Khemmalay SONDAVANH

ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ

       ໃນຕອນເຊົ້າວັນທີ 29 ຕຸລາ 2021ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ)ຈັດ ພິທີມອບ-ຮັບ ເຄື່ອງກົນຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ, ເຊິ່ງປະກອບມີລົດໄຖປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ ມູນຄ່າຫຼາຍກວ່າ 50,000 ໂດລ່າ. ເປັນກຽດມອບໂດຍ ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍປະຈຳ ສປປລາວ ແລະ ຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຫົວໜ້າ ສູນຄົ້ນຄວ້າເຂົ້າ, ຫົວໜ້າ ພະແນກບໍລິຫານ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ. Continue reading

ແຜນທີ່ພູມອາກາດ ສໍາລັບ ສ ປປລາວ

 

ແຜນທີ່ ພູມອາກາດແມ່ນຫຍັງ (climate maps), ມີຄວາມຈໍາເປັນ ແລະ ສໍາຄັນຄືແນວໃດ, ສປປລາວສ້າງແຜນທີ່ດັ່ງກ່າວແນວໃດ ແລະ ແຜນທີ່ດັ່ງກ່າວມີຜົນປະໂຫຍດແນວໃດ ໃນໂຂງເຂດວຽກງານກະສິກໍາ, ປ່າ ໄມ້ ແລະ ການພັດທະນາຊົນນະບົດ. ນີ້ແມ່ນເຫດຜົນທີ່ສໍາຄັນອັນນື່ງ ທີ່ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງມີກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳເປັນຕົວແທນ ແລະ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສີ່ງແວດລ້ອມ ໂດຍມີກົມອຸຕຸນິຍົມ ແລະ ອຸທົກກະສາດເປັນຕົວແທນ ໄດ້ພ້ອມກັນພັດທະນາ ແລະ ສ້າງແຜນທີ່ດັ່ງກ່າວນີ້ຂຶ້ນ ພາຍ​ໃຕ້ໂຄງການສ້າງຄວາມເຂັ້ມແຂງລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານອຸ​ຕຸ​ກະ​ເສດ ໄລຍະທີ 1: 2015-2020 (ຊາມິສ-1) ຊຶ່ງໄດ້ຮັບການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ເຕັກໂນໂລຍີ ຈາກອົງການອາຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ. Continue reading

ແຜນທີ່ ຄວາມປົກຫຸ້ມທີ່ດິນກະສິກຳ ສະບັບທໍາອິດ ຂອງ ສປປ ລາວ

ແຜນທີ່ການປົກຫຸ້ມພື້້ນທີ່ປູກພືດກະສິກຳ ສະບັບທໍາອິດຂອງກະຊວງກະສິກຳ ແລະ ປ່າໄມ້  ແມ່ນຖືກພັດທະນາ ແລະ ສ້າງຂຶ້ນໂດຍການຮ່ວມມືກັນ ລະຫວ່າງ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ (ຄພດກ) ແລະ ອົງການອາຫານ ແລະ ການກະ​ເສດແຫ່ງສະ​ຫະ​ປະ​ຊາຊາດ (FAO) ພ້ອມດ້ວຍຄະນະທີມງານສະເພາະດ້ານທີ່ກ່ຽວຂ້ອງ (ທີມງານຊ່ຽວຊານ) ດ້ວຍການນໍາໃຊ້ເຄ່ືອງມືອຸປະກອນ​ທີ່ທັນສະ​ໄໝ ແລະ ຂໍ້ມູນທາງວິທະຍາສາດທີ່ມີຄວາມຊັດເຈນສູງ ເຂົ້າໃນຂະບວນການເຮັດວຽກໃນຂັ້ນຕອນຕ່າງໆ. ແຜນທີ່ດັ່ງກ່າວແມ່ນຖືກສ້າງຂຶ້ນນມາ ບົນພື້ນຖານ ການຕອບສະໜອງຄວາມຕ້ອງການຫຼາຍໆດ້ານຂອງສັງຄົມ (ການຄຸ້ມຄອງ, ການຄົ້ນຄວ້າ, ການກໍານົດ-ການອອກນະໂຍບາຍດ້ານກະສິກຳ), ການພັດທະນາດ້ານເສດຖະກິດ-ສັງຄົມ, ການປົກປັກຮັກສາ – ​ການອະນຸລັກສິ່ງແວດລ້ອມຂອງລັດຖະບານ ແລະ ຮາກຖານການຜະລິດໃນປະຈຸບັນ ແລະ ອານາຄົດ. Continue reading

Celebrate World Food Day, International Day, and National Week for the Eradication of Poverty 2021.

On October 25, 2021, the Ministry of Agriculture and Forestry hosted an online event World Food Day, International Day, and National Poverty Alleviation Week 2021 in partnership with the Food and Agriculture Organization of United Nations (FAO) and the UN in Lao PDR Country Team.

World Food Day 2021 was held virtually under the theme: “Our actions are our future.” Better Production, Better Nutrition, Better Environment, and Better Life.”

The theme “Ending Progress TogetherEnd Prolonged Poverty, Respect for All, and Our World” served as the focus for International Day and National Week for the Eradication of Poverty.

H.E. Mr. Thongphath Vongmany, Deputy Minister of Ministry of Agriculture and Forestry (MAF), chaired the online event joined by U.N. Resident Coordinator (UNRC) in Lao PDR Ms. Sara Sekkenes and Food and Agriculture Organization of the United Nations (FAO) Country Representative to Lao PDR Mr. Nasar Hayat.

Heads of Departments, Departments, Institutions, Ministries, the United Nations and Development Partners, the Provincial Department of Agriculture and Forestry, Vientiane Capital, stakeholders, and invited guests were among some 326 participants. Continue reading

ສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ, ປະຈຳປີ 2021.

ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຄວາ​ມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ ​ໄດ້​ກາຍເປັນ​ບັນຫາ​ໃຫຍ່​ຂອງໂລກ ​ມາ​ເປັນ​ເວລາ​ຫຼາຍ​ສັດຕະວັດ​ແລ້ວ. ສະ​ນັ້ນ, ​ອົງການ​ອາຫານ ​ແລະ ການ​ກະ​ເສດ ຂອງ​ສະຫະ​ປະຊາ​ຊາດ ​ຈຶ່ງໄດ້​ກຳນົດ​ເອົາ ວັນ​ທີ 16 ຕຸລາ ຂອງ​ທຸກ​ປີ ​ເປັນ​ວັນ​ອາຫານ​ໂລກ ເຊິ່ງ​ເລີ່​ມ​ແຕ່ ປີ 1980 ເປັນ​ຕົ້ນ​ມາ ທີ່​ຄົບ​ຮອບ 41 ປີ. ຫຼັງ​ຈາກນັ້ນ, ສະຫະ​ປະຊາ​ຊາດ ​ກໍ່ໄດ້​ກຳນົດ​ເອົາວັນ​ທີ 17 ຕຸລາ ​ເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໂດຍ​ເລີ່​ມ​ແຕ່ ປີ 1992​ ເປັນ​ຕົ້ນ​ມາ, ມາ​ຮອດ​ ປີ 2003 ລັດຖະບານ ​ແຫ່ງ​ ສປປ ລາວ ກໍ​ໄດ້​ກຳນົດ​ເອົາ ວັນ​ທີ 17-24 ຕຸລາ ​ເປັນ​ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ.

ປະ​ຈຸ​ບັນ ສ​ປ​ປ ລາວ ພົບ​ກັບ​ບັນ​ຫາ​ການ​ລະ​ບາດ​ພະ​ຍາດ​ ໂຄວິດ-19 ກໍ່​ຄື​ໃນ​ທົ່ວ​ໂລກ, ເຊິ່ງ​ລາວ​ເຮົາມີຈໍານວນຜູ້ຕິດເຊື້ອນັບມື້ນັບຫຼາຍຂຶ້ນ ໃນຂອບເຂດທົ່ວປະເທດ  ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ສ້າງຄວາມເສຍຫາຍຢ່າງມະຫາສານ ຕໍ່ຊີວິດ, ເສດຖະກິດ ແລະ ສັງຄົມຂອງຊາດ ໂດຍສະເພາະ ແມ່ນບັນດາຂະແໜງການ ທີ່ນອນໃນຂົງເຂດເສດຖະກິດເປັນຕົ້ນແມ່ນ: ຂະແໜງການກະສິກໍາ ແລະ ປ່າໄມ້, ການບໍລິການ, ການທ່ອງທ່ຽວ ແລະ ຂະ​ແໜງການຄ້າ,​ ມີການຂະຫຍາຍຕົວຊ້າລົງ ແລະ ການຈ້າງງານໃນສັງຄົມກໍ່ຫຼຸດລົງ. Continue reading

ປື້ມເຫຼັ້ມໃໝ່ໜ່ ກ່ຽວກັບການບໍລິການຂໍ້ມູນພູມອາກາດ ແກ່ຊາວກະສິກອນ

 

   ລະບົບບໍລິການຂໍ້ມູນພູມອາກາດແກ່ຊາວກະສິກອນ (LaCSA) ໄດ້ໃຫ້ຂໍ້ມູນອຸຕຸກະເສດໃນຮູບແບບກະທັດຮັດແກ່ຊາວກະສິກອນ. ພາຍໃຕ້ໂຄງການ ຊາ​ມິ​ສ, ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຮ່ວມມືກັບກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ, ໄດ້ທົດສອບບາງເຕັກນິກ-ວິທີການ ເພື່ອໃຫ້ຊາວກະສິກອນເຂົ້າເຖິງຂ້ມູນອຸຕຸກະເສດ ໃນການນຳໃຊ້ ແລະ ດຶງເອົາຂໍ້ມູນຈາກລະບົບຫຼັກຊານັ້ນ ແມ່ນໄດ້ຝຶກອົບຮົມໃຫ້ແກ່ ພະນັກງານຫ້ອງ​ການກະສິກຳ ແລະ ປ່າ​ໄມ້ ເມືອງ ແລະ ​ພະ​ນັກ​ງານ​ຫ້ອງ​ການຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ​ເມືອງ ໃນຂອບເຂດທົ່ວປະເທດ ໂດຍສະຖາບັນຄົ້ນ    ຄ້ວາກະສິກຳ, ປ່າໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ. Continue reading

ການສ້າງແຜນທີ່ດິນ ສຳລັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກົມຄຸູ້ມຄອງ ແລະ ພັດທະ​ນາທີ່ດິນກະ​ສິກຳ, ກະ​ຊວງກະ​ສິກຳ ແລະ ປ່າໄມ້ ໂດຍຜ່ານໂຄງການສ້າງຄວາມ ເຂັ້ມແຂງລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານອຸ​ຕຸ​ກະ​ເສດ (SAMIS) ເພື່ອ​ປັບປຸງຄວາມ​ສາມາດການປັບໂຕ ຕໍ່ ການປ່ຽນແປງພູມອາກາດ ແລະ ການຄ້ຳປະ​ກັນສະ​ບຽງອາຫານຂອງ ສ​ປ​ປ​ ລາວ ແມ່ນໄດ້ສ້າງແຜນທີ່ຊະ​ນິດດິນ ໂດຍການເກັບຕົວຢ່າງດິນທົ່ວທົ່ວປະ​ເທດ ແລະ ຄົ້ນຄ້​ວາທົບທວ​ນບັນດາຂໍ້​ມູນທີ່ກ່ຽວຂ້ອງ ເຂົ້າໃນການຈັດປະ​ເພດດິນ ຕາມລະ​ບົບມາດຖານປະ​ເພດດິນສ​າ​ກົນ (WRB) ປີ 2014. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ