ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ

       ໃນຕອນເຊົ້າວັນທີ 29 ຕຸລາ 2021ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ)ຈັດ ພິທີມອບ-ຮັບ ເຄື່ອງກົນຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ, ເຊິ່ງປະກອບມີລົດໄຖປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ ມູນຄ່າຫຼາຍກວ່າ 50,000 ໂດລ່າ. ເປັນກຽດມອບໂດຍ ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍປະຈຳ ສປປລາວ ແລະ ຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຫົວໜ້າ ສູນຄົ້ນຄວ້າເຂົ້າ, ຫົວໜ້າ ພະແນກບໍລິຫານ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ.

     

          ຜະລິດຕະພັນເຄື່ອງກົນຈັກດັ່ງກ່າວແມ່ນໄດ້ຮັບການພັດທະນາໃໝ່ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະຖືກໃຊ້ໃນໂຄງການຮ່ວມມືທີ່ກຳລັງຈັດຕັ້ງຢູ່ໃນ ສປປ ລາວ ເພື່ອເປັນການທົດສອບປະສິດທິພາບ ແລະ ຄຸນນະພາບ ຂອງເຄື່ອງດັ່ງກ່າວ ຮ່ວມກັບສູນທີກ່ຽວຂ້ອງ. ໂຄງການນີ້ເປັນການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳ ສາກົນ ແຫ່ງ ປະເທດ ສ.ເກົາຫລີ ປະຈຳລາວ (KOPIA) ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ (NAFRI). ທ່ານ ປອ ໃຈ ບຸນພານຸໄຊ, ຫົວໜ້າ ສກປພ, ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນດັ່ງກ່າວ ແລະ ໃນອະນາຄົດ ສກປພ ຈະສະໜອງບັນດາ ຜົນໄດ້ຮັບຈາການ ຜະລິດຕະພັນເຫຼົ່ານີ້ໃຫ້ກັບຊາວກະສິກອນ ໃນຫຼາຍໆຂົງເຂດໄດ້ທົດລອງນຳໃຊ້ເພື່ອຊ່ວຍການເພີ່ມສະມັດຕະພາບຜົນຜະລິດພືດຊະນິດຕ່າງໆທີ່ມີຄວາມປອດໄພໃນການຜະລິດ ແລະ ບໍລິໂພກ.ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍລາວ, ກໍ່ໄດ້ກ່າວວ່າ: ເຖິ່ງແມ່ນວ່າຜະລິດຕະພັນບັນດາເຄື່ອງກົນຈັກເຫຼົ່ານີ້ຈະມີຜົນດີກໍ່ຕາມ ແຕ່ ສປປລາວ ເຮົາຍັງບໍ່ເຄີຍນໍາໃຊ້ຝຸ່ນຊິລີເຄດ ສະນັ້ນທ່ານຈຶ່ງຄາດຫວັງວ່າມັນຈະສາມາດເປັນຜະລິດຕະພັນທີ່ດີອັນໜຶ່ງຊ່ວຍໃນການປູກເຂົ້າຢູ່ໃນ ສປປ ລາວ ແລະສາມາດຂະຫຍາຍໄປສູ່ວົງກອນໃຫ້ແກ່ຊາວກະສິກອນໄດ້ນຳໃຊ້ໄດ້ຫຼາຍຂື້ນ.
ໃນຕອນເຊົ້າວັນທີ 29 ຕຸລາ 2021ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ)ຈັດ ພິທີມອບ-ຮັບ ເຄື່ອງກົນຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ, ເຊິ່ງປະກອບມີລົດໄຖປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ ມູນຄ່າຫຼາຍກວ່າ 50,000 ໂດລ່າ. ເປັນກຽດມອບໂດຍ ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍປະຈຳ ສປປລາວ ແລະ ຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຫົວໜ້າ ສູນຄົ້ນຄວ້າເຂົ້າ, ຫົວໜ້າ ພະແນກບໍລິຫານ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ.
ຜະລິດຕະພັນເຄື່ອງກົນຈັກດັ່ງກ່າວແມ່ນໄດ້ຮັບການພັດທະນາໃໝ່ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະຖືກໃຊ້ໃນໂຄງການຮ່ວມມືທີ່ກຳລັງຈັດຕັ້ງຢູ່ໃນ ສປປ ລາວ ເພື່ອເປັນການທົດສອບປະສິດທິພາບ ແລະ ຄຸນນະພາບ ຂອງເຄື່ອງດັ່ງກ່າວ ຮ່ວມກັບສູນທີກ່ຽວຂ້ອງ. ໂຄງການນີ້ເປັນການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳ ສາກົນ ແຫ່ງ ປະເທດ ສ.ເກົາຫລີ ປະຈຳລາວ (KOPIA) ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ (NAFRI) . ທ່ານ ປອ ໃຈ ບຸນພານຸໄຊ, ຫົວໜ້າ ສກປພ, ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນດັ່ງກ່າວ ແລະ ໃນອະນາຄົດ ສກປພ ຈະສະໜອງບັນດາ ຜົນໄດ້ຮັບຈາການ ຜະລິດຕະພັນເຫຼົ່ານີ້ໃຫ້ກັບຊາວກະສິກອນ ໃນຫຼາຍໆຂົງເຂດໄດ້ທົດລອງນຳໃຊ້ເພື່ອຊ່ວຍການເພີ່ມສະມັດຕະພາບຜົນຜະລິດພືດຊະນິດຕ່າງໆທີ່ມີຄວາມປອດໄພໃນການຜະລິດ ແລະ ບໍລິໂພກ. ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍລາວ, ກໍ່ໄດ້ກ່າວວ່າ: ເຖິ່ງແມ່ນວ່າຜະລິດຕະພັນບັນດາເຄື່ອງກົນຈັກເຫຼົ່ານີ້ຈະມີຜົນດີກໍ່ຕາມ ແຕ່ ສປປລາວ ເຮົາຍັງບໍ່ເຄີຍນໍາໃຊ້ຝຸ່ນຊິລີເຄດ ສະນັ້ນທ່ານຈຶ່ງຄາດຫວັງວ່າມັນຈະສາມາດເປັນຜະລິດຕະພັນທີ່ດີອັນໜຶ່ງຊ່ວຍໃນການປູກເຂົ້າຢູ່ໃນ ສປປ ລາວ ແລະສາມາດຂະຫຍາຍໄປສູ່ວົງກອນໃຫ້ແກ່ຊາວກະສິກອນໄດ້ນຳໃຊ້ໄດ້ຫຼາຍຂື້ນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ