ແຜນທີ່ເລື່ອງລາວ ກາເຟ ແລະ ກ້ວຍ ແນວທາງຄວາມທົນທານຕໍ່ສະພາບອາກາດຂອງຂະແໜງກະສິກຳ

ໃນລະ​ຫວ່າງ ວັນ​ທີ 14-18 ມີ​ນາ 2022 ອົງການ ອາ​ຫານ ແລະ ການ​ກະ​ເສດ FAO ຮ່ວມ​ກັບໂຄງການສ້າງຄວາມເຂັ້ມແຂງລະບົບ​ການຕິດຕາມ ແລະ  ຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS) ຈັດກອງປະ​ຊຸມລະ​ດັບຊ່ຽວຊານຂັ້ນທ້ອງຖິ່ນ​ຂຶ້ນ ຢູ່​ທີ່​ແຂວງ ສາ​ລະ​ວັນ ແລະ ແຂວງ ຈຳ​ປາ​ສັກ. ​ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ ແມ່ນ​ເພື່ອ​ນຳ​ສະ​ເໜີ​ເຜີຍ​ແຜ່ ແຜນ​ທີ່​ເລື່ອງ​ລາວຂອງ ກ້ວຍ ແລະ ກາ​ເຟ, ສົນ​ທະ​ນາ​ກ່ຽວ​ກັບ​ບັນ​ດາ​ຄຳ​ແນະ​ນຳ ແລະ ແນວ​ທາງ, ຈຳ​ແນກ​ຮູບ​ແບບ​ການ​ປະ​ສານ​ງານ. ບັນດາ​ຊ່ຽວຊານທີ່​ໄດ້​ເຂົ້າ​ຮ່ວມໄດ້ຈັດແບ່ງອອກເປັນ 3 ກຸ່ມ ຄື: ​ກຸ່ມຊາວກະ​ສິກອນ, ພ​າກສ່ວນກ່ຽວຂ້ອງ ແລະ ​ກ​ຸ່ມພະ​ນັກ​ງານລັດຖະ​ກອນຈາກພາກ ລັດ. ກິດຈະ​ກຳວຽກນີ້ແມ່ນຕໍ່ເນື່ອງຈາກການປືກສາຫາລື ທີ່່​ຖືກຈັດຂຶ້ນທີ່ແຂວງ ບໍ​ລິ​ຄຳໄຊ ແລະ ​ແຂວງ ຊຽງຂວາງ ກ່ຽວກັບ ມັນຕົ້ນ ແລະ ສາລີ.

ອົງການ FAO ຮ່ວມ​ກັບໂຄງການ SAMIS ໄດ້​ຜະ​ລິດແບ​ບຈຳລອງສະ​ຖານະການພູມອາກາດ ໃນໄລ​ຍະເວ​ລາ 20 ປີ, 50 ປີ ແລະ 100 ປີ ສຳລັບ ສ​ປ​ປ ລາວ. ພ້ອມນັ້ນ, ກໍ່ຍັງສ້າງແຜນທີ່ຄວາມເໝາະສົມ ເຂດນິເວດກະ​ສິກຳ (AEZ) ແລະ ຜົນຜະ​ລິດ ສຳລັບ 6 ປະ​ເພດພືດຫຼັກ ຂອງ ສ​ປ​ປ ລາວ ໃນປັດຈຸ​ບັນ​ ແລະ ໃນໄລ​ຍະເວ​ລາ 20 ປີ, 50 ປີ ແລະ 100 ປີ ຂ້າງໜ້າ ກໍ່ໄດ້ສ້າງຂຶ້ນ.

ວິທີການສ້າງແຜນທີ່ຄວາມເໝາະສົມ ເຂດນິເວດກະ​ສິກຳ AEZ ແມ່ນນຳໃຊ້ຂໍ້​ມູນ ດິນ, ພູມອາກາດ ແລະ ລະ​ບົບ ການປູກ​ພືດ ເພື່ອຈຳລອງສະ​ຖານະ​ການຄວາມເໜາະສົມ ແລະ ປະ​ລິມານຜົນຜະ​ລິດ ໃນປັດຈຸ​ບັນ ແລະ ໃນອະນາຄົດ. ວຽກງານ ດັ່ງກ່າວນີ້ ແມ່ນໄດ້ຈັດຕັ້ງປ​ະ​ຕິ​ບັດ​ໂດຍ ກົມຄຸ້ມຄອງ ແລະ ພັດທະ​ນາທີ່ດິນກະ​ສິກຳ ໂດຍພາຍ​ໃຕ້ການ ຊີ້ນຳທາງດ້ານເຕັກນິກ ຈາກສະ​ຖາບັນເຕັກໂນ​ໂລ​ຊີແຫ່ງອາຊີ AIT.

ວຽກງານນີ້ແມ່ນຢູ່ພາຍໃຕ້ໂຄງການ FAO, CCAFS ແລະ ມະ​ຫາວິທະ​ຍາໄລຢູເຖຼັດ, ປະ​ເທດ​ໂຮນ​ລັງ ຫຼື ເນ​ເທີ​ແລນ ໄດ້ຮ່ວມມື ໃນການອອກແບບ ແລະ ຈັດຕັ້ງປະ​ຕິດບັດໃນ​ເບື້ອງ​ຕົ້ນ ໃນການ​ຝຶກອົບຮົມລະ​ດັບສູງ ກ່ຽວກັບ: ການວາງແນວ ທາງ ແລະ ຄາດຄະເນໃນອະນາຄົດ ຂອງລັດຖະ​ບານ ສປ​ປ ລາວ. ໃນປີ 2021 ໄດ້ສຳເລັດ ການພັດທະ​ນາ 4 ແຜນທີ່ເລື່ອງລາວ ສຳລັບ ມັນຕົ້ນ, ສາ​ລີ, ກ້ວຍ ແລະ ກາເຟ ໂດຍສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກະ​ສິ​ກຳ, ປ່າ​ໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ກົມຄຸ້ມ ຄອງ ແລະ ພັດທະ​ນາທີ່ດິນກະ​ສິກຳ. ລະ​ບົບການປູກຝັງແມ່ນໄດ້ຮັບການວິເຄາະ ໂດຍນຳໃຊ້​ຜົນໄດ້ຮັບຂອງແຜນທີ່ຄວາມ ເໝາະສົມປູກພືດ SAMIS AEZ ແລະ ຊຸດເຄື່ອງມືການເບິ່ງແນວທາງອະນາຄົດແບບຫຼາຍມີິຕິ. ບັນດາອົງປະ​ກອບທັງໝົດ ຂອງຕ​່ອງໂສ້ມູນຄ່າພືດ ແມ່ນໄດ້ຮັບການຈຳແນກເຊັ່ນດຽວກັນກັບຄວາມສ່ຽງໃນປັດຈຸ​ບັນ ແລະ ອະນາຄົດ. ບົນພື້ນຖານ ການວິເຄາະນີ້ ບັນດາຄຳແນະນຳແກ່ນະໂຍ​ບາຍ ແມ່ນປະ​ກອບດ້ວຍຄຳສະ​ເໜີກິດຈະ​ກຳ ແລະ ຍຸດທະ​ສາດ ທີ່ໄດ້ສະ​ແດງລາຍ ລະ​ອຽດໃນຮູບແບບແຜນແນວທາງການຈັດຕັ້ງປະ​ຕິບັດ ຊຶ່ງວຽກງານດັ່ງກ່າວແມ່ນໄດ້ສຳເລັດຜົນ ເພື່ອຮັບປະ​ກັນການຈັດ​ຕັ້ງ ປະ​ຕິບັດຢ່າງມີປະ​ສິດທິ​ຜົນ ຍຸດທະ​ສາດພັດທະ​ນາວຽກງານກະ​ສິກຳ (ADS) ປີ 2025 ແລະ ວິໄສທັດຂອງຂະ​ແໜງການກະ​ສິ ກຳ ຮອດປີ 2030. ພາຍໃຕ້ການສະໜັບສະ​ໜູນ ຂອງພະ​ແນກແຜນການ ແລະ ການຮ​ວ່ມມື ແລະ ທີມງານນະໂຍ​ບາຍ, ແຜນ ທີ່ເລື່ອງລາວດັ່ງກ່າວ ແມ່ນໄດ້ເຜີຍແຜ່ນຳສະ​ເໜີໃຫ້ແກ່ຜູ້ມີສ່ວນຮ່​ວມໃນຂັ້ນທ້ອງຖິ່ນ ແລະ ເປັນການຢັ້້ງຢືນການທົດສອບ ບັນດາຄຳແນະນຳທີ່ໄດ້ສະ​ເໜີ ໃນຂົງເຂດພື້ນທີ່ການຜະ​ລິດຂັ້ນທ້ອງຖິ່ນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ