ຝຶກອົບຮົມວິທີການປະເມີນສະພາບພົ້ນທຸກ ແລະ ພັດທະນາ ຕາມດໍາລັດ 348/ລບ

IMG_8789 IMG_8784

     ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII 2016-2020 ແລະ ການຈັດ​ຕັ້ງ​ປະຕິບັດ 3 ​ເສົາ​ຄໍ້າ ຂອງ​ກະຊວງ​ກະສິກໍາ ​​ແລະ ປ່າ​ໄມ້, 4 ​ແຜນ​ງານ ​ແລະ 10 ​ແຜນ​ດໍາ​ເນີນ​ງານ​ຂອງ​ຂົງ​ເຂດ​ກະສິກໍາ ​ແລະ ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ, ​ໃນ​ວັນ​ທີ 30 ພຶດສະພາ 2018 ນີ້, ກົມ​ພັດທະນາ​ຊົນນະບົດ ແລະ ສະຫະກອນ, ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ຝຶກ​ອົບຮົມ​ວິທີ​ການ​ປະ​ເມີນ​ສະພາບ​ພົ້ນ​ທຸກ ​ແລະ ພັດທະນາ ຕາມ​ດໍາລັດ 348/ລບ ​ແລະ ບົດ​ແນະ​ນໍາ​ເລກທີ 0830/ກປ ຂື້ນ, ​ທີ່ສູນ​ຝຶກ​ອົບຮົມ​ເຕັກນິກກະສິກໍາ ​ແລະ ພັດທະນາ​ຊົນນະບົດ​ລາວ-​ເກົາຫຼີ, ພາຍ​ໃຕ້​ການ​ເປັນ​ປະທານ​​ຂອງ​ ທ່ານ ປອ ລຽນ ທີ​​ແກ້ວ​ ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ມີ​ຫົວໜ້າ​ຫ້ອງການ, ຫົວໜ້າ​ກົມ, ຮອງ​ກົມ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຈາກ​ບັນດາ​ກົມ, ສະ​ຖາ​ບັນ ອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມ.

IMG_88044

    ຈຸດປະສົງ​ຂອງ​ການ​ເປີດ​ຊຸດ​ຝຶກ​ອົບຮົມ​ໃນຄັ້ງ​ນີ້​ເພື່ອ​ເປັນ​ການ​ແນະ​ນໍາ​ເຄື່ອງມື​ວິທີ​ເກັບ​ກໍາ​ຂໍ້​ມູນ, ປະ​ເມີນ​ມາດຕະຖານ​ການ​ພົ້ນ​ທຸກ ​ແລະ ການ​ພັດທະນາ​ແລ້ວ​ມາທົດ​ລອງ​ປະຕິບັດ​ຕົວ​ຈິງ, ປະ​ເມີນ​ໄດ້​ເຖິງ​ຄວາມ​​ເໝາະ​ສົມ​ກ່ອນ​ມີ​ການ​ເຜີຍ​ແຜ່ ​ແລະ ນໍາ​ໃຊ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ໂດຍ​ເນື້ອ​ໃນການ​ຝຶກ​ອົບຮົມ​ໃນຄັ້ງ​ນີ້​ແບ່ງ​ອອກ​ເປັນ 3 ພາກ​ຄື: ພາກ​ທິດ​ສະ​ດີ ​ແລະ ພາກ​ນິຕິ​ກໍາ, ພາກ​ປະຕິບັດ​ຕົວ​ຈິງ​ກ່ຽວ​ກັບ​ການ​ສໍາພາດ ​ແລະ ​ການ​ປ້ອນ​ຂໍ້​ມູນ​ໃສ່​​ແບບ​ຟອມ ​ແລະ ພາກ​ສະໜາມ​ລົງ​ທົດ​ສອບ​ເກັບ​ກໍ​າຂໍ້​ມູນ​ຕົວ​ຈິງ​ທີ່​ແຂວງ​ໄຊ​ຍະ​ບູລີ ​ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ​ໄດ້​ດໍາ​ເນີນ​ໄປ​ເປັນ​​ເວລາ 3 ວັນ​, ເລີ່ມ​ແຕ່​ວັນ​ທີ 30 ພຶດສະພາ ຫາ​ວັນ​ທີ 1 ມິຖຸນາ 2018.

   ໃນ​ໂອກາດ​ດຽວ​ກັນ​ນີ້​ເພື່ອເປັນການສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ ​ແລະ ສະ​ເຫຼີ​ມສະຫຼອງ​ເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​​ແຫ່ງ​ຊາດ ​ແລະ ວັນ​ເດັກນ້ອຍ​ສາກົນ​ 1 ມິຖຸນາ 2018 ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະ​ຊວງ​ກະສິກໍາ ​ແລະ ປ່າ​ໄມ້ ໄດ້​ເປັນ​ກຽດ​ປູກ​ຕົ້ນ​ໄມ້​ທີ່ ສູນ​ຝຶກ​ອົບຮົມດັ່ງກ່າວ​ນໍາ​ອີກ.

IMG_8811

ພາບ ແລະ ຂ່າວໂດຍ: ແພກຂ່າວສານກະສິກໍາ ແລະ ປ່າໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ