ການພະຍາກອນລະດູການ 3 ຫາ 6 ເດືອນລ່ວງໜ້າ ຈາກລະບົບອຸຕຸກະເສດ ສປປ ລາວ
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມມືເຮັດວຽກປະສານງານກັບ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້. ໄດ້ຮວ່ມກັນພັດທະນາລະບົບການບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ ພາຍໃຕ້ການສະໜັບສະໜູນທຶນຮອນ ແລະ ເຕັກນິກຈາກ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ.
ລະບົບອຸຕຸກະເສດ ຂອງ ສປປ ລາວ ແມ່ນລະບົບ ເວັບ ແລະ ແອັບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ ຜ່ານທາງອິນເຕີເນັດດ້ວຍໂທລະສັບມືຖື, ແທັບເລັດ ແລະ ຄອມພິວເຕີ້. ລະບົບປະກອບດ້ວຍ 4 ຊຸດອົງປະກອບຫຼັກ ທີ່ສະແດງແຜນທີ່ຈຸດສັງເກດອາກາດ, ການບໍລິການຂໍ້ມູນອາກາດ, ການບໍລິການຂໍ້ມູນອຸຕຸກະເສດ ແລະ ຄຸ້ມຄອງລະບົບ.
ຂໍ້ມູນການພະຍາກອນລະດູການ ແມ່ນຂໍ້ມູນໜຶ່ງທີ່ສຳຄັນທີ່ສຸດຂອງລະບົບ ແລະ ເປັນອົງປະກອບອັນໂດດເດັ່ນ ຂອງລະບົບອຸຕຸກະເສດຂອງ ສປປ ລາວ ທີ່ມີຄວາມສາມາດຜະລິດຂໍ້ມູນພະຍາກອນໂດຍອັດຕະໂນມັດຈາກລະບົບ ແລະ ທຸກຄົນທີ່ສາມາດເຂົ້າເຖິງ ໂດຍຜ່ານລະບົບ ທາງອິນເຕີເນັດ ເຊິ່ງຄວາມຊັບຊ້ອນຂອງຂະບວນການພັດທະນາແບບຈຳລອງ ແລະ ປະມວນຜົນທາງວິທະຍາສາດ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານວິຊາການໂດຍກົງ ຈາກສະຖາບັນພູມອາກາດ ອາຊີປາຊີຟິກ (APCC) ປະເທດເກົາຫຼີໃຕ້, ຊີ້ນຳໂດຍໂຄງການສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ SAMIS ຂອງອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ. ລະບົບຫຼັກຊາ ແມ່ນຈະໃຫ້ຂໍ້ມູນພະຍາກອນລະດູການ ໄລຍະ 3 ຫາ 6 ເດືອນຂ້າງໜ້າ ແລະ ຂໍ້ມູນດັ່ງກ່າວ ແມ່ນຖືກປັບປຸງອັບເດດເປັນປະຈຳ ແບບລາຍເດືອນໂດຍອັດຕາໂນມັດ ຜ່ານ ທາງຂະບວນການປະເມີນຜົນ ແບບຈຳລອງພາຍໃນລະບົບ.
ຈຸດພິເສດທີ່ສຳຄັນຂອງຂໍ້ມູນພະຍາກອນລະດູການດັ່ງກ່າວ ແມ່ນມີລັກສະນະຕິດແທດກັບສະພາບພູມອາກາດຕົວ ຈິງຂອງ ສປປ ລາວ ແລະ ເປັນຂໍ້ມູນພະຍາກອນໜຶ່ງ ທີ່ມີຄຸນນະພາບ ແລະ ມີຄວາມຊັດເຈນທີ່ສຸດໃນໂລກ, ການຄິດໄລ່ປະມວນຜົນແບບຈຳລອງ ແມ່ນໄດ້ນຳໃຊ້ຂໍ້ມູນສັງເກດການໄລຍະ 30 ປີ ຈາກສະຖານີຕົວແທນ 18 ສະຖານີລະດັບແຂວງ ທົ່ວປະເທດ ປະສົມປະສານກັບຄ່າປະມວນຜົນຈຳລອງທາງດ້ານວິທະຍາສາດ ຈາກສະຖາບັນວິໄຈພູມອາກາດ NMME ໂດຍນຳ ໃຊ້ 7 ແບບຈຳລອງ ປະມວນຜົນຜ່ານໂປຼແກມ R-Script.
ຂໍ້ມູນພະຍາກອນລະດູການແມ່ນເປັນຂໍ້ມູນທີ່ມີຄວາມສຳຄັນຫຼາຍ ສຳລັບຊາວກະສິກອນ ແລະ ຂະແໜ່ງການອື່ນໆ ເຊິ່ງສາມາດຮູ້ໄດ້ສະພາບອຸນຫະພູມ ແລະ ນ້ຳຝົນ ໄລຍະ 3 ຫາ 6 ເດືອນລ່ວງໜ້າ ເຮັດໃຫ້ເຂົາເຈົ້າສາມາດນຳເອົາຂໍ້ມູນດັ່ງ ກ່າວ ເຂົ້າໃນການວາງແຜນຄຸ້ມຄອງຜົນລະປູກຂອງເຂົາເຈົ້າ ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ອັນຕະລາຍ ທີ່ອາດຈະເກີດຈາກສະພາບອາກາດທີ່ບໍ່ອຳນວຍ. ພ້ອມດຽວກັນນັ້ນ, ເຂົາເຈົ້າກໍ່ສາມາດວາງແຜນລ່ວງໜ້າ ກ່ຽວກັບລະດູການປູກຝັງຂອງເຂົາເຈົ້າໄດ້ຈາກຂໍ້ມູນດັ່ງກ່າວ. ໃນລະບົບອຸຕຸກະເສດ ຂໍ້ມູນດັ່ງກ່າວນີ້ຖືວ່າເປັນຂໍ້ມູນພື້ນຖານ ທີ່ນຳໃຊ້ ເຂົ້າໃນຫຼາຍອົງປະກອບ ໃນພາກບໍລິການຂໍ້ມູນອຸຕຸກະເສດ ເຊິ່ງປະກອບມີ: ບົດຂ່າວອຸຕຸກະເສດປະຈຳເດືອນ, ການໃຫ້ຄຳ ແນະນຳກະສິກຳແບບຊານສະຫຼາດ ຕາມແຕ່ລະໄລຍະສະພາບອາກາດ, ຄາດຄະເນຄວາມສ່ຽງອຸຕຸກະເສດ (ຄວາມແຫ້ງແລ້ງ ກະສິກຳ, ຝົນຕົກໜັກ, ການລະບາດ ພະຍາດ ແລະ ແມງໄມ້, ອາກາດຮ້ອນເອົ້າ, ອາດກາດໜາວເຢັນ) ແລະ ແຜນທີ່ຄາດຄະເນຄວາມແຫ້ງແລ້ງ ແລະ ສະພາບອາກາດຮ້ອນເອົ້າລະດັບເມືອງທົ່ວປະເທດ.
ການພະຍາກອນລະດູການຈາກລະບົບຫຼັກຊາ ໄລຍະເດືອນ 2 ຫາ ເດືອນ 4/2022 ຊີ້ໃຫ້ເຫັນວ່າ: ສຳລັບອຸນຫະພູມແຂວງ ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ຄາດຄະເນ ມີສະພາບອຸນຫະພູມຕ່ຳກວ່າເກນປົກກະຕິ ແລະ ແຂວງອື່ນໆ ແມ່ນຢູ່ໃນເກນປົກກະຕິ; ສຳລັບຜົນຄາດຄະເນສະພາບນ້ຳຝົນ ແມ່ນບັນດາແຂວງສ່ວນຫຼາຍທົ່ວປະເທດ ສະແດງສະພາບນ້ຳຝົນຫຼາຍກ່ວາເກນປົກກະຕິ 5 ແຂວງ ຄື: ແຂວງ ບໍ່ແກ້ວ, ຄຳມ່ວນ, ສາລະວັນ, ຈຳປາສັກ ແລະ ແຂວງ ເຊກອງ ເຊິ່ງສະແດງໃຫ້ເຫັນວ່າ: ມີສະພາບນ້ຳຝົນຢູ່ໃນເກນປົກກະຕິ. ຄວາມສ່ຽງອຸຕຸກະເສດສຳລັບເດືອນ ກຸມພາ 2022 ຊີ້ໃຫ້ເຫັນວ່າ: (1) ຄວາມສ່ຽງພະຍາດ ແຂວງ ວຽງຈັນ ມີຄວາມສ່ຽງລະດັບປານກາງ, (2) ຄວາມສ່ຽງ ການລະບາດແມງໄມ້ ແຂວງ ບໍ່ແກ້ວ ມີຄວາມສ່ຽງລະດັບປານກາງ, (3) ຄວາມສ່ຽງໄພແຫ້ງແລ້ງກະສິກຳ ບໍ່ມີຄວາມສ່ຽງ, (4) ຄວາມສ່ຽງ ສະພາບອາກາດໍຮ້ອນເອົ້າ ແລະ ໜາວເຢັນ ແມ່ນບໍ່ມີຄວາມສ່ຽງ ແລະ (5) ຄວາມສ່ຽງສະພາບຝົນຕົກໜັກ ແຂວງ ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຈຳປາສັກ ແລະ ແຂວງ ເຊກອງ ມີຄວາມສ່ຽງລະດັບປານກາງ.
ຂໍ້ມູນເພີ້ມເຕີມ:
ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).
ທີ່ຢູ່ເວັບໄຊ້ຫຼັກຊາ: www.lacsa.net
ລະບົບເອບປຼີເກເຊີນ ແອນດຼອຍ: https://play.google.com/store/apps/details?id=com.fao.lacsa_app
ລະບົບເອບປຼີເກເຊີນ ແອບໂປ້: https://apps.apple.com/sg/app/lacsa/id1573693442
ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່: https://www.facebook.com/samisdmh.