ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດ ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ

ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດ ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ

ໃນລະຫວ່າງວັນທີ 7-16 ພະຈິກ 2022 ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ) ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດ ໂຄງການ ລພຊ ຂຶ້ນ, ທີ່ກົມພັດທະນາຊົນນະບົດ, ກະຊວງກະ ສິກຳ ແລະ ປ່າໄມ້, ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳອ້ວນ ຄຳພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ; ທ່ານ ເຄັນນິຊິ ນິສິກາວາ ຫົວໜ້າທີມງານປົກປ້ອງທາງສັງຄົມ ແລະ ການສ້າງວຽກເຮັດງານທຳ. ເຊິ່ງມີ ທ່ານ ອາລີ ວິໂນ ຊູບັນໂດໂລ ຫົວໜ້າທີມຊ່ຽວຊານ ດ້ານວຽກງານໂພຊະນາການ;​ ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງສາທາລະນະສຸກ; ຄະນະທີມງານຊ່ຽວຊານຈາກທະນາຄານໂລກ; ຕາງໜ້າ 5 ໂຄງການ ຂອງແຜນງານໜຶ່ງດຽວຫຼາຍຂະແໜງການ ແລະ ບໍລິສັດ ສະຕາຟິນເທັກ (U-Money) ເຂົ້າຮ່ວມ.

       

          ຈຸດປະສົງຂອງກອງປະຊຸມເພື່ອເປັນການທົບທວນຄວາມຄືຍໜ້າການຈັດຕັ້ງປະຕິບັດໂຄງການ ໄລຍະ 6 ເດືອນ ທ້າຍປີ 2022; ສຶກສາບັນຫາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແນວທາງການແກ້ໄຂ; ສືບຕໍ່ປຶກສາຫາລືກ່ຽວກັບການກະກຽມໂຄງການ ໄລ ຍະ 2.

ໃນທີ່ປະຊຸມໄດ້ຮັບຟັງ: ການຳສະເໜີຈຸດປະສົງ, ແຜນການເຄື່ອນໄຫວ ແລະ ຄວາມຄາດຫວັງຈາກກການລົງຕິດຕາມ ແລະ ເຮັດວຽກໃນຄັ້ງນີ້; ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໂດຍລວມ ເປັນແຕ່ລະອົງປະກອບ ແລະ ອົງປະກອບຍ່ອຍເຊັ່ນ: ການສຳຫຼວດ PMT ໃນທົ່ວປະເທດ, ຂະບວນການອະນຸມັດການຈ່າຍເງິນ CCT ແລະ ຄົ້ນຫາວິທີແກ້ໄຂບັນຫາຫຍຸ້ງຍາກ ແລະ ຂໍ້ຄົງຄ້າງໃຫ້ດີຂຶ້ນ, ການລາຍງານ CCT ຫຼ້າສຸດ (ຈຳນວນຜູ້ໄດ້ຮັບຜົນປະໂຫຍດ, ການລົງທະບຽນ, ການປະຕິບັດຕາມເງື່ອນໄຂ), ຄາດຄະເນຈຳນວນຜູ້ໄດ້ຮັບຜົນປະໂຫຍດ CCT ສະສົມໃນເວລາປິດໂຄງການ ແລະ ແຜນການຂະຫຍາຍໂຄງການ ໄລຍະ II, ລາຍງານວຽກງານການເງິນ (FM) ແລະ ວຽກງານຈັດຊື້-ຈັດຈ້າງ ປີ 2022, ລາຍງານຄວາມຄືບໜ້າດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ການປະຕິບັດຕາມ ໄລຍະ I, ການທົບທວນຄືນຂະບວນການຈ້າງທີ່ປຶກສາຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ສຳລັບໂຄງການໄລຍະ II, ລາຍງານສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ ໄລຍະ 6 ເດືອນຜ່ານມາ; ນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດໂດຍລວມ ແຜນງານໜຶ່ງດຽວຫຼາຍຂະແໜງການ ແລະ ການປະສານງານໂພຊະນາການ ເຊັ່ນ: ການທົບທວນຄືນໂດຍລວມຂອງເຄື່ອງມື M&E ທີ່ໄດ້ນຳໃຊ້ພາຍໃຕ້ການຈັດຕັ້ງໂຄງການ ໄລຍະ I, ການວາງແຜນສຳລັບເຄື່ອງມື SBCC ແລະ ການລົງແນະນຳໃຫ້ຂັ້ນບ້ານ, ການວາງແຜນປັບປຸງການເຮັດວຽກໃນລະດັບແຂວງ/ເມືອງ ຂອງວຽກງານແຜນງານໜຶ່ງດຽວຫຼາຍຂະແໜງການ.

ຜ່ານການຈັດຕັ້ງປະຕິບັດວຽກງານ ສາມາດສະຫຼຸບໄດ້ວ່າ: ການດຳເນີນງານທົບທວນແມ່ນໄດ້ບັນລຸຕາມແຜນ, ການລາຍງານ ແລະ ຜົນການປຶກສາຫາລືນຳໂຄງການ ແມ່ນໄດ້ສ້າງຄວາມພໍໃຈແກ່ທີມງານທະນາຄານໂລກ; ໄດ້ປຶກສາຫາລືກ່ຽວກັບກັບການຈັດຕັ້ງປະຕິບັດວຽກງານ ອົງປະກອບທີ 2 ກັບກະຊວງການເງິນ, ທະນາຄານໂລກ ແລະ ບໍລິສັດສະຕາຟິນເທັກ  ເພື່ອຫາທາງອອກໃນຂອດການອະນຸມັດດ້ານເອກະສານບັນຊີຜູ້ຮັບຜົນປະໂຫຍດ, ດ້ານງົບປະມານ ແລະ ການສະຫຼຸບງົບປະມານ; ການກະກຽມໂຄງການ ໄລຍະ II ແມ່ນມີຄວາມຄືບໜ້າສົມຄວນ, ທາງທະນາຄານໂລກ ໄດ້ຈັດຫາຊ່ຽວຊານມາຊ່ວຍຮ່າງກອບກ່ຽວກັບວຽກກງານສັງຄົມ ແລະ ສິ່ງແວດລ້ອມ ແລະ ຄາດໝາຍຈະສຳເລັດໃນກາງເດືອນ ທັນວາ 2022; ການກະກຽມກິດຈະກຳ ແລະ ງົບປະມານຂອງໂຄງການ ໄລຍະ II ແມ່ນຈະໄດ້ດຳເນີນໃນເດືອນ ມັງກອນ-ກຸມພາ 2023; ພາຍຫຼັງການລົງເຮັດວຽກ ທາງທີມງານທະນາຄານໂລກ ຈະຮ່າງບົດບັນທຶກຊ່ວຍຈຳ ແລະ ໃຫ້ທຸກພາກສ່ວນປະກອບຄຳເຫັນ ແລະ ເພື່ອເປັນບ່ອນອີງໃນການຕິດຕາມ ການຈັດຕັ້ງປະ ຕິບັດໂຄງການໃນ 6 ເດືອນ ຕົ້ນປີ 2023.

ເພື່ອເຮັດໃຫ້ກອງປະຊຸມໃນຄັງນີ້ມີຄວາມໝາຍສຳຄັນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ ທ່ານ ຄຳອ້ວນ ຄຳພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ໄດ້ໃຫ້ທິດຊີ້ນຳ ເຊັ່ນ: ໃນການຈ່າຍເງິນອຸດໝູນໃຫ້ຜູ້ຮັບຜົນປະໂຫຍດແບບມີເງື່ອນໄຂ ແມ່ນໃຫ້ເລັ່ງດ່ວນການຈັດຕັ້ງປະຕິບັດ ແລະ ຈ່າຍໃຫ້ໄດ້ຕາມແຜນປີທີ່ໄດ້ກຳນົດໄວ້ (ບໍ່ໃຫ້ປະຊາຊົນມີ ການຄອງຄອຍ ແລະ ລໍຖ້າເປັນເວລາຫຼາຍເດືອນ); ສຳລັບວຽກງານແຜນງານໜຶ່ງດຽວຫຼາຍຂະແໜງການ ແມ່ນໃຫ້ເລັ່ງການຈັດຕັ້ງປະຕິບັດ ເພື່ອໃຫ້ເແັນເອກະພາບກັນ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອບໍ່ໃຫ້ມີຜົນກະທົບ ໃນການຈັດຕັ້ງປະຕິບັດຂອງບັນດາ 5 ໂຄງການ ຂອງແຜນງານໜຶ່ງດຽງຫຼາຍຂະແໜງການ; ໃຫ້ຄະນະທີມງານໂຄງການຂັ້ນສູນກາງ ນຳເອົາເນື້ອໃນ ແລະ ຂໍ້ສະເໜີແນະ ຈາກທີມງານທະນາຄານໂລກ ໄປຜັນຂະຫຍາຍ ແລະ ປັບປຸງນຳໃຊ້ໃຫ້ດີຂຶ້ນ ຕໍ່ກັບບັນຫາຂໍ້ຄົງຄ້າງ; ໃຫ້ພ້ອມກັນແກ້ໄຂດ່ວນ ສຳລັບຂໍ້ບົກຜ່ອງ ແລະ ຂໍ້ຫຍຸ້ງຍາກທີ່ເກີດຂຶ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ ແລະ ໃຫ້ສືບຕໍ່ປຶກສາຫາລື ການກຽມໂຄງການ ໄລຍະ II ໂດຍສະເພາະການກຳນົດເຂດເປົ້າໝາຍຂອງໂຄງການ, ວາງແຜນກິດຈະກຳ ແລະ ງົບປະມານໃຫ້ສອດຄ່ອງ ກັບແຜນພັດທະນາຂອງລັດຖະບານ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ