Phonesai Sysongkham
ກອງປະຊຸມແລກປ່ຽນບົດຮຽນການຜະລິດເຂົ້າ ຂອງຊາວກະສິກອນ
ເພື່ອຜັນຂະຫຍາຍ 3 ແຜນງານໃຫຍ່ ຂອງກະຊວງກະສິກໍາ ແລະປ່າໄມ້ ວາງອອກ, ປະຕິບັດແຜນການຜະລິດກະສິກໍາແຕ່ປີ 2016 ຫາ 2020 ແລະແຜນຍຸດທະສາດ ດ້ານກະສິກໍາ ປ່າໄມ້ ຮອດປີ 2025 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ປັດໃຈໜຶ່ງທີ່ຈໍາເປັນ ແລະຂາດບໍ່ໄດ້ນັ້ນກໍ່ແມ່ນການຄົ້ນຄວ້າທົດລອງ, ເຜີຍແຜ່ ແລະການຖ່າຍທອດເຕັກນິກ-ວິທະຍາສາດ ກະສິກໍາ ແລະປ່າໄມ້ ໃຫ້ແກ່ພະນັກງານ ແລະຊາວກະສິກອນ ເພື່ອຫັນປ່ຽນຮູບແບບການຜະລິດກະແຈກກະຈາຍ ໄປສູ່ການຜະລິດເປັນສິນຄ້າດ້ານກະສິກໍາ ຈໍາເປັນຕ້ອງໄດ້ນໍາໃຊ້ພາຫະນະເຕັກນິກການຜະລິດ ແລະວິທະຍາການທີ່ກ້າວໜ້າເຂົ້າຊ່ວຍ ເພື່ອຍົກສະມັດຕະພາບ ແລະຫຼຸດຜ່ອນຕົ້ນທຶນການຜະລິດ. ໃນວັນທີ 24 ພະຈິກ 2016 ທີ່ຜ່ານມາ, ກົມສົ່ງເສີມກະສິກໍາ ແລະສະຫະກອນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນການຜະລິດເຂົ້າ ຂອງຊາວກະສິກອນ ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ມີທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້,ຫ້ອງການ, ກົມ, ສະຖາບັນ, ສູນ, ພ້ອມດ້ວຍບັນດານັກວິຊາການສົ່ງເສີມ ແລະຊາວກະສິກອນ ທີ່ມາຈາກ 9 ແຂວງ ແລະນະຄອນຫຼວງ ເຂົ້າຮ່ວມທັງໝົດ 60 ກວ່າທ່ານ.
ກອງປະຊຸມປຶກສາຫາລືຂະບວນການໂຕະມົນ ແລະ ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ 2.
ເພື່ອຢ້ຳເຖິງຄວາມມຸ້ງໝັ້ນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການເສີມຂະຫຍາຍເຂົ້າຊ່ວຍເຫຼືອຢ່າງຮີບດ່ວນ ແລະ ທັນການໃນການລົບລ້າງພາວະຂາດສານອາຫານພາຍໃນປະເທດ. ໃນຕອນເຊົ້າຂອງວັນທີ 17 ພະຈິກ 2016 ທີ່ຜ່ານມາ ກອງເລຂາຄະນະກຳມະການວຽກງານໂພຊະນາການແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລືຂະບວນການໂຕະມົນ ແລະ ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ 2 ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ, ທັງເປັນປະທານຄະນະກຳມະການ ໂພຊະນາການແຫ່ງຊາດ, ທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຮອງປະທານອົງການຈັດຕັ້ງສາກົນ, ທ່ານຮອງເຈົ້າແຂວງ 18 ແຂວງ, ຜູ້ຕາງໜ້າອົງການ UNICEF, ເອກອັກຄະລັດຖະທູດ ສະຫະພາບເອີ ຣົບ ປະຈຳ ສປປ ລາວ, ທ່ານຫົວໜ້າ ແລະ ຄະນະພະແນກການທີ່ກ່ຽວຂ້ອງ 18 ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະລົງຢ້ຽມຢາມຟາມລ້ຽງສັດ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ.
ໃນວັນທີ 20 ພະຈິກ 2016 ທີ່ຜ່ານມານີ້ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະກົມ, ຫ້ອງການ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ ໄດ້ລົງຢ້ຽມຢາມຟາມລ້ຽງງົວ ຂອງບໍລິສັດ XP ເທຣັດດີງລາວໄຊນາຈຳກັດ. ຢູ່ບ້ານ ນາປາກກວາງ, ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ, ໂດຍການຕ້ອນຮັບຂອງ ທ່ານ ໄຊພອນ ພຸດທະວົງ ອຳນວຍການບໍລິສັດດັ່ງກ່າວ ແລະ ທ່ານໄດລາຍງານໃຫ້ຮູ້ຫວ່າ ຟາມດັ່ງກ່າວໄດ້ສ້າງຕັ້ງຂື້ນໃນປີ 2014 ຊື່ງມີເນື້ອທີ່ທັງໝົດ 100 ກວ່າເຮັກຕາ ໃນນີ້ໄດ້ປູກຫຍ້ານີເປຍ 60 ເຮັດຕາ, ມີສາງເກັບມ້ຽນອາຫານ, ສາງອົບອາຫານ, ສະຖານທີ່ມັກອາຫານ, ປະສົມອາຫານ, ມີງົວທັງໝົດ 500 ກວ່າໂຕ, ໃນນີ້ມີງົວພັນ, ງົວພື້ນເມືອງລາວລ້ຽງເພື່ອປະສົບພັນ ແລະ ລ້ຽງເພື່ອຂຸນ, ນອກຈາກນີ້ຍັງມີຟາມໝູ່, ຢາມໄກ່, ແລະ ໜອງປາ ພ້ອມນີ້ທາງບໍລິສັດຍັງມີ ໂຮງງານຂ້າສັດທີ່ທັນສະໃໝ່ ຊື່ງຕັ້ງຢູ່ນ້ຳຊ່ວງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແລະ ຕະຫຼາດຈຳໜາຍຜະລິດຕະພັນສັດຢູ່ໃນນະຫຼວງວຽງຈັນຕື່ມອີກ.
ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້ ລົງຢ້ຽມຢາມຟາມປູກຝັງ ແລະ ລ້ຽງສັດ ແບບປະສົມປະສານ.
ໃນວັນທີ 17 ພະຈິກ 2016 ທີ່ຜ່ານມານີ້ ທ່ານ ລຽນ ທີແກ້ວ ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຕິດຕາມຊຸກຍູ້ຟາມປູກຝັງ ແລະ ລ້ຽງສັດ ແບບປະສົມປະສານ ຂອງ ທ່ານ ອານຸສັກ ຢູ່ບ້ານ ຖ້ຳ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັ, ຟາມດັ່ງກ່າວໄດ້ສ້າງຕັ້ງຂື້ນໃນປີ 2015 ມີເນື້ອທີ່ທັງໝົດ 5 ເຮັດຕາ. ໃນນີ້ໄດ້ປູກໝາກໜາວນອກລະດູໃສ່ແທ້ງສ້າງ 300 ຕົ້ນ, ປູກໄຜ່ບົງຫວານ, ປູກໄມ້ໃຫ້ໝາກ, ປູກໝາກຖົ່ວ, ໝາກແຕ່ງ, ລ້ຽງປາ 4 ໜອງ,ໃນນີ້ໄດ້ລ້ຽງປານີນ, ປາໃນ, ປາກີນຫຍ້າ ແລະ ລ້ຽງປາເຂັງໃນກະຊັງ ແລະ ລ້ຽງກົບ, ຕາມການລາຍງານຂອງນັກວິຊາການໃຫ້ຮູ້ວ່າ ແຜນການໃນຕໍ່ໜ້າຈະຂະຫຍາຍເບຍໝາກໜາວ, ຜະລິດລູກກົບ, ແລະ ລ້ຽງໄກ່ລາດ ເພື່ອຈຳໜ່າຍ. ແລະ ໃນເວລາຕໍ່ມາທ່ານລັດຖະມົນຕີພ້ອມດ້ວຍຄະນະສືບຕໍ່ຢ້ຽມຢາມ ບໍລິສັດ ເພັດບັນດິດກໍ່ສ້າງ ສວນເສດຖາວັງສູງ ຢູ່ບ້ານ ພູຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ຄຳສີງ ຄູນສະຫວັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ທ່ານ ຫຼ້າແກ້ວ ແສງວິໄຊ ຜູ້ບໍລິຫານຟາມ ໄດ້ລາຍງານໃຫ້ຮູ້ຫວ່າ ຟາມດັ່ງກ່າວໄດ້ສ້າງຂື້ນໃນປີ 2013 ຊື່ງມີເນື້ອທີ່ທັງໝົດ 42 ເຮັກຕາ, ໃນນີ້ມີ ໜອງປາ 5 ໜອງ, ປູກໄມ້ໃຫ້ໝາກ 10 ເຮັກຕາ, ສວນຫຍ້າຕົບແຕ່ງເດີ່ນບ້ານ, ເດີນເຕະບານ, ສະໜາມກອບ ແລະ ສະຖານທີ່ຕ່າງໆ 6 ເຮັກຕາ, ລ້ຽງສັດ, ປູກຜັກໄຮໂດໂປນິກ ແລະ ປູກຜັກອໍເກນິກ ເພື່ອສະໜອງໃຫ້ບັນດາໂຮງແຮມ ແລະ ຮ້ານມິນີມາກໃນນະຄອນຫຼວງວຽງຈັນ.
ພີທີເປີດນຳໃຊ້ນ້ຳຊົນລະປະທານເຂົ້າສູ້ການຜະລິດລະດູແລ້ງ ສົກປີ 2016-2017.
ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ, ເວົ້າລວມເວົ້າສະເພາະ ວຽກງານຄ້ຳປະກັນທາງດ້ານສະບຽງອາຫານໃຫ້ກຸ້ມກີນ ແລະ ຜະລິດເປນສີນຄ້າ, ໃນຕອນເຊົ້າວັນທີ 3 ພະຈິກ 2016 ທີ່ຜ່ານມານີ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໄຊທານີ ໄດ້ຈັດພິທີສ້າງຂະບວນການອານະໄມຄອງເໝືອງ ແລະ ເປີດນຳໃຊ້ນ້ຳຊົນລະປະທານ ຢູ່ທີ່ສະຖານີເວີນຄຳ 1 ໂດຍການເປັນປະທານຮ່ວມຂອງ ທ່ານ ແກ້ວວິໄລວັນ ອະໄພລາດ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມນີ້ມີທ່ານຮອງເຈົ້າເມືອງ, ພະນັກວີຊາການ, ທະຫານ, ຕຳຫຼວດ, ລວມເຖີງພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມວຽກງານກວດກາ ຂະແໜງກະສິກຳ ແລະ ປ່າໄມ້ ທົ່ວປະເທດ.
ໃນລະຫວ່າງວັນທີ່ 20-21 ຕຸລາ 2016 ທີ່ຜ່ານມານີ້ ກົມກວດກາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຂື້ນຢູ່ທີ່ ສະໂມສອນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປິນຍາເອກ ລຽນ ທີແກ້ວ ກຳມະການສຸນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳສຸກ ບຸນຍາວົງ ຮອງປະທານອົງການກວດກາລັດຖະບານ, ໂດຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນ, ຫົວໜ້າຫ້ອງກາານກະຊວງ, ຫົວໜ້າ ແລະຮອງກົມ, ຫົວໜ້າພະກະສິກຳ ແລະ ປ່າໄມ້ ແຂວງ 17 ແຂວງ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ, 87 ທ່ານ ຍິງ 13 ທ່ານ.
ການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ
ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ໂລກຂອງພວກເຮົາໄດ້ພົບກັບໄພພິບັດທາງທຳມະຊາດ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ສົງຄາມ ຕະຫຼອດຮອດວິທີການທາງສັງຄົມ ແລະ ອື່ນໆ. ເຊິ່ງປະກົດການດັ່ງກ່າວສົ່ງຜົນໃຫ້ຄວາມທຸກຍາກ ແລະ ໄພອຶດຫິວຍິ່ງເພີ່ມທະວີຫຼາຍຂຶ້ນ. ດັ່ງນັ້ນ, ນັບແຕ່ປີ 1980 ເປັນຕົ້ນມາ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກໆປີເປັນວັນອາຫານໂລກ, ຕໍ່ມາກໍ່ໄດ້ກຳ ນົດເອົາ ວັນທີ 17 ຕຸລາ ຂອງທຸກໆປີ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ (ເລີ່ມແຕ່ປີ 1993) ແລະ ມາຮອດປີ 2003 ລັດຖະບານລາວໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີເປັນວັນສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ.
ການສະເຫຼີມສະຫຼອງວັນປະຫວັດສາດສຳຄັນດັ່ງກ່າວໃຫ້ມີຄວາມໝາຍເພື່ອແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊາດໃນໂລກ ໄດ້ເຂົ້າໃຈຄວາມທຸກຍາກ ແລະ ໄພອຶດຫິວ ເຊິ່ງມັນບໍ່ແມ່ນບາບກຳທີ່ເທວະດາຟ້າແຖນປັ້ນແຕ່ງໃຫ້ ແຕ່ມັນແມ່ນປະກົດການໜຶ່ງໃນສັງຄົມ ທີ່ສາມາດລຶບລ້າງໃຫ້ໝົດໄປໄດ້.
ພິທີພົບປະແຮກສ່ຽວ ລະຫວ່າງ ອົງການປົກຄອງແຂວງໄຊຍະບູລີ ກັບ ກະຊວງກະສິກຳ ແລະ ປ່າໄມ້
ໃນວັນທີ 14 ຕຸລາ 2016 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄຊຍະບູລີ ໄດ້ຈັດພິທີພົບປະແຮກສ່ຽວ ລະຫວ່າງ ອົງການປົກຄອງແຂວງ ກັບ ກະຊວງກະສິກຳ ແລະ ປ່າໄມ້ຂຶ້ນ ໂດຍການເປັນປະທ່ານ ຂອງ ທ່ານ ປະລິນຍາເອກ ລຽນ ທີແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້; ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆໄຊຍະບູລີ. ມີບັນດາພະແນກການ ແລະ ທຽບເທົ່າອ້ອມຂ້າງແຂວງ ແລະ ບັນດາກົມອ້ອມຂ້າງກະຊວງ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂອງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມເຜີຍແຜ່ແນວຄວາມຄິດ ຂອງໂຄງການກະສິກໍາ ເພື່ອໂພສະນາການ
ໃນວັນທີ 17 ກັນຍາ 2016 ໂຄງການກະສິກໍາ ເພື່ອໂພສະນາການ ທີ່ຂື້ນກັບກົມແຜນການ ແລະການຮ່ວມມື ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ແນວຄວາມຄິດ ຂອງໂຄງການກະສິກໍາ ເພື່ອໂພສະນາການ ຂື້ນທີ່ຫ້ອງປະຊຸມພະແນກກະສິກໍາ ແລະປ່າໄມ້ ແຂວງຫຼວງພະບາງ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ມີທ່ານ ຮອງເຈົ້າແຂວງແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ ແລະແຂວງຫົວພັນ. ມີ ບັນດາຫົວໜ້າພະແນກ-ຮອງພະແນກ, ເຈົ້າເມືອງ ແລະຮອງເຈົ້າເມືອງ ມາຈາກ 4 ແຂວງ, ຊ່ຽວຊານການເງິນ ກະຊວງການເງິນ, ຕາງໜ້າອົງການອາຫານໂລກ (WFP), ມີບັນດາຄະນະຜູ້ປະສານງານໂຄງການຂັ້ນສູນກາງ, ແຂວງ, ເມືອງ, ສູນພ້ອມດ້ວຍວິຊາການຂອງ ໂຄງການທີ່ມາຈາກ 04 ແຂວງ ເຂົ້າຮ່ວມທັງໝົດ 80 ກວ່າທ່ານ.
ກອງປະຊຸມທາບທາມຄຳເຫັນໃສ່ “ຮ່າງ” ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນະບົດ
ໃນວັນທີ 27-28 ກັນຍາ 2016 ກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດກອງປະຊຸມທາບທາມຄຳເຫັນໃສ່ຮ່າງ “ຮ່າງ” ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະ ຊວງກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນະບົດຂຶ້ນ ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງເຈົ້າແຂວງໆ ວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ, ທ່ານປະທານສະພາປະຊາ ຊົນແຂວງ ໄຊສົມບູນ. ມີຕາງໜ້າກົມ, ສະຖາບັນ, ກະຊວງອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຂົ້າຮ່ວມທັງໝົດ 145 ທ່ານ, ຍິງ 18 ທ່ານ.
ໃນທີ່ປະຊຸມ ໄດ້ສະເໜີຜ່ານ (ຮ່າງ) ບົດວິພາກກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະ ຊວງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ; ບົດວິພາກກ່ຽວກັບການປັບປຸງ ແລະ ສ້າງຕັ້ງກົມພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ; ບົດວິພາກກ່ຽວກັບການສ້າງຕັ້ງ ກົມຈັດສັນພູມລຳເນົາຖາວອນ ແລະ ອາຊີບໝັ້ນທ່ຽງ; ບົດວິພາກຂອງກົມປ່າໄມ້. ຫຼັງຈາກນັ້ນ, ແຕ່ລະພາກສ່ວນກໍ່ໄດ້ມີການປະກອບຄຳຄິດເຫັນໃສ່ ຮ່າງ ບົດວິພາກດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້.