ກະຊວງກະສິກຳ ແລະ ປ່າໄມ້ ສະຫຼຸບບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງ ທົ່ວອົງຄະນະພັກກະຊວງ ແລະ ສະຫຼຸບຍ້ອງຍໍຜົນງານ 5 ປີ

IMG_9302 IMG_9423IMG_9491

            ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ໄດ້​ຈັດ​ພິທີ​ສະຫຼຸບບັ້ນດຳ​ເນີນ​ຊີວິດ​ການ​ເມືອງປັບປຸງ ປົວ​ແປງ​ທົ່ວອົງຄະ​ນະ​ພັກ​ກກະຊວງ ​ແລະ ພິທີ​ສະຫຼຸບຍ້ອງຍໍ​ຜົນງານ 5 ປີ (2011-2015) ​ໃຫ້​ແກ່​ກົມ​ກອງລວມໝູ່ ​ແລະ ພະນັກງານ​-ລັດຖະກອນຂຶ້ນ ​ ​ໃນ​ວັນ​ທີ 17 ກໍລະກົດ 2017 ທີ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ສູນ​ກາງ​ພັກ. ​ເປັນກຽດ​ເຂົ້າຮ່ວມ​ຂອງ​ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ທ່ານ ຄຳ​ສຸກ ບຸນ​ຍະ​ວົງ ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ອາ​ດີດ​ການ​ນຳ​ອາວຸ​ໂສ, ສະມາຊິກ​ພັກ​ບຳນານ, ທ່ານ​ຫົວໜ້າ ​ແລະ ຮອງ​ຫົວໜ້າຫ້ອງການ, ກົມ, ສະ​ຖາບັນ, ສູນ, ສະຖານີ, ​ໂຮງຮຽນຊົນລະປະທານ​ຊັ້ນສູງ​ທ່າ​ງ່ອນ, ວິທະຍາ​ໄລ ກະສິກຳ ​ແລະ ປ່າ​ໄມ້ ເຂົ້າຮ່ວມຢ່າງ​ພ້ອມພຽງ.

            ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ ປົວ​ແປງ​ທົ່ວ​ອົງຄະ​ນະ​ພັກກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 1 ​ເດືອນ​ກວ່າ ​ເຊິ່ງສາມາດ​ຕີ​ລາຄາຈັດ​ປະ​ເພດ​ສະມາຊິກ​ໄດ້​ດັ່ງນີ້: ປະ​ເພດ​ແຂງ ຈຳນວນ 664 ສະຫາຍ, ຍິງ 195 ສະຫາຍ, ​ເທົ່າ​ກັບ 82,79%; ປະ​ເພດ​ປານກາງ ​ຈຳ​ນວນ 138 ສະຫາຍ, ​ເທົ່າ​ກັບ 17,21% ​ແລະ ​ໃນ​ໄລຍະ 5 ປີ​ (2011-2015) ທີ່​ຜ່ານ​ມາ ​ກົມ​ກອງ​ລວມໝູ່ ​ແລະ ພະນັກງານ-ລັດຖະກອນ​ທີ່​ມີ​ຜົນງານ​ດີ​ເດັ່ນ, ມີ​ຫົວຄິດ​ປະດິດ​ສ້າງ, ປະກອບ​ສວ່ນ​ເຂົ້າ​ໃນ​ຂະ​ບວນການ​ແຂ່ງຂັນ ”ຮັກ​ຊາດ ​ແລະ ພັດທະນາ” ຂອງຂ​ະ ​ແໜງກະສິກຳ ​ແລະ ປ່າ​ໄມ້​ ທີ່​ໄດ້​ການ​ປະດັບຫຼຽນ​ໄຊ ​ແລະ ​​ໃບຍ້ອງຍໍ ມີ​ດັ່ງນີ້: ຫຼຽນ​ໄຊ​ແຮງ​ງານ ຊັນ I ຈຳ ນວນ 10 ກົມ​ກອງ; ຫຼຽນ​ໄຊ​ແຮງ​ງານ ຊັ້ນ II ຈຳນວນ 5 ກົມ​ກອງ; ຫຼຽນ​ໄຊ​ແຮງ​ງານ ຊັ້ນ III ຈຳນວນ 03 ກົມ​ກອງ; ຫຼຽນ​ໄຊ​ແຮງ​ງານ ຊັ້ນ I ຈຳນວນ 33 ທ່ານ; ຫຼຽນ​ໄຊ​ແຮງ​ງານ ຊັ້ນ II ຈຳນວນ 98 ທ່ານ; ຫຼຽນ​ໄຊ​ແຮງ​ງານ ຊັ້ນ III ຈຳນວນ 200 ທ່ານ; ຫຼຽນກາ​ແຮງ​ງານ ຈຳນວນ 183 ທ່ານ; ​ໃບ​ຍ້ອງຍໍ​ລັດຖະບານ ຈຳນວນ 199 ທ່ານ, ໃບ​ຍ້ອງຍໍ​ຂັ້ນກະຊວງ ຈຳນວນ 257​ ແລະ ​ໃບ​ຊົມ​ເຊີຍ​ຂັ້ນ​ກະຊວງ ຈຳນວນ 125 ທ່ານ.  ທ່ານ ​ແລະ ​ໃນ​ໂອກາດ​ດຽວກັນນີ້ ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ທ່ານ ທອງ​ພັດ ວົງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ກໍ່​ໄດ້​ຂຶ້ນ​ໃຫ້ກຽດປະດັບຫຼຽນ ​ແລະ ມອບ​ໃບ​ຍ້ອງຍໍ ​ໃຫ້​ແກ່​ກົມ​ກອງ​ລວມໝູ່ ​ແລະ ພະນັກງານ-ລັດຖະກອນ​ດີ​ເດັ່ນ​ຕາມ​ລຳ​ດັບ. ຫຼັງຈາກ​ນັ້ນ, ກໍ່​ໄດ້​ມີ​ການ​ຈັບ​ມື​ຂໍ້​ແຂ່ງຂັນ​ຂອງ​ບັນດາ​ກົມ, ຫ້ອງການ, ສະ​ຖາ​ບັນ, ຄະນະ​ພັດທະນາ ​ແລະ ລຶບລ້າງ​ຄວາມທຸກ​ຍາກ, ສູນ, ​ໂຮງ ຮຽນຊົນລະປະທານ​ຊັ້ນສູງ​ທ່າ​ງ່ອນ, ວິທະຍາ​ໄລກະສິກຳ ​ແລະ ປ່າ​ໄມ້.

​        ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​​ໄດ້​ເນັ້ນໜັກ​ໃຫ້​ສືບຕໍ່ສ້າງ​ອົງຄະ​ນະ​ພັກ ​ຕາມ 5 ຫຼັກການ ​ແລະ 3 ທິດ​ນຳ; ​ເອົາ​ໃຈ​ໃສ່​ຂໍ້​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ”3 ​ເນື້ອ​ໃນ ​ແລະ 4 ​ເປົ້າໝາຍ”; ຮັບປະກັນ 4 ​ເນື້ອ​ໃນ ​ແລະ 4 ຄາດໝາຍ (​ໃຫ້​ໄວ, ​ໃຫ້​ດີ, ​ໃຫ້ຫຼາຍ ​ແລະ ຖືກ​ກົດໝາຍ) ​ແລະ  5 ​ເປົ້າໝາຍ ທີ່​ຂະ​ແໜງກະສິກຳ ​ແລະ ປ່າ​ໄມ້​ຮັບຜິດຊອບ​ຄື: ລຶບລ້າງ​ຄວາມທຸກ​ຍາກ; ລຶບລ້າງ​ຄວາມ​ອຶດຫິວ; ມີ​ແຜນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ; ອານຸລັກ ​ແລະ ນຳ​ໃຊ້​ສິ່ງ​ທີ່​ມີ​ຊີວິດ​ໃນ​ນ້ຳ​ແບບ​ຍືນ​ຍົງ; ອານຸລັກ ​ແລະ ນຳ​ໃຊ້​ສິ່ງ​ທີ່​ມີ​ຊີວິດ​ເທິງໜ້າດິນ​ແບບ​ຍືນ​ຍົງ ​ແລະ ພິທີ​ດັ່ງກ່າວ​ກໍ່​ໄດ້​ຈົບ​ລົງ​ດ້ວຍ​ຜົນສຳ​ເລັດ​ທີ່​ຈົບງາມ.

                                                        ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

                                                        ກວດ​ແກ້: ​ເຂັມ​ພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ