ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງ ສາລະວັນ ໄດ້ສໍາເລັດການຈັດຕັ້ງປະຕິບັດ 10 ໂຄງການຍ່ອຍ ແລະ ມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້
ໃນກາງເດືອນມີນາ ປີ 2022 ທີ່ຜ່ານມາ, ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງ ສາລະວັນ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້, ພະແນກ ແຜນການ ແລະ ການລົງທຶນ, ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກໂຍທາທິການ ແລະ ຂົນສົ່ງ, ຕະຫຼອດຮອດການນຳເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ລົງກວດກາ ແລະ ປະເມີນການກໍ່ສ້າງ 10 ໂຄງການຍ່ອຍ ພ້ອມທັງມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ.
ການຈັດຕັ້ງໂຄງການຍ່ອຍເຫຼົ່ານັ້ນ ແມ່ນໄດ້ຮັບການສະໜັບສະໜູນທຶນສົມທົບ ຈາກລັດຖະບານລາວ ໃນມູນຄ່າທັງໝົດ 2 ຕື້ກວ່າກີບ, ຊຶ່ງໂຄງການດັ່ງກ່າວໄດ້ຖືກຈັດຕັ້ງປະຕິບັດຢູ່ 02 ເມືອງ ຂອງແຂວງ ສາລະວັນ ຄື: ເມືອງ ຕຸ້ມລານ ແລະ ເມືອງຕະໂອ້ຍ.
- ສຳລັບເມືອງ ຕຸ້ມລານ ປະກອບມີ 03 ໂຄງການຄື:
- ໂຄງການປັບປຸງເສັ້ນທາງບ້ານ ສະໂນ, ກຸ່ມກົກມ່ວງ, ມີຄວາມຍາວ 3 ກິໂລແມັດກວ່າ;
- ໂຄງການສະໜອງອຸປະກອນຕົບແຕ່ງໂຮງຮຽນ ຈຳນວນ 70 ຊຸດ ຢູ່ບ້ານ ນາກະຕາວ, ກຸ່ມຕຸ້ມລານ
- ໂຄງການກໍ່ສ້າງນ້ຳບາດານໃຊ້ແສງຕາເວັນ ຈຳນວນ 4 ບໍ່ ຢູ່ 4 ຄຸ້ມ ຂອງບ້ານ ໂພນງາມ, ກຸ່ມກະແຫລງ ລວມມູນຄ່າທັງໝົດ 691.545.000 ກີບ;
- ສຳລັບເມືອງ ຕະໂອ້ຍ ປະກອບມີ 07 ໂຄງການ ຄື:
- ໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ, ບ້ານ ສ້ອຍຕາມ, ກຸ່ມຕະປືນ;
- ໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ, ບ້ານ ລະຫາບທົ່ງ, ກຸ່ມໂຈະ;
- ໂຄງການກໍ່ສ້າງຊົນລະປະທານບ້ານ ປະເຕັມ, ກຸ່ມດູບ;
- ໂຄງການກໍ່ສ້າງຊົນລະປະທານບ້ານ ດຶກດົງ, ກຸ່ມປະໂສມ ລວມມູນຄ່າທັງໝົດ 980.430.000 ກີບ;
- ສຳລັບເມືອງ ສະໝ້ວຍ ປະກອບມີ 03 ໂຄງການ ຄື:
- ໂຄງການກໍ່ສ້າງຊົນລະປະທານບ້ານ ອາສົກໃຫຍ່, ກຸ່ມ 3;
- ໂຄງການສ້ອມແປງໂຮງຣຽນປະຖົມ 3 ຫ້ອງ, ບ້ານ ພີນເບ, ກຸ່ມ 2;
- ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ, ບ້ານ ຕາລໍໃຕ້, ກຸ່ມ 4 ລວມມູນຄ່າທັງໝົດ 665.910.000 ກີບ.