ນິຕິກໍາ
ທ່ານຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ເຂົ້າຮ່ວມພິທີເປີດນໍ້າຊົນລະປະທານ ແລະ ການຜະລິດລະູດູແລ້ງ
ເພື່ອປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ກຳນົດໜ້າທີ່ ແລະ ວຽກງານຈຸດສຸມສໍາລັບວຽກງານການພັດທະນາກະສິກຳ ແລະ ປ່າໄມ້ ໄປສູ່ກະສິກຳແບບປະສົມປະສານ, ຕິດພັນກັບກຳລັງແຮງຂອງກົນໄກການຕະຫຼາດຫັັນເປັນອຸດສາຫະກຳທີ່ທັນສະໄໝ, ຕິດພັນກັບການຂະຫຍາຍຕົວຂອງຊຸມຊົນ ແລະ ການສ້າງເປັນຕົວເມືອງນ້ອຍໃນຊົນນະບົດ, ນຳໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນບວກກັບການລົງທຶນທັງພາຍໃນແລະຕ່າງປະເທດ,ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ...

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ.
ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3817/ກປ, ລົງວັນທີ 17 ສິງຫາ 2017. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໂຄງການຜະລິດກະສິກຳເພື່ອແກ້ໄຂຄວາມທຸກຍາກ ຢູ່ບ້ານຄຳປ່າແໜ ແລະ ບ້ານ ...

ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018
ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົເອົາວັນ 3 ພະຈິກເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ ...
ສະເຫຼີມສະຫຼອງ ການສ້າງຕັ້ງ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ.
ເພື່ອສະເຫຼີມສະຫຼອງຜົນສຳເລັດທີ່ຍາດມາໄດ້ ໃນການສ້າງຕັ້ງ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ, ດັ່ງທີ່ຮູ້ນຳກັນແລ້ວວ່າ: ກາເຟ ເປັນພືດເສດຖະກິດໜຶ່ງ ທີ່ຕິດພັນກັບມູນເຊື້ອຂອງຊາວສວນມາແຕ່ດົນນານ ໂດຍສະເພາະແມ່ນເຂດພູພຽງບໍລະເວນ. ນັບແຕ່ມື້ສ້າງຕັ້ງ ສປປ ລາວ ເປັນຕົ້ນມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ວຽກງານຊຸກຍູ້ສົ່ງເສີມກາເຟລາວ ...
ພີທີເປີດນຳໃຊ້ໂຮງຮຽນປະຖົມສົມບູນ ບ້ານ ໜອງກາ ເມືອງ ປາກຊ່ອງ ແຂວງ ຈຳປາສັກ.
ໃນອາທິດທີ່ຜ່ານມານີ້ ທ່ານ ພວງປາຣີສັກ ປະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພີທີເປີດນຳໃຊ້ ໂຮງຮຽນປະຖົມບ້ານໜອງກາ ຊື່ງປະກອນມີ ຈຳນວນ 5 ຫ້ອງຮຽນ ນັບແຕ່ ປໍ1-ປໍ5 ມີໂຕະ, ຕັ້ງ, ແລະ ...
ທ່ານ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ຖະແຫຼງການວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປີ 2017
ເພື່ອເປັນການຊີ້ນໍາ-ນໍາພາ ແລະໃຫ້ທິດທາງ ໃນການແກ້ໄຂຄວາມທຸກຍາກ ຂອງປະເທດໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ໃນຕອນເຊົ້າຂອງວັນທີ 09 ຕຸລາ 2017 ນີ້, ຢູ່ຫ້ອງຮັບແຂກ ຫ້ອງການກະຊວງ ທ່ານ ປອ. ລຽນ ...
ກອງປະຊຸມ ຄະນະກໍາມະການ ແຜນງານຄູ່ຮ່ວມກາກບອນປ່າໄມ້ (FCPF)
ໃນລະຫວ່າງວັນທີ 25-27 ກັນຍາ 2017 ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ...
ກອງປະຊຸມ ປະຈໍາປີ ຂອງແຜນງານການລົງທຶນດ້ານປ່າໄມ້ (FIP)
ເພື່ອເສີ່ມຂະຫຍາຍບັນດາປະເທດຄູ່ຮ່ວມງານໃນການຮຽນຮຸູ້ ແລະປະສານງານ ກ່ຽວກັບວຽກງານການລົງທຶນດ້ານປ່າໄມ້ ໃຫ້ມີການຂະຫຍາຍໃນຕໍ່ໜ້າ.ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ປະຈໍາປີ ຂອງແຜນງານການລົງທຶນດ້ານປ່າໄມ້ “(FIP)ຂຶ້ນທີ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ ...
ພາກລັດ, ຜູ້ປະກອບການ ແລະ ຊາວກະສິກອນ ຮ່ວມກັນປຶກສາຫາລືກ່ຽວກັບ ການນຳໃຊ້ມາດຕະຖານກະສິກຳທີ່ດີ ເພື່ອຄຸ້ມຄອງການປູກກ້ວຍເປັນສິນຄ້າ ຢູ່ 8 ແຂວງພາກເໜືອ
ເພື່ອຊ່ວຍໃຫ້ຜູ້ປະກອບການແລະຊາວກະສິກອນໄດ້ເຂົ້າໃຈເຖິງການນຳໃຊ້ມາດຕະຖານກະສິກຳທີ່ດີ (GAP) ໃນການຜະລິດກ້ວຍເປັນສິນຄ້າ, ກົມປູກຝັງກະຊວງກະສິກຳແລະປ່າໄມ້ຮ່ວມກັບພະແນກກະສິກຳແລະປ່າໄມ້ແຂວງອຸດົມໄຊຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ, ຜູ້ປະກອບການແລະຊາວກະສິກອນຂຶ້ນ, ທີ່ພະແນກກະສິກຳແລະປ່າໄມ້ແຂວງອຸດົມໄຊໂດຍການເປັນປະທານຂອງ ທ່ານປອ ພວງປຣະຣິສັກປຣະວົງວຽງຄຳຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້, ທ່ານເພັດສາຄອນຫຼວງອາໄພເຈົ້າແຂວງອຸດົມໄຊພ້ອມດ້ວຍພະແນກກະສິກຳແລະປ່າໄມ້, ຜູ້ປະກອບການແລະຊາວກະສິກອນຈາກ ...
ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ສຶກສາຄວາມເປັນໄປໄດ້ຂອງໂຄງການປັບປຸງຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງ
ໂຄງການຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງ ເປັນໂຄງການຈຸດສຸມໜຶ່ງທີ່ສຳຄັນ ແລະ ເປັນບຸລິມະສິດຂອງລັດຖະບານ ເຊິ່ງສຳເລັດການກໍ່ສ້າງ ແລະ ເລີ່ມນຳໃຊ້ມາແຕ່ປີ 1978 ມາຮອດປັດຈຸບັນມີອາຍຸການໃຊ້ຍາວນານຫລາຍກວ່າ 30 ປີ ແລະ ມີສະພາບເກົ່າແກ່ຊຸດໂຊມ, ໂຄງການດັ່ງກ່າວມີເນື້ອທີທັງຫມົດ 7.600 ເຮັກຕາ ໃນນັ້ນໂຄງການນ້ຳຫຸມກວມເອົາ 2.300 ...