ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ

ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ

 ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໄດ້ຈັດຂຶ້ນ, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໃນວັນທີ 6 ກຸມພາ 2023. ໂດຍການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊິ່ງມີຫົວໜ້າ-ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ, ຂະແໜງປ່າໄມ້, ຂະແໜງກວດກາປ່າໄມ້; ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ເພື່ອເປັນການທົບທວນຄືນວຽກງານປ່າໄມ້ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ, ຊອກຫາບັນຫາ, ຂໍ້ຫຍຸ້ງຍາກທີ່ພົບພໍ້ ແລະ ກໍານົດທິດທາງປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ ເພືີ່ອພັດທະນາວຽກງານ ຂະແໜງການປ່າໄມ້ໃຫ້ມີຜົນສໍາເລັດ, ພ້ອມດຽວກັນນັ້ນ, ກໍ່ເປັນການຜັນຂະຫຍາຍໜ້າທີ່ການເມືອງຂອງພັກ ແລະ ລັດຖະບານ ວາງອອກ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະ ກິດ-ການເງິນ (2021-2023) ກໍ່ຄື: ການຜະລິດເພືີ່ອທົດແທນການນໍາເຂົ້າຈາກຕ່າງປະເທດ ແລະ ການສົ່ງເສີມຜະລິດເປັນສິນຄ້າສົ່ງອອກ.

ໃນທີ່ປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ: ການສະຫຼຸບຕີລາຄາຮອບດ້ານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມໃນຊູມປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍປ່າໄມຸ້, ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແລະ ຄໍາສັ່ງເລກທີ 05/ນຍ ໂດຍສະເພາະວຽກງານກວດກາ ແລະ ດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້, ປະກອບຄໍາເຫັນກ່ຽວກັບ ວຽກງານຄຸ້ມຄອງປົກປັກຮັກສາ, ພັດທະນາ ແລະ ນໍາໃຊຸ້ປ່າໄມຸ້ ແລະ ທີ່ດິນປ່າໄມ້ (1. ສະພາບການປ່ຽນແປງປ່າໄມ້ ແລະ ທີ່ດິນປ່າໄມ້; 2. ການສົ່ງເສີມປູກໄມ້ ເພື່ອເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ; 3. ການຊຸກຍູ້ສົ່ງເສີມຕ່ອງໂສ້ການຜະລິດຂອງບັນດາໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ).

ນອກຈາກນີ້, ບັນດາແຂວງກໍ່ໄດ້ປະກອບຄຳເຫັນກ່ຽວກັບ: ບົດຮຽນທີ່ດີກ່ຽວກັບ ການສົໍ່ງເສີມການທ່ອງທ່ຽວທຳ ມະຊາດຢູ່ນໍ້າກັດຢໍລະປາ; ການແກ້ໄຂບັນຫາຂໍ້ຫຍຸຸ້ງຍາກ ໃນການສົ່ງເສີມການທ່ອງທ່ຽວທໍາມະຊາດ ໂດຍສະເພາະ ການມີສ່ວນຮ່ວມ ແລະ ເປັນເຈົົ້າການ ຂອງພາກສ່ວນກ່ຽວຂ້ອງຢູ່ປ່າສະຫງວນນໍ້າກ່ານ; ການສົ່ງເສີມການປູກໄມ້ໃນເຂດປ່າຜະລິດ; ມາດຕະການແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ໃນ 3 ປະເພດປ່າ; ມາດຕະການແກ້ໄຂບັນຫາການລັກລອບ ຕັດໄມ້ໃນ 3 ປະເພດປ່າ ໂດຍສະເພາະໃນເຂດປ່າສະຫງວນ; ບັນຫາການດໍາເນີນຄະດີຕໍ່ຜູ້ລັກລອບຕັດໄມ້. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ມີການສົນທະນາ ແລະ ແລກປ່ຽນຄໍາຄິດຄຳເຫັນຢ່າງກົງໄປກົງມາ ເພື່ອນໍາໄປແກ້ໄຂບັນຫາຂໍ້ຄົງ ຄ້າງ ແລະ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງປັກປັກຮັກສາປ່າໄມ້ ທີ່ມີຢູ່ໃນປະຈຸບັນ ຈໍານວນ 14,7 ລ້ານເຮັກຕາ ບໍ່ໃຫ້ຖືກທໍາລາຍ ແລະ ເຊື່ອມໂຊມ; ຄຸ້ມຄອງປົກປັກຮັກສາທີ່ດິນປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົົ່ວປະເທດ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ກ່າວປິດກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ເພືີ່ອບັນລຸຂໍ້ຄົງຄ້າງ ແລະ ເປົົ້າໝາຍລວມ ໃນການຄຸ້ມຄອງປົກປັກຮັກສາຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທໍາລາຍ, ຟື້ນຟູບູລະນະ ແລະ ພັດທະນາປ່າໄມ້ ທີີ່ເສືີ່ອມໂຊມໃຫ້ມີຄວາມອຸດົມສົມບູນ ເປັນແຫຼ່ງສະສົມສິນເຊືີ່ອກາກບອນ, ບໍລິການທ່ອງທ່ຽວ ແລະ ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກໍາປຸງແຕ່ງໄມ້ ທີີ່ມີການນໍາໃຊ້ເຕັກນິກເຕັກໂນໂລຊີ ແລະ ນະວັດຕະກໍາ ທີີ່ທັນສະໄໝ ປະກອບສ່ວນຢ່າງແຂງແຮງ ເຂົົ້າໃນການສ້າງລາຍຮັບ ກໍ່ຄືການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ທຸກພາກສ່ວນຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິໜ້າທີ່ ຄວາມຮັບຜິດຊອບຂອງຕົນ ໃຫ້ປະສົບຜົນສຳເລັດຕາມການມອບໝາຍ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ