ພິທີປູກຕົ້ນໄມ້ຢູ່ບ້ານ ໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ

111111 IMG_9930

ເພື່ອເປັນການປຸກດົມທາງດ້ານຈິດໃຈຢ່າງຟົດຟື້ນ ໃຫ້ຖັນແຖວພະນັກງານ ລັດຖະກອນຕະຫຼອດຮອດພໍ່-ແມ່ປະຊາຊົນເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງວຽກງານປູກຕົ້ນໄມ້ເພື່ອຟື້ນຟູປ່າ ລວມທັງການຄຸ້ມຄອງ ແລະປົກປັກຮັັກສາປ່າໄມ້ ໃຫ້ມີການຂະຫຍາຍຕົວຍືນຍົງ. ໃນທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບພະແນກກະສິກໍາ ແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ຢູ່ບ້ານ ໄຊສົມບູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ ມີບັນດາ ຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ຈາກກະຊວງກະສິກໍາ ແລະປ່າໄມ້,ພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ, ພໍ່ແມ່ປະຊາຊົນ, ຄູອາຈານ ແລະນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງຟົດຟື້ນ.

ທ່ານ ປອ. ລິນຄໍາ ດວງສະຫວັນ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ປີ 2009 ເປັນຕົ້ນມາ ພະແນກກະສິກໍາ ແລະປ່າໄມ້ນະຄອນຫຼວງ ໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມ ຕິດຕາມຄຸ້ມຄອງ ແລະອໍານວຍຄວາມສະດວກໃຫ້ແກ່ບຸກຄົນ ລວມທັງບໍລິສັດ, ໂຮງງານຕ່າງໆ ໃຫ້ມີສ່ວນຮ່ວມໃນການສ້າງສວນກ້າເບ້ຍໄມ້ ມາຮອດປັດຈຸບັນ ມີທັງໝົດ 33 ແຫ່ງ ໃນນັ້ນຂອງລັດມີ 13 ແຫ່ງ. ນັບແຕ່ປີ 2010-2016 ສາມາດຜະລິດເບ້ຍໄມ້ໄດ້ທັງໝົດ 8 ລ້ານກວ່າເບ້ຍ, ໃນນັ້ນ ພາກລັດປະຕິບັດໄດ້ 9 ແສນກວ່າເບ້ຍ ແລະພາກເອກະຊົນ ປະຕິບັດໄດ້ 7 ລ້ານກວ່າເບ້ຍ, ແລະສາມາດປູກຕົ້ນໄມ້ໄດ້ທັງໝົດ 2 ພັນກວ່າເຮັກຕາ. ທ່ານປອ.ລິນຄໍາ ດວງສະຫວັນ ໃຫ້ຮູ້ຕື່ມອີກວ່າ ສະເພາະເມືອງໄຊທານີ  ນັບແຕ່ປີ 2011-2016 ສາມາດຜະລິດເບ້ຍໄມ້ໄດ້ ທັງໝົດ 4 ລ້ານກວ່າເບ້ຍ, ໃນນັ້ນພາກລັດປະຕິບັດໄດ້ 4 ແສນກວ່າເບ້ຍ, ພາກເອກະຊົນໄດ້ 1 ລ້ານກວ່າເບ້ຍ ແລະພາກບໍລິສັດ 3 ລ້ານກວ່າເບ້ຍ ປູກຕົ້ນໄມ້ໄດ້ໃນເນື້ອທີ່ທັງໝົດ 6 ແສນກວ່າເຮັກຕາ ແລະນໍາໃຊ້ເບ້ຍໄມ້ 9 ແສນກວ່າເບ້ຍ. ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍສຳຄັນ ຄະນະປະທານ ກໍ່ໄດ້ໃຫ້ກຽດຮ່ວມກັນປູກຕົ້ນໄມ້ເພື່ອເປັນສິລິມຸງຄົນໃຫ້ແກ່ງານດັ່ງກ່າວອີກດ້ວຍ.

 

ຂຽນຂ່າວໂດຍ: ສອນເພັດ ສຸລິພອນ 05 /06 /2017

ກວດແກ້ໂດຍ: ທ່ານເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ