ໂຄງການ“ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດ Climate REAL ພາຍໃຕ້ການຄຸ້ມຄອງຂອງ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ FAO ແລະ ອົງການ KOICA ໄດ້ພັດທະນາມາດຕະຖານການດໍາລົງຊີວິດທີ່ດີຂຶ້້ນໃຫ້ແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຢູ່ແຂວງອັດຕະປື

ອັດຕະປື, ສປປ ລາວ – ມາດຕະຖານການດໍາລົງຊີວິດຂອງປະຊາຊົນໄດ້ຮັບການຍົກລະດັບຂຶ້ນຢ່າງເຫັນໄດ້ຈະແຈ້ງ ໃນລະຫວ່າງການລົງສະໜາມຕິດຕາມກວດກາຄວາມກ້າວໜ້າຂອງໂຄງການຢູ່ແຂວງອັດຕະປື, ເຊິ່ງໄດ້ຈັດຂຶ້ນກ່ອນປີໃໝ່ລາວ ໂດຍອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO). ການຢ້ຽມຢາມສໍາຫຼວດຄັ້ງນີ້ເປັນສ່ວນໜຶ່ງຂອງການຕິດຕາມຮ່ວມກັບ ອົງການ KOICA ໃນໂຄງການເຊື່ອມຈອດສໍາລັບການສ້າງຄວາມເຂັ້ມແຂງ ແລະ ຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດຢູ່ແຂວງອັດຕະປື.

ປະເທດລາວ ອາໄສຊັບພະຍາກອນທຳມະຊາດຫຼາຍສົມຄວນ ເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດ ແຕ່ການປ່ຽນແປງຂອງດິນຟ້າອາກາດ ໄດ້ກໍ່ໃຫ້ເກີດໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ພາຍຸທີ່ຮ້າຍແຮງຂຶ້ນກວ່າເກົ່າ ເຊິ່ງສົ່ງຜົນກະທົບທີ່ໜັກໜ່ວງຕໍ່ການດໍາລົງຊີວິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຕົວຢ່າງທີ່ເຫັນໄດ້ຊັດເຈນແມ່ນການຂາດແຄນນ້ໍາຍ້ອນໄພແຫ້ງແລ້ງ ເຊິ່ງໄດ້ມີກະທົບ ແລະ ຜົນຜະລິດກະສິກໍາຫລຸດລົງ, ເຊິ່ງສາມາດນໍາໄປສູ່ການຂາດແຄນດ້ານສະບຽງອາຫານ.

ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ໃນຂະນະດຽວກັນກໍເປັນການສ້າງຄວາມຢືດຢຸ່ນໃຫ້ແກ່ລັດຖະບານ ສປປ ລາວ, ໂຄງການ “ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື” (Climate REAL) ແມ່ນໄດ້ລິເລີ່ມຂຶ້ນໃນປີ 2020 ໂດຍອົງການ FAO, ພາຍໃຕ້ການຊ່ວຍເຫຼືອດ້ານທຶນຮອນຈາກອົງການ KOICA. ໂຄງການດັ່ງກ່າວຈະສະໜັບສະໜູນ 2,500 ຄົວເຮືອນທີ່ໄດ້ຮັບຜົນປະໂຫຍດໂດຍກົງ ແລະ 7,069 ຄອບຄົວທີ່ໄດ້ຮັບຜົນປະໂຫຍດທາງອ້ອມ, ເຊິ່ງມີປະຊາກອນທັງໝົດທີ່ໄດ້ຮັບຜົນປະໂຫຍດແມ່ນ 35,935 ຄົນ, ໂດຍການເສີມສ້າງຄວາມສາມາດຂອງທ້ອງຖິ່ນ ແລະ ສົ່ງເສີມການຈັດຕັ້ງປະຕິບັດແບບຊຸມຊົນເພື່ອສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ການກະສິກຳທີ່ເປັນມິດກັບສິ່ງແວດລ້ອມແບບຍືນຍົງ (CREF).

ອົງການ FAO ໄດ້ໃຫ້ການສະໜັບສະໜູນຊາວກະສິກອນທີ່ດ້ອຍໂອກາດເພື່ອຮັບຮອງເອົາ ການປະຕິບັດການກະສິກໍາທີ່ດີທີ່ມີຄວາມທົນທານຕໍ່ດິນຟ້າອາກາດ ແລະ ເປັນມິດກັບສິ່ງແວດລ້ອມແບບຍືນຍົງ (CREF GAPs). ມາຮອດເດືອນ ມີນາ 2022, ແນວພັນພືດຜັກປອດສານພິດຊຸດທຳອິດ (7 ຊະນິດ), ໄກ່ພື້ນເມືອງ ແລະ ເຫັດເຟືອງ ໄດ້ຖືກແຈກຢາຍໃຫ້ຜູ້ທີ່ໄດ້ຮັບຜົນປະໂຫຍດປະມານ 500 ຄົວເຮືອນ ພ້ອມທັງການເຝິກອົບຮົມດ້ານວິຊາການທີ່ກ່ຽວຂ້ອງ. ຊາວກະສິກອນທີ່ມີທ່າແຮງທີ່ສຸດທາງດ້ານຜົນຜະລິດໃນຊຸດທໍາອິດນີ້ຈະໄດ້ຮັບການເຝິກອົບຮົມເພີ່ມເຕີມ ແລະ ກາຍເປັນຊາວກະສິກອນຕົວແບບທີ່ຈະໃຫ້ຄວາມຮູ້ແກ່ຊາວກະສິກອນດ້ວຍກັນເອງ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຮຸ່ນທີສອງ ໂດຍຜ່ານ ໂຮງຮຽນກະສິກອນພາກສະໜາມ (FFS).

ໃນລະຫວ່າງການລົງຕິດຕາມກວດກາ ພາກສະໜາມ, ນາງ ໂພໄຊ ແລະ ສາມີ ໄດ້ນຳພາຄະນະຊົມສວນຜັກຂອງພວກເຂົາ. ນາງ ໂພໄຊ ເປັນໜຶ່ງໃນຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງຊຸດທຳອິດຂອງໂຄງການ. ນາງໄດ້ຮັບແນວພັນພືດຜັກ 7 ຊະນິດສໍາລັບສວນຄົວຂອງນາງ (ເຊັ່ນ ຜັກກາດ, ຜັກຊີ, ໝາກບວບ ແລະ ໝາກຖົ່ວ) ແລະ ໄດ້ຮຽນຮູ້ວິທີການກະກຽມຝຸ່ນຊີວະພາບ ແລະ ການເກັບກ່ຽວທີ່ມີປະສິດທິພາບທີ່ສຸດ ໂດຍຜ່ານການເຝິກອົບຮົມ ທີ່ຈັດໂດຍ ອົງການ FAO ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ແຂວງ/ເມືອງ. ປະຈຸບັນນີ້, ນາງ ໂພໄຊ ບໍ່ພຽງແຕ່ປູກຜັກທີ່ພຽງພໍກັບຄວາມຕ້ອງການບໍລິໂພກໃນຄົວເຮືອນຂອງລາວເທົ່ານັ້ນ ແຕ່ຍັງຂາຍຢູ່ຕະຫຼາດທ້ອງຖິ່ນ ອາທິດລະ 2 ຫາ 3 ເທື່ອ, ເຊິ່ງນາງມີລາຍໄດ້ປະມານ 150,000 ກີບຕໍ່ອາທິດ.

ທ່ານ ຄົມແກ້ວ ແລະ ພັນລະຍາ ມີຄວາມພາກພູມໃຈທີ່ໄດ້ຖືກຄັດເລືອກເຂົ້າເປັນສ່ວນໜຶ່ງຂອງໂຄງການ ແລະ ໄດ້ສາທິດວິທີການເຝົ້າລະວັງ ແລະ ລ້ຽງໄກ່ 10 ໂຕ (ໄກ່ແມ່ 8 ໂຕ ແລະ ໄກ່ຜູ້ 2 ໂຕ) ທີ່ພວກເຂົາໄດ້ຮັບຈາກໂຄງການ. ໃນຂະນະທີ່ໄກ່ໃນພື້ນເມຶອງຂອງເຂົາເຈົ້າຖືກປ່ອຍຕາມທຳມະຊາດ, ໄກ່ທີ່ໄດ້ຮັບຈາກການບໍລິຈາກນັ້ນແມ່ນລ້ຽງໄວ້ໃນຄອກ ແລະ ລ້ຽງດ້ວຍເຂົ້າປ່ຽງ, ເຊິ່ງຈະຜະລິດໄຂ່ໄດ້ຫຼາຍກວ່າການລ້ຽງແບບປະຖົມປະຖານ. ໂຄງການດັ່ງກ່າວໄດ້ໃຫ້ການເຝິກອົບຮົມດ້ານວິຊາການໃຫ້ແກ່ທ່ານ ຄົມແກ້ວ ກ່ຽວກັບວິທີການລ້ຽງ ແລະ ການເບິ່ງແຍງໄກ່ ແລະ ສັກຢາວັກຊີນໃຫ້ໄກ່ພ້ອມທັງໄດ້ຮັບການຕິດຕາມຢ້ຽມຢາມເປັນປະຈຳຈາກໂຄງການເພື່ອຕອບບັນຫາຕ່າງໆທີ່ທ່ານ ຄົມແກ້ວ ມີ. ທ່ານ ຄົມແກ້ວ ຮູ້ສຶກຂອບໃຈຕໍ່ການສະໜັບສະໜູນທີ່ລາວໄດ້ຮັບ ແລະ ຫວັງວ່າຈະໄດ້ຖ່າຍທອດຄວາມຮູ້ໃຫ້ແກ່ຊາວບ້ານຄົນອື່ນໆໃຫ້ຮູ້ຈັກວິທີການຜະລິດໄຂ່ຈາກໄກ່ຂອງພວກເຂົາໃຫ້ໄດ້ຫຼາຍຂຶ້ນ.

ຄະນະທີ່ລົງຕິດຕາມກວດກາຄັ້ງນີ້ມີຕົວແທນຈາກບັນດາກະຊວງ ແລະ ຫ້ອງການທີ່ກ່ຽວຂ້ອງຈາກ 5 ຂະແໜງການ, ລວມມີ: ສາທາລະນະສຸກ, ພັດທະນາສີມືແຮງງານ, ການຄຸ້ມຄອງໄພພິບັດ, ການປົກປ້ອງເດັກ ແລະ ກະສິກຳ ໃນຂັ້ນສູນກາງ, ແຂວງ ແລະ ຂັ້ນເມືອງ.

*********************

Lao Media Contact Person/s:

Jiheun Haylie Kim, Project Manager – jiheunhaylie.kim@fao.org

Vilaylack Khounvisith, National Communication Consultant – Vilaylack.Khounvisith@fao.org

Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ