ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຢູ່ ສປປ ລາວ ພາຍໃຕ້ໂຄງການພັດທະນາກະສິກໍາ ແລະ ການເຊື່ອມໂຍງດ້ານການຕະຫຼາດຢູ່ອາຊຽນ

IMG_2421

          ໃນວັນທີ 12 ພະຈິກ 2018 ທີ່ໂຮງແຮມວຽງຈັນພລາຊາ, ນະຄອນຫຼວງວຽງຈັນ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບສູນຄົ້ນຄວ້າກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ໄດ້ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການພາຍໃຕ້ການພັດທະ ນາກະສີກໍາ ແລະ ເຊື່ອມໂຍງດ້ານການ ຕະຫຼາດຢູ່ອາຊຽນຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມ ປູກຝັງ ກະຊວງ ກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຜູ້ຕາງໜ້າ ຈາກກອງທຶນພັດທະນາກະສິກໍາ, ສະຖາບັນຄົ້ນຄວ້ານະໂຍບາຍອາຫານສາກົນ ແລະ ຈາກສູນຄົ້ນຄວ້າ ກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໃນກອງປະຊຸມດັ່ງກ່າວນີ້ມີຜູ້ເຂົ້າຮ່ວມ ຈາກພາກສ່ວນ ທີ່ກ່ຽວຂ້ອງອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ​ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ ມະຫາວິທະ ຍາໄລແຫ່ງຊາດທັງໝົດ 20 ທ່ານ.

IMG_2407

           ຈຸດປະສົງຂອງກອງປະຊຸມເພື່ອປຶກສາຫາລືແຜນ ຈັດຕັ້ງປະຕິບັດ ການສຶກສາຕ່ອງໂສ້ການຜະລິດພືດເປັນສິນຄ້າໃນອາຊຽນ, ໂຄງການເຊິ່ງນໍາສະເໜີໂດຍຜູ້ຕາງໜ້າ, ເຊິ່ງ ໂຄງການດັ່ງກ່າວແມ່ນມີແຜນຈັດຕັ້ງປະຕິບັດເລີ່ມແຕ່ ເດືອນມິຖຸນາ 2017 ຫາເດືອນ ທັນວາ 2020 ໂດຍໄດ້ຮັບການສະໜັບສະໜຸນຈາກກອງທຶນສາກົນພັດທະນາກະສິກໍາ, ສະຖາບັນຄົ້ນຄວ້ານະໂຍບາຍ ອາຫານສາກົນ ແລະ ສູນຄົ້ນຄວ້າກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແຕ່ລະປີຈະມີການ ສຶກສາພືດເສດຖະກິດແຕ່ລະປະເພດຕາມການຊີ້ນໍາຂອງຄະນະຊີ້ນໍາໂຄງການ. ເຊິ່ງກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນປຶກສາຫາລື ແລະ ປະກອບຄໍາເຫັນໃສ່ແຜນການສຶກສາຄົ້ນຄວ້າຕ່ອງ ໂສ້ສາລີ ຢູ່ ສປປ ລາວ ຂອງໂຄງການນໍາອີກ.

ພາບ ແລະ ຂ່າວໂດຍ:ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ