ວາງສີລາລຶກໂຄງການຮ່ວມມືກ່ຽວກັບການຜະລິດພືດຜັກ ແລະ ໝາກໄມ້ສະອາດ
ເພື່ອຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8, ທິດທາງແຜນດໍາເນີນ ງານຂອງຂະແໜງການກະສິກໍາ ແລະ ປ່າໄມ້ 5 ປີ 2016-2020 ໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ, ຜັນຂະຫຍາຍຍຸດທະສາດຂອງການປູກຝັງຮອດປີ 2025 ແລະ ວິໄສທັດຮອດປີ 2030 ລວມທັງ ແຜນດໍາເນີນງານຍຸດ ທະສາດດ້ານກະສິກໍາອິນຊີ ໃຫ້ປະກົດຜົນເປັນຈິງ, ໃນວັນທີ 11 ມັງກອນ 2019 ນີ້, ກົມ ປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມມືກັບບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງ ໄຮ່ລົງຈ່ຽງ ຈໍາກັດ ໄດ້ຈັດພິທີວາງສີລາລຶກໂຄງການ ຮ່ວມມືຄົ້ນຄວ້າ ແລະ ຜະລິດດ້ານກະສິກໍາລາວ-ຈີນ ຂື້ນ ທີ່ສູນກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ບ້ານ ຊຽງດາ, ເມືອງ ໄຊເສດຖາ,
ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ອໍານາດການປົກຄອງນະຄອນຫຼວງວຽງຈັນ, ຮອງເຈົ້າເມືອງ 3 ເມືອງຄື: ຫາດຊາຍຟອງ, ໄຊທານີ ແລະ ໄຊເສດຖາ, ຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ, ຫົວໜ້າກົມ-ຮອງຫົວໜ້າຫ້ອງການ, ກົມ, ປະທານບໍລິສັດພ້ອມດ້ວຍຜູ້ຕາງໜ້າ ສປ ຈີນ ແລະ ຝ່າຍລາວເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການຮ່ວມມື ກ່ຽວກັບການຜະລິດພືດຜັກ ແລະ ໝາກໄມ້ສະອາດ ເປົ້າໝາຍຫຼັກ ແມ່ນເພື່ອຍົກລະດັບການຜະລິດກະສິກໍາສະອາດ ຈາກການຜະລິດເຮືອນຮົ່ມແບບທົ່ວໄປມາ ເປັນການຜະລິດເຮືອນຮົ່ມ ທີ່ສາມາດຄວບຄຸມດ້ວຍອຸນຫະພູມຕາມຄວາມຕ້ອງການຂອງແຕ່ລະພືດແຕ່ລະຊະນິດ, ເພື່ອການ ຜະລິດພືດຜັກ ແລະ ໝາກໄມ້ສະອາດທີ່ໄດ້ມາດຕະຖານສາກົນໃນເຮືອນຮົ່ມທີ່ທັນສະໄໝເປັນບ່ອນຖ່າຍ ທອດເຕັກນິກ ແລະ ຄວາມຮູ້ດ້ານເຕັກນິກການພືດຜັກໃນເຮືອນຮົ່ມທີ່ທັນສະໄໝ ເພື່ອໃຫ້ກາຍເປັນຕົວແບບໃນ ເຂດນະຄອນຫຼວງວຽງຈັນ,ເຊິ່ງໂຄງການດັ່ງກ່າວມີໄລຍະການຈັດຕັ້ງປະຕິບັດ 9 ປີ, ດ້ວຍເງິນລົງທຶນສະໜັບສະ ໜຸນຂອງຝ່າຍຈີນ 90 ລ້ານຢວນ, ໂດຍຈະສ້າງເຮືອນຮົ່ມ 5 ຫຼັງ ຂະໜາດ 50 x 60 ແມັດ ແລະ ຄາດວ່າຈະປູກພືດຜັກໃຫ້ໄດ້ 20-30 ຊະນິດ. ແລະ ໃນອານາຄົດຫາກໂຄງການໄດ້ຮັບຜົນສໍາເລັດດີ ທາງໂຄງການ ແມ່ນມີແຜນການຂະຫຍາຍໄປໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາແຂວງຕາມແລວເສັ້ນທາງລົດໄຟລາວ-ຈີນ ເພື່ອຜະລິດສິນຄ້າໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບຈໍາໜ່າຍທັງພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ນໍາອີກ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ