ຂ່າວ
ຄຳສັງ່ກ່ຽວກັບ ການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020
ການຕິດຕາມພະຍາດສັດຕູພືດ ເພື່ອປັບປຸງຄຸນນະພາບການບໍລິການສະພາບອາກາດ ໃຫ້ແກ່ຊາວກະສິກອນ
ສູນປ້ອງກັນພືດ, ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມມືກັບ ພະແນກພູມອາກາດ, ກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທະມະຊາດ ແລະ ສິ່ງແວດລ້ອມ ເພື່ອປັບປຸງຄຸນນະພາບຂອງການບໍລິການພະຍາກອນອາກາດ ໃຫ້ແກ່ວຽກງານການຜະລິດກະສິກຳ ໃຫ້ການສະໜັບສະໜູນໂດຍອົງການ FAO-SAMIS. ລະບົບ LaCSA ຄື: ລະບົບບໍລິການອຸຕຸກະເສດ ຜ່ານທາງແອບພຣິເຄເຊິນ ແບບອອນໄລ (URL http://147.46.250.219:8081/), ຂໍ້ມູນເລົ່ານີ້ປະກອບມີ: ການຜະລິດບົດແຈ້ງຂ່າວອຸຕຸກະເສດປະຈຳອາທິດ ແລະ ປະຈຳເດືອນແບບຕໍ່ເນື່ອງ, ມາຕັ້ງແຕ່ປີ 2019. ແນວໃດກໍ່ຕາມລະບົບບໍລິການພະຍາກອນອາກາດ ແມ່ນນຳໃຊ້ເຂົ້າໃນການທຳນາຍດິນຟ້າອາກາດ ໂດຍອີງໃສ່ຂໍ້ມູນດ້ານພູມອາກາດ ແລະ ອຸຕຸນິຍົມ. ແທ້ຈິງແລ້ວ, ການນຳເອົາຂໍ້ມູນພະຍາກອນສັດຕູພືດ ແລະ ພະຍາດແມງໄມ້ ທີ່ມີຢູ່ໃນພາກພື້ນດິນແມ່ນເປັນສິ່ງຈຳເປັນ ເພື່ອນຳເອົາມາປັບປຸງການສ້າງແຜນທີ່ຈຳລອງສັດຕູພືດ ແລະ ພະຍາດພືດທີ່ມີຄຸນນະພາບ ລວມທັງການແຈ້ງເຕືອນໄພລ່ວງຫນ້າ ໃຫ້ທັນກັບເວລາ ເຊິ່ງນຳໃຊ້ລະບົບ LaCSA (ລະບົບບໍລິການອຸຕຸກະເສດ). Continue reading
ລາວບໍລິການຂໍ້ມູນອຸຕຸກະເສດໃນສປປລາວ (LaCSA) ລົງເຜີຍແຜ່ກ່ຽວກັບການພະຍາກອນອາກາດສຳລັບກະສິກຳ ໃຫ້ແກ່ຊາວກະສິກອນໃນບັນດາເມືອງຕ່າງໆ
ລາວບໍລິການຂໍ້ມູນອຸຕຸກະເສດໃນ ສປປລາວ (LaCSA) ແມ່ນກິດຈະກຳໜຶ່ງທີ່ນອນໃນແຜນກິດຈະກຳ ຂອງໂຄງການສ້າງຄວາມເຂັ້ມແຂງອຸຕຸກະເສດ ແລະ ຂໍ້ມູນຂ່າວສານ (SAMIS) ເພື່ອປັບປຸງການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານໃນ ສປປລາວ ໂດຍຜ່ານກິດຈະກຳຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF), ອົງການອາຫານ ແລະ ການກະເສດ (FAO). ໂຄງການໄດ້ທົດລອງນຳໃຊ້ລະບົບບໍລິການພູມອາກາດເປັນຄັ້ງທີສອງ ເພື່ອສະໜອງການບໍລິການພະຍາ ກອນອາກາດໃຫ້ແກ່ວຽກງານກະສິກຳ ເຊິ່ງໄດ້ນຳໃຊ້ລະບົບລັກຊາ (LaCSA system) ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊ໌: http://147.46.250.219:8081/ແລະ ຫນ້າເຟສບຸກ https://www.facebook.com/samisdmh., ລະບົບດັ່ງກ່າວມີລັກສະນະເປັນມິດກັບຜູ້ຊົມໃຊ້ ເຊິ່ງສາ ມາດເບິ່ງເຫັນໄດ້ໂດຍງ່າຍໃນໂທລະສັບແບບສະມາດໂຟນທົ່ວໄປ, ເຄື່ອງມືເຫຼົ່ານີີ້ຖືກສ້າງຂື້ນໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ. ສຳລັບລະດູການຜະລິດເຂົ້ານາປີໃນປີນີ້ ການທົດລອງໃຫ້ບໍລິການພູມອາກາດແກ່ຊາວກະສິ ກອນ ໂດຍນຳໃຊ້ລະບົບລັກຊາ ແມ່ນຈະຖືກນຳໃຊ້ເຂົ້າໃນຫລາຍໆແຂວງທົ່ວປະເທດ. Continue reading
ພິທີປູກໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ສິ່ງແວດລ້ອມໂລກ 5 ມີຖຸນາ
ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ສິ່ງແວດລ້ອມໂລກ 5 ມີຖຸນາຂຶ້ນ, ທີ່ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ, ບ້ານດົງໝາກຄາຍ, ນະຄອນຫຼວງວຽງຈັນ, ໃນວັນທີ1 ມິຖຸນາ 2020 ນີ້,.ໂດຍມີ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ບັນດາກົມອ້ອມຂ້າງຂອງ 2 ກະຊວງ, ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຈຸດດປະສົງ ເພື່ອສ້າງສວນພຶກສາສາດ ໃຫ້ມີຄວາມອຸດົມສົມບູນ ກາຍເປັນພື້ນທີ່ສີຂຽວ, ເປັນບ່ອນສຶກສາຮຽນຮູ້ ແລະ ເປັນສະຖານທີ່ພັກຜ່ອນ, ເປັນການອະນຸລັກ ແລະ ສ້າງເປັນແຫຼ່ງເຕົ້າໂຮມຊະນິດພັນໄມ້ ທີ່ມີຄຸນຄ່າ ແລະ ຫາຍາກ ໃນ ສປປລາວ, ປະກອບສ່ວນປັບປຸງຄຸນນະພາບສິ່ງແວດລ້ອມ ໃຫ້ກາຍເປັນເຂດຂຽວ ຫຼື ເປັນປອດຫາຍໃຈ ຂອງຊາວນະຄອນຫຼວງວຽງຈັນ.
ໃນປີ 2020 ກົມປ່າໄມ້ ກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດແຜນການປູກໄມ້ທັງໝົດໃນທົ່ວປະເທດ 10.000 ເຮັກຕາ. ສະເພາະ, ສວນພຶກສາສາດນີ້ ທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບມອບໝາຍໃຫ້ປູກຕົ້ນໄມ້ ໃນເນື້ອທີ່ 136 ເຮັກຕາ ຂອງຈຳນວນເນື້ອທີ່ທັງໝົດ 268 ເຮັກຕາ, ໃຫ້ສຳເລັດໃນໄລຍະເວລາ 4 ປີສຳລັບປີນີ້ແມ່ນຈະປູກໃຫ້ສຳເລັດ 94 ເຮັກຕາ (ປູກເປັນສວນບຸກເບີກກ້ຽງ 20 ເຮັກ ຕາ ແລະ ປູກເປັນແລວ 74 ເຮັກຕາ),ໂດຍການສະໜອງງົບປະມານຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມໂລກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພິທີໃນມື້ນີ້ໄດ້ຮ່ວມກັນປູກໄມ້ ໃນເນື້ອທີ່ປະມານ 3 ເຮັກ, ເຊິ່ງຊະນິດພັນໄມ້ທີ່ນຳມາປູກ ມີ 5 ຊະນິດຄື: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ ແລະ ຈຳນວນເບ້ຍໄມ້ທີ່ນຳມາປູກທັງໝົດ ປະມານ 1.200 ຕົ້ນ.
ການປູກຕົ້ນໄມ້ ແມ່ນພັນທະ ແລະ ໜ້າທີ່ຂອງປວງຊົນລາວທັງຊາດ
ຈົ່ງຊ່ວຍກັນປູກຕົ້ນໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ອຸດົມສົມບູນຕະຫຼອດໄປ
ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ
ພາບແບະຂ່າວໂດຍ: ພະແນກໂຄສະນາແລະຂ່າວສານ
ກອງປະຊຸມວິທະຍາສາດສາກົນທີ່ປະເທດອິນເດຍ ກ່ຽວກັບການບໍລິການສະພາບພູມອາກາດໃຫ້ແກ່ວຽກກະສິກຳໃນລາວ LaCSA
ກອງປະຊຸມລະດັບສາກົນຄັ້ງທີ່ VI ກ່ຽວກັບການບໍລິການດິນຟ້າອາກາດໄດ້ໄຂຂຶ້ນຢ່າງເປັນທາງການທີ່ເມືອງປູນີ, ປະເທດອິນເດຍ, ໃນລະຫວ່າງວັນທີ 11-13 ກຸມພາ 2020. ໂດຍມີທ່ານ ວຽງໄຊ ມະນີວົງ ຜູ້ຊ່ຽວຊານດ້ານວຽກງານອຸຕຸກະເສດລະດັບປະເທດຂອງລາວ ແລະ ທັງເປັນຜູ້ອຳນວຍການໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດແລະການຄ້ຳປະກັນສະບຽງອາຫານຂອງ ສປປ ລາວ (SAMIS) ທີ່ສະໜັບສະໜູນທຶນໂດຍກອງທືນສິ່ງແວດລ້ອມໂລກ ແລະ ບັນດາຜູ້ແທນຈາກຫຼາຍປະເທດເຂົ້າຮ່ວມ.ໃນທີ່ປະຊຸມ ໄດ້ຮ່ວມມືກັນເຮັດວຽກການບໍລິການດ້ານສະພາບອາກາດ ແລະ ໄດ້ສົນທະນາກັນໃນຫຼາຍບັນຫາ ແນ່ໃສ່ເພື່ອປັບປຸງການບໍລິການດ້ານສະພາບອາກາດຢ່າງເໝາະສົມຕາມສະພາບການໃຫ້ມີລັກສະນະທັນສະໄໝ.ເປ້ົ້າໝາຍຂອງການສຳມະນາເພື່ອສົ່ງເສີມເຮັດໃຫ້ການຕິດຕໍ່ພົວພັນແບບມີສ່ວນຮ່ວມ ລະຫວ່າງຜູ້ໃຫ້ບໍລິການຂໍ້ມູນຂ່າວສານດ້ານພູມອາກາດ, ຜູ້ຕັດສິນໃຈ ແລະ ນະໂຍບາຍພາກຊຸມຊົນ ລວມທັງການຜັນຂະຫຍາຍຂໍ້ມູນຂ່າວສານດ້ານພູມອາກາດ ເພື່ອປັບປຸງໝາກຜົນໄດ້ຮັບການພັດທະນາ.
ໃນການສຳມະນາທ່ານ ວຽງໄຊ ມະນີວົງ ໄດ້ສະເໜີ ກ່ຽວກັບລະບົບການບໍລິການສະພາບອາກາດເຂົ້າໃສ່ໃນວຽກກະສິກຳ (LaCSA), ລວມທັງນຳສະເໜີ ລາຍການຂ່າວ ພະຍາກອນອາກາດລະດູການ ປະຈຳ 6 ເດືອນ ແລະ ຕົວຢ່າງຂອງຂ່າວພະຍາກອນອາກາດປະຈຳທິດເພື່ອບໍລິການສະພາບອາກາດແກ່ຊາວກະສິກອນ.ນອກຈາກນີ້, ຍັງໄດ້ນຳສະເໜີກ່ຽວກັບໂຄງການຕົວແບບທີ່ໄດ້ຈັດຕັ້ງປະຕິບັດໃນຫຼາຍແຫ່ງ ກ່ຽວກັບການສະໜອງຂໍ້ມູນສະພາບອາກາດໃຫ້ແກ່ຊາວກະສິກອນ ໂດຍສະເພາະແມ່ນ ແຂວງຫລວງນ້ຳທາ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງ ວຽງຈັນ. ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO)ໄດ້ໝູນໃຊ້ຫລາຍວີທີການ ເປັນຕົ້ນໂຮງຮຽນຊາວນາກໍ່ໄດ້ນຳໃຊ້ເຂົ້າໃນວີທີການດັ່ງກ່າວ. ນອກນັ້ນ, ປົດສະເຕີດ້ານສະພາບອາກາດກໍ່ໄດ້ຮັບການພັດທະ ນາຂຶ້ນໂດຍຮ່ວມມືກັບໂຄງການອາຫານໂລກ (WFP) ໃນໂຮງຮຽນຕົວແບບ 5 ແຫ່ງ.
ຜົນໄດ້ຮັບອັນພົ້ນເດັ່ນໃນໄລຍະຜ່ານມາ ເຖິງປະຈຸບັນຄືການນຳໃຊ້ລະບົບໂທລະໂຄ່ງໃນຊຸມຊົນເພື່ອການປະຊາສຳພັນຂ່າວໃຫ້ກັບໝູ່ບ້ານ 20 ແຫ່ງ ເຊິ່່ງເປັນບ້ານທົດລອງ ໂດຍມີຜູ້ໄດ້ຮັບຜົນປະໂຫຍດໂດຍປະມານ 25,295 ຄົນ ເທົ່າກັບ 67,3% ຂອງຊາວກະສິກອນທັງໝົດໃນບ້ານເປົ້າໝາຍຂອງໂຄງການ. ພ້ອມດຽວກັນນີ້, ບັນດາສື່ສັງຄົມອອນລາຍເປັນທີ່ນິຍົມຫລາຍ ແລະ ມີປະສິດທິພາບສູງ ກໍ່ຄືເຟສບຸກກໍ່ໄດ້ນຳໃຊ້ເຂົ້າໃນການໂຄສະນາຂ່າວພະຍາກອນອາກາດໃຫ້ຜູ້ຊົມຈຳນວນຫລາຍໃນນະຄອນຫຼວງວຽງຈັນລວມມີຜູ້ເຂົ້າຊົມທັງໝົດເກີນ 100,000 ຄົນສົ່ງຜົນເຮັດໃຫ້ມີຜູ້ຕິດຕາມຫນ້າເຟສບຸກປະມານ 2,714 ຄົນ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ກອງປະຊຸມລິເລີ້ມໂຄງການ ກະສິກຳ ທີ່ຊານສະຫຼາດ ປັບໂຕເຂົ້າສະພາບອາກາດ ການຜະລິດກະສິກຳເຂດເນີນສູງ ຂອງ ສປປລາວ
ໃນທ້າຍອາທິດ ຜ່ານມາ ທີ່ໂຮງແຮມ ວຽງຈັນພລາຊ້າ ນະຄອນຫລວງວຽງຈັນ, ໄດ້ມີການຈັດກອງປະຊຸມລິເລີ້ມກະກຽມໂຄງການ ທາງເລືອກກະສິກຳທີ່ຊານສະຫຼາດເພື່ອປັບໂຕໃຫ້ເຂົ້າກັບສະພາບອາກາດ ສຳລັບລະບົບການຜະລິດກະສິກຳເຂດເນີນສູງ ໃນ ສປປ ລາວ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະຫວັນ ຫານພົມ, ຮອງຫົວໜ້າກົມແຜນການ ແລະ ການເງີນ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ. Nasar Hayat ຜູ້ຕ່າງໜ້າຈາກ ອົງການອາຫານແລະການກະເສດແຫ່ງ ສະຫະປະຊາຊາດ (FAO) ປະຈຳ ສປປ ລາວ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ໂຄງການດັ່ງກ່າວ ເປັນການຮ່ວມມືກັບກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ຊື່ງເປັນໜ່ວຍງານປະສານງານຫລັກຂອງໂຄງການ GEF. ໂຄງການດັ່ງກ່າວນີ້ ດຳເນີນກ່ຽວກັບ ການສົ່ງເສີມ ແນວທາງ ນຳໃຊ້ທີ່ດິນທີ່ຊານສະຫຼາດ ລວມທັງການປັບໂຕເຂົ້າກັບສະພາບພູມມີອາກາດຫລາຍຂື້ນ ນອກນັ້ນ, ໂຄງການນີ້ຍັງຈະນຳເອົາແນວທາງ ແລະ ວິທີການປະຕິບັດ ເຂົ້າ ໃນການວາງແຜນນຳໃຊ້ທີ່ດິນ. ຊື່ງຈະຊ່ວຍສ້າງລະບົບຕ່ອງໂສ້ມູນຄ່າສິນຄ້າທີ່ສາມາດປັບໂຕ ເຂົ້າກັບການປ່ຽນແປງສະພາບພູມມີອາກາດ, ປັບປຸງຄວາມສາມາດຂອງຊາວກະສິກອນ ແລະ ຊຸມຊົນທ້ອງຖີ່ນເຂດເນີນສູງທາງພາກເໜືອ ຂອງ ສປປ ລາວ.
ໃນທີ່ປະຊຸມ, ໄດ້ມີການນຳສະເໜີກ່ຽວກັບ ພາບລວມຂອງກິດຈະກຳໂຄງການ ແລະ ກອບການດຳເນີນງານຂອງໂຄງການ. ພ້ອມທັງ ປະກອບຄຳຄິດຄຳເຫັນຈາກພາກສ່ວນທີ່ກ່ຽວຂ້ອງ, ການລິເລີ້ມ ແລະ ຈັດຫາແຫລ່ງທຶນ, ປຶກສາຫາລື ກ່ຽວກັບການກຳນົດຂັ້ນຕອນ ແລະ ກຳນົດໝາຍສຳລັບໄລຍະເວລາຂອງໂຄງການນຳອີກ.
ພາບແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ກອງປະຊຸມໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ
ກອງປະຊຸມຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ຄັ້ງທີ 3 ປະຈໍາປີ 2019 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2019 ຢູ່ທີ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້. ໃຫ້ກຽດເປັນປະທານໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ຟໍຣົງ ຊອງບຼອງ-ຣີສະເລີ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ, ທ່ານ ນາສາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະການກະເສດປະຈໍາລາວ. ມີຄະນະກໍາມະການຊີ້ນຳ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກເຄື່ອຂ່າຍຊາວກະສິກອນລາວ ເຂົ້າຮ່ວມ.
ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ 2018 , ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ແລະກະກຽມ ຄັ້ງທີ 9. ພ້ອມທັງປຶກສາຫາລືເພື່ອຊອກຫາວິທີການແກ້ໄຂ ກ່ຽວກັບບັນຫາການລະບາດຂອງໜອນ ແລະ ພະຍາດອະຫິວາໝູອະຟຣິກາ ຢູ່ໃນ ສປປລາວ, ປຶກສາຫາລືກ່ຽວກັບການສຳຫລວດຂໍ້ມູນທາງດ້ານ ສະຖິຕິກະສິກໍາ ຂອງລາວ, ຊື່ງເປັນໜ້າວຽກໜຶ່ງທີ່ສໍາຄັນ ທີ່ຈະໄດ້ປະກອບສ່ວນເຂົ້າໃນການສ້າງແຜນພັດທະນາກະສິກຳ ແລະ ປ່າໄມ້ ໄລຍະ 5 ປີຕໍ່ໜ້າ. ໂອກາດນີ້ ທ່ານ ປອ. ພວງປຣະຣິສັກ ປຣະວົງວຽງຄຳ ໄດ້ກ່າວວ່າ: ມັນມີຄວາມຈຳ ເປັນຢ່າງຮີບດ່ວນທີ່ຈະຕ້ອງມີນະໂຍບາຍ ແລະ ມາດຕະການ ການຮັບມື ເພື່ອຊ່ວຍຊາວກະສິກອນຂະໜາດນ້ອຍ ທີ່ຕໍ່ສູ້ກັບບັນຫາໄພຂົ່ມຂູ່ດ້ານຄວາມໜັ້ນຄົງທາງຊີວະນາໆພັນເຊັ່ນ: ການລະບາດຂອງໜອນ, ພະຍາດອະຫິວາໝູ ອະຟຣິກກາ ແລະ ເພື່ອຫລຸດຜ່ອນຜົນກະທົບດ້ານລົບຕໍ່ກັບການດຳລົງຊີວິດໃນເຂດຊົນນະບົດ. ກອງປະຊຸມໄດ້ດຳເນີນໄປເປັນເວລາໜຶ່ງວັນຈຶ່ງສໍາເລັດລົງ.
ພາບແລະຂ່າວ ໂດຍ ພະແນກໂຄສະນາ ແລະ ຂ່າວສານ
ການຄຸ້ມຄອງທີ່ດີຂຶ້ນ ຈະຊ່ວຍໃຫ້ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ກ້າວສູ່ການເຂົ້າເປັນ ມໍລະດົກໂລກ ທາງດ້ານທໍາມະຊາດ ຂອງອົງການຢູເນັດສະໂກ
ປະສິດທິພາບການຄຸ້ມຄອງແບບມີສ່ວນຮ່ວມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ໄດ້ເພີ່ມຂື້ນປະມານ 16% ເລີ່ມແຕ່ປີ 2014 ເປັນຕົ້ນມາຫຼັງຈາກໄດ້ມີການສ້າງຕັ້ງລະບົບການຄຸ້ມຄອງຮ່ວມ, ເຊິ່ງມັນສະແດງໃຫ້ເຫັນເຖິງ ການກຽມຄວາມພ້ອມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ທີ່ຈະເຂົ້າເປັນມໍລະດົກໂລກ ຮ່ວມ ຊາຍແດນແຫ່ງທໍາອິດ ຂອງ ອົງການຢູເນັດສະໂກ ໃນອາຊີຕາເວັນອອກສຽງໃຕ້ຮ່ວມກັັບອຸທິຍານແຫ່ງຊາດຟອງຍາແກບ່າງ ຂອງປະເທດຫວຽດນາມ. ການເພີ່ມຂຶ້ນຂອງຕົວເລກດັ່ງກ່າວ ແມ່ນໄດ້ຈາກການປະເມີນ ໂດຍນໍາໃຊ້ເຄື່ອງມື ຕິດຕາມກວດກາ ປະສິດທິພາບ ການຄຸ້ມຄອງ ທີ່ຖືກຍອມຮັບ ຈາກສາກົນ (Managetment Effectiveness Tracking Tool) ເພື່ອສະແດງໃຫ້ເຫັນເຖິງ ບັນດາວຽກງານຄຸ້ມຄອງປ່າສະຫງວນທີ່ສຳຄັນ ທີ່ໄດ້ຮັບການປັບປຸງ ເຊິ່ງປະກອບມີຄວາມອາດສາມາດ ດ້ານເຕັກນິກວິຊາ ການ ທີ່ເຂັ້ມແຂງແລະທັກສະ ດ້ານການຄຸ້ມຄອງ ຂອງພະນັກງານປ່າສະຫງວນແຫ່ງຊາດແລະບັນດາຜູ້ມີສ່ວນຮ່ວມ ທີ່ໄດ້ປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານຂອງປ່າສະຫງວນ, ຂໍ້ມູນພື້ນຖານທີ່ສົມບູນ ສໍາລັບປ່າສະຫງວນ ທີ່ໄດ້ມາຈາກການຈັດຕັ້ງປະຕິບັດແຜນງານ ສຶກສາຄົ້ນຄ້ວາທີ່ລະອຽດແລະຂອບເຂດການເຮັດວຽກທີ່ລະອຽດ ສໍາລັບການຄຸ້ມຄອງການທ່ອງທ່ຽວ ແບບຍືນຍົງ. ນອກຈາກນີ້, ການຄຸ້ມຄອງ ທີ່ມີປະສິດທິພາບສູງ ເປັນແຮງຈູງໃຈໃຫ້ຫີນໜາມໜໍ່ ໄດ້ຮັບການຍົກລະດັບໃຫ້ເປັນອຸທິຍານແຫ່ງຊາດ (ໝວດ 2 ຂອງອົງການ IUCN)ຕາມທີ່ທາງລັດຖະບານລາວ ກໍາລັງດໍາເນີນການໃນປະຈຸບັນ. Continue reading
ພິທີເປີດຝຶກອົບຮົມສ້າງຄູຝຶກດ້ານເຕັກນິກວິຊາການກະສິກໍາ ແລະ ປ່າໄມ້ ໃຫ້ພະນັກງານວິຊາການສູນ ແລະ ສະຖານີບໍລິການດ້ານເຕັກນິກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ເມືອງ
ໃນວັນທີ 29 ກໍລະກົດ 2019 ນີ້, ທີ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນຫ້ວຍຊົ້ວ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດຊຸດຝຶກອົບຮົມເພື່ອສ້າງຄູຝຶກດ້ານເຕັກນິກ ວິຊາການ ກະສິກໍາ ແລະ ປ່າໄມ້ ໃຫ້ພະນັກງານວິຊາການສູນ, ສະຖານີບໍລິການສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂັ້ນເມືອງ ຂື້ນ, ໃຫ້ກຽດເປັນປະທານເປີດຊຸດຝຶກອົບຮົມໂດຍ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ໂດຍມີຄະນະນໍາກະຊວງ, ຫົວໜ້າກົມ, ຮອງກົມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍວິທະຍາກອນ, ພະນັກງານຫຼັກແຫຼ່ງວິຊາການຈາກພະແນກ ກະສິກໍາ ແລະ ປ່າໄມ້ ແຂວງເປົ້າໝາຍເຂົ້າຮ່ວມ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ເພື່ືອເປັນການສ້າງຄູຝຶກໂດຍການສ້າງພະນັກງານວິຊາການຂັ້ນແຂວງແລະ ເມືອງ ໃຫ້ກາຍເປັນຜູ້ຖ່າຍທອດບົດຮຽນພ້ອມທັງເປັນຜູ້ນໍາພາຊ່ວຍເຫຼືອທາງດ້ານເຕັກນິກໃຫ້ແກ່ພະນັກງານປະຈໍາກຸ່ມບ້ານ ແລະ ຊາວກະສິກອນໃນຂັ້ນຕໍ່ໄປ, ນັກສໍາມະນາກອນຈະຮັບຮູ້ເຖິງຄວາມໝາຍ, ຄວາມສໍາຄັນຂອງນິຕິກໍາໃຕ້ກົດໝາຍຂອງຂະແໜງ ກະສິກໍາ ແລະ ປ່າໄມ້, ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາເພື່ອ ເຜີຍແຜ່ ແລະ ເປັນບ່ອນອີງໃນການວາງແຜນຈັດຕັ້ງປະຕິບັດວຽກງານຂອງຕົນ. ການຝຶກອົບຮົມນີ້ແມ່ນ ເລີ່ມແຕ່ວັນທີ 29 ກໍລະກົດ ຫາ 15 ສິງຫາ 2019 ລວມທັງໝົດ 15 ວັນ, ປະກອບມີ 4 ພາກໃຫຍ່, 12 ຫົວຂໍ້. ໂດຍມີຜູ້ເຂົ້າຮ່ວມຝຶກທັງໝົດ 40 ຄົນມາຈາກ 6 ແຂວງຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍາທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງ ວຽງຈັນ.
ທ່ານປະທານໄດ້ກ່າວໃນພິທີເປີດຝຶກອົບຮົມຄັ້ງນີ້ວ່າ: ການຝຶກອົບຮົມຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສໍາຄັນແລະ ເປັນບາດລ້ຽວໃໝ່ຂອງການສ້າງພະນັກງານນໍາພາ ການປູກ-ການລ້ຽງຂອງຂະແໜງພວກເຮົາ ແລະ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາຊັບພະຍາກອນມະນຸດຂອງກະຊວງ ຄືສ້າງນັກພັດທະນາຂັ້ນບ້ານໃຫ້ໄດ້ 3-5 ຄົນຕໍ່ບ້ານ, ຄາດວ່າຮອດປີ 2020 ຈະໃຫ້ໄດ້ 60-70% ແລະ ຮອດປີ 2025 ໃຫ້ໄດ້ 100%, ທັງເປັນການຜັນຂະຫຍາຍຂໍ້ຕົກລົງ 837/ກປໃຫ້ປະກົດຜົນເປັນຈິງ. ໃນຕອນທ້າຍທ່ານຍັງໄດ້ເນັ້ນໜັກຕ່ືມໃຫ້ບັນດານັກສໍາມະນາກອນທຸກຄົນຈົ່ງສຸມຈິດສຸມໃຈເຮັດໃຫ້ຊຸດຝຶກອົບຮົມນີ້ໃຫ້ໄດ້ຮັບຜົນດີເພ່ືອເຮັດແນວໃດຈະໃຫ້ຄວາມຮູ້ເຫຼົ່ານີ້ໄປເຖິງຊາວກະສິກອນ ແລະ ນໍາໃຊ້ເຂົ້າໃນການຜະລິດກະສິກໍາ ແລະ ປ່າໄມ້ ເພື່ອສ້າງຄອບຄົວຕົວແບບດ້ານກະສິກໍາ, ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ແລະ ເມືອງກະສິກໍາພັດທະນາໃຫ້ປະກົດຜົນເປັນຈິງ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ພິທີເຊັນສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການດ້ານສຸຂານາໄມຂອງໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສະຖານທີ່ກັກກັນສັດ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ.
ເພື່ອເປັນການຊຸກຍູ້ການສ້າງສະຖານທີ່ກັກກັນສັດເພື່ອສົ່ງອອກໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ, ກໍານົດໝາຍເຕັກນິກ ຂອງ ສປປ ລາວ ແລະ ຄໍາແນະນໍາຂອງອົງການສຸຂະພາບສັດສາກົນກໍານົດອອກ, ແນໃສ່ປະກອບສ່ວນຈັດຕັ້ງປະຕິບັດຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມ ກ່ຽວກັບການກັກກັນ ແລະ ກວດສຸຂະພາບສັດໃຫຍ່ທີ່ຈະສົ່ງຈາກ ສປປ ລາວ ໄປ ສປ ຈີນ ໃຫ້ເປັນຮູບປະທໍານັ້ນ, ໃນວັນທີ 24 ກໍລະກົດ 2019 ນີ້, ທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັບບໍລິສັດ ລາວໂກທົງພັດທະນາກິດຈະການລ້ຽງສັດ ຈໍາກັດ ຂອງ ສປ ຈີນ, ໄດ້ຈັດພິທີເຊັນສັນຍາວ່າດ້ວຍການຈັດຕັ້ງປະຕິບັດມາດຕະການດ້ານສຸຂານາໄມຂອງໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສະຖານທີ່ກັກກັນສັດທີ່ເມືອງ ສິງ ແຂວງ ຫຼວງນໍ້າທາຂື້ນ,
ໃນພິທີດັ່ງກ່າວທ່ານປະທານບໍລິສັດລາວໂກງທົງໄດ້ໃຫ້ຮູ້ວ່າ: ປີ 2018 ຜ່ານມາໄດ້ເຊັນສັນຍາລົງທຶນການຈັດຕັ້ງປະຕິບັດໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສູນກັກກັນສັດພາຍໃຕ້ມາດຕະການດ້ານສຸຂານາໄມສັດ ແລະ ສຸຂານາໄມພືດທີ່ດີ ກັບພະແນກແຜນການ ແລະ ການລົງທຶນແຂວງຫຼວງນໍ້າທາ, ຈາກນັ້ນບໍລິສັດໄດ້ເລີ່ມ ຈັດຕັ້ງປະຕິບັດໂຄງການໂດຍສ້າງຟາມລ້ຽງງົວຊີ້ນ ແລະ ສູນກັກກັນສັດຂື້ນ ຊຶ່ງມາຮອດປັດຈຸບັນໄດ້ສ້າງຟາມງົວຊີ້ນໄລຍະທໍາອິດສໍາເລັດແລ້ວ 3 ແຫ່ງສາມາດທອມງົວໄດ້ 4.000 ໂຕ ແລະ ກໍ່ສ້າງສູນກັກກັນສັດສໍາເລັດ 90 ສ່ວນຮ້ອຍ, ເຊິ່ງໃນຕໍ່ໜ້າທາງບໍລິສັດຈະສຸມຄວາມພະຍາຍາມເພື່ອເຮັດໃຫ້ສໍາເລັດດ້ານວຽກງານດັ່ງກ່າວເພື່ອໃຫ້ບັນລຸ ແລະ ສາມາດສົ່ງອອກງົວພັນຊີ້ນໄປຍັງ ສປ ຈີນ ທີ່ໄດ້ທັງປະລິມານ ແລະ ຄຸນນະພາບ, ເພື່ອໃຫ້ສໍາເລັດຕາມແຜນການ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ ໂດຍສະເພາະດ້ານການບໍລິຫານຄຸ້ມຄອງ, ການຕິດຕາມດ້ານເຕັກນິກທີ່ຕິດພັນກັບວຽກງານກັກກັນສັດ ແລະ ເພື່ອຮັບຮອງເອົາແບບຂອງສູນກັກກັນສັດທີ່ກໍາລັງດໍາເນີນການກໍ່ສ້າງຢູ່ຈຶ່ງໄດ້ຈັດພິທີດັ່ງກ່າວນີ້ຂື້ນ, ເຊິ່ງການລົງນາມໃນສັນຍາໂຄງການດັ່ງກ່າວນີ້ ຕາງໜ້າຝ່າຍລາວເຊັນໂດຍທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້, ແລະ ຕາງໜ້າຝ່າຍຈີນເຊັນໂດຍທ່ານ ຫວາງເຊີນລີ ປະທານບໍລິສັດໂກທົງ ພັດທະນາກິດຈະການລ້ຽງສັດ ຈໍາກັດໂດຍມີທ່ານຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການທີ່ກ່ຽວຂ້ອງຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ