Phonesai Sysongkham
ກອງປະຊຸມຄັ້ງທີ 3 ຂອງໜ່ວຍງານຂະແໜງການກະສິກໍາ ແລະ ພັດທະນາຊົນນະບົດ
ໃນວັນທີ 20 ກັນຍາ 2016 ທີ່ຜ່ານມາ ທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ກົມແຜນການ ແລະການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ຄັ້ງທີ 3 ຂອງໜ່ວຍງານຂະແໜງ ການກະສິກໍາ ແລະ ພັດທະນາຊົນນະບົດຂື້ນ, ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຄລໍດີນ ເລີດູ, ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ, ມີບັນດາຜູ້ຕາງໜ້າຈາກອົງການ IFAD, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ, ພ້ອມດ້ວຍບັນດາການນໍາຂັ້ນກົມອ້ອມຂ້າງກະຊວງ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຈໍານວນ 102 ທ່ານ.
ກອງປະຊຸມຖອດຖອນບົດຮຽນກຽ່ວກັບການສົ່ງເສີມການປຸງແຕ່ງ ແລະ ການຜະລິດຊາເປັນສິນຄ້າຂອງແຜນງານຊຸມຊົນຊື່ນໃຈ
ເພື່ອເປັນການ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໃນປີທີ່ຜ່ານມາ ກຽ່ວກັບການສົ່ງເສີມໃຫ້ປະຊາຊົນມີລາຍຮັບຈາກການຜະລິດຊາເປັນສິນຄ້ານັ້ນ, ໃນວັນທີ 17 ກັນຍາ 2016 ຜ່ານມານີ້ ແຜນງານຊຸມຊົນຊື່ນໃຈ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນກຽ່ວກັບວຽກງານການສົ່ງເສີມການຜະລິດຊາເປັນສິນຄ້າ ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ພວງປາຣິສັກ ປຼະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລິ
ການນໍາ ກະຊວງກະສິກໍາ ແລະປ່າໄມ້ ເຂົ້າອວຍພອນ ທູດ ສສ ຫວຽດນາມ ເນື່ອງໃນວັນຊາດຄົບຮອບ 71 ປີ
ໃນຕອນເຊົ້າຂອງວັນທີ 01 ກັນຍາ 2016 ຜ່ານມາ ທີ່ສໍານັກງານເອກອັກຄະລັກຖະທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາລາວ. ທ່ານ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ພ້ອມດ້ວຍຄະນະພັກ, ຄະນະນຳກະຊວງ ເຂົ້າອວຍພອນເນື່ອງໃນໂອກາດ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ (2 /9 /1945- 2 /9 /2016) ໂດຍການຕ້ອນຮັບຂອງທ່ານ ຫງຽ້ນ ແມ໋ງຮຸ່ງ ທູດໃຫຍ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາລາວ. ຈຸດປະສົງຂອງການເຂົ້າອວຍພອນໃນຄັ້ງນີ້ ເພື່ອສະແດງຄວາມຍິນດີ ຕໍ່ວັນຊາດຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ, ທັງເປັນການຮັດແໜ້ນສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດອ້າຍນ້ອງລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂື້ນກວ່າເກົ່າ. ນອກນີ້, ທ່ານ ເອກອັກຄະລັກທະທູດ ຍັງໄດ້ລາຍງານກ່ຽວກັບວຽກງານການຮ່ວມມືໃນໄລຍະຜ່ານມານໍາອີກ.
ພິທີເປີດຂະບວນການແຂ່ງຂັນກິລາ 4 ບຸກຂອງ ຊປປລ ກະຊວງກະສິກໍາ ແລະປ່າໄມ້
ໃນວັນທີ 19 ສິງຫາ 2016 ທີ່ຜ່ານມາ,ໄດ້ມີພິທີເປີດຂະບວນການແຂ່ງຂັນກິລາ 4 ບຸກຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງກະສິກໍາ ແລະປ່າໄມ້ ຂື້ນທີ່ສະໜາມກິລາ ສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ປະລິນຍາເອກ ສໍາລານ ພັນຄະວົງ ຄະນະເລຂາທິການ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ທອງພັດ ວົງມະນີ ຮອງເລຂາຄະນະພັກ ກະຊວງກະສິກໍາ ແລະປ່າໄມ້,ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ. ພ້ອມນີ້, ມີບັນດາຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ເລຂາຊາວໜຸ່ມບັນດາກະຊວງອ້ອມຂ້າງ, ຄະນະນໍາຫ້ອງການ, ກົມ, ສະຖາບັນ, ສູນ, ໂຮງຮຽນ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນດີເດັ່ນ
ໃນຕອນເຊົ້າຂອງວັນທີ 19 ສິງຫາ 2016 ທີ່ຜ່ານມາ, ແຜນງານພັດທະນາເຂດເນີນສູງພາກເໜືອ (NUDP) ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນທີ່ດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານແຜນງານໃນໄລຍະ 05 ປີ (2011-2016) ທີ່ຜ່ານມາ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິຍາເອກ ພວງ ປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ທິດພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ. ພ້ອມນີ້ມີ ຮອງຫວົໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ແລະສູນບໍລິການເຕັກນິກກະສິກໍາ ເມືອງ 03 ແຂວງພາກເໜືອ ເຂົ້າຮ່ວມ.
ພິທີມອບ-ຮັບ ເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ
ໃນຕອນເຊົ້າຂອງວັນທີ 22 ມີນາ 2016 ທີ່ຫ້ອງປະຊຸມຫ້ອງການກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ມິເຈວ ກາສ ເອກອັກຄະລັດຖະທູດ ແຫ່ງປະເທດເຢຍລະມັນ. ມີບັນດາກົມ, ຫ້ອງການ ອ້ອມຂ້າງກະຊວງ, ອົງການສະຫະພັນສະຫະກອນ ແລະໄຣໄຟເຊີນ ແຫ່ງເຢຍລະມັນ ປະຈໍາລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອຜັນຂະຫຽາຍເນື້ອໃນຈິດໃຈດໍາລັດ ເລກທີ 136/ນຍ, ລົງວັນທີ, 5/3/2010 ວ່າດ້ວຍສະຫະກອນ, ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ແລະຄຸ້ມຄອງກຸ່ມຜູ້ຜະລິດກະສິກໍາສະບັບເລກທີ 2984/ກປ,ລົງວັນທີ 25/9/2014. ໄລຍະທີ 1 ກົມສົ່ງເສີມກະສິກໍາ ແລະສະຫະກອນ ຮ່ວມກັບອົງການສະຫະພັນສະຫະກອນເຍັຽລະມັນໄດ້ຈັດຕັ້ງປະຕິບັດໂຄງການພັດທະນາສະຫະກອນຢູ່ ສປປ ລາວ ມາແລ້ວ 4 ປີ. ໃນໄລຍະທີ 2 ຂອງໂຄງການ, ທັງສອງຝ່າຍໄດ້ປະກອບສ່ວນສ້າງນິຕິກໍາອັນຈໍາເປັນ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງຕັ້ງ, ຄຸ້ມຄອງ ແລະບໍລິຫານສະຫະກອນການຜະລິດກະສິກໍາ. ເອກະສານທີ່ນໍາມາມອບໃນຄັ້ງນີ້, ໄດ້ຮັບການຮຽບຮຽງເປັນພາສາອັງກິດ ແລະ ພາສາລາວມີທັງໝົດ 13.800 ຫົວ ແລະ ໄດ້ແຈກຢາຍໄປແລ້ວ 2.600 ຫົວໃຫ້ແກ່ພະນັກງານວິຊາການກ່ຽວຂ້ອງໃນຂອບເຂດທົ່ວປະເທດ. ສໍາລັບການຈັດພີມປຶ້ມດັ່ງກ່າວໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ອົງການສະຫະພັນສະຫະກອນ ແລະໄຣໄຟເຊີນແຫ່ງເຢຍລະມັນ ປະຈໍາລາວ.ໃຫ້ກຽດມອບເອກະສານນິຕິກໍາໃນຄັ້ງນີ້ໂດຍທ່ານ ໂຮນເກີ ກຼາດ ຫົວໜ້າອົງການສະຫະພັນສະຫະກອນ ແລະໄຣໄຟເຊີນແຫ່ງເຢຍລະມັນ ປະຈໍາລາວ ແລະໃຫ້ກຽດຮັບໂດຍທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນກະຊວງກະສິກໍາ ແລະປ່າໄມ້. ໂດຍຊ່ອງໜ້າບັນດາຜູ້ຕ່າງໜ້າຈາກກົມ, ສະຖາບັນ, ຫ້ອງການ ແລະວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວໂດຍ: ສອນເພັດ ສຸລິພອນ
ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ
ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັກຖະທູດ ອິນເດຍ ແລະຍີ່ປຸ່ນ ປະຈໍາລາວ
ໃນຕອນເຊົ້າວັນທີ 18 ມີນາ 2016 ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ລາວີ ຊັງກາ ໄອໂຊລາ ເອກອັກຄະລັກຖະທູດອິນເດຍ ປະຈໍາລາວໂດຍມີທ່ານຫ້ອງໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ ເຂົ້າຮ່ວມ.
ຈຸດປະສົງການເຂົ້າຢ້ຽມຢາມໃນຄັ້ງນີ້, ເພື່ອອວຍພອນບັນດາການນໍາກະຊວງກະສິກຳ ແລະປ່າໄມ້ ເນື່ອງໃນໂອກາດຕ້ອນຮັບວັນປີໃໝ່ລາວທີ່ຈະມາເຖິງ, ທັງປຶກສາຫາລືກ່ຽວກັບຂົງເຂດວຽກງານການຮ່ວມມື ຂອງສອງປະເທດໃນໄລຍະຜ່ານມາເວົ້າລວມ,ເວົ້າສະເພາະແມ່ນການຮ່ວມມືດ້ານຂະແໜງກະສິກໍາ ແລະປ່າໄມ້ເຫັນໄດ້ວ່ານັກທຸລະກິດຈາກປະເທດອິນເດຍ ໄດ້ເຫັນຄວາມສຳຄັນການເຂົ້າມາລົງທຶນໃນ ສປປ ລາວ ເປັນຕົ້ນແມ່ນ: ບໍລິສັດ ປູກໄມ້ເກດສະໜາ, ໂຄງການຄຸ້ມຄອງລະບົບຊົນລະປະທານຕ່າງໆ ທີ່ໄດ້ຈັັດຕັ້ງປະຕິບັດຜ່ານມາ ເຫັນໄດ້ວ່າການຮ່ວມມືລະຫວ່າງລາວ-ອິນເດຍ ມີບາດກ້າວຂະຫຍາຍຕົວ.
ທົ່ວປະເທດ ຄັດເລືອກໄດ້ 413 ຄອບຄົວ ເປັນຕົວແບບດ້ານກະສິກຳ ແລະ ປ່າໄມ້
ຜ່ານການເຮັດທົດລອງວຽກງານ 3 ສ້າງຂອງ ຂະແໜງກະສິກຳ ແລະ ປ່າໄມ້ ສາມາດສ້າງຄອບຄົວຕົວແບບ ດ້ານກະສິກຳ ທັງໝົດ 413 ຄອບຄົວ, ໃນນັ້ນດ້ານການປູກຝັງມີ 182 ຄອບຄົວ, ລ້ຽງສັດ ມີ 132 ຄອບຄົວ ແລະ ຜະລິດກະສິກຳແບບປະສົມປະສານ ທັງປູກທັງລ້ຽງ 99 ຄອບຄົວ.
ກອງປະຊຸມສະຫຼຸຸບການເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ການພັດທະນາ ຕິດພັນກັບວຽກງານ 3 ສ້າງ 2012-2015 ແລະ ທິດທາງແຜນການ 2016-2020 ຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຍ້ອງຍໍຜົນງານປະຈຳປີ 2015 ໄດ້ຈັດຂຶ້ນໃນວັນທີ 2 ມີນານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ດຣ. ເພັດ ພົມພິພັກ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ກອງປະຊຸມ ຜ່ານແຜນພັດທະນາກະສິກຳ ແລະ ປ່າໄມ້ ຄັ້ງທີ 8 ພາຍໃຕ້ຫົວຂໍ້ ການສົ່ງເສີມຜະລິດເປັນສີນຄ້າ ສ້າງສຳພັນເສດຖະກິດ ເພື່ອສ້າງກົນໄກຍົກລະດັບການຄ້າຊາຍແດນ ລາວ-ຫວຽດນາມ
ໃນວັນທີ 26 ມັງກອງ 2016 ນີ້ ພະແນກກະສິກຳ ແລະ ປ່າໄມ້ ຫົວພັນ ໄດ້ຈັດກອງປະຊຸມ ຜ່ານແຜນພັດທະນາກະສິກຳ ແລະ ປ່າໄມ້ ຄັ້ງທີ 8 ແລະຍຸດທະສາດພັດທະນາ ແຕ່ນີ້ຮອດປີ 2025 ວິໄສທັດຮອດປີ 2030 ພາຍໃຕຫົວຂໍ້ ການສົ່ງເສີມຜະລິດເປັນສີນຄ້າ ສ້າງສຳພັນເສດຖະກິດ ເພື່ອສ້າງກົນໄກຍົກລະດັບການຄ້າຊາຍແດນ ລາວ-ຫວຽດນາມ ຂື້ນທີ ພະແນກແຜນການ ແລະ ການລົງທືນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ພວງປາຣີສັກ ປຣະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້່າແຂວງແຂວງ ຫົວພັນ ແລະ ທ່ານ ສີສູນທອນ ສິດທິມໍລະດາ ຜູ້ຊ່ວຍວຽກທ່ານຮອງນາຍົກ ຜູ້ໍຊີ້ນຳວຽກງານເສດຖະກິດ ການຜະລິດ ແລະຈໍລະຈອນ ພ້ອມນີ້ຍັງມີຫົວໜ້າ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫົວພັນ, ຜົງສາລີ, ຊຽງຂວາງ, ຫຼວງພະບາງ ອ້າຍນ້ອງວິຊາການທີ່ກ້ຽວຂ້ອງເຂົ້າຮ່ວມທັງໝົດ 92 ທ່ານ ຍີງ 14 ທ່ານ.
ການນຳກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍູຄະນະເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງໆຫົວພັນ
ໃນຕອນເຊົ້າຂອງວັນທີ 26 ມັງກອນ 2016 ນີ້ ທີ່ຫ້ອງວ່າການປົກຄອງແຂວງໆ ຫົວພັນ ທ່ານ ດຣ ພວງປາຮິສັກ ປຮະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສີສູນທອນ ສິດທິມໍລະດາ ຜູ້ຊ່ວຍທ່ານຮອງນາຍົກ ຊີ້ນຳວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ ພ້ອມນີ້ຍັງມີຄະນະກົມ, ຮອງກົມ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ພົບປະ ແລະ ຢ້ຽມຢາມ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງໆ ຫົວພັນ. ຈຸດປະສົງ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຂອງພັກ ຄັ້ງທີ່ 9 ສືບຕໍ່ໃສ່ກອງປະຊຸມໃຫ່ຍຂອງພັກຄັ້ງທີ 10 ໂດຍຫັນເປັນແຜນພັດທະນາກະສິກຳ ແລະ ປ່າໄມ້ 5 ປີ ຄັ້ງທີ 8 ຂອງແຊວງຫົວພັນ ໃນນັ້ນແມ່ນໄດ້ເນັ້ນໃສ່ແຜນຜະລິດເປັນສິນຄ້າ