
Khemmalay SONDAVANH
ການຕິດຕາມພະຍາດສັດຕູພືດ ເພື່ອປັບປຸງຄຸນນະພາບການບໍລິການສະພາບອາກາດ ໃຫ້ແກ່ຊາວກະສິກອນ
ສູນປ້ອງກັນພືດ, ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມມືກັບ ພະແນກພູມອາກາດ, ກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທະມະຊາດ ແລະ ສິ່ງແວດລ້ອມ ເພື່ອປັບປຸງຄຸນນະພາບຂອງການບໍລິການພະຍາກອນອາກາດ ໃຫ້ແກ່ວຽກງານການຜະລິດກະສິກຳ ໃຫ້ການສະໜັບສະໜູນໂດຍອົງການ FAO-SAMIS. ລະບົບ LaCSA ຄື: ລະບົບບໍລິການອຸຕຸກະເສດ ຜ່ານທາງແອບພຣິເຄເຊິນ ແບບອອນໄລ (URL http://147.46.250.219:8081/), ຂໍ້ມູນເລົ່ານີ້ປະກອບມີ: ການຜະລິດບົດແຈ້ງຂ່າວອຸຕຸກະເສດປະຈຳອາທິດ ແລະ ປະຈຳເດືອນແບບຕໍ່ເນື່ອງ, ມາຕັ້ງແຕ່ປີ 2019. ແນວໃດກໍ່ຕາມລະບົບບໍລິການພະຍາກອນອາກາດ ແມ່ນນຳໃຊ້ເຂົ້າໃນການທຳນາຍດິນຟ້າອາກາດ ໂດຍອີງໃສ່ຂໍ້ມູນດ້ານພູມອາກາດ ແລະ ອຸຕຸນິຍົມ. ແທ້ຈິງແລ້ວ, ການນຳເອົາຂໍ້ມູນພະຍາກອນສັດຕູພືດ ແລະ ພະຍາດແມງໄມ້ ທີ່ມີຢູ່ໃນພາກພື້ນດິນແມ່ນເປັນສິ່ງຈຳເປັນ ເພື່ອນຳເອົາມາປັບປຸງການສ້າງແຜນທີ່ຈຳລອງສັດຕູພືດ ແລະ ພະຍາດພືດທີ່ມີຄຸນນະພາບ ລວມທັງການແຈ້ງເຕືອນໄພລ່ວງຫນ້າ ໃຫ້ທັນກັບເວລາ ເຊິ່ງນຳໃຊ້ລະບົບ LaCSA (ລະບົບບໍລິການອຸຕຸກະເສດ). Continue reading
ລາວບໍລິການຂໍ້ມູນອຸຕຸກະເສດໃນສປປລາວ (LaCSA) ລົງເຜີຍແຜ່ກ່ຽວກັບການພະຍາກອນອາກາດສຳລັບກະສິກຳ ໃຫ້ແກ່ຊາວກະສິກອນໃນບັນດາເມືອງຕ່າງໆ
ລາວບໍລິການຂໍ້ມູນອຸຕຸກະເສດໃນ ສປປລາວ (LaCSA) ແມ່ນກິດຈະກຳໜຶ່ງທີ່ນອນໃນແຜນກິດຈະກຳ ຂອງໂຄງການສ້າງຄວາມເຂັ້ມແຂງອຸຕຸກະເສດ ແລະ ຂໍ້ມູນຂ່າວສານ (SAMIS) ເພື່ອປັບປຸງການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານໃນ ສປປລາວ ໂດຍຜ່ານກິດຈະກຳຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF), ອົງການອາຫານ ແລະ ການກະເສດ (FAO). ໂຄງການໄດ້ທົດລອງນຳໃຊ້ລະບົບບໍລິການພູມອາກາດເປັນຄັ້ງທີສອງ ເພື່ອສະໜອງການບໍລິການພະຍາ ກອນອາກາດໃຫ້ແກ່ວຽກງານກະສິກຳ ເຊິ່ງໄດ້ນຳໃຊ້ລະບົບລັກຊາ (LaCSA system) ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊ໌: http://147.46.250.219:8081/ແລະ ຫນ້າເຟສບຸກ https://www.facebook.com/samisdmh., ລະບົບດັ່ງກ່າວມີລັກສະນະເປັນມິດກັບຜູ້ຊົມໃຊ້ ເຊິ່ງສາ ມາດເບິ່ງເຫັນໄດ້ໂດຍງ່າຍໃນໂທລະສັບແບບສະມາດໂຟນທົ່ວໄປ, ເຄື່ອງມືເຫຼົ່ານີີ້ຖືກສ້າງຂື້ນໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ. ສຳລັບລະດູການຜະລິດເຂົ້ານາປີໃນປີນີ້ ການທົດລອງໃຫ້ບໍລິການພູມອາກາດແກ່ຊາວກະສິ ກອນ ໂດຍນຳໃຊ້ລະບົບລັກຊາ ແມ່ນຈະຖືກນຳໃຊ້ເຂົ້າໃນຫລາຍໆແຂວງທົ່ວປະເທດ. Continue reading
ການຄຸ້ມຄອງທີ່ດີຂຶ້ນ ຈະຊ່ວຍໃຫ້ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ກ້າວສູ່ການເຂົ້າເປັນ ມໍລະດົກໂລກ ທາງດ້ານທໍາມະຊາດ ຂອງອົງການຢູເນັດສະໂກ
ປະສິດທິພາບການຄຸ້ມຄອງແບບມີສ່ວນຮ່ວມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ໄດ້ເພີ່ມຂື້ນປະມານ 16% ເລີ່ມແຕ່ປີ 2014 ເປັນຕົ້ນມາຫຼັງຈາກໄດ້ມີການສ້າງຕັ້ງລະບົບການຄຸ້ມຄອງຮ່ວມ, ເຊິ່ງມັນສະແດງໃຫ້ເຫັນເຖິງ ການກຽມຄວາມພ້ອມຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ທີ່ຈະເຂົ້າເປັນມໍລະດົກໂລກ ຮ່ວມ ຊາຍແດນແຫ່ງທໍາອິດ ຂອງ ອົງການຢູເນັດສະໂກ ໃນອາຊີຕາເວັນອອກສຽງໃຕ້ຮ່ວມກັັບອຸທິຍານແຫ່ງຊາດຟອງຍາແກບ່າງ ຂອງປະເທດຫວຽດນາມ. ການເພີ່ມຂຶ້ນຂອງຕົວເລກດັ່ງກ່າວ ແມ່ນໄດ້ຈາກການປະເມີນ ໂດຍນໍາໃຊ້ເຄື່ອງມື ຕິດຕາມກວດກາ ປະສິດທິພາບ ການຄຸ້ມຄອງ ທີ່ຖືກຍອມຮັບ ຈາກສາກົນ (Managetment Effectiveness Tracking Tool) ເພື່ອສະແດງໃຫ້ເຫັນເຖິງ ບັນດາວຽກງານຄຸ້ມຄອງປ່າສະຫງວນທີ່ສຳຄັນ ທີ່ໄດ້ຮັບການປັບປຸງ ເຊິ່ງປະກອບມີຄວາມອາດສາມາດ ດ້ານເຕັກນິກວິຊາ ການ ທີ່ເຂັ້ມແຂງແລະທັກສະ ດ້ານການຄຸ້ມຄອງ ຂອງພະນັກງານປ່າສະຫງວນແຫ່ງຊາດແລະບັນດາຜູ້ມີສ່ວນຮ່ວມ ທີ່ໄດ້ປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານຂອງປ່າສະຫງວນ, ຂໍ້ມູນພື້ນຖານທີ່ສົມບູນ ສໍາລັບປ່າສະຫງວນ ທີ່ໄດ້ມາຈາກການຈັດຕັ້ງປະຕິບັດແຜນງານ ສຶກສາຄົ້ນຄ້ວາທີ່ລະອຽດແລະຂອບເຂດການເຮັດວຽກທີ່ລະອຽດ ສໍາລັບການຄຸ້ມຄອງການທ່ອງທ່ຽວ ແບບຍືນຍົງ. ນອກຈາກນີ້, ການຄຸ້ມຄອງ ທີ່ມີປະສິດທິພາບສູງ ເປັນແຮງຈູງໃຈໃຫ້ຫີນໜາມໜໍ່ ໄດ້ຮັບການຍົກລະດັບໃຫ້ເປັນອຸທິຍານແຫ່ງຊາດ (ໝວດ 2 ຂອງອົງການ IUCN)ຕາມທີ່ທາງລັດຖະບານລາວ ກໍາລັງດໍາເນີນການໃນປະຈຸບັນ. Continue reading
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດທີ່ແຂວງ ບໍລິຄຳໄຊ
ໃນລະຫວ່າງວັນທີ 27-28 ພຶດສະພາ 2019 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ເດີນທາງໄປເຄື່ອນໄຫວວຽກງານ ແລະ ຊຸກຍູ້ການຜະລິດທີ່ບ້ານ ຈອມທອງ, ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໂດຍການຕ້ອນຮັບຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ. ໃນທີ່ປະຊຸມ ທ່ານ ພັຕ ແກ້ວ ດວງໄຊ ນາຍບ້ານໆຈອມທອງ ໄດ້ລາຍຫຍໍ້ຜົນການຈັດຕັ້ງວຽກງານ 3 ສ້າງຂອງບ້ານ ເຊິ່ງທ່ານໃຫ້ຮູ້ວ່າ: ບ້ານ ຈອມທອງ ມີເນື້ອທີ່ກະສິກຳ 200 ກວ່າເຮັກຕາ ມີຄອບຄົວພົ້ນທຸກ 350 ຄອບຄົວ; ປະເມີນຕາມດຳລັດເລກທີ 348/ລບ ມີຄອບຄົວພົ້ນທຸກ 255 ຄອບຄົວ, ມີຄອບຄົວພັດທະນາ 157 ຄອບຄົວ; ຖ້າທຽບໃສ່ດຳລັດເລກທີ 309/ນຍ ຄອບຄົວພົ້ນທຸກຫຼຸດລົງ 195 ຄອບຄົວ, ສ້າງຄອບ ຄົວພັດທະນາໄດ້ 307 ຄອບຄົວ; ສ້າງຄອບຄົວຕົວແບບດ້ານກະສິກຳໄດ້ 6 ຄອບຄົວ ແລະ ຮັບຮອງເອົາບ້ານ ຈອມທອງ ເປັນບ້ານຕົວແບບດ້ານກະສິກຳຂອງເມືອງ; ມີກອງທຶນບ້ານ (ຄຸ້ມໂພຄຳ) ຈຳນວນ 84.000.000 ກີບ ແລະ ກອງທຶນພັດທະນາບ້ານຂອງໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍວງ ຈຳນວນ 100 ລ້ານກີບ. ສຳລັບການສ້າງບ້ານ ຈອມທອງ ເປັນສີສັນຕົວເມືອງໃນຊົນນະບົດ ອີງຕາມດຳລັດ 309/ນຍ ໃນຈຳນວນ 12 ມາດ ຕະຖານ ສາມາດປະຕິບັດໄດ້ 11 ມາດຕະຖານ, ດຳລັດເລກທີ 348/ລບ ໃນຈຳນວນ 16 ເງື່ອນໄຂ ສາມາດບັນລຸໄດ້ 10 ເງື່ອນໄຂ. Continue reading
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເຄື່ອນໄຫວວຽກງານທີ່ແຂວງ ໄຊສົມບູນ
ໃນວັນທີ 27 ພຶດສະພາ 2019 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະ ມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານທີ່ແຂວງ ໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໆ ໄຊສົມບູນ. Continue reading
ແຂວງຄໍາມ່ວນ ປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້
ໃນວັນທີ 20 ກຸມພາ 2019 ແຂວງຄໍາມ່ວນ ໄດ້ຈັດພິທີປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້ ຄື: ບ້ານ ດອນຈະເລີນ, ສົບຄໍາ, ຫ້ວຍມະໄລ, ບົວມາ ແລະບ້ານ ນາຕານ ຢູ່ທີ່ຫ້ອງການກຸ່ມບ້ານ ທ່າລັ່ງ ເມືອງນາກາຍ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ, ທ່ານ ແສງປະເສີດ ມັດທຸຈັນ ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ, ທ່ານ ສົມພົງ ວັນໄພທອງ ເຈົ້າເມືອງໆນາກາຍ, ພະແນກການອ້ອມຂ້າງແຂວງ. ບັນດາຮອງເຈົ້າເມືອງ, ຫ້ອງການການອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ 5 ບ້ານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. Continue reading
ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ
ເພື່ອສືບຕໍ່ສາຍພົວພັນວຽກງານການຮ່ວມມືໃຫ້ນັບມື້ນັບກວ້າງຂວາງ. ໃນຕອນເຊົ້າວັນທີ 25 ກຸມພາ 2019 ຢູ່ຫ້ອງຮັບແຂກຫ້ອງການກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນ. ຟລໍຮັອງ ຊັອງບັອງ-ຣີກແລກ ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາລາວ. ພ້ອມນີ້ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ພິທີມອບ-ຮັບເງິນສົມທົບທຶນປູກສ້າງສ້ອມແປງເຮືອນ
ໃນວັນທີ 18 ກຸມພາ 2019 ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບເງິນສົມທົບທຶນປຸກສ້າງສ້ອມແປງເຮືອນ ໃຫ້ແກ່ພະນັກງານປະຕິວັດອາວຸໂສບໍານານ ປະຈໍາປີ 2018 ຢູ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ມີຫົວໜ້າກົມ, ຮອງກົມ, ຫ້ອງການກະຊວງ, ພະນັກງານອາວຸໂສບໍານານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading
ປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ
ໃນຕອນບ່າຍວັນທີ 25 ກຸມພາ 2019 ຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້, ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນຊຸດທີ XVI ແລະຝຶກອົບຮົມວຽກງານພັກ-ພະນັກງານ ຫຼັກສູດ 5 ວັນຊຸດທີ XII ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງກະສິກໍາ ແລະປ່າໄມ້ ຂຶ້ນ ໃຫ້ກຽດເປັນປະທານໂດຍ ສະຫາຍ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ເປັນກຽດເຂົ້າຮ່ວມໂດຍສະຫາຍ ປອ. ນ. ໄກສອນ ຈັນສີດາ ຫົວໜ້າກົມວິຊາການ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ພ້ອມດ້ວຍແຂກຖືກເຊີນ ແລະນັກສໍາມະນາກອນເຂົ້າຮ່ວມ. Continue reading
ກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ
ໃນອາທິດຜ່ານມາ ກົມແຜນການ ແລະການເງິນກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຂຶ້ນຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ມີທ່ານ ຮອງເຈົ້າແຂວງ 4ແຂວງເປົ້າໝາຍຂອງໂຄງການ, ຫົວໜ້າຝ່າຍການຮ່ວມມື ຂອງສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ແລະ ທີ່ປຶກສາເອກ ຂອງສະຖານທູດຝລັ່ງປະຈໍາລາວ. ມີຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຂອງແຂວງເປົ້າໝາຍໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading