ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຊຸກຍູ້ໂອກາດລົງທຶນໃນຂົງເຂດກະສິກຳ ແລະ ການພັດທະນາຊົນນະບົດ ພາຍໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ/The Ministry of Agriculture and Forestry and FAO bolstering investment opportunities in agriculture and rural development under the Hand-in-Hand Initiative

[English below]

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຊຸກຍູ້​ໂອກາດ​ລົງທຶນ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ການພັດທະນາ​ຊົນນະບົດ

ພາຍໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ

ໃນວັນທີ 2 ກຸມພາ 2023, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ກະຊວງກະສິກຳ ແລະ ປ່າໄມ້ (MAF) ໄດ້ສະໜັບສະໜູນກອງປະຊຸມລະດັບລັດຖະມົນຕີກ່ຽວກັບການສະໜັບສະໜູນການລົງທຶນ ໃນ​ຂົງ​ເຂດກະສິກຳ ແລະ ການພັດທະນາຊົນນະບົດ ​ຕາມ​ແລວ​ເສດຖະກິດ​ການ​ເຕີບ​ໂຕ​ສີຂຽວ.

ການ​ພັດທະນາຕາມ​ແລວ​ເສດຖະກິດການເຕີບໂຕ​ສີຂຽວ​ຕາມເສັ້ນທາງລົດໄຟ ​ລາວ-ຈີນ ​ໄດ້​ເປີດຕົວໃນ​ປີ 2021 ​ໂດຍ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ (MAF) ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກອົງການ FAO ພາຍ​ໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ (HIHI), ​ເພື່ອ​ຊ່ວຍສົ່ງເສີມຄວາມພະຍາຍາມຂອງ ລັດຖະບານ ແຫ່ງ ສປປ ລາວ ໃນການບັນລຸເປົ້າໝາຍບູລິມະສິດແຫ່ງຊາດ ແລະ ເປົ້າໝາຍຍຸດທະສາດກ່ຽວກັບການເຕີບໂຕທາງດ້ານເສດຖະກິດ, ການພັດທະນາຊົນນະບົດ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ.

ກອງ​ປະ​ຊຸມລະດັບ​ລັດ​ຖະ​ມົນ​ຕີນີ້ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ວຽງ​ຈັນ ​ເພື່ອ​ແນໃສ່​ທົບ​ທວນ​ຄວາມ​ຄືບ​ໜ້າ​ພາຍ​ໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ (HIHI); ແລະ ປຶກສາຫາລືກ່ຽວກັບໂອກາດການລົງທຶນທີ່ເກີດຂຶ້ນຈາກກອງປະຊຸມການລົງທຶນ HIH Investment Forum ທີ່ໄດ້ຈັດຂຶ້ນໃນເດືອນຕຸລາ 2022 ທີ່ຜ່ານມາ, ລວມທັງກະກຽມການປະຊຸມການລົງທຶນຄັ້ງຕໍ່ໄປທີ່ໄດ້ກໍານົດຂຶ້ນໃນທ້າຍປີນີ້ໃນກຸງໂຣມ. ນອກຈາກການທົບທວນຄືນ ໂອກາດໃນການພັດທະນາຕະຫຼາດຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງຄະນະທີມສະເພາະກິດໃນໂຄງການ HIHI ນີ້ ໃນການຮັບປະກັນຂອງການລົງທຶນໃຫ້ມີທ່າແຮງທີ່ມີຄຸນນະພາບ.

 

ທ່ານ ທອງ​ພັດ ວົງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ແລະ ປ່າ​ໄມ້ ທີ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ​ ນຳສະເໜີ ​ແລະ ສ້າງ​ຄວາມ​ສົນ​ໃຈ​ດ້ານ​ການ​ລົງທຶນ​ຢູ່ ສປປ ລາວ ທີ່ກອງປະຊຸມ​ການ​ລົງທຶນ​ທີ່​ກຸງໂຣມ, ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ອົງການ FAO ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່ ກະຊວງ​ກະສິກໍາ ແລະ ປ່າໄມ້ ໃນ​ການ​ຈັດຕັ້ງປະຕິບັດແນວຄວາມຄິດລິເລີ່ມ​ທີ່ສຳຄັນ​ນີ້ ສໍາລັບ ສປປ ລາວ. ທ່ານ​ໄດ້ກ່າວ​ວ່າ “ລັດຖະບານ​ແຫ່ງ ສປປ ລາວ ​ໂດຍ​ໄດ້​ຮັບ​ການ​ສະໜັບສະ    ໜູນ​ຈາກອົງການ FAO ​ໃນການສ້າງ​ບົດ​ບັນທຶກ​ແນວຄວາມ​ຄິດ, ​ເຊິ່ງ​ເປັນ​ແມ່ພິມ​ຂອງວິຖີ​ແຫ່ງການ​ເຕີບ​ໂຕ​ນີ້. ບົດບັນທຶກແນວຄວາມຄິດໄດ້ຖືກພັດທະນາໂດຍລັດຖະບານ ທີ່ໄດ້ຮັບການສະໜັບສະໜູນທາງດ້ານວິຊາການຈາກອົງການ FAO, ແລະ ຂ້າພະເຈົ້າຍັງຂໍຂອບໃຈນຳ ອົງການ FAO ສໍາລັບທຸກການຊ່ວຍເຫຼືອ.” ທ່ານ ທອງ​ພັດ ວົງ​ມະນີ ຍັງໄດ້ກ່າວຕື່ມວ່າ: “​ຂ້າພະເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ອົງການ FAO, ສໍາ​ລັບ​ການ​ສະໜັບ​ສະໜູນ​ຢ່າງ​ຕໍ່​ເນື່ອງ​ ​ແລະ​ ຫວັງ​ວ່າພວກທ່ານຈະຍັງສືບຕໍ່ສະໜັບສະໜູນຢ່າງໝັ້ນ​ຄົງ. ລັດຖະບານ ແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ ໃນການອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນໃນຂະແໜງກະສິກຳຂອງ ສປປ ລາວ ເພື່ອໃຫ້ມີການເຕີບໂຕທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຄວາມສະເໝີພາບ, ເພື່ອໃຫ້ບັນລຸວິໄສທັດ ພາຍ​ໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

 

ທ່ານ ນາ​ຊາ ຮາ​ຢັດ ຜູ້ຕາງໜ້າ ອົງການ FAO ປະຈຳ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ​ໃຫ້ຄຳເຫັນວ່າ “​ໂຄງການ ການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ (HIHI) ​ໄດ້​ຮັບ​ການ​ຈັດຕັ້ງປະຕິບັດ​ຕາມ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ, ເຊິ່ງ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 1 ປີ​ແລ້ວ. ມັນ​ເປັນ​ການ​ເປີດ​ໂອກາດອັນໃຫຍ່ຫຼວງ ​ໃຫ້​ກັບເສດຖະກິດ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ກະສິກຳ. ປະເທດລາວກໍາລັງຈະຫັນປ່ຽນແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ. ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ສປປ ລາວ ໄດ້ກາຍເປັນປະເທດເຊື່ອມຕໍ່ກັບປະເທດອື່ນໆ. ປັດຈຸ​ບັນ​ນີ້​ ປະເທດລາວຍັງ​ກາຍ​ເປັນ​ສູນ​ການ​ຂົນ​ສົ່ງ​ສິນຄ້າ​ໃນ​ພາກ​ພື້ນ. ພວກເຮົາສາມາດປ່ຽນແປງຊີວິດຂອງຊາວກະສິກອນຂະໜາດນ້ອຍໃນ ສປປ ລາວ ໄດ້ຢ່າງແນ່ນອນ, ເຊິ່ງເປັນຈຸດປະສົງຫຼັກຂອງໂຄງການ HIHI.” ທ່ານ ນາ​ຊາ ຮາ​ຢັດ ຍັງໄດ້ກ່າວເພີ່ມຕື່ມວ່າ ບົນພື້ນຖານການນຳ​ສະ​ເໜີ​ໂອກາດ​ການ​ລົງ​ທຶນ​ ໂດຍ​ທ່ານ ທອງ​ພັດ ວົງ​ມະນີ ທີ່​ກຸງໂຣມ ​ໃນ​ປີ​ກາຍ​ນີ້ ທີ່​ກອງປະຊຸມການ​ລົງທຶນ HIHI, ພວກ​ເຮົາ​ໄດ້​ຮັບ​ການ​ຕອບຮັບທີ່​ດີ​ຫຼາຍ​ຈາກ​ພາກ​ເອກະ​ຊົນ/ບໍລິສັດຕ່າງໆ, ທະນາຄານສາກົນຫຼາຍ​ຝ່າຍ. ໃນຈຸດ​ນີ້, ຂ້າພະ​ເຈົ້າ​ຂໍ​ຮຽກຮ້ອງ​ໃຫ້​ບັນດາ​ທ່ານ​ຈົ່ງ​ນຳ​ໃຊ້ ​ແລະ ຍາດ​ແຍ່ງ​ເອົາ​ໂອກາດ​ນີ້ ​ເພື່ອ​ແນໃສ່​ເນັ້ນໜັກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳທີ່ເປັນຍຸດ​ທະ​ສາດ​ ໄດ້​ຢ່າງງ່າຍດາຍ ​ແລະ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.”

ກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານຈາກບັນດາກົມ ແລະ ກະຊວງຕ່າງໆເຂົ້າຮ່ວມ. ໃນນັ້ນລວມມີ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ (DAEC), ກົມກະສິກໍາ (DoA), ກົມປ່າໄມ້ (DF), ກົມຊັບສິນທາງປັນຍາ, ກົມລ້ຽງສັດ ແລະ ການປະມົງ (DLF), ກົມທີ່ດິນ (DOL) (MONRE), ກົມແຜນການ ແລະ ການຮ່ວມມື (DOPC) (MPWT), DOPF, DOTP, DRDC, DSEMP, DTEAP, NAFRI, PRF, ກົມຄົ້ນຄວ້າ ແລະ ສັງລວມ (PMO), DIC (MPI), ກົມອາຫານ ແລະ ການຢາ (MOH), ກົມສະຖິຕິລາວ, ພະແນກພັດທະນາການທ່ອງທ່ຽວ (MOICT), ຫ້ອງການກະສິກຳ ແລະ ປ່າໄມ້ແຂວງ ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະ ອື່ນໆ. ພ້ອມນັ້ນ ຍັງມີເພື່ອນຮ່ວມງານ ແລະ ຄູ່ຮ່ວມພັດທະນາອື່ນໆຂອງອົງການ FAO ກໍໄດ້ເຂົ້າຮ່ວມ.

 

The Ministry of Agriculture and Forestry and FAO bolstering investment opportunities in agriculture and rural development under the Hand-in-Hand Initiative

Vientiane, Lao People’s Democratic Republic On 2 February 2023, The Food and Agriculture Organization of the United Nations (FAO) and the Ministry of Agriculture and Forestry (MAF) facilitated an Inter-Ministerial meeting on bolstering investments to the agriculture and rural development sector within the Green Growth Economic Corridor.

Development of the Green Growth Economic Corrido along the Lao-China was launched in 2021 by the Ministry of Agriculture and Forestry (MAF), with support from FAO under the Hand-in-Hand Initiative (HIHI), to help further strengthen the Government of the Lao PDR’s efforts to achieve its national priorities and strategic objectives on economic growth, rural development, food and nutrition security.

This Inter-Ministerial meeting, organized in Vientiane aimed to review the progress made under Hand-in-Hand Initiative (HIHI); and to discuss the investment opportunities that arose from the HIH Investment Forum held in October 2022, as well as to start preparing for the next Investment Forum scheduled later this year in Rome. In addition to reviewing the market development opportunities for the agriculture and rural development sectors, the meeting also discussed the importance of the HIHI Taskforce in securing these potential investments status.

His Excellency Mr. Thongphath Vongmany, Deputy Minister of Agriculture and Forestry, who led the Lao Delegation to promote and attract investment interests in the Lao PDR at the Investment Forum in Rome expressed his gratitude to FAO for its support to MAF in implementing this important initiative for Lao PDR. He stated “the Government of Lao PDR with the support of FAO developed a Concept Note, which is the Blueprint of this visionary growth trajectory. The Concept Note was developed by the Government with technical support from FAO, and I am thankful to FAO for its assistance.” “I would like to extend my sincere appreciation to FAO, for their continuous support and hope that it will remain strong. I would also like to express that Government of Lao PDR stands fully committed in facilitating private sector investment in Lao PDR’s agriculture sector for green and equitable growth, realizing its vision under the Hand-in-Hand Initiative,” he continued.

Mr. Nasar Hayat, FAO Representative to Lao People’s Democratic Republic, noted that “the HIHI has been implemented along the Lao-China Railway, which has been in operation for over a year now. It opens up a large number of opportunities for the Lao economy particularly for the agriculture sector. The country is transforming like never before in its history. From a land-locked country, Lao PDR has now become a land-linked country. It is also now becoming the logistics hub in the region. We can surely transform the lives of small farmers in Lao PDR which is the primary objective of the HIHI.” “Building on the great presentation in investment opportunities by His Excellency Mr. Thongphath Vongmany in Rome last year at the HIHI Investment Forum, we got a lot of very positive responses from a number of private sector/entities and multi-lateral and global banks. In this regard, I would like to humbly request you to make use of and grab this opportunity to focus and support the process to make it easy for those entrepreneurs to invest in our strategic agricultural sector and make the reality happen.”

The event was attended by Director Generals and Deputy Director Generals and other colleagues from various departments and ministries. Those are Department of Agricultural Extension and Cooperatives (DAEC), Department of Agriculture(DoA), Department of Forestry(DoF), Department of Intellectual Property, Department of Livestock and Fisheries (DLF), Department of Land (DOL) (MONRE), Department of Planning and Corporation (DOPC) (MPWT), DOPF, DOTP, DRDC, DSEMP, DTEAP, NAFRI, PRF, Department of Research and Compiling (PMO), DIC (MPI), Food and Drug Department (MOH), External Finance and Debt Management (MOF), Lao Statistic Bureau, Tourism Development Department (MOICT), Provincial Agriculture and Forestry Office of Luang Namtha, Oudomxay, Luang Prabang, Vientiane Province, and others. Other FAO colleagues and development partners were also present.

 

Lao Media Contact Person/s:

Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org

Vilaylack Khounvisith, National Communication Consultant – Vilaylack.Khounvisith@fao.org

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ