ການບໍລິການຂໍ້ມູນຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ໃນໄລຍະຜ່ານມາ

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ   (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ຢູ່ ສປປ ລາວ   ແມ່ນໄດ້ຮັບການຊ່ວຍເຫຼືອຈາກກອງທຶນປະເທດດ້ອຍພັດທະນາ ຂອງກອງທຶນສິ່ງແວດລ້ອມໂລກ GEF, ຈັດຕັ້ງປະຕິບັດໂດຍອົງການອາຫານ ແລະ ການກະເສດແຫ່ງ​ສະ​ຫະ​ປະ​ຊາ​ຊາດ (FAO) ແລະ ປະຕິ ບັດງານໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (MONRE), ກົມຄຸ້ມຄອງ ແລະ ພັດ​ທະ​ນາ​ທີ່ດິນກະສິກໍາ (DALaM), ກະຊວງກະສິກໍາ ແລະ ປ່າໄມ້ (MAF).

ໂຄງການ SAMIS ປະກອບມີ 3 ອົງປະກອບ ຄື: (1) ສ້າງຄວາມເຂັ້ມແຂງໃຫ້ແກ່ການຕິດຕາມສັງເກດອຸຕຸກະເສດ, ການວິເຄາະ, ການສື່ສານ ແລະ ການນໍາໃຊ້ຂໍ້ມູນ ແລະ ຂ່າວສານ ສໍາລັບການຕັດສິນໃຈໃນການເຮັດກະສິກໍາ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; (2) ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມອາດສາມາດ ດ້ານສະຖາບັນ ແລະ ດ້ານວິຊາການ ເພື່ອຕິດຕາມ ແລະ ວິເຄາະລະບົບການຜະລິດກະສິກໍາ ແລະ ການພັດທະນາລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRIMS) ແລະ ການແບ່ງເຂດລະບົບນິເວດ-ກະສິກໍາ (AEZ); ແລະ (3) ການຄຸ້ມຄອງຄວາມຮູ້, ການເຜີຍແຜ່ ແລະ ການນໍາໃຊ້ຂໍ້ມູນຂ່າວສານ ແລະ ບົດຮຽນທີ່ໄດ້ຮຽນຮູ້ເພື່ອການຕັດສິນໃຈ; ການວາງແຜນ, ການຕິດຕາມກວດກາ ແລະ ການປະເມີນຜົນ.

ໂຄງການດັ່ງກ່າວຈະແກ້ໄຂບັນຫາການຕິດຕາມ-ກວດກາ, ການສັງເກດການ, ການວິເຄາະ, ການເກັບຮັກສາຂໍ້ມູນ ແລະ ການພັດທະນາຜະລິດຕະພັນຂໍ້ມູນຂ່າວສານທີ່ມີມູນຄ່າເພີ່ມ, ສົ່ງເສີມການແບ່ງປັນຂໍ້ມູນ ແລະ ການອອກແຈ້ງການເພື່ອການຕັດສິນໃຈທາງດ້ານກະສິກໍາທີ່ດີກວ່າ. ພະນັກງານຂັ້ນສູນກາງ, ແຂວງ ແລະ ທ້ອງຖີ່ນທີ່ຢູ່ໃນສາຍຕັ້ງຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH) ພາຍໃນກະຊວງຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ (MONRE) ແລະ ກົມຄຸ້ມຄອງ ແລະ ພັດ​ທະ​ນາທີ່ດິນກະສິກໍາ (DALaM) ພາຍໃນກະຊວງກະສິກໍາ ແລະ ປ່າໄມ້ (MAF) ໄດ້ຮັບການຝຶກອົບຮົມກ່ຽວກັບ: ອຸຕຸກະເສດ ແລະ ລະບົບຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ. ລະບົບຂໍ້ມູນຂ່າວສານຈະໃຫ້ຜົນປະໂຫຍດແກ່ຫລາຍໆຂະແຫນງການ ແລະ ຈະໄດ້ຮັບການພັດທະນາ ໂດຍການຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມພັດທະນາອື່ນໆ ທີ່ເຮັດວຽກຢູ່ໃນຂົງເຂດທີ່ຄ້າຍຄືກັນ.

ໃນ​ໄລ​ຍະຫຼາຍ​ເດືອນ​ທີ່​ຜ່ານ​ມາ ໂຄງ​ການ SAMIS ໄດ້​ລົງ​ຂ່າວ​ກ່ຽວ​ກັບ: ການ​ຕິດ​ຕາມ​ສະ​ພາບ​ດິນ​ຟ້າ​ອາ​ກາດ ແລະ ແຜນ​ທີ່​ການ​ນຳ​ໃຊ້​ທີ່​ດິນໃນ ສ​ປ​ປ ລາວ ເຊັ່ນ: ການ​ບໍ​ລິ​ການ​ຂໍ້​ມູນ​ອຸ​ຕຸ​ກະ​ເສດ​ໃນ​ປະ​ເທດ​ລາວ; ແຜນ​ທີ່​ພູມ​ອາ​ກາດ​ປະ​ເທດ​ລາວ; ການ​ສ້າງ​ແຜນ​ທີ່​ດິນ​ຂອງ ສ​ປ​ປ ລາວ; ແຜນ​ທີ່​ປົກ​ຫຸ້ມ​ທີ່​ດິນ​ກະ​ສິ​ກຳ​ຢູ່ ສ​ປ​ປ ລາວ; ການ​ແບ່ງ​ເຂດ​ນິ​ເວດ​ກະ​ສິ​ກຳ ແລະ ວິ​ທີ​ການ​ໃຫ້​ການ​ບໍ​ລິ​ການ​ຂໍ້​ມູນ​ສະ​ພາບ​ອາ​ກາດ​ໃຫ້​ແກ່​ຊາວ​ກະ​ສິ​ກອນ. ຊຶ່ງ​ຊຶ່ງ​ໄດ້​ອັບ​ໂຫຼດ​ລົງ​ໃນ​ເວັບ​ໄຊ໌, ເຟ​ສ​ບຸກ, ຢູ​ທູບ ຂອງ​ກົມ​ຄຸມ​ຄອງ ແລະ ພັດ​ທະ​ນາ​ທີ່​ດິນ​ກະ​ສິ​ກຳ ແລະ ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ; ເວັບ​ໄຊ໌​ຂອງ​ໂຄງ​ການ SAMIS. ຂໍ້​ມູນ​ເຫຼົ່າ​ນີ້​ຈະ​ເປັນ​ປະ​ໂຫຍດຫຼາຍ​ຕໍ່​ຊາວ​ກະ​ສິ​ກອນ, ນັກ​ວິ​ຊາ​ການ, ນັກ​ວາງ​ແຜນ​ນະ​ໂຍ​ບາຍ ແລະ ນັກ​ທຸ​ລະ​ກິດ ເພື່ອ​ໃຊ້​ເຂົ້າ​ໃນ​ການກ​ຳ​ນົດ, ວາງ​ແຜນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ໃຫ້​ມີ​ຄວາມ​ແນ່ນອນຫຼາຍ​ຂຶ້ນ. ສະ​ນັ້ນ, ຜູ້​ທີ່​ມີ​ຄວາມ​ສົນ​ໃຈ ສາ​ມາດ​ເຂົ້າ​ໄປ​ແຫຼ່ງ​ຂໍ້​ມູນ​ໄດ້​ທີ່:

www.dalam.org.la

www.Lrims.net.la

https://www.facebook.com/samisdmh.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ