Phonesai Sysongkham

ທ່ານລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ຕອນຮັບອົງການ EU

IMG-20151219-WA0001IMG-20151219-WA0000(1)

ໃນອາທິດທີ່ຜ່ານມານີ້ ທ່ານ ດຣ ພວງປາຣີສັກ ປຣະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າພົບຂອງ Mr Michel GOEFFIM ຜູ້ຕາງໜ້າສະຫະພາບເອີຣົບ  EU ເພື່ອປືກສາຫາລື ການກະກຽມການເຈລະຈາ ຮອບທຳອິດ ໃນການເຂົ້າຮ່ວມເປັນສະມາຊິກ ອົງການ ການຄ້າໄມ້ເປັນທຳ (FLEGT)  ກັບສະຫະພາບເອີຣົບ ທາງລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ປະສານງານຫຼັກ ໃນການຍື່ນຈົດໝາຍເຈດຈຳນົງຕໍ່ EUເພື່ອສະເໜີຈັດກອງປະຊຸມເຈລະຈາ ຕົກລົງການເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະມັກໃຈ, ພ້ອມດຽວກັນນີ້ ທາງລັດຖະບານລາວ ກໍ່ໄດ້ຫ້າມການສົ່ງໄມ້ທອນ ແລະ ໄມ້ຕີຕັບ ອອກຕ່າງປະເທດ ພ້ອມທັງ ແນະນຳວ່າໄມ້ຕ້ອງໄດ້ຮັບການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບພາຍໃນປະເທດກ່ອນ ຈື່ງສົ່ງອອກເພື່ອສ້າງມູນຄ່າເພີ່ມ Continue reading

ສູນທົດລອງແນວພັນພືດທີດີລາວ-ຈີນ ໄດ້ຈັດພິທີ ສະເຫຼີມສະລອງວັນຊາດທີ່ 2 ທັນວາ ຄົບຮອບ 40 ປີ.

IMG_2818 IMG_2814

ໃນວັນທີ 13 ທັນວາ 2015 ທີ່ຜ່ານມານີ້ ສູນທົດລອງແນວພັນພືດທີດີລາວ-ຈີນ ໄດ້ຈັດພິທີ ສະເຫຼີມສະລອງວັນຊາດທີ່ 2 ທັນວ່າ ຄົບຮອບ 40 ປີ ໂດຍການເຂົ້າຮ່ວມຂອງຝ່າຍລາວທ່ານ ດຣ ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ພ້ອມ້ດວຍ ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ແລະຝ່າຍ ສປ ຈີນມີ ທ່ານ ຖາງມິນຈ້ຽນ ຮອງເຈົ້າແຂວງ ແຂວງ ກວາງຊີ ທ່ານເອກຄະລະສະທູດ ສປ ຈີນ ຜູ້ມີອຳນາດເຕັມ ປະຈຳຢູ່ ສ ປປ ລາວ, ຜູ້ອຳນວຍການວິທະຍາໄລວິຊາຊີບ ກວາງຊີພ້ອມດ້ວຍຄະນະເຂົ້າຮ່ວມຢ່າງພ້ອມພຽງ.

Continue reading

ທ່ານ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ສ. ເກົາຫຼີ

IMG_2537     ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2015, ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ  ກິມ ໂຊວັອນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາລາວ.

    ການພົບປະຢ້ຽມຢາມໃນຄັ້ງນີ້, ຈຸດປະສົງເພື່ອ ປຶກສາຫາລືກ່ຽວກັບຂົງເຂດວຽກກງານການຮ່ວມມືຂອງ 2 ປະທດ ລະຫວ່າງ ສປປ.ລາວ ກັບ ສ.ເກົາຫຼີ ເວົ້າລວມ ເວົ້າສະເພາະແມ່ນ ການຮ່ວມມືໃນວຽກງານກະສິກຳ ແລະປ່າໄມ້ ໂດຍສະເພາະແມ່ນ ການປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງໂຄງການ ເຊມາ-ອຸດົງ ຊື່ງເປັນໂຄງການພັດທະນາພັດທະນາກະສິກຳ ຕາມບົດຮຽນທິດສະດີ ແລະພຶດຕິກຳ ທີ່ປະສົບຜົນສຳເລັດຂອງ ສ.ເກົາຫຼີໂດຍໂຄງການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດຢູ່ ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ ຂອງ ສປປ ລາວ ຊື່ງຄາດວ່າກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນໃນກາງດືອນທັນວາ ປີ 2015 ນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ພະນະທ່ານ ວັງ ກຽວອັນ ນາຍົກລັດຖະມົນຕີ ແຫ່ງ ສ.ເກົາຫຼີ. ສະນັ້ນ, ທ່ານຈຶ່ງໄດ້ຖືໂອກາດນີ້ ເຊື້ອເຊີນ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຕ້ອນຮັບແຂກທະຫານຫວຽດນາມ ເຂດ 2

IMG_1616IMG_1620

ໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ຮອງຫົວໜ້າ ກອງບັນຊາການທະຫານຫວຽດນາມ ເຂດ 2 ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກກະຊວງກະສິກຳ ແລະປ່າໄມ້.

ຈຸດປະສົງການເຂົ້າຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອສະແດງຄວາມຍິນດີຕໍ່ການຮັບຕໍາແໜ່ງໃໝ່ຂອງທ່ານ ດຣ. ເພັດ ພົມພີພັກລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ແລະເພື່ອພົບປະໂອ້ລົມກ່ຽວກັບໂຄງການກໍ່ສ້າງຊົນລະປະທານ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ ແລະໃນໂອກາດນີ້ ສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 40 ປີ ຂອງ ສປປ ລາວ. ໃນຕອນທ້າຍ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໄດ້ກ່າວຄວາມຊົມເຊີຍ ແລະຂອບໃຈຕໍ່ກັບສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ຮອງຫົວໜ້າ ກອງບັນຊາການທະຫານຫວຽດນາມ ເຂດ 2 ທີ່ເຂົ້າຢ້ຽມຢາມໃນຄັ້ງນີ້, ພ້ອມທັງໃຫ້ສືບຕໍ່ສາຍພົວພັນລະຫວ່າງ 2 ປະເທດອ້າຍນ້ອງ ແລະ ການຮ່ວມມືກັນເວົ້າລວມ, ເວົ້າສະເພາະແມ່ນດ້ານຂະແໜງກະສິກຳ ແລະປ່າໄມ້ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ລັດຖະມົນຕີຊ່ວຍ ຕ້ອນຮັບແຂກ ບໍລິສັດ ຫູນານຊິນຈຸງອ້າວ ສປຈີນ

IMG_1646IMG_1637 ໃນທ້າຍອາທິດທີ່ຜ່ານມາ, ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ລັດຖະມົນຊ່ວຍວ່າການ ກະຊວງກະສິກຳ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງຄະນະຜູແທນ ບໍລິສັດ ຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ສປຈີນ. ນໍາໂດຍທ່ານ ເຜິງ ຈີຫົງ ປະທານບໍລິສັດຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ. Continue reading

ສະຫະພັນແມ່ຍິງ 2 ກະຊວງແລກປ່ຽນບົດຮຽນ ແລະສ້າງກິດຈະກຳແຂ່ງຂັນກິລາຮ່ວມກັນ

IMG_1019ໃນທ້າຍອາທິດທີ່ຜ່ານມາສະຫະພັນແມ່ຍິງກະຊວງກະສິກໍາ ແລະປ່າໄມ້ ກັບ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ຈັດພິທີແລກປ່ຽນບົດຮຽນ ແລະສ້າງກິດຈະກຳຮ່ວມກັນ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໃຫ້ກຽດເປັນປະທານໂດຍ ທ່ານ ພອ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະພັກກະຊວງ ກະສິກຳ ແລະປ່າໄມ້ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງສະຫະພັນແມ່ຍິງກະຊວງກະສິກໍາ ແລະປ່າໄມ້,​ ມີບັນດາເອື້ອຍນ້ອງແມ່ຍິງທັງ 2 ກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

Continue reading

ກອງປະຊຸມສະຫຼຸບວຽກງານກະສິກໍາ ແລະປ່າໄມ້ ສົກປີ 2014-2015 ແລະ ສະຫຼຸບຖອດຖອນບົດຮຽນທົດລອງວຽກງານ 3 ສ້າງ

ໃນວັນIMG_0414ທີ 4-5 ພະຈິກ 2015 ທີ່ຜ່ານມາ, ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ແຫ່ງຊາດ ໄດ້ເປີດກອງປະຊຸມສະຫຼຸບວຽກງານກະສິກໍາ  ແລະປ່າໄມ້ ສົກປີ 2014-2015 ແລະສະຫຼຸບຖອດຖອນບົດຮຽນການເຮັດທົດລອງວຽກງານ 3 ສ້າງ ຂອງຂະແໜງການກະສິກໍາ ແລະປ່າໄມ້ ປີ 2012-2015. ໃຫ້ກຽດເປັນປະທານໂດຍ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້, ມີທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກກະສິກຳ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ພ້ອມດ້ວຍນັກງານວິຊາການເຮັດທົດລອງ 3 ສ້າງເຂົ້າຮ່ວມຢ່າງພ້ອມພຽງ.

Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ