ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີປູກຕົ້ນໄມ້ 4.400 ເບ້ຍ ທີ່ສູນຄົ້ນຄວ້າປ່າໄມ້ ນໍ້າຊວງ

IMG_887333     ເພ​ື່ອ​ເປັນ​ການ​ສ້າງ​ຂະບວນການ​ປູກ​ຕົ້ນ​ໄມ້​ເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ແລະ ສະ​ເຫຼີ​ມສະຫຼອງວັນ​ເດ​ັກນ້ອຍ​ສາກົນ ຄົບຮອບ 38 ປີ (1 ມິຖຸນາ 1980-1 ມິຖຸນາ 2018) ​ໃຫ້​ເປັນ​ຂະ​ບວນຟົດ​ຟື້ນ ​ເພື​່ອແນ່ໃສ່ບັນລຸເປົ້າໝາຍໃຫ້ມີປ່າປົກຫຸ້ມ 70 ສ່ວນຮ້ອຍ ແລະ ປູກໄມ້ໃຫ້ໄດ້ 500.000 ເຮັກຕາ ໃນປີ 2020 ຕາມຍຸດທະສາດພັດທະນາປ່າໄມ້ຂອງລັດຖະບານ ກໍຄືຕາມທິດການພັດທະນາສີຂຽວ ແລະ ຍືນຍົງ. ໃນວັນທີ 31 ພຶດສະພາ ຜ່ານ​ມາ​ນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີປູກຕົ້ນໄມ້ຂື້ນທີ່ສູນຄົ້ນຄວ້າປ່າໄມ້ ນໍ້າຊວງ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ບັນດາຮອງລັດຖະມົນຕີ, ຮອງເຈົ້າເມືອງ, ອຳນາດການປົກຄອງທ້ອງຖິ່ນ, ນັກທຸລະກິດ, ອົງການຈັດຕັ້ງສາກົນ, ຊາວໜຸ່ມ ແລະ ນ້ອງນ້ອຍເຍົາວະຊົນ​ເຂົ້າ​ຮ່ວມຢ່າງເປັນຂະບວນຟົດຟື້ນ.

    ​ເບ້ຍ​ໄມ້​ທີ່​ນໍາ​ມາ​ປູກ​ໃນຄັ້ງ​ນີ້​ມີທັງໝົດ 4.400 ເບ້ຍ, ຊຶ່ງແມ່ນໄມ້ພື້ນເມືອງທີ່ມີຄ່າຂອງລາວເຮົາເຊັ່ນ: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ແຄນ ແລະ ໄມ້ຍາງ ​ເບ້ຍ​ໄມ້​ດັ່ງກ່າວ​ໄດ້​ປູກໃນເຂດຄຸ້ມຄອງຂອງສູນຄົ້ນຄວ້າປ່າໄມ້ນໍ້າ​ຊວງໃນເນື້ອທີ່ປະມານ 4 ເຮັກຕາ, ໂດຍມີຈຸດປະສົງແນໃສ່ປູກເພື່ອໃຫ້ກາຍເປັນປ່າ ແລະ ເປັນແຫລ່ງຕົ້ນໄມ້ພໍ່ພັນແມ່ພັນສະໜອງແກ່ນໄມ້ໃຫ້ແກ່ການປູກໄມ້ໃນອານາຄົດ.

n20161031103746_116167(

     ​ໃນ​ພິທີ​ທ່ານ ທອງ​ພັດ ​ວົງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​​ໄມ້ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ ​ແລະ ຜົນງານ​ການ​ປູກ​ໄມ້​ໃນ​ໄລຍະ​ຜ່ານ​ມາ​ວ່າ: ຜ່ານການເຄື່ອນໄຫວວຽກງານປູກໄມ້ຕົວຈິງໃນໄລຍະທີ່ຜ່ານມາ ໄດ້ເຮັດໃຫ້ເນື້ອທີ່ໄມ້ປູກເພີ່ມຂຶ້ນຈາກ 452 ເຮັກຕາ ໃນປີ 1978 ມາເປັນ 1.384 ເຮັກຕາ ໃນປີ 1985 ເພີ່ມຂຶ້ນປະມານ 3 ເທົ່າ ເມື່ອທຽບກັບຕົວເລກການປູກໄມ້ກ່ອນການກຳນົດວັນປູກຕົ້ນໄມ້ແຫ່ງຊາດ ແລະ ຈາກນັ້ນມາ ດ້ວຍການນຳພາຢ່າງໃກ້ຊິດຂອງການນຳພັກ-ລັດຂັ້ນຕ່າງໆ ບວກກັບຄວາມຕື່ນຕົວຂອງປະຊາຊົນບັນດາເຜົ່າ ແລະ ການເປີດກວ້າງການລົງທຶນ ໄດ້ເຮັດໃຫ້ເນື້ອທີ່ການປູກໄມ້ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາເຖິງປີ 2018 ພວກເຮົາມີເນື້ອທີ່ປູກໄມ້ທັງໝົດໃນທົ່ວປະເທດ ເຖິງ 478.557 ເຮັກຕາ ຫລື ເທົ່າກັບ 95,7 ສ່ວນຮ້ອຍ ຂອງແຜນການປູກໄມ້ຮອດປີ 2020 ຂອງລັດຖະບານ, ອັນພົ້ນເດັ່ນ ແມ່ນຂະບວນການປູກໄມ້ເປັນສິນຄ້າເຊັ່ນ: ໄມ້ສັກ, ໄມ້ວິກ, ໄມ້ເກດສະໜາ ແລະ ຢາງພາລາ ຂອງຊາວກະສິກອນ ຂອງພະນັກງານ, ທະຫານ, ຕຳຫລວດ, ກໍຄືນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

IMG_0118

 

IMG_01344

​    ໃນ​ໂອກາດ​ດັ່ງກ່າວ​ນີ້​, ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມ​ດ້ວຍ​ການ​ນໍາ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້​ກໍ່​ໄດ້​ຮ່ວມ​ການ​ປູກ​ຕົ້ນ​ໄມ້, ຈາກ​ນັ້ນ​ກໍ່​ໄດ້​ໄປຢ້ຽມຢາມ ​ແລະ ຮັບ​ຟັງ​ການ​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ສູນຄົ້ນຄວ້າ​ປ່າ​ໄມ້ທ່ຽວຊົມ​ແຫຼ່ງຕົ້ນ​ໄມ້​ພໍ່​ແມ່​ພັນ, ສວນປູກ​ຫວາຍ ​ແລະ ຟາ​ມລ້ຽມ​ໝູ UDA ທີ່​ ບ້ານ​ໃໝ່ ​ເມືອງ ​ໂພນ​ໂຮງ ​ແຂວງ​ວຽງ​ຈັນ ນໍາ​ອີກ.

IMG_90855

ພາບ ແລະ ຂ່າວໂດຍ: ພະແນກ ຂ່າວສານກະສິກໍາ ແລະ ປ່າໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ