ການບໍລິການຂໍ້ມູນຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ໃນໄລຍະຜ່ານມາ
ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ຢູ່ ສປປ ລາວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກກອງທຶນປະເທດດ້ອຍພັດທະນາ ຂອງກອງທຶນສິ່ງແວດລ້ອມໂລກ GEF, ຈັດຕັ້ງປະຕິບັດໂດຍອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ປະຕິ ບັດງານໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (MONRE), ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ (DALaM), ກະຊວງກະສິກໍາ ແລະ ປ່າໄມ້ (MAF).
ໂຄງການ SAMIS ປະກອບມີ 3 ອົງປະກອບ ຄື: (1) ສ້າງຄວາມເຂັ້ມແຂງໃຫ້ແກ່ການຕິດຕາມສັງເກດອຸຕຸກະເສດ, ການວິເຄາະ, ການສື່ສານ ແລະ ການນໍາໃຊ້ຂໍ້ມູນ ແລະ ຂ່າວສານ ສໍາລັບການຕັດສິນໃຈໃນການເຮັດກະສິກໍາ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; (2) ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມອາດສາມາດ ດ້ານສະຖາບັນ ແລະ ດ້ານວິຊາການ ເພື່ອຕິດຕາມ ແລະ ວິເຄາະລະບົບການຜະລິດກະສິກໍາ ແລະ ການພັດທະນາລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRIMS) ແລະ ການແບ່ງເຂດລະບົບນິເວດ-ກະສິກໍາ (AEZ); ແລະ (3) ການຄຸ້ມຄອງຄວາມຮູ້, ການເຜີຍແຜ່ ແລະ ການນໍາໃຊ້ຂໍ້ມູນຂ່າວສານ ແລະ ບົດຮຽນທີ່ໄດ້ຮຽນຮູ້ເພື່ອການຕັດສິນໃຈ; ການວາງແຜນ, ການຕິດຕາມກວດກາ ແລະ ການປະເມີນຜົນ.
ໂຄງການດັ່ງກ່າວຈະແກ້ໄຂບັນຫາການຕິດຕາມ-ກວດກາ, ການສັງເກດການ, ການວິເຄາະ, ການເກັບຮັກສາຂໍ້ມູນ ແລະ ການພັດທະນາຜະລິດຕະພັນຂໍ້ມູນຂ່າວສານທີ່ມີມູນຄ່າເພີ່ມ, ສົ່ງເສີມການແບ່ງປັນຂໍ້ມູນ ແລະ ການອອກແຈ້ງການເພື່ອການຕັດສິນໃຈທາງດ້ານກະສິກໍາທີ່ດີກວ່າ. ພະນັກງານຂັ້ນສູນກາງ, ແຂວງ ແລະ ທ້ອງຖີ່ນທີ່ຢູ່ໃນສາຍຕັ້ງຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH) ພາຍໃນກະຊວງຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ (MONRE) ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ (DALaM) ພາຍໃນກະຊວງກະສິກໍາ ແລະ ປ່າໄມ້ (MAF) ໄດ້ຮັບການຝຶກອົບຮົມກ່ຽວກັບ: ອຸຕຸກະເສດ ແລະ ລະບົບຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ. ລະບົບຂໍ້ມູນຂ່າວສານຈະໃຫ້ຜົນປະໂຫຍດແກ່ຫລາຍໆຂະແຫນງການ ແລະ ຈະໄດ້ຮັບການພັດທະນາ ໂດຍການຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມພັດທະນາອື່ນໆ ທີ່ເຮັດວຽກຢູ່ໃນຂົງເຂດທີ່ຄ້າຍຄືກັນ.
ໃນໄລຍະຫຼາຍເດືອນທີ່ຜ່ານມາ ໂຄງການ SAMIS ໄດ້ລົງຂ່າວກ່ຽວກັບ: ການຕິດຕາມສະພາບດິນຟ້າອາກາດ ແລະ ແຜນທີ່ການນຳໃຊ້ທີ່ດິນໃນ ສປປ ລາວ ເຊັ່ນ: ການບໍລິການຂໍ້ມູນອຸຕຸກະເສດໃນປະເທດລາວ; ແຜນທີ່ພູມອາກາດປະເທດລາວ; ການສ້າງແຜນທີ່ດິນຂອງ ສປປ ລາວ; ແຜນທີ່ປົກຫຸ້ມທີ່ດິນກະສິກຳຢູ່ ສປປ ລາວ; ການແບ່ງເຂດນິເວດກະສິກຳ ແລະ ວິທີການໃຫ້ການບໍລິການຂໍ້ມູນສະພາບອາກາດໃຫ້ແກ່ຊາວກະສິກອນ. ຊຶ່ງຊຶ່ງໄດ້ອັບໂຫຼດລົງໃນເວັບໄຊ໌, ເຟສບຸກ, ຢູທູບ ຂອງກົມຄຸມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ກົມອຸຕຸນິຍົມ ແລະ ອຸທົກກະສາດ; ເວັບໄຊ໌ຂອງໂຄງການ SAMIS. ຂໍ້ມູນເຫຼົ່ານີ້ຈະເປັນປະໂຫຍດຫຼາຍຕໍ່ຊາວກະສິກອນ, ນັກວິຊາການ, ນັກວາງແຜນນະໂຍບາຍ ແລະ ນັກທຸລະກິດ ເພື່ອໃຊ້ເຂົ້າໃນການກຳນົດ, ວາງແຜນການພັດທະນາກະສິກຳໃຫ້ມີຄວາມແນ່ນອນຫຼາຍຂຶ້ນ. ສະນັ້ນ, ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າໄປແຫຼ່ງຂໍ້ມູນໄດ້ທີ່: