ພິທີ ມອບ-ຮັບ ໂຄງການສ້ອມແປງທາງເຂົ້າເຂດທຳການຜະລິດ ຢູ່ບ້ານຫ້ວຍອອນ

ພິທີ ມອບຮັບ ໂຄງການສ້ອມແປງທາງເຂົ້າເຂດທຳການຜະລິດ ຢູ່ບ້ານຫ້ວຍອອນ

ໃນວັນທີ 21 ຕຸລາ 2022 ຜ່ານມານີ້, ກອງທຶນການຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີມອບ-ຮັບໂຄງການສ້ອມແປງທາງເຂົ້າເຂດທຳການຜະລິດ ຢູ່ທີ່ບ້ານຫ້ວຍອອນ, ກຸ່ມແສນຍາງ, ເມືອງຂວາ, ແຂວງຜົ້ງສາລີ ຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານມອບຮັບໂດຍ ທ່ານ ວົງເດືອນ ພູມມີທຳ, ກໍາມະການປະຈຳພັກເມືອງ, ຮອງເຈົ້າເມືອງ ເມືອງຂວາ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ມີຜູ້ຕາງໜ້າຫ້ອງການທີ່ກ່ຽວຂ້ອງ ພາຍໃນເມືອງ, ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າ ຮ່ວມຢ່າງພ້ອມພຽງ.

ເສັ້ນທາງເຂົ້າເຂດທຳການຜະລິດເສັ້ນນີ້ ມີຄວາມຍາວ 4.300 ແມັດ, ມີຄວາມກ້ວາງຂອງໜ້າທາງ 3.5ແມັດ, ຮ່ອງລະບາຍນ້ຳກ້ວາງ 0.5 ແມັດ ເຊິ່ງໄດ້ເລີ່ມກໍ່ສ້າງໃນວັນທີ 18 ມີຖຸນາ 2022 ແລະ ສໍາເລັດໃນວັນທີ 5 ກໍລະກົດ 2022, ມູນຄ່າການສ້ອມແປງແມ່ນ 124 ລ້ານກວ່າກີບ. ນອກຈາກນັ້ນ, ຊຸມຊົນກໍໄດ້ປະກອບສ່ວນດ້ານແຮງງານໃນການຖາງແລວທງ ແລະ ອານາໄມ ລວມ 60 ແຮງງານ ຄິດເປັນເງິນ 3.600.000 ກີບ.

ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້ ທ່ານ ວົງເດືອນ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍມາຍັງທາງໂຄງການ ທລຍ ທີ່ໄດ້ໃຫ້ການສະໜັບສະໜູນສ້ອມແປງເສັ້ນທາງດັ່ງກ່າວ; ພ້ອມນັ້ນ ທ່ານຍັງໄດ້  ເໜັ້ນໜັກໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ຈົ່ງພ້ອມກັນປົກປັກຮັກສາ ເສັ້ນທາງດັ່ງກ່າວ ໃຫ້ມີຍືນຍົງ ສາມາດນໍາໃຊ້ຈົນເຊັ່ນລູກເຊັ່ນຫຼານ.

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ