ກອງປະຊຸມທາບທາມຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນ
ເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າ ມີເນື້ອໃນສົມບູນຄົບຖ້ວນ ສອດຄ່ອງກັບສະພາບຄວາມເປັນຈິງ, ສອດຄ່ອງກັບຫຼັກການພື້ນຖານໃນການສ້າງນິຕິກຳ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້. ໃນລະຫວ່າງວັນທີ 7-8 ສິງຫາ 2017 ນີ້ ທີ່ຫ້ອງການປົກຄອງແຂວງຈຳປາສັກ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການປົກຄອງແຂວງຈຳປາສັກ ເປີດກອງປະຊຸມທາບທາມຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍ ການຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ແກ່ປະຊາຊົນບັນດາເຜົ່າ ສຳລັບ 6 ແຂວງ (ແຂວງ ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື) ໂດຍການເປັນປະທານຮ່ວມຂອງທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີຂະແໜງການທີ່ກ່ຽວ ຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມທັງໝົດ 100 ທ່ານ, ຍິງ 9 ທ່ານ.
ທ່ານ ບຸນໄອ່ ໜູນວນນະວົງ ຮອງຫົວໜ້າຫ້ອງກະຊວງກະສິກຳ ແລະ ປ່າໄມ້ ໄດ້ນຳສະເໜີຄວາມຈຳເປັນ, ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວ ຊຶ່ງປະກອບມີ 11 ພາກ ແລະ 79 ມາດຕາ ແລະ ເພື່ອຮັບປະກັນໃຫ້ຮ່າງກົດໝາຍສະບັບນີ້ ສາມາດນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ໃນຕົ້ນປີ 2018 ນີ້ ແຂກທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຄຳບຸນນັດ ໄຊຍະນົນ ໄດ້ເນັ້ນໃຫ້ຄະນະວິຊາການ ກໍ່ຄືຄະນະເນື້ອໃນ ແລະ ກອງເລຂາ ໃຫ້ສຸມກຳລັງແຮງເຂົ້າໃນການສ້າງຮ່າງກົດໝາຍສະບັບນີ້ໃຫ້ສຳເລັດຕາມກຳນົດເວລາ ແລະ ຮັບປະກັນເນື້ອໃນຄົບຖ້ວນ ຖືກຕ້ອງ ຕາມຄວາມເປັນຈິງ ແລະ ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.
ໂດຍ: ເຂັມມະໄລ ສົນດາວັນ.
ກວດແກ້: ທ່ານ ເຂັມພອນ ທິພົມມະຈັນ.