ສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ, ປະຈຳປີ 2021.

ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຄວາ​ມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ ​ໄດ້​ກາຍເປັນ​ບັນຫາ​ໃຫຍ່​ຂອງໂລກ ​ມາ​ເປັນ​ເວລາ​ຫຼາຍ​ສັດຕະວັດ​ແລ້ວ. ສະ​ນັ້ນ, ​ອົງການ​ອາຫານ ​ແລະ ການ​ກະ​ເສດ ຂອງ​ສະຫະ​ປະຊາ​ຊາດ ​ຈຶ່ງໄດ້​ກຳນົດ​ເອົາ ວັນ​ທີ 16 ຕຸລາ ຂອງ​ທຸກ​ປີ ​ເປັນ​ວັນ​ອາຫານ​ໂລກ ເຊິ່ງ​ເລີ່​ມ​ແຕ່ ປີ 1980 ເປັນ​ຕົ້ນ​ມາ ທີ່​ຄົບ​ຮອບ 41 ປີ. ຫຼັງ​ຈາກນັ້ນ, ສະຫະ​ປະຊາ​ຊາດ ​ກໍ່ໄດ້​ກຳນົດ​ເອົາວັນ​ທີ 17 ຕຸລາ ​ເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໂດຍ​ເລີ່​ມ​ແຕ່ ປີ 1992​ ເປັນ​ຕົ້ນ​ມາ, ມາ​ຮອດ​ ປີ 2003 ລັດຖະບານ ​ແຫ່ງ​ ສປປ ລາວ ກໍ​ໄດ້​ກຳນົດ​ເອົາ ວັນ​ທີ 17-24 ຕຸລາ ​ເປັນ​ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ.

ປະ​ຈຸ​ບັນ ສ​ປ​ປ ລາວ ພົບ​ກັບ​ບັນ​ຫາ​ການ​ລະ​ບາດ​ພະ​ຍາດ​ ໂຄວິດ-19 ກໍ່​ຄື​ໃນ​ທົ່ວ​ໂລກ, ເຊິ່ງ​ລາວ​ເຮົາມີຈໍານວນຜູ້ຕິດເຊື້ອນັບມື້ນັບຫຼາຍຂຶ້ນ ໃນຂອບເຂດທົ່ວປະເທດ  ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ສ້າງຄວາມເສຍຫາຍຢ່າງມະຫາສານ ຕໍ່ຊີວິດ, ເສດຖະກິດ ແລະ ສັງຄົມຂອງຊາດ ໂດຍສະເພາະ ແມ່ນບັນດາຂະແໜງການ ທີ່ນອນໃນຂົງເຂດເສດຖະກິດເປັນຕົ້ນແມ່ນ: ຂະແໜງການກະສິກໍາ ແລະ ປ່າໄມ້, ການບໍລິການ, ການທ່ອງທ່ຽວ ແລະ ຂະ​ແໜງການຄ້າ,​ ມີການຂະຫຍາຍຕົວຊ້າລົງ ແລະ ການຈ້າງງານໃນສັງຄົມກໍ່ຫຼຸດລົງ.

ໃນ​ວັນ​ທີ 25 ຕຸ​ລາ 2021 ​ທີ່​ຜ່ານ​ມານີ້, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ຮ່ວມ​ກັບ ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ອາ​ຫານ​ໂລກ, ວັນ​ສາ​ກົນ ແລະ ສັບ​ປະ​ດາ​ແຫ່ງ​ຊາດ ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ພາຍ​ໃຕ້​ຄຳ​ຂວັນວັນອາຫານໂລກທີ່ວ່າ: ການກະທໍາຂອງພວກເຮົາ ຄືອະນາຄົດຂອງພວກເຮົາ. ການຜະລິດທີ່ດີກວ່າ, ໂພຊະນາການທີ່ດີກວ່າ, ສະພາບແວດລ້ອມທີ່ດີກວ່າ ແລະ ຊີວິດທີ່ດີກວ່າເກົ່າ , ແລະ ຄໍາຂວັນວັນສາກົນ ແລະ ສັບປະດາລຶບລ້າງຄວາມທຸກຍາກ ທີ່ວ່າ : “ ສ້າງຄວາມກ້າວຫນ້າໄປພ້ອມກັນ : ຢຸດຕິຄວາມທຸກຍາກທີ່ແກ່ຍາວມາດົນນານ,​ ໃຫ້ຄວາມເຄົາລົບຕໍ່ທຸກຄົນ ແລະ​ໂລກຂອງພວກເຮົາ ” ປະ​ຈຳ​ປີ 2021 ຂຶ້ນ ໃນ​ຮູບ​ແບບຜ່ານລະ​ບົບ​ທາງ​ໄກ ​ເພື່ອປະຕິບັດຕາມມາດຕະການ​ຕ້ານ ແລະ ສະກັດກັ້ນການພະຍາດລະບາດຂອງພະຍາດ ໂຄວິດ-19. ​

ໂດຍ​ການ​ເຂ​ົ້າ​ຮ່ວມ​ຂອງ​ ທ່ານ ທອງ​ພັດ ວົງ​ມະ​ນີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ທ່ານ ນ. ຊາ​ຣາ ເຊ​ເກັນ​ເນັ​ສ ຜູ້​ປະ​ສານ​ງານ​ຂອງ​ອົງ​ການ​​ສະ​ຫະ​ປະ​ຊາ​ຊາດ ປະ​ຈຳ​ລາວ, ທ່ານ ນາ​ຊາ ຮາ​ຢັດ ຜູ້​ຕາງ​ໜ້າ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ປະ​ຈຳ​ລາວ. ເຊິ່ງ​ມີ​​ທ່ານ​ຫົວ​ໜ້າ-ຮ​ອງ​ຫົວ​ໜ້າ​ກົມ, ສະ​ຖາ​ບັນ, ຕາງ​ໜ້າ​ກະ​ຊວງ​ຕ່າງໆ​​, ອົງການ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ຄູ່​ຮ່ວມ​​ພັດທະນາ, ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ-ນະ​ຄອນຫຼວງວຽງ​ຈັນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

  ໃນ​ພິ​ທີ​ ທ່ານ ທອງ​ພັດ ວົງ​ມະ​ນີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້​ກ່າວ​ວ່າ: ​ແນວ​ໃດ​ກໍ່​ຕາມ ເຖິງວ່າການສະເຫຼີມສະຫຼອງ ແລະ ລະນຶກເຖິງ 2 ວັນສໍາຄັນດັ່ງກ່າວ ໄດ້ຖືກຈັດຂຶ້ນໃນເງື່ອນໄຂທີ່ປະເທດເຮົາໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ກໍ່ຕາມ, ແຕ່ໃນຜ່ານມາພວກເຮົາສາມາດຍາດໄດ້ຜົນສຳ ເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຍັງເປັນໄລຍະທີ່ກໍາລັງລິເລີ່ມການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ສືບຕໍ່ປະຕິບັດຍຸດທະສາດຂອງການພັດທະນາ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030.

ສໍາລັບຂະແໜງການກະສິກໍາ ແລະ ປ່າໄມ້ ໃນ​ໄລ​ຍະ​ 5 ປີຜ່ານ​ມາ, ສາ​ມາດ​ຍາດ​ໄດ້​ຜົນ​ງານອັນ​ພົ້ນ​ເດັ່ນ ໂດຍ​ສະ​ເພາະ​ແມ່ນ: ສາມາດຜະລິດເຂົ້າເປືອກໄດ້, ສະເລ່ຍ 3,7 ລ້ານໂຕນ/ປີ ທຽບໃສ່ແຜນການດັດແກ້ ເພີ່ມຂື້ນ 8% ມີຄວາມສາມາດພຽງພໍຕອບສະໜອງໃຫ້ແກ່ການບໍລິໂພກພາຍໃນ ແລະ ມີສ່ວນແຮໄວ້; ການລ້ຽງສັດ ແລະ ການປະມົງ ກໍ່ໄດ້ມີການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ 4,2-4,7% ຕໍ່ປີ, ອັດຕາບໍລິໂພກທາດຊີ້ນຢູ່ພາຍໃນ ບັນລຸໄດ້ 65 ກິໂລ/ຄົນ/ປີ; ການຜະລິດພືດເປັນສິນຄ້າສົ່ງອອກ ມີມູນຄ່າ 4 ຕື້ໂດລາ (ສະເລ່ຍ 0,8 ຕື້ໂດລາ/ປີ), ຖ້າທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 2 ເທົ່າຕົວ; ການສົ່ງອອກສັດໃຫຍ່ປະເພດງົວ-ຄວາຍ ບັນລຸ 170 ລ້ານໂດລາ. ຂະບວນການລ້ຽງສັດໃຫຍ່ເປັນຟາມໃຫຍ່ ໄດ້ກາຍເປັນໜໍ່ແໜງປັດໃຈໃໝ່, ປະຊາຊົນໄດ້ຮູ້ຈັກນໍາໃຊ້ເຕັກນິກວິຊາການ ເຂົ້າໃນການລ້ຽງສັດ, ຮູ້ຈັກການບໍລິຫານຈັດການຟາມຂະໜາດນ້ອຍ ຂອງຄອບຄົວຫຼາຍຂື້ນ ແລະ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຍັງສືບຕໍ່ເປັນຂະບວນການຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫລາຍດ້ານ.

ດັ່ງ​ນັ້ນ, ການ​ສະ​ເຫຼີມສະຫຼອງໃນປີນີ້  ແມ່ນມີຄວາມ​ໝາຍ​ຄວາມ​ສຳຄັນ​ທີ່​ສຸດ ​ເພື່ອປູກ​ຈິດ​ສຳນຶກ ​ແລະ ສ້າງ​ຄວາມ​ຮັບ​ຮູ້ ​ໃຫ້​ປະຊາ​ຊາດ​ໃນ​ທົ່ວ​ໂລກ ໄດ້​ເຂົ້າ​ໃຈ​ເຖິງບັນຫາສິ່ງທ້າທາຍຕ່າງໆ ແລະ ຍັງເປັນການແຈ້ງເຕືອນ, ປຸກລະດົມກໍາລັງແຮງທົ່ວສັງຄົມລາວ ແລະ ປະຊາຄົມໂລກ ເພື່ອເຝົ້າລະວັງ, ປ້ອງກັນຜົນເສຍຫາຍ ທີ່ອາດເກີດຂຶ້ນ ແລະ ຮ່ວມກັນ ແກ້ໄຂຜົນຮ້າຍຂອງໄພພິບັດທໍາມະຊາດ, ການລະບາດຂອງພະຍາດ ແລະ ສິ່ງທ້າທາຍຕ່າງໆ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.

​        ທ່ານນາຊາ ຮາຢັດ ໄດ້ກ່າວໃນພິທີວ່າ: ເຮົາ​ທຸກ​ຄົນ​ສາ​ມາດ​ມີ​ສ່ວ​ນ​ຮ່ວມ​ສະ​ໜັບ​ສະ​ໜູນ ໃນ​ການ​ປ່ຽນ​ແປງ​ລະ​ບົບ​ອາ​ຫານທາງ​ກະ​ສິ​ກຳ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ປ່ຽນ​ແປງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ທີ່​ທຸກ​ຍາກ ຈາກ​ຄວາມ​ອຶດ​ຫິວ ແລະ ຂາດ​ໂພ​ຊະ​ນາ​ການ ຕະຫຼອດ​ຈົນ​ຜູ້​ຜະ​ລິດ​ອາ​ຫານ​ທີ່​ເຮົາ​ບໍ​ລິ​ໂພກ ເຮົາ​ສາ​ມາດ​ກະ​ຕຸ້ນ​ການ​ດຳ​ເນີນ​ການ​ທີ່​ມີ​ຄວາມ​ໝາຍ ເພື່ອ​ໃຫ້​ແນ່​ໃຈ​ເຖິງ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນາ​ການ​ສຳ​ລັບ​ທຸກ​ຄົນ ໃນ​ຂະ​ນະ​ດຽວ​ກັນ​ກໍ່​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ພວກ​ເຮົາ​ໄປ​ພ້ອມໆ​ກັນ.

ວັນ​ອາ​ຫານ​ໂລກ​ປີ 2021 ນີ້ ຮຽກ​ຮ້ອງ​ໃຫ້​ທຸກ​ຄົນ ເຮັດ​ຕາມ​ຄຳ​ເວົ້າ ແລະ ລົງ​ມື​ເຮັດ ໃນ​ຖາ​ນະ​ຜູ້​ຜະ​ລິດ, ຜູ້​ຈຳ​ໜ່າຍ ແລະ ຜູ້​ບໍ​ລິ​ໂພກ ເຮົາ​ທຸກ​ຄົນ​ສາ​ມາດ​ສ້າງ​ການ​ປ່ຽນ​ແປງ​ດັ່ງ​ກ່າວ, ການ​ກະ​ທຳ​ຂອງ​ເຮົາ​ຄື​ອາ​ນາ​ຄົດ​ຂອງ​ພວກ​ເຮົາ ໃຫ້​ວັນ​ອາ​ຫານ​ໂລກນີ້​ເປັນ ມື້​ທີ​ໜຶ່ງ ຂອງ​ອາ​ນາ​ຄົດ​ທີ່​ປາ​ສະ​ຈາກ​ຄວາມ​ອຶດ​ຫິວ.

ຂອບ​ໃຈຫຼາຍໆ ແລະ ຂໍ​ໃຫ້​ທຸກ​ຄົນ​ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຈົ້າ ເພື່ອ​ປ່ຽນ​ແປງ​ລະ​ບົບ​ກະ​ສິ​ກຳ ແລະ ອາ​ຫານ ໃນ ສ​ປ​ປ ລາວ ແລະ ຊຸມ​ຊົນ​ທົ່ວ​ໂລກ.

ທ່ານ ນາງ ຊາຣາ ເຊັກເກັນເນສ ຜູ້ປະສານງານຫ້ອງການອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ຍັງເວົ້້າຕື່ມອີກວ່າ: “ງານສະເຫຼີມສະຫຼອງໃນມື້ນີ້  ເປັນໂອກາດອັນດີ ທີ່ເຮັດໃຫ້ພວກເຮົາເຂົ້າໃຈເຖິງຄວາມອາດສາມາດຂອງຕົນເອງ ໃນຖານະຕົວແທນຂອງອົງກອນໃດໜຶ່ງ ທີ່ສາມາດປະຕິບັດໜ້າທີ່ໃນການສ້າງການປ່ຽນແປງທີ່ມີຄວາມຍືນຍົງໄດ້”

“ປະຊາຊົນທີ່ມີສຸຂະພາບທີ່ດີ ຄືປະຊາຊົນທີ່ສາມາດເລືອກສິ່ງທີ່ດີໃຫ້ແກ່ຕົນເອງ ເຊິ່ງເປັນປັດໄຈຫຼັກຕໍ່ກັບການພັດທະນາ ຂອງ ແຕ່ລະປະເທດ ແລະ ສຳລັບ ສປປ ລາວ ກໍ່ເຊັ່ນດຽວກັນ ການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຈື່ງເປັນສິ່ງທີ່ສຳຄັນ”

ສຳ​ລັບ ສ​ປ​ປ ລາວ “ບໍ່ວ່າຈະເປັນຊາວນາ, ຜູ້ຜະລິດ, ປະຊາຊົນ ຫຼື ຜູ້ບໍລິໂພກ, ພະນັກງານລັດ, ເອກະຊົນ ຫຼື ອົງການຈັດຕັ້ງສາກົນ ຕ່າງກໍ່ມີບົດບາດໜ້າທີ່ອັນສຳຄັນ ໃນການຫັນປ່ຽນລະບົບອາຫານໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກ” ທີ່​ສອດ​ຄ່ອງ​ກັບ​ແຜນ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້​ຕາມ​ຄາດ​ໝາຍ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ທອງພັດ ວົງມະນີ ຍັງກ່າວຕື່ມອີກວ່າ: ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ ກໍຄືການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດັ່ງກ່າວໄດ້ນັ້ນ, ມັນຮຽກຮ້ອງໃຫ້ພາກລັດ, ຜູ້ປະ ກອບການເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ,  ຊາວກະສິກອນທົ່ວປະເທດຕ້ອງດຳ ເນີນມາດຕະການຢ່າງຕັ້ງໜ້າໃຫ້ມີປະສິດຕິພາບ, ເອົາ​ໃຈ​ໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍເພີ່ມທະວີຄວາມຮັບຜິດ ຊອບຂອງຄະນະພັກ ໃນການຊີ້ນໍາ-ນໍາພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທໍາມະຊາດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ໃຫ້ມີປະສິດຕິຜົນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ