ຂ່າວ
ສປປ ລາວ ເປັນຜູ້ບຸກເບີກແຜນງານການຫັນປ່ຽນລະບົບອາຫານ ແລະ ການແກ້ໄຂບັນຫາສະພາບອາກາດ
ກອງປະຊຸມສຳມະນາແຫ່ງຊາດ ແລະ ລິເລີ່ມຈາກຜູ້ເຂົ້າຮ່ວມຫຼາຍກວ່າ 80 ພາກສ່ວນ ເພື່ອເປີດຕົວແຜນງານການຫັນປ່ຽນລະບົບ ອາຫານທີ່ມີຄວາມຕ້ານທານຕໍ່ສະພາບອາກາດສຳລັບ ສປປ ລາວ
**ວັງວຽງ, ສປປ ລາວ – ວັນທີ 24 ມິຖຸນາ 2025** – ໃນຊ່ວງເວລາທີ່ສໍາຄັນສໍາລັບການພັດທະນາແບບຍືນຍົງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສປປ ລາວ ໄດ້ເປີດຕົວ ຢ່າງເປັນທາງການແຜນງານຫັນປ່ຽນລະບົບ ອາຫານ (Convergence Initiative), ເຊິ່ງເປັນໂຄງການລິເລີ່ມລະດັບຊາດທີ່ເຊື່ອມໂຍງການຫັນປ່ຽນລະບົບສະບຽງອາຫານເຂົ້າກັບການຮັບມືກັບການປ່ຽນແປງດິນຟ້າອາກາດ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວຫຼາຍລ້ານຄົນທີ່ອາໄສກະສິກໍາເປັນອາຊີບ.
ກອງປະຊຸມລະດັບສູງ ແລະ ກອງປະຊຸມສຳມະນາລິເລີ່ມ ໄດ້ຈັດຂຶ້ນເປັນເວລາສອງວັນ ໂດຍມີຜູ້ນໍາທີ່ມີບົດບາດສຳຄັນຫຼາຍກວ່າ 80 ທ່ານ ຈາກກະຊວງຕ່າງໆຂອງພາກລັດ, ອົງການຈັດຕັ້ງສາກົນ, ບໍລິສັດເອກະຊົນ, ກຸ່ມສັງຄົມສົງເຄາະ, ມະຫາວິທະຍາໄລ, ແລະ ຊາວໜຸ່ມ ເຂົ້າຮ່ວມ – ເຊິ່ງເປັນການເຕົ້າໂຮມພາກສ່ວນທີ່ກ່ຽວຂ້ອງຈຳນວນຫຼາຍທີ່ສຸດ ນັບຕັ້ງແຕ່ການລວມຕົວຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມື່ອບໍ່ດົນມານີ້.
ສ້າງພື້ນຖານໃໝ່ໃນການເປັນຜູ້ນຳໃນພາກພື້ນ
ທ່ານ ສະເຕຟານອສ ໂຟຕິໂອ, ຜູ້ອໍານວຍການສູນປະສານງານລະບົບສະບຽງອາຫານຂອງອົງການສະຫະປະຊາຊາດ ກ່າວວ່າ: “ມື້ນີ້, ສປປ ລາວ ໄດ້ວາງຕໍາແໜ່ງຕົນເອງເປັນຜູ້ບຸກເບີກໃນການແກ້ໄຂສອງສິ່ງທ້າທາຍທີ່ຮີບດ່ວນທີ່ສຸດຂອງໂລກພ້ອມກັນ. ໂດຍການເຂົ້າຮ່ວມກັບປະເທດຕ່າງໆ ເຊັ່ນ: ບຣາຊິນ, ອິນໂດເນເຊຍ, ໄທ, ແລະ ອື່ນໆ, ໃນຖານະຜູ້ບຸກເບີກໃນແຜນງານໃນທົ່ວໂລກນີ້, ສປປ ລາວ ສະແດງໃຫ້ເຫັນວ່າວິທີແກ້ໄຂບັນຫາທີ່ທ້າທາຍສາມາດເກີດຂຶ້ນໄດ້ຈາກທຸກປະເທດທີ່ມີວິໄສທັດທີ່ກ້າຄິດ ກ່ຽວກັບອະນາຄົດ.”
ແຜນງານນີ້ເກີດຂຶ້ນໃນຊ່ວງເວລາແຫ່ງການຫັນປ່ຽນ ພາຍຫຼັງການລວມຕົວກັນຄັ້ງທຳອິດຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມຂອງ ສປປ ລາວ, ເຊິ່ງສ້າງໂອກາດທີ່ບໍ່ເຄີຍມີມາກ່ອນສໍາລັບການປະສານງານການດໍາເນີນງານທີ່ເປັນປະໂຫຍດຕໍ່ຊາວກະສິກອນ ແລະ ໃນທົ່ວໂລກ.
ຜົນກະທົບຕົວຈິງຕໍ່ຊຸມຊົນໃນຊົນນະບົດ
ທ່ານ ຮສ. ດຣ. ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ໄດ້ເນັ້ນໜັກຢ່າງຊັດເຈນໃນການຫັນປ່ຽນນີ້ວ່າ: “ນີ້ເປັນເລື່ອງກ່ຽວກັບການຮັບປະກັນວ່າຊາວກະສິກອນຂອງພວກເຮົາສາມາດຫາລ້ຽງຄອບຄົວໄດ້ ພ້ອມກັນກັບການປົກປັກຮັກສາທີ່ດິນທີ່ເປັນແຫຼ່ງລ້ຽງຊີບຂອງພວກເຮົາ. ໃນວາລະແຫ່ງຊາດ ສໍາລັບປີ 2025-2030 ຈະນໍາເອົາການປ່ຽນແປງຕົວຈິງຈາກລາຍໄດ້, ໂພຊະນາການ, ແລະ ຄວາມທົນທານຕໍ່ຊຸມຊົນໃນຊົນນະບົດໃນທົ່ວທຸກແຂວງ.”
ແຜນງານນີ້ມີເປົ້າໝາຍທີ່ທ້າທາຍ, ແຕ່ສາມາດບັນລຸໄດ້ຄື:
- ເພີ່ມລາຍໄດ້ຂອງຄົວເຮືອນຊາວກະສິກອນໄດ້ຢ່າງຫຼວງຫຼາຍ ໂດຍຜ່ານວຽກກະສິກໍາທີ່ເປັນມິດກັບສະພາບອາກາດ ແລະ ການເຂົ້າເຖິງຕະຫຼາດທີ່ດີຂຶ້ນ.
- ຫຼຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍ ໂດຍການເສີມສ້າງລະບົບສະບຽງອາຫານທີ່ຄໍານຶງເຖິງໂພຊະນາການ.
- ນໍາເອົາເນື້ອທີ່ດິນຫຼາຍພັນເຮັກຕາ ມາຢູ່ພາຍໃຕ້ການຄຸ້ມຄອງທີ່ດິນແບບຍືນຍົງ.
- ສ້າງຄວາມທົນທານຕໍ່ສະພາບອາກາດ ໃຫ້ແກ່ຊຸມຊົນໃນຊົນນະບົດທີ່ດ້ອຍໂອກາດ.
ການຮັບຮູ້ ແລະ ການສະໜັບສະໜູນຈາກສາກົນ
ການຄັດເລືອກຂໍ້ສະເໜີຂອງ ສປປ ລາວ ໂດຍກອງທຶນຮ່ວມການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (UN Joint SDG Fund) ໄດ້ຢັ້ງຢືນວິໄສທັດຍຸດທະສາດຂອງປະເທດ ແລະ ເປີດໂອກາດໃຫ້ໄດ້ຮັບການສະໜັບສະໜູນລະດັບສາກົນຢ່າງຫຼວງຫຼາຍ. ທ່ານ ບັກໂຮເດຍ ເບີຄະນອ໋ຟ, ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ໄດ້ກ່າວວ່າ: “ຜົນສໍາເລັດນີ້ສະທ້ອນໃຫ້ເຫັນຄຸນນະພາບຂອງການວາງແຜນຂອງ ສປປ ລາວ ແລະ ຄວາມເຂັ້ມແຂງຂອງການພົວພັນຮ່ວມມືລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນ. ໂຄງສ້າງກະຊວງທີ່ຖືກລວມເຂົ້າກັນນີ້ ໄດ້ສ້າງການປະສານງານທີ່ເປັນເອກະລັກ ທີ່ປະເທດອື່ນໆກໍາລັງຕິດຕາມຢ່າງໃກ້ຊິດ.”
ນະວັດຕະກຳໄປພ້ອມການເຄົາລົບປະເພນີແບບດັ້ງເດີມ
ແຜນການນີ້ໄດ້ລວມເອົາວິທີການທີ່ທັນສະໄໝເຂົ້າກັບການເຄົາລົບວິທີການກະສິກໍາແບບດັ້ງເດີມ:
- ນະວັດຕະກຳດ້ານດິຈິຕອລ ທີ່ເຊື່ອມໂຢງກັບຊາວກະສິກອນໂດຍກົງກັບຕະຫຼາດ.
- ເຕັກນິກກະສິກໍາທີ່ເປັນມິດກັບສະພາບອາກາດທີ່ເພີ່ມຜົນຜະລິດ ພ້ອມກັບການປົກປັກຮັກສາສິ່ງແວດລ້ອມ.
- ນະວັດຕະກຳ ກົນໄກການເງິນ ທີ່ ເຮັດໃຫ້ກະສິກໍາແບບຍືນຍົງສາມາດເຂົ້າເຖິງໄດ້ ສໍາລັບຊາວກະສິກອນລາຍຍ່ອຍ.
- ເຄືອຂ່າຍການແບ່ງປັນຄວາມຮູ້ ທີ່ເຊື່ອມໂຍງຊາວກະສິກອນລາວ ກັບ ການຈັດຕັ້ງປະຕິບັດທີ່ດີທີ່ສຸດ ໃນລະດັບພາກພື້ນ ແລະ ສາກົນ.
ທ່ານ ນາງ ຄະຢອງ ມີ ຄິມ, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ປະຈໍາ ສປປ ລາວ, ໄດ້ເນັ້ນໜັກເຖິງການສະໜັບສະໜູນທີ່ຄົບຖ້ວນວ່າ: “ພວກເຮົາບໍ່ພຽງແຕ່ສະໜອງເງິນທຶນເທົ່ານັ້ນ – ອົງການຍັງສະໜອງຊ່ຽວຊານດ້ານວິຊາການ, ການສ້າງຂີດຄວາມສາມາດ, ແລະ ການເຂົ້າເຖິງເຄືອຂ່າຍຄວາມຮູ້ໃນລະດັບສາກົນ ທີ່ຈະຊ່ວຍໃຫ້ຊຸມຊົນລາວສາມາດນໍາພາການຫັນປ່ຽນຂອງຕົນເອງໄດ້.”
ເປັນແບບຢ່າງຕົວແບບໃຫ້ສາກົນ
ໃນຂະນະທີ່ຜູ້ນໍາທົ່ວໂລກກໍາລັງກະກຽມສໍາລັບກອງປະຊຸມສຸດຍອດດ້ານສະພາບອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານທີ່ສໍາຄັນໃນທ້າຍປີນີ້, ແຜນງານການຫັນປ່ຽນລະບົບສະບຽງອາຫານຂອງ ສປປ ລາວ ສະແດງຕົວຢ່າງ ຕົວຈິງທີ່ປະຕິບັດໄດ້ ສໍາລັບປະເທດກໍາລັງພັດທະນາອື່ນໆທີ່ສົນໃຈນໍາໃຊ້ ຫຼື ກໍາລັງວາງແຜນທີ່ຈະເຂົ້າຮ່ວມແຜນງານດັ່ງກ່າວ. ວິທີການນີ້ສະແດງໃຫ້ເຫັນວ່າປະເທດຕ່າງໆສາມາດນໍາໃຊ້ຄວາມເຂັ້ມແຂງທີ່ເປັນເອກະລັກຂອງຕົນ – ໃນກໍລະນີຂອງ ສປປ ລາວ, ກໍຄືກະສິກໍາພື້ນບ້ານທີ່ອຸດົມສົມບູນ ແລະ ທີ່ຕັ້ງຍຸດທະສາດໃນພາກພື້ນ – ເພື່ອສ້າງວິທີແກ້ໄຂທີ່ເໝາະສົມກັບສະພາບເງື່ອນໄຂຂອງພວກເຂົາ.
ຄວາມຄາດຫວັງໃນອະນາຄົດ
ໃນໄລຍະຫຼາຍເດືອນຂ້າງໜ້າ, ຜູ້ເຂົ້າຮ່ວມຈະພັດທະນາ “ແຜນແມ່ບົດການຫັນປ່ຽນລະບົບສະບຽງອາຫານ” ຈະເປັນຄູ່ມືການຈັດຕັ້ງປະຕິບັດໃນທົ່ວທຸກແຂວງ. ແຜນງານນີ້ບໍ່ພຽງແຕ່ເປັນການປ່ຽນແປງນະໂຍບາຍເທົ່ານັ້ນ, ແຕ່ເປັນການປັບປຸງພື້ນຖານຂອງວິທີການທີ່ ສປປ ລາວ ຈະພັດທະນາ – ເຊິ່ງຈະເອົາຊາວກະສິກອນ, ຄອບຄົວ, ແລະ ສິ່ງແວດລ້ອມເປັນໃຈກາງຂອງຄວາມກ້າວໜ້າຂອງປະເທດ.
ສຳລັບຂໍ້ມູນເພີ່ມເຕີມ, ຕິດຕໍ່:
ທ່ານ ອາລຸນໄຊ ອ່ອນຕາ, ຫົວໜ້າພະແນກຮ່ວມມືສາກົນ, ກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສປປ ລາວ (ອີເມລ: alounxayonta@gmail.com)
* ດຣ. ຣັດທະນາ ແປ້ວ ນໍແບກ-ມຸນສ, ຜູ້ຊ່ຽວຊານອາວຸໂສດ້ານນະໂຍບາຍລະບົບກະສິກຳ-ອາຫານ ແລະ ຜູ້ຊ່ຽວຊານດ້ານການວາງແຜນການຄາດຄະເນສະພາບອາກາດ, ຫ້ອງການເປົ້າໝາຍການພັດທະນາແບບຍືນຍົງ (OSG), ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), Rathana.PeouNorbertMunns@fao.org
* ທ່ານ ພົມມະຈັນ ໂພທິຈັນ, ທີ່ປຶກສາການມີສ່ວນຮ່ວມຫຼາຍພາກສ່ວນ, ຫ້ອງການ FAO ປະຈຳ ສປປ ລາວ (phommachanh.phothichanh@fao.org)
ກ່ຽວກັບແຜນງານການຫັນປ່ຽນລະບົບສະບຽງອາຫານ (Convergence Initiative): ເປັນໂຄງການທົ່ວໂລກທີ່ລິເລີ່ມໂດຍສູນປະສານງານລະບົບສະບຽງອາຫານຂອງອົງການສະຫະປະຊາຊາດ ເພື່ອຊ່ວຍປະເທດຕ່າງໆໃນການເຊື່ອມໂຍງການຫັນປ່ຽນລະບົບສະບຽງອາຫານເຂົ້າກັບການຮັບມືກັບການປ່ຽນແປງດິນຟ້າອາກາດ, ປະຈຸບັນມີການເຄື່ອນໄຫວຢູ່ໃນ 8+ ປະເທດທົ່ວໂລກ ແລະ ມີອີກ 17 ປະເທດທີ່ກໍາລັງຢູ່ໃນຂັ້ນຕອນ.
Lao PDR Pioneers A Convergence Initiative to Transform Food Systems and Combat Climate Change
National High Level and Inception Workshop Brings Together 80+ multisectoral representatives to Launch Convergence Initiative to Build Climate Resilient Food Systems Transformation for Lao PDR
Vang Vieng, Lao PDR – June 24, 2025 – In an important moment for sustainable development in Southeast Asia, Lao PDR today officially launched the Convergence Initiative, a pioneering national program that integrates food systems transformation with climate action to benefit the more than millions of Lao citizens who depend on agriculture for their livelihoods.
The two-day National High-Level Meeting and Inception Workshop brought together over 80 influential leaders representing government ministries, international development organizations, private sector companies, civil society groups, universities, and youth advocates – marking the largest multi-stakeholder gathering of its kind since the recent merging of Ministry of Agriculture and Forestry and Ministry of National Resource and Environment.
Breaking New Ground in Regional Leadership
“Today, Lao PDR positions itself as a trailblazer in addressing two of the world’s most pressing challenges simultaneously,” said Mr. Stefanos Fotiou, Director of the UN Food Systems Coordination Hub. “By joining countries like Brazil, Indonesia, Thailand, among others, as pioneers in this global initiative, Lao PDR demonstrates that innovative solutions can emerge from any nation willing to think boldly about its future.”
The initiative comes at a transformative moment following the historic merger of Lao PDR’s agriculture and environment ministries, creating unprecedented opportunities for coordinated action that benefits both farmers and the planet.
Real Impact for Rural Communities
H.E. Dr. Chanthakhone Boualaphanh, Deputy Minister of Agriculture and Environment, emphasized the human dimension of this transformation: “This is about ensuring that our farmers can feed their families while protecting the land that sustains us all. Our National Action Plan for 2025-2030 will deliver concrete improvements in income, nutrition, and resilience for rural communities across all provinces.”
The initiative targets ambitious but achievable goals:
- Significantly increasing farmer household incomes through climate-smart agriculture and improved market access
- Reducing childhood malnutrition rates by strengthening nutrition-sensitive food systems
- Bringing thousands of hectares under sustainable land management practices
- Building climate resilience for vulnerable rural communities
Global Recognition and Support
The successful selection of Lao PDR’s proposal by the UN Joint SDG Fund validates the country’s strategic vision and unlocks substantial international support. UN Resident Coordinator Mr. Bakhodir Burkhanov noted: “Financial support from the UN Joint SDG Fund is recognition of our shared commitment to a transformative agenda—seizing the momentum from recent institutional reforms to drive integrated, nationally owned efforts that build resilient, inclusive, and climate-smart food systems in Lao PDR. The Convergence Initiative’s foundation of strong partnerships and unified action ensures our work will deliver lasting benefits for communities and the environment.”
Innovation Meets Tradition
The initiative combines cutting-edge approaches with respect for traditional farming practices:
- Digital solutions connecting farmers directly to markets
- Climate-smart agricultural techniques that increase yields while protecting the environment
- Innovative financing mechanisms making sustainable farming accessible to smallholder farmers
- Knowledge sharing networks linking Lao farmers with regional and global best practices
Ms. Kyung Mee Kim, FAO Country Representative, highlighted the comprehensive support package: “We’re not just providing funding – we’re delivering technical expertise, capacity building, and access to global knowledge networks that will empower Lao communities to lead their own transformation.”
A Model for the World
As global leaders prepare for major climate and food security summits later this year, Lao PDR’s Convergence Initiative offers a practical example for other developing nations who have bene implement or planning to join the initiative. The approach demonstrates how countries can leverage their unique strengths – in Lao PDR’s case, rich agricultural traditions and strategic regional positioning – to create solutions that work for their specific contexts.
Looking Ahead
Over the coming months, participants will develop the detailed “Convergence Action Blueprint” that will guide implementation across all provinces. The initiative represents not just a policy shift, but a fundamental reimagining of how Lao PDR approaches development – one that puts farmers, families, and the environment at the center of national progress.
For more information, contact:
- Alounxay Onta, Director, Division of International Cooperation, Department of Planning and International Cooperation, Ministry of Agriculture and Environment, Lao PDR (email: alounxayonta@gmail.com)
- Rathana Peou Norbert-Munns, Senior Agrifood System policy expert and Climate Foresight Planning Specialist, Office of Sustainable Development Goals (OSG), Food and Agriculture Organization of the United Nations (FAO), Rathana.PeouNorbertMunns@fao.org
- Phommachanh Phothichanh, Multi-Stakeholder Engagement Consultant, FAO Country Office, Lao PDR (phommachanh.phothichanh@fao.org)
About the Convergence Initiative: A global program launched by the UN Food Systems Coordination Hub to help countries integrate food systems transformation with climate action, currently active in 8+ countries worldwide with 17 more in the pipeline
Invitaion for Bids
ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 26 ພຶດສະພາ 2025 – ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມທົບທວນ ແລະ ວາງແຜນປະຈຳປີ ເພື່ອຈັດຕັ້ງປະຕິບັດແຜນງານການຮ່ວມມື ຄັ້ງທີ 7 (2022-2026). ການເຕົ້າໂຮມທີ່ມີຄວາມສໍາຄັນນີ້, ຊຶ່ງມີ ອົງການ FAO ແລະ ພາກລັດຖະບານທີ່ກ່ຽວຂ້ອງເປັນປະທານຮ່ວມ, ມີຈຸດປະສົງເພື່ອປະເມີນຜົນສຳເລັດຂອງປີ 2024 ແລະ ວາງຍຸດທະສາດການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນປີ 2025 ແລະ 2026.
ອົງການ FAO ແລະ ກະຊວງກະສິກຳ-ປ່າໄມ້ ຈັບມືກັນສ້າງອະນາຄົດທີ່ສົດໃສໃຫ້ກັບຂະແໜງຊາລາວ! FAO and Ministry of Agriculture and Forestry Join Forces to Cultivate a Brighter Future for Lao Tea Sector
ນະຄອນຫຼວງວຽງຈັນ, ສປປ ລາວ – 30 ເມສາ 2025 – ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ປະຈຳ ສປປ ລາວ ໄດ້ຈັບມືຮ່ວມກັນກັບ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມປຶກສາຫາລືຄັ້ງສຳຄັນ ເພື່ອລິເລີ່ມການສ້າງແຜນແມ່ບົດແຫ່ງຊາດສຳລັບຂະແໜງຊາລາວ ແລະ ສ້າງຕັ້ງສະມາຄົມຊາລາວຂຶ້ນ. ກອງປະຊຸມຄັ້ງປະຖົມມະເລີກໄດ້ຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກຫຼາຍພາກສ່ວນສຳຄັນເຂົ້າຮ່ວມ ເພື່ອລະດົມຄວາມຄິດ ເພື່ອມາຊຸກຍູ້ຜັກດັນສັກກະຍະພາບຂອງຂະແໜງກະສິກຳ ທີ່ສຳຄັນນີ້.
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ວັນທ່ຽງ ພົມມະສຸລິນ, ຮອງຫົວໜ້າກົມປູກຝັງ, ກະຊວງ ກປ, ແລະ ເປັນປະທານຮ່ວມໂດຍ ທ່ານ ຈັນທະລາດ ປ້ອງມາລາ, ຜູ້ຊ່ວຍຜູ້ຕາງໜ້າອົງການ FAO. ທັງສອງທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງ “ຊາ” ຕໍ່ເສດຖະກິດຂອງ ສປປ ລາວ ເພາະບໍ່ພຽງແຕ່ສ້າງລາຍຮັບໃຫ້ກັບຊາວກະສິກອນ ແຕ່ຍັງສ້າງໂອກາດຢ່າງຫຼວງຫຼາຍໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຊາວສວນຊາລາວ ມີຄວາມພູມໃຈກັບມູນເຊື້ອການປູກຊາອັນເກົ່າແກ່, ໂດຍສະເພາະແມ່ນຊາປ່າທຳມະຊາດທີ່ມີເອກະລັກ ອາຍຸຫຼາຍຮ້ອຍປີຈາກພາກເໜືອຂອງປະເທດ ເຊິ່ງມີຊື່ສຽງດ້ານຄຸນນະພາບທີ່ໂດດເດັ່ນໄປທົ່ວໂລກ. ປັດຈຸບັນ, ສປປ ລາວ ມີເນື້ອທີ່ປູກຊາປະມານ 7,800 ເຮັກຕາ ໃນ 8 ແຂວງ, ສາມາດຜະລິດຊາໄດ້ປະມານ 18,400 ໂຕນຕໍ່ປີ ແລະ ມີໂຮງງານປຸງແຕ່ງຮອງຮັບເຖິງ 28 ແຫ່ງ.
ເຖິງວ່າຊາລາວຈະມີຊື່ສຽງ ແຕ່ກໍຍັງມີສິ່ງທ້າທາຍບາງຢ່າງ ເຊັ່ນ: ການຜະລິດຍັງໃຊ້ວິທີແບບພື້ນຖານ ແລະ ການເຂົ້າເຖິງຕະຫຼາດກໍຍັງມີຂໍ້ຈຳກັດ. ດ້ວຍເຫດນີ້, ການລິເລີ່ມ ຈິ່ງໄດ້ມີຈຸດປະສົງເພື່ອປູທາງໄປສູ່ອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ. ກອງປະຊຸມ ຖືເປັນການເປີດໂຄງການຢ່າງເປັນທາງການ ເພື່ອ:
- ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານລັດ ແລະ ຜູ້ທີ່ກ່ຽວຂ້ອງ.
- ສ້າງແຜນແມ່ບົດຊາລາວທີ່ມີເຂນື່ອໃນຄົບຖ້ວນ ໂດຍຜ່ານການເກັບກຳຂໍ້ມູນຢ່າງລະອຽດ, ການວິເຄາະຕ່ອງໂສ້ມູນຄ່າ ແລະ ການປະເມີນທີ່ດິນທີ່ເໝາະສົມສຳລັບການຜະລິດຊາຄຸນນະພາບສູງ.
- ສ້າງຕັ້ງ “ສະມາຄົມຊາລາວ” ໃຫ້ເປັນເວທີໃຈກາງໃນການປະສານງານ, ສົ່ງເສີມ ແລະ ຮ່ວມມືກັນພາຍໃນອຸດສາຫະກຳຊາທັງພາຍໃນ ແລະ ຕ່າງປະເທດ.
ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມໄດ້ປຶກສາຫາລືກັນຢ່າງເລິກເຊິ່ງ ເພື່ອປັບປຸງແຜນການຈັດຕັ້ງປະຕິບັດໂຄງການໃຫ້ດີຍິ່ງຂຶ້ນ, ເຊິ່ງລວມມີກິດຈະກຳສຳຄັນ ເຊັ່ນ: ການຈັດກອງປະຊຸມຝຶກອົບຮົມ, ການເກັບກຳຂໍ້ມູນ, ການສຳຫຼວດທີ່ດິນ, ການສຶກສາຕ່ອງໂສ້ມູນຄ່າ ແລະ ການວາງແຜນລະອຽດເພື່ອສ້າງຕັ້ງສະມາຄົມ ແລະ ຮ່າງແຜນແມ່ບົດ.
ທ່ານ ວັນທ່ຽງ ພົມມະສຸລິນ ຈາກກະຊວງ ກປ ໄດ້ກ່າວວ່າ: “ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອກ້າວໄປສູ່ການອະນຸມັດເຫັນດີ ແລະ ສ້າງຕັ້ງ ສະມາຄົມຊາລາວ ແລະ ແຜນແມ່ບົດພັດທະນາຊາ ຢ່າງເປັນທາງການ.”
ທ່ານ ຈັນທະລາດ ປອງມາລາ ຈາກອົງການ FAO ກໍໄດ້ກ່າວເສີມອີກວ່າ: “ພວກເຮົາໝັ້ນໃຈວ່າ ຜ່ານການແລກປ່ຽນຄວາມຮູ້, ປະສົບການ ແລະ ຄວາມຕັ້ງໃຈຮ່ວມກັນ, ພວກເຮົາຈະສາມາດສ້າງຄວາມເຂົ້າໃຈອັນເລິກເຊິ່ງ ເພື່ອເຮັດໃຫ້ແຜນແມ່ບົດມີເນື່ອໃນຄົບຖ້ວນ ແລະ ສ້າງສະມາຄົມຊາລາວທີ່ເຂັ້ມແຂງ, ເໝາະສົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນໃນເງື່ອນໄຂຂອງ ສປປ ລາວ.”
ການຮ່ວມມືຄັ້ງນີ້ລະຫວ່າງ ອົງການ FAO ແລະ ກະຊວງ ກປ ສະແດງໃຫ້ເຫັນເຖິງວິໄສທັດຮ່ວມກັນ ເພື່ອອະນາຄົດຂອງຂະແໜງຊາລາວທີ່ມີການຈັດຕັ້ງທີ່ດີ, ມີຄວາມກ້າວໜ້າ ແລະ ຍືນຍົງ ເຊິ່ງຈະຊ່ວຍຊຸກຍູ້ການເຕີບໂຕທາງເສດຖະ ກິດ, ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດຂອງປະເທດເຮົາ.
ຕິດຕໍ່:
ນາງ ສະເໜອຳໄພ ພຣະໄຊຍະມົງຄຸນ – ຜູ້ປະສານງານໂຄງການ
ໂຄງການ TCP/LAO/3902 – ໂຄງການພັດທະນາແຜນແມ່ບົດຊາ
ອີເມວ: sneamphay.phrasayamongkhounh@fao.org
VIENTIANE, Lao PDR – 30 April 2025 – The Food and Agriculture Organization of the United Nations (FAO) in Lao People’s Democratic Republic, in collaboration with the Department of Agriculture of the Ministry of Agriculture and Forestry (MAF), convened a pivotal consultation meeting to initiate the development of a national Master Plan for the Lao tea sector and the establishment of a dedicated Lao Tea Association. The meeting, held in Vientiane, brought together key stakeholders committed to unlocking the full potential of this vital agricultural sector.
The consultation was chaired by Mr. Vanthieng Phommasoulin, Deputy Director General of the Department of Agriculture, MAF, and co-chaired by Mr. Chanthalath Pongmala, Assistant FAO Representative. Both emphasized the significant role of tea in Lao PDR’s economy, providing livelihoods for farmers and offering considerable opportunities for both domestic and international markets. Lao PDR’s rich tea heritage, particularly its unique, centuries-old wild tea varieties from the northern regions, is recognized globally for its distinctive quality. Currently, tea cultivation spans approximately 7,800 hectares across eight provinces, yielding around 18,400 tons, supported by 28 processing facilities.
Recognizing the existing challenges within the sector, including prevalent basic production methods and market access limitations, the initiative aims to pave the way for a more structured and prosperous future. The consultation marks the official commencement of project activities designed to:
- Enhance the capabilities of government personnel and relevant stakeholders.
- Formulate a comprehensive Tea Master Plan for Lao PDR through rigorous data collection, value chain analysis, and assessments of suitable land for quality tea production.
- Establish the Lao Tea Association as a foundational institution to foster coordination, promotion, and collaborative efforts within the tea industry.
Discussions during the meeting focused on refining the project’s implementation strategy, encompassing crucial activities such as capacity-building workshops, data gathering, land surveys, value chain studies, and the detailed planning for the establishment of the association and the drafting of the master plan.
“This consultation meeting represents a significant step towards the official endorsement and establishment of both the Lao Tea Association and the Tea Development Master Plan,” affirmed Mr. Vanthieng Phommasoulin of MAF.
Mr. Chanthalath Pongmala of FAO added, “We are confident that through shared knowledge, experience, and dedication, we can generate valuable insights to strengthen the master plan and build a robust and relevant Lao Tea Association that can be effectively implemented within the Lao PDR context.”
This joint initiative by FAO and MAF underscores a shared vision for a more organized, prosperous, and sustainable future for the Lao tea sector, contributing to economic growth, poverty reduction, and rural development in the country.
Contact:
Ms. Sneamphay Phrasayamongkhounh – National Project Technical Support Officer
TCP/LAO/3902 – Tea Master Plan Development project
Email: sneamphay.phrasayamongkhounh@fao.org
ການເຜີຍແຜ່ຮ່າງເອກະສານກ່ຽວກັບ ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ESF
ການເຜີຍແຜ່ຮ່າງເອກະສານກ່ຽວກັບ ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ESF:
ລັດຖະບານແຫ່ງ ສປປ ລາວ ໄດ້ເຂົ້າເຖິງທຶນການຊ່ວຍເຫຼືອ 37 ລ້ານໂດລາສະຫັດ ຂອງສະມາຄົມພັດທະນາສາກົນ ຫຼື ທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພສະນາການໃນຊົນນະບົດໃນໄລຍະ 2 (RRPM II, ໃນນີ້ໄດ້ເອີ່ນວ່າ: ”ໂຄງການ”). ໂຄງການດັ່ງກ່າວຈະກວມເອົາ 7 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ອຸດົມໄຊ, ຜົ້ງສາລີ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ. ໂດຍກະຊວງກະສິກຳແລະ ປ່າໄມ້ ຈະໄດ້ຈັດຕັ້ງປະຕິບັດຜ່ານ ກົມພັດທະນາຊົນນະບົດ ໂດຍຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ເຊິ່ງຈັດຕັ້ງປະຕິບັດຜ່ານສະຖາບັນຄົ້ນຄວ້າການພັດທະນາ. ຕາມຄວາມຮຽກຮ້ອງຕ້ອງການຂອງທະນາຄານໂລກ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກະກຽມເອກະສານຕໍ່ໄປນີ້ກ່ອນການຈັດຕັ້ງປະຕິບັດໂຄງການໄລຍະທີ່ສອງ: Continue reading
ປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965- ປີ ຄ.ສ2024
ປື້ມປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965 – ປີ ຄ.ສ 2024
ດາວໂຫລດຟາຍ:ປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965- ປີ ຄ.ສ 2024
ສາມາດເຂົ້າອ່ານປື້ມສະບັບເຕັມໄດ້ທີ່ລິ້ງດ້ານລຸ່ມນີ້https://www.maf.gov.la/%e0%ba%a7%e0%ba%b2%e0%ba%a5%e0%ba%b0%e0%ba%aa%e0%ba%b2%e0%ba%99/
ເມື່ອຫວນຄືນເຖິງຂະບວນວິວັດແຫ່ງການຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ໄລຍະ 59 ປີຜ່ານມາ ເຫັນວ່າ ໄດ້ມີການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ຕິດພັນກັບການດໍາລົງຊີວິດຂອງປະຊາຊົນລາວ, ຕິດພັນຢ່າງແໜ້ນແຟ້ນກັບຂະບວນ ການຕໍ່ສູ້ກູ້ຊາດໃນທຸກຍຸກທຸກສະໄໝ ໄດ້ປະກອບສ່ວນສໍາຄັນຕໍ່ຜົນ ສຳເລັດຂອງການປະຕິວັດໃນແຕ່ລະໄລຍະຕະຫຼອດມາ. ພາຍຫຼັງປະ ເທດຊາດໄດ້ຮັບການສະຖາປະນາເປັນ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975, ເປັນໄລຍະແຫ່ງ
ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ແນໃສ່ຮັບໃຊ້ແນວທາງນະໂຍບາຍຂອງພັກ ແລະ ລັດ, ຮັບໃຊ້ການສ້າງຕັ້ງອໍານາດການປົກຄອງໃໝ່, ຟື້ນຟູເສດຖະກິດ, ຮຳບາດແຜສົງຄາມ, ຂະແໜງຜະລິດກະສິກຳ, ປ່າໄມ້ ແລະ ຊົນລະປະທານ ໃນເວລານັ້ນໄດ້ກຳນົດໜ້າທີ່ການເມືອງ ແລະ ຈັດຕັ້ງປະຕິບັດການປະຕິວັດທັງ 3 ປະການໄປພ້ອມໆກັນຄື: 1) ການປະຕິວັດແຫ່ງການຜະລິດ, 2) ການປະຕິວັດທາງດ້ານວິທະຍາສາດ-ເຕັກນິກ, 3) ການປະຕິວັດທາງດ້ານແນວຄິດ-ວັດທະນະທໍາ, ອອກແຮງຟື້ນຟູ ແລະ ຂະຫຍາຍເສດຖະກິດ, ຈັດຕັ້ງການຜະລິດຄືນໃໝ່ໂດຍຖືເອົາກະສິກໍາ-ປ່າໄມ້ ເປັນພື້ນຖານເພື່ອຂະຫຍາຍອຸດສາຫະກໍາ, ເຊິ່ງໄດ້ຫັນເອົາການຜະລິດແບບທໍາມະຊາດກະແຈກກະຈາຍຫັນມາເປັນການຜະລິດຂະໜາດໃຫຍ່ ນໍາໃຊ້ເຕັກນິກວິຊາການທາງດ້ານກະເສດສຸມເທື່ອລະກ້າວ, ໂດຍຖືເອົາການຫັນເປັນອຸດສາຫະກໍາເປັນໜ້າທີ່ໃຈກາງຕະຫຼອດໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ, ກໍ່ສ້າງລະບອບເປັນເຈົ້າລວມໝູ່ສູ່ສັງຄົມນິຍົມ, ໄດ້ເອົາໃຈໃສ່ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ເຂົ້າສູ່ການເຄື່ອນໄຫວວຽກງານຕົວຈິງຂອງຂະແໜງການກະສິກຳ ແລະ ປ່າໄມ້, ສາມາດປະຕິບັດໜ້າທີ່ການເປັນເສນາທິການດ້ານການຜະລິດກະສິກຳ ພ້ອມທັງປະກອບສ່ວນໃນການຜະລິດສະບຽງອາຫານ, ວຽກງານຫຼຸດຜ່ອນຄວາມທຸກຍາກ, ວຽກງານຄຸ້ມຄອງປ່າໄມ້. ຕະຫຼອດໄລຍະຜ່ານມາ ສາມາດເວົ້າໄດ້ວ່າ ພວກເຮົາມີຄວາມເອກອ້າງຕໍ່ບັນດາຜົນສໍາເລັດແຫ່ງການເຄື່ອນໄຫວວຽກງານຂອງຂະແໜງການກະສິກຳ ແລະ ປ່າໄມ້ ທີ່ໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ດັ່ງນັ້ນ, ໃນໂອກາດ ຮຽບຮຽງປະຫວັດຄວາມເປັນມາຂອງ ຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກຳ ແລະ ປ່າໄມ້, ພວກເຮົາຈຶ່ງໄດ້ຮຽບຮຽງຈັດພິມເຜີຍແຜ່ປື້ມຫົວນີ້ອອກມາເປັນຄັ້ງທໍາອິດເພື່ອເປັນການຫວນຄືນປະຫວັດສາດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ເຊິ່ງແມ່ນຜົນງານການປະກອບສ່ວນຢ່າງໃຫຍ່ຫຼວງ ຂອງພະນັກງານການນໍາທຸກຂັ້ນ, ພະນັກງານລັດຖະກອນທັງໝົດໃນຂະແໜງການກະສິກຳ ແລະ ປ່າໄມ້ ແຕ່ອາດີດມາເຖິງປັດຈຸບັນ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ມາຍັງການນໍາຂັ້ນສູງຂອງພັກ-ລັດ ທີ່ຍາມໃດກໍໍ່ໄດ້ໃຫ້ ການຊີ້ນໍາຢ່າງໃກ້ຊິດແກ່ຂະແໜງການກະສິກຳ ແລະ ປ່າໄມ້ ຂອງພວກເຮົາຕະຫຼອດມາ, ເຮັດໃຫ້ພວກເຮົາສາມາດປະຕິບັດໜ້າທີ່ການເມືອງຂອງຕົນໄດ້ຢ່າງມີຜົນສໍາເລັດອັນຈົບງາມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ກຳນົດໄວ້. ພວກເຮົາຂໍຢືນຢັນວ່າພາຍໃຕ້ການຊີ້ນໍາຂອງຄະນະພັກ-ຄະນະນໍາທຸກຂັ້ນ ແລະ ຄວາມບຸກບືນຫ້າວຫັນຂອງພະນັກງານຂະແໜງການກະສິກຳ ແລະ ປ່າໄມ້, ພວກເຮົາຈະສືບຕໍ່ເສີມຂະຫຍາຍບົດຮຽນ ແລະ ແບບຢ່າງອັນດີງາມ ຂອງບັນດາພະນັກງານການນໍາຫຼັກແຫຼ່ງຮຸ່ນກ່ອນທີ່ໄດ້ສ້າງໄວ້ໃຫ້ກາຍເປັນມູນເຊື້ອອັນດີງາມ ແລະ ກາຍເປັນມູນມໍລະດົກຕົກທອດແກ່ພະ ນັກງານຂອງຂະແໜງການກະສິກຳ ແລະ ປ່າໄມ້ ໃນຮຸ່ນຕໍ່ໄປ.
ພວກເຮົາເຊື່ອໝັ້ນວ່າ ປື້ມຫົວນີ້ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນ ແລະ ເປັນຊັບສົມບັດທີ່ມີຄ່າ ໃຫ້ແກ່ການຮຽນຮູ້ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຂະບວນວິວັດແຫ່ງການກຳເນີດ ແລະ ການຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ໂດຍສະເພາະພະນັກງານ ໃນຂົງເຂດກະສິກຳ ແລະ ປ່າໄມ້ ກໍ່ຄືປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເພື່ອເປັນບົດຮຽນໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ. ພ້ອມນີ້, ກ່ໍຫວັງວ່າປື້ມຫົວນີ້ຈະເປັນແຮງກະຕຸກຊຸກຍູ້ໜຶ່ງເຮັດໃຫ້ພະນັກງານຮຸ່ນປັດຈຸບັນ ແລະ ຮຸ່ນສືບທອດສືບຕໍ່ພາລະກິດໃນການພັດທະນາຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີຍິ່ງຂຶ້ນໄປໃນອະນາຄົດ.
ປື້ມເຫຼັ້ມນີ້ ແມ່ນໝາກຜົນຂອງການລວມຍອດຂອງການຂຸດຄົ້ນ, ເກັບກໍາ, ຄົ້ນຄວ້າວິໄຈ ເລືອກເຟັ້ນ ແລະ ສັງລວມບັນດາຂໍ້ມູນຈາກຫຼາຍພາກສ່ວນ, ການຈັດຕັ້ງ ແລະ ລວມທັງຈາກບຸກ ຄົນທີ່ໄດ້ເຄື່ອນໄຫວວຽກງານດັ່ງກ່າວໃນເວລານັ້ນ ລວມທັງຄໍາເຫັນສໍາພາດຕ່າງໆ ແຕ່ກໍ່ຄົງປາສະ ຈາກບໍ່ໄດ້ຂໍ້ຜິດພາດຂາດຕົກບົກຜ່ອງ.
ດັ່ງນັ້ນ, ຄະນະຮຽບຮຽງ ແລະ ຈັດພິມປື້ມເຫຼັ້ມນີ້ຫວັງຢ່າງຍິ່ງວ່າ ຈະໄດ້ຮັບຄໍາຕໍານິຕິຊົມຈາກຜູ້ອ່ານເພື່ອຊ່ວຍປັບປຸງໃຫ້ມີຄວາມສົມບູນກວ່າເກົ່າ.
ພິທີເຊັນສັນຍາ MOA ຮ່ວມມືລາວ-ຈີນ ດ້ານການກວດກາ ແລະຢັ້ງຢືນຜະລິດຕະພັນກະສິກໍາ,ປ່າໄມ້ ແລະ ສະບຽງອາຫານ
ໃນວັນທີ 8 ຕຸລາ 2024 ນີ້, ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກຸ່ມບໍລິສັດ ກວດກາ ແລະ ຢັ້ງຢືນ ຈີນ ແຂວງກວາງຊີ ຈໍາກັດ (ສໍານັກງານໃຫຍ່ພາກຕາເວັນຕົກສຽງໃຕ້ ສປ ຈີນ) ໄດ້ຈັດພິທີລົງນາມໃນສັນຍາຮ່ວມມືຍຸດທະສາດ ດ້ານການກວດກາ ແລະ ຢັ້ງຢືນ ຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສະບຽງອາຫານ ທີ່ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ຮສ. ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້. ນອກນີ້, ຍັງມີບັນດາທ່ານຫົວໜ້າ ຫ້ອງການ,ຫົວໜ້າ ກົມປູກຝັງ, ກົມລ້ຽງສັດ, ກົມປ່າໄມ້, ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ ແລະ ເປັນສັກຂີພິຍານໃນຄັ້ງນີ້.
ໃນພິທີລົງນາມຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ເຊັນໂດຍ ທ່ານ ປອ. ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ຕາງໜ້າກຸ່ມບໍລິສັດເຊັນໂດຍ ທ່ານ ແຢນຊ່ຽງສຸຍ (Mr. YAN XIANGSHUAI) ຜູ້ຕາງໜ້າ ກຸ່ມບໍລິສັດ ກວດກາ ແລະ ຢັ້ງຢືນ ຈີນ ປະຈຳພາກຕາເວັນຕົກສ່ຽງໃຕ້ ສປ ຈີນ) ແລະ ເຊັນເປັນພະຍານຂອງທ່ານ ບຸນຈັນກົມ ບຸນຍະສິດ ຫົວໜ້າກົມປູກຝັງ ແລະ ທ່ານ ປອ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ເປົ້າໝາຍຂອງການເຊັນສັນຍາຄັ້ງນີ້ ແມ່ນເພື່ອແນ່ໃສ່ເພີ່ມທະວີການພົວພັນຮ່ວມມືສາກົນລະຫວ່າງສອງປະເທດໃນຂົງເຂດກະສິກໍາ, ການຜະລິດກະສິກໍາເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ການຜະລິດກະສິກໍາ ເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືດ້ານຍຸດທະສາດລະຫວ່າງສອງປະເທດໃນຂົງເຂດກະສິກໍາໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອໃຫ້ໄດ້ຮັບຜົນດີ, ຮ່ວມກັນສ້າງລະບົບຕິດຕາມກວດກາສິນຄ້າກະສິກຳ, ປ່າໄມ້ ແລະ ສະບຽງອາຫານຢູ່ ສປປ ລາວ. ບໍລິສັດ ກວດກາ ແລະ ຢັ້ງຢືນຈີນ ແຂວງກວາງຊີ ຈໍາກັດ (ສໍານັກງານໃຫຍ່ພາກຕາເວັນຕົກສ່ຽງໃຕ້ ສປ ຈີນ) ເປັນບໍລິສັດລູກລະດັບທໍາອິດຂອງກຸ່ມບໍລິສັດ CCIC ແລະ ເປັນໜື່ງໃນແປດພາກພື້ນພາຍໃນຂອງກຸ່ມ CCIC, ມີສໍານັກງານໃຫຍ່ແມ່ນຕັ້ງຢູ່ເມືອງໜານໜິງ ແຂວງກວາງຊີ, ເຂດທີ່ຂື້ນກັບການຄຸ້ມຄອງຂອງພາກພື້ນຕົນປະກອບມີ: ກວາງຊີ, ຢຸນນານ, ກຸຍໂຈ່, ເຊຊວນ ແລະ ຊົງຊິງ ຈໍານວນ 5 ແຂວງ ແລະ ໄດ້ຂະຫຍາຍວຽກງານການຮ່ວມມືກັບຫຼາຍປະເທດ, ຂອບເຂດການບໍລິການກວມເອົາຂະແໜງກະສິກໍາ, ອຸດສາຫະກໍາ ແລະ ຂະແໜງບໍລິການ. ຄວາມສາມາດດ້ານວິຊາການກວມເອົາຂົງເຂດແຮ່ທາດ, ກະສິກໍາ, ອາຫານ, ນໍ້າມັນເຊື້ອໄຟ, ພະລັງງານ, ສິ່ງແວດລ້ອມ, ການວັດແທກ, ການປ້ອງກັນຟ້າຜ່າ, ຄວາມປອດໄພ, ອາຊີບສຸຂະພາບ ແລະ ອື່ນໆ. ເປັນວິສາຫະກິດພາກສ່ວນທີສາມທີ່ໃຫຍ່ທີ່ສຸດ ແລະ ມີອໍານາດທີ່ສຸດໃນພາກຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ. ຝ່າຍກຸ່ມບໍລິສັດຈະໝູນໃຊ້ທ່າແຮງຂໍ້ໄດ້ປຽບຂອງຕົນໃນດ້ານຄວາມໜ້າເຊື່ອຖືດ້ານຊື່ສຽງ (ຍີ່ຫໍ້), ດ້ານບຸກຄະລາກອນ, ຄວາມສາມາດທາງດ້ານເຕັກນິກ ແລະ ເຄືອຂ່າຍທົ່ວໂລກ ເພື່ອຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ຮ່ວມກັນສົ່ງເສີມການນຳໃຊ້ການບໍລິການ “ຕິດຕາມແຫຼ່ງທີ່ມາ + ຢັ້ງຢືນການກວດກາ (TIC)” ໃນການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້, ແລະ ສະບຽງອາຫານ ລາວ – ຈີນ ເພື່ອຮັບປະກັນຄຸນນະພາບຂອງຜະລິດຕະພັນ, ຍົກສູງຄ່ານິຍົມຂອງຍີ່ຫໍ້, ສ້າງຄວາມໜ້າເຊື່ອຖືໃນການບໍລິໂພກ ແລະ ປະກອບສ່ວນເພື່ອການພັດທະນາການຄ້າ ທີ່ມີທ່ວງທ່າດີຂື້ນລະຫວ່າງສອງປະເທດ.
ພາບ ແລະ ຂ່າວ ໂດຍ: ນ. ສີອໍາມອນ ໄຊຍະລາດ
#ເຊີນເຂ້າຮ່ວມປະມູນ ອຸປະກອນຫ້ອງແລັບສູນກະສິກຳສະອາດເວີນຄຳ/supply of Equipment for Clean Agriculture Standard Center
ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ເນັ້ນໜັກຄວາມຄືບໜ້າ ຂອງການແກ້ໄຂບັນຫາເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໃນ ສປປ ລາວ/National Antimicrobial Resistance Committee highlights progress in addressing AMR in Lao PDR
#ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ເນັ້ນໜັກຄວາມຄືບໜ້າ ຂອງການແກ້ໄຂບັນຫາເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໃນ ສປປ ລາວ#
ແຂວງວຽງຈັນ ວັນທີ 03-04 ຕຸລາ 2024 – ຄະນະກໍາມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໄດ້ຈັດກອງປະຊຸມທົບທວນຄືນ ເປັນເວລາ 2 ວັນ ລະຫວ່າງວັນທີ 3-4 ຕຸລາ 2024 ທີ່ເມືອງວັງວຽງ, ແຂວງວຽງຈັນ, ໂດຍການເຂົ້າຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງທີ່ສຳຄັນໃນການແກ້ໄຂບັນຫາ AMR ຢູ່ ສປປ ລາວ. ກອງປະຊຸມປະຈຳປີຄັ້ງນີ້ໄດ້ເຜີຍແຜ່ຄວາມຄືບໜ້າ ແລະ ໄດ້ເຫັນດີເປັນເອກະພາບກ່ຽວກັບບາດກ້າວຕໍ່ໄປເພື່ອເລັ່ງສ້າງຄວາມຄືບໜ້າ, ລວມທັງ ການປັບປຸງແຜນຍຸດທະສາດແຫ່ງຊາດກ່ຽວກັບ AMR ໄລຍະຊຸມປີ 2025-2030.
ສປປ ລາວ ໄດ້ມີຄວາມຄືບໜ້າອັນໃຫຍ່ຫຼວງ ໃນການເສີມສ້າງລະບົບແຫ່ງຊາດ ເພື່ອແກ້ໄຂບັນຫາ AMR, ເຊິ່ງພົ້ນເດັ່ນທີ່ສຸດ ແມ່ນການສ້າງຕັ້ງຄະນະກຳມະການ AMR ໃນປີ 2015. ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO) ແລະ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO), ກອງປະຊຸມປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງໄດ້ຖືກຈັດຂຶ້ນຫຼາຍຄັ້ງ, ແລະ ໃນທີ່ສຸດ ແຜນຍຸດທະສາດແຫ່ງຊາດກ່ຽວກັບ AMR ຢູ່ ສປປ ລາວ ສໍາລັບຊຸມປີ 2019-2023 ກໍໄດ້ຮັບການພັດທະນາຂຶ້ນ ແລະ ຮັບຮອງໂດຍລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. Continue reading
ໜັງສືແຈ້ງເຊີນຮ່ວມປະມູນ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບທຶນຊ່ວຍເຫລືອລ້າ ຈາກລັດຖະບານ ສ. ເກົາຫຼີ ຜ່ານອົງການກອຍກາ ເພື່ອປະຕິບັດໂຄງການ ສ້າງແຜນກິດຈະກຳພັດທະນາຊົນນະບົດເພື່ອສ້າງລາຍຮັບໃຫ້ຊົນນະບົດ ເຂດພາກເໜືອ ແລະ ພາກກາງ ສປປ ລາວ ໂດຍສະເພາະແຂວງ ບໍລິຄຳໄຊ ໄດ້ຮັບທືນໃນການກໍສ້າງສູນບໍລິການເຕັກນິກກະສິກຳ ທີ່ຕັ້ງຂອງໂຄງການ ບ້ານປັດຊຸມ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ທ່ານສາມາດຕິດພົວພັນໃນວັນລັດຖະການໄດ້ທີ ຂະແໜງພັດທະນາຊົນນະບົດ ພະແນກກະສີິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ
ໂທ: 020 52944666, 020 55651882