ເດັກນ້ອຍບ້ານນາໄຊໄດ້ກິນອາຫານທີ່ມີໂພຊະນາການ

ວັນທີ 23 ມັງກອນ 2022, ​ກຸ່ມໂພຊະນາການ ບ້ານ ນາໄຊ, ເມືອງ  ບຸນໃຕ້, ແຂວງ ຜົ້ງສາລີ ໄດ້ ສາທິດການປຸ່ງແຕ່ງອາຫານ ໃຫ້ເດັກອາຍຸ 6-23 ເດືອນ, ຈໍານວນ 15 ຄົນ. ການແຕ່ງກິນໃນຄັ້ງນີ້ ໄດ້ຕົ້ມເຂົ້າປຽກຕາມສູດທີ 7 ຂອງກຸ່ມໂພຊະນາການບ້ານ ໂດຍມີສ່ວນປະກອບ ຄື: ແປ້ງບົດ (ເຮັດມາຈາກເຂົ້າ ຈ້າວ ແລະ ຖົ່ວຂຽວ) ຈຳ​ນວນ 50 ກຼາມ, ນົມຈືດ 125 ມິນລີກຼາມ ແລະ ໝາກອຶ 40 ກຼາມ. ຊຶ່ງ​ມີ​ວິ​ທີ​ການ​ປຸງ​ແຕ່ງ​ດັ່ງ​ນີ້:

  • ຂັ້ນຕອນທີ(1): ເອົາເຂົ້າຈ້າວ ແລະ ຖົ່ວຂຽວມາຜອງໃນປະລິມານ ຄື: ເຂົ້າສານ 70%, ຖົ່ວ ຂຽວ 30% ແລ້ວເອົາໄປລ້າງນໍ້າໃຫ້ສະອາດ ແລະ ນຳໄປຕາກແດດໃຫ້ແຫ້ງ, ຈາກນັ້ນ ຈຶ່ງນຳເອົາເຂົ້າ ແລະ ຖົ່ວຂຽວໄປຂົ້ວດ້ວຍໄຟອ່ອນໆຈົນກາຍເປັນສີນ້ຳຕານອ່ອນ ຖືວ່າສຳເລັດໃນການຂົ້ວ(ຕ້ອງຂົ້ວເທຶ່ອລະ​ຢ່າງ ບໍ່ໃຫ້ຂົ້ວປົນກັນ). ຈາກນັ້ນ, ນຳເອົາທັງ 2 ຢ່າງມາປະສົມຄົນໃຫ້ເຂົ້າ ກັນ ແລ້ວປະໄວ້ໃຫ້ເຢັນຈື່ງນຳມາບົດໃຫ້ເປັນແປ້ງລະອຽດ.
  • ຂັ້ນຕອນທີ(2): ເອົາໝາກອຶທີ່ກຽມໄວ້ໄປລ້າງນໍ້າໃຫ້​ສະ​ອາດ ແລ້ວຕັດເປັນປ່ຽງ ແລ້ວເອົາໄປຕົ້ມ ຫລື ໜຶ້ງໃຫ້ສຸກຈຶ່ງເອົາໝາກອຶມາຕຳໃຫ້ມຸ່ນໆປະໄວ້.
  • ຂັ້ນຕອນທີ(3): ພາຍຫຼັງບົດແປ້ງທັງ 2 ຢາງລະອຽດແລ້ວ ນໍາເອົາແປ້ງທີ່ບົດມາຕີໃສ່ນົມສົດໃຫ້ເຂົ້າກັນດີ, ຕີຈົນແຕກລະອຽດແລ້ວນຳເອົາໄປຕົ້ມດ້ວຍໄຟອ່ອນໆ (ຄົນຕະລອດ) ໃຫ້ສຸກພໍດີ, ໃຊ້ເວລາປະມານ 1012 ນາທີ, ແລ້ວນໍາເອົາໝາກອຶທີ່ກຽມໄວ້ນັ້ນ ລົງໃສ່ໝໍ້ເຂົ້າປຽກ, ແລ້ວ​ສືບຕໍ່ຄົນຕໍ່ໄປໃຫ້ເຂົ້າກັນດີ ປະມານ 3 ນາທີ ພໍ​ໝາກອຶເຂົ້າກັນ​ດີ ກໍ່ຕັກໃຫ້ເດັກນ້ອຍກິນໄດ້ເລີຍ.

ການປຸງແຕ່ງອາຫານໃຫ້ເດັກອາຍຸ 6-23 ເດືອນ ໃນຮູບແບບດັ່ງກ່າວນີ້ ແມ່ນໄດ້ປະຕິບັດຢ່າງຕໍ່ເນື່ອງ ຫຼື ປະມານ 1 ຄັ້ງຕໍ່ອາທິດ ຢູ່ບັນດາບ້ານບ້ານເປົ້າໝາຍ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນ 12 ເມືອງ ຂອງ 4 ແຂວງ ​ຄື: ແຂວງ ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ແຂວງ ອຸດົມໄຊ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ