຸ່ນ ທີ່ມາຢ້ຽມຢາມ ການກໍ່ສ້າງຕຶກອາຄານ ຂອງໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະພັດທະນາການປະມົງ ຢູ່ ສປປ ລາວ. ນໍາໂດຍທ່ານ ອີວາວ ໂຮຣິ (IWAO HORII) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງປະເທດຍີ່ປຸນ. ພ້ອມນີ້, ມີບັນດາຜູ້ແທນ ທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.

         ໂອກາດນີ້ທ່ານ ທອງຄູນ ຄ່ອງຫຼ້າລ່ຽນ ຫົວໜ້າສູນພັດທະນາການປະມົງ(ນໍ້າຊ່ວງ)ໄດ້ລາຍງານ ສະພາບລວມ, ພາລະບົດບາດ ແລະລະບົບໂຄງຮ່າງການຈັດຕັ້ງ ພາຍໃນສູນ, ໂດຍສູນດັ່ງກ່າວແມ່ນສ້າງຕັ້ງຂື້ນໃນປີ 2000 ໂດຍການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ພາຍໄດ້ໂຄງການ ປັບປຸງ ແລະ ສົ່ງເສີມການລ້ຽງປາ.ສຳລັບໂຄງການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະພັດທະນາການປະມົງ ຢູ່ ສປປ ລາວ ເປັນອີກໂຄງການໜຶ່ງ ທີ່ໄດ້ຮັບການຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ມີມູນຄ່າ 714 ລ້ານເຢັນລວມມີ: ຫ້ອງການ ສອງຊັ້ນ 1 ຫຼັງ, ຫໍພັກ ສອງຊັ້ນ 1 ຫຼັງ, ເຮືອນຟັກໄຂ່ປາ 1ຫຼັງ, ໜອງປາພໍ່ແມ່ພັນ ແລະ ໜອງອະນຸບານ ຈຳນວນ 12 ໜອງ, ສະໜອງອຸປະກອນຮັບໃຊ້ໃນການວິໄຈ ແລະ ພາຫະນະຈໍານວນໜຶ່ງ. ຊື່ງໂຄງການດັ່ງກ່າວໄດ້ເລີ່ມຕົ້ນສ້າງ ມາແຕ່ເດືອນ ພຶດສະພາ 2015 ແລະ ຈະສິ້ນສຸດໃນເດືອນກໍລະກົດ 2019.ປະຈຸບັນ, ໂຄງການດັ່ງກ່າວ ແມ່ນຢູ່ໃນຊ່ວງດຳເນີນການກໍ່ສ້າງອາຄານ,ສ້າງໜອງປາ ແລະ ກະກຽມຈັດຊື້-ສົ່ງອຸປະກອນຂອງໂຄງການ, ຊື່ງຮັບເໝົາກໍ່ສ້າງໂຄງການໂດຍ ບໍລິສັດ ກູມາໄກ ກູມິ ຈໍາກັດ (KUMAGAI GUMI CO.,Ltd.) ພ້ອມນີ້, ການນໍາທັງສອງຝ່າຍ ຍັງໄດ້ພົບປະໂອ້ລົມ ແລະປຶກສາຫາລື ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ຂອງທັງ 2 ປະເທດ ແລະ ລົງສໍາຫຼວດການກໍ່ສ້າງຕຶກອາຄານ ຕ່າງໆ ພາຍໃນສູນ ນໍາອີກ.

ຂ່າວໂດຍ: ສອນເພັດ ສຸລພອນ 18/ 09/ 2017

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ