ກອງປະຊຸມທາບທາມຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນ

IMG_0461IMG_0465

​        ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍວ່າ​ດ້ວຍ​ການຈັດ​ສັນພູ​ມລຳ​ເນົາ ​ແລະ ອາຊີບໝັ້ນຄົງ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ ມີ​ເນື້ອ​ໃນສົມບູນ​ຄົບ​ຖ້ວນ​ ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ, ສອດ​​ຄ່ອງ​ກັບຫຼັກການພື້ນຖານ​ໃນ​ການ​ສ້າງ​ນິຕິ​ກຳ ​ແລະ ສາມາດ​ນຳ​ໄປ​ຈັດຕັ້ງປະຕິບັດ​ໄດ້. ​ໃນ​ລະຫວ່າງ​ວັນ​ທີ 7-8 ສິງຫາ 2017 ນີ້ ທີ່​ຫ້ອງການ​ປົກຄອງ​ແຂວງ​ຈຳປາ​ສັກ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮ່ວມ​ກັບ ອົງການ​ປົກຄອງ​ແຂວງ​ຈຳປາ​ສັກ ​ເປີດ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ຕໍ່ຮ່າງກົດໝາຍວ່າ​ດ້ວຍ ການຈັດ​ສັນພູ​ມລຳ​ເນົາ ​ແລະ ອາຊີບໝັ້ນຄົງ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ ສຳລັບ 6  ​ແຂວງ (​ແຂວງ ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ຈຳປາ​ສັກ, ສາລະ​ວັນ, ​ເຊ​ກອງ ​ແລະ ​ແຂວງ ອັດ​ຕະປື) ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ບຸນ​ຖອງ ດີ​ວິ​ໄຊ ​ເຈົ້າ​ແຂວງໆຈຳປາ​ສັກ, ທ່ານ ຄຳ​ບຸນ​ນັດ ​ໄຊ​ຍະ​ນົນ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ​ຂະ​ແໜງການ​ທີ່​ກ່ຽວ ຂ້ອງທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເຂົ້າຮ່ວມ​ທັງໝົດ 100 ທ່ານ, ຍິງ 9 ທ່ານ.

        ທ່ານ ບຸນ​ໄອ່ ໜູນວນ​ນະ​ວົງ ຮອງ​ຫົວໜ້າຫ້ອງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້  ​ໄດ້​ນຳ​ສະ​ເໜີຄວາມ​ຈຳ​ເປັນ, ​ໂຄງ​ປະກອບ ​ແລະ ເນື້ອ​ໃນ​ຂອງ​ຮ່າງກົດໝາຍດັ່ງກ່າວ ຊຶ່ງປະກອບມີ 11 ພາກ ​ແລະ 79 ມາດຕາ ​ແລະ ​ເພື່ອ​ຮັບປະກັນ​ໃຫ້​ຮ່າງ​ກົດໝາຍສະບັບ​ນີ້ ສາມາດ​ນຳ​ເຂົ້າພິຈາລະນາ ​ໃນ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 8 ​ໃນຕົ້ນປີ 2018 ນີ້ ​ແຂກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍດັ່ງ​ກ່າວ​ຢ່າງກົງ​ໄປ​ກົງ​ມາ.

        ​ໃນ​ຕອນ​ທ້າຍຂອງ​ກອງ​ປະຊຸມ, ທ່ານ ຄຳ​ບຸນ​ນັດ ​ໄຊ​ຍະ​ນົນ ​ໄດ້​ເນັ້ນ​ໃຫ້​ຄະນະ​ວິ​ຊາ​ການ ກໍ່ຄື​ຄະນະ​ເນື້ອໃນ ​ແລະ ກອງ​ເລຂາ ​ໃຫ້​ສຸມ​ກຳລັງ​ແຮງ​​ເຂົ້າ​ໃນ​ການສ້າງ​ຮ່າງ​ກົດໝາຍສະບັບ​ນີ້​ໃຫ້ສຳ​ເລັດ​ຕາມ​ກຳນົດ​ເວລາ ​ແລະ ຮັບປະກັນ​ເນື້ອ​ໃນ​ຄົບ​ຖ້ວນ ຖືກຕ້ອງ ຕາມ​ຄວາມ​ເປັນ​ຈິງ ​ແລະ ກອງ​ປະຊຸມ​ກໍ່​ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

 

                                                                ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

                                                                ກວດ​ແກ້: ທ່ານ ​ເຂັມ​ພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ