ກອງປະຊຸມປະຈໍາປີ ໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ

ກອງປະຊຸມປະຈໍາປີ ໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ

       ໃນລະຫວ່າງວັນທີ 7-9/2/2023 ໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ ທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ແລະ ກໍາປູເຈຍ ໂດຍໄດ້ຮັບທຶນການຄົ້ນຄວ້າ ຈາກສູນຄົ້ນຄວ້າກະສິກໍາສາກົນ ປະເທດອົດສະຕາລີ (ACIAR project CROP/2019/145 for 2021-2025) ໄດ້ຈັດກອງປະຊຸມປະຈໍາປີຂື້ນ, ຢູ່ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໂດຍການເປັນປະທານຂອງ ທ່ານ ນາງ ປອ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Dr Eric Huttner ຜູ້ຮັບຜິດຊອບດ້ານການປູກຝັງຂອງ ACIARF, ມີນັກຄົ້ນຄວ້າມາຈາກ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນະບົດ (NAFRI), ສະຖາບັນຄົ້ນຄວ້າກະສິກໍາແຫ່ງຊາດ ກໍາປູເຈຍ (CARDI), ມະຫາວິທະຍາໄລແຫ່ງຊາດ ສປປລາວ, ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຄຼີນສະແລນ ປະເທດອົດສະຕາລີ, ສູນຄົ້ນຄວ້າກະສິກໍາສາກົນ ປະເທດອົດສະຕາລີ (ACIAR), ຜູ້ແທນຈາກໂຄງການ ແລະ ອົງການຈັດຕັ້ງສາມກົນຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມທັງໝົດ 70 ທ່ານ. ໃນນັ້ນ ເຂົ້າຮ່ວມປະຊຸມເຊິ່ງໜ້າ ຈໍານວນ 32 ທ່ານ ແລະ ທາງອອນລາຍ ຈໍານວນ 38 ທ່ານ.

        ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອລາຍງານຜົນຂອງການຄົ້ນຄວ້າກ່ຽວກັບ ການຊອກຫາວິທີການຈັດການຫຍ້າທີ່ເໝາະສົມ ໃນພື້ນທີ່ປູກເຂົ້າທີ່ນໍາໃຊ້ເຕັກກນິກການເຮັດນາຢອດ ແລະ ນາຫວ່ານ ເປັນຕົ້ນແມ່ນ: ການປູກເຂົ້າ ກັບ ພືດຕະກຸນຖົ່ວ ເພື່ອຄຸມຫຍ້າໃນນາປີ, ການນໍາໃຊ້ນໍ້າຊົນປະທານຄຸມຫຍ້າໃນນາແຊງ, ສຶກສາການຕົກຄ້າງເມັດຫຍ້າໃນດິນ, ການປົນເປືອນຂອງຫຍ້າໃນເມັດພັນເຂົ້າ ແລະ ການພັດທະນາແນວພັນເຂົ້າ ໃຫ້ມີຄວາມສາມາດແຂ່ງຂັນກັບຫຍ້າໄດ້ ເຊິ່ງມີທັງໝົດ 12 ຫົວຂໍ້ ການຄົ້ນຄວ້າກອງປະຊຸມໄດ້ດຳເນີນໄປເປັນເວລາມື້ເຄິ່ງ.

        ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ໄດ້ໄປຢ້ຽມຢາມເບິ່ງແປງສາທິດການຈັດການຫຍ້າ ໂດຍການນໍາໃຊ້ນໍ້າ ຢູ່ບ້ານນາພອກທ່າ, ເມືອງເຊບັ້ງໄຟ, ແຂວງຄຳມ່ວນ ແລະ ຍັງໄດ້ພົບປະໂອ້ລົມນຳຊາວນາບ້ານນາພອກທ່າ ເພື່ອຫາລືແກ້ໄຂບັນຫາການຈັດການຫຍ້າໃນນາເຂົ້າ ເຊິ່ງເປັນບັນຫາຫຼັກໃນການເຮັດນາຫວ່ານໃນປັດຈຸບັນ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ